Biblica® Open Lao Contemporary Version
ເຮັບເຣີ 7
ປະໂລຫິດເມຄີເຊເດັກ
ເມຄີເຊເດັກຜູ້ນີ້ເປັນກະສັດເມືອງຊາເລັມ ແລະ ເປັນປະໂລຫິດຂອງພຣະເຈົ້າຜູ້ສູງສຸດ. ເມຄີເຊເດັກໄດ້ພົບອັບຣາຮາມ ແລະ ອວຍພອນເພິ່ນຫລັງຈາກທີ່ເພິ່ນກັບມາຈາກການຮົບຊະນະບັນດາກະສັດທັງຫລາຍ, ແລະ ອັບຣາຮາມໄດ້ຖວາຍໜຶ່ງສວ່ນສິບຈາກສິ່ງຂອງທັງໝົດໃຫ້ແກ່ເພິ່ນ. ປະການທຳອິດ, ເມຄີເຊເດັກມີຄວາມຫມາຍວ່າ “ກະສັດແຫ່ງຄວາມຊອບທຳ” ແລະ ປະການຕໍ່ມາ, “ກະສັດແຫ່ງຊາເລັມ” ກໍໝາຍເຖິງ “ກະສັດແຫ່ງສັນຕິສຸກ”. ບໍ່ມີບັນທຶກວ່າຜູ້ໃດເປັນບິດາ ຫລື ມານດາ, ບໍ່ມີລຳດັບວົງຕະກຸນ, ບໍ່ມີວັນເລີ່ມຕົ້ນ ຫລື ວັນສິ້ນສຸດຊີວິດ, ເໝືອນກັນກັບພຣະບຸດຂອງພຣະເຈົ້າ, ເພິ່ນເປັນປະໂລຫິດຕະຫລອດໄປ.
ຈົ່ງຄິດເບິ່ງວ່າເມຄີເຊເດັກຍິ່ງໃຫຍ່ຂະໜາດໃດ, ແມ່ນແຕ່ອັບຣາຮາມບັນພະບຸລຸດຂອງພວກເຮົາຍັງໄດ້ຖວາຍໜຶ່ງສ່ວນສິບຈາກສິ່ງຂອງທີ່ຢຶດມາໃຫ້ແກ່ເພິ່ນ. ກົດບັນຍັດໄດ້ຮຽກຮ້ອງໃຫ້ເຊື້ອສາຍຂອງເລວີຜູ້ເປັນປະໂລຫິດນັ້ນຮັບໜຶ່ງສ່ວນສິບຈາກປະຊາຊົນ ຄືຈາກພີ່ນ້ອງຊາວອິດສະຣາເອນຂອງຕົນເຖິງແມ່ນວ່າພວກເຂົາຈະສືບເຊື້ອສາຍມາຈາກອັບຣາຮາມກໍຕາມ. ເຖິງຢ່າງໃດກໍຕາມ, ເມຄີເຊເດັກບໍ່ໄດ້ສືບເຊື້ອສາຍມາຈາກຊາວເລວີ, ແຕ່ເພິ່ນກໍໄດ້ຮັບໜຶ່ງສ່ວນສິບຈາກອັບຣາຮາມ ແລະ ໄດ້ອວຍພອນອັບຣາຮາມຜູ້ທີ່ຮັບສັນຍາ. ແລະ ແນ່ນອນວ່າຜູ້ນ້ອຍຍ່ອມຮັບພອນຈາກຜູ້ໃຫຍ່. ໃນກໍລະນີໜຶ່ງ, ຜູ້ຮັບໜຶ່ງສ່ວນສິບເປັນມະນຸດທີ່ຕ້ອງຕາຍ, ແຕ່ໃນກໍລະນີໜຶ່ງອີກຜູ້ຮັບໜຶ່ງສ່ວນສິບຄືຜູ້ທີ່ໄດ້ຮັບການປະກາດວ່າມີຊີວິດຢູ່. ເວົ້າໄດ້ອີກຢ່າງໜຶ່ງວ່າເລວີຜູ້ທີ່ຮັບໜຶ່ງສ່ວນສິບນັ້ນໄດ້ຖວາຍໜຶ່ງສ່ວນສິບຜ່ານທາງອັບຣາຮາມ, ເພາະວ່າເມື່ອເມຄີເຊເດັກໄດ້ພົບກັບອັບຣາຮາມນັ້ນ ເລວີຍັງຢູ່ໃນກາຍຂອງບັນພະບຸລຸດຂອງເພິ່ນ.
ພຣະເຢຊູເຈົ້າເປັນເໝືອນເມຄີເຊເດັກ
ຖ້າຫາກມະນຸດມາເຖິງຄວາມບໍລິບູນຄົບຖ້ວນໃນພຣະເຈົ້າໄດ້ໂດຍທາງລະບົບປະໂລຫິດຕາມແບບຂອງເລວີແລ້ວ ແລະ ເພາະໂດຍພື້ນຖານຂອງລະບົບປະໂລຫິດນີ້ກົດບັນຍັດຈຶ່ງມີມາເຖິງບັນດາປະຊາຊົນ ເປັນຫຍັງຍັງຕ້ອງມີປະໂລຫິດອີກຄົນໜຶ່ງ ເຊິ່ງເປັນປະໂລຫິດໃນລຳດັບດຽວກັນກັບເມຄີເຊເດັກ, ບໍ່ແມ່ນໃນລຳດັບດຽວກັນກັບອາໂຣນ? ເພາະເມື່ອມີການປ່ຽນແປງລະບົບປະໂລຫິດກໍຈະຕ້ອງມີການປ່ຽນແປງກົດບັນຍັດເໝືອນກັນ. ພຣະອົງຜູ້ທີ່ສິ່ງຕ່າງໆເຫລົ່ານີ້ໄດ້ກ່າວເຖິງນັ້ນມາຈາກຕະກຸນອື່ນ ແລະ ບໍ່ມີຜູ້ໃດທີ່ມາຈາກຕະກຸນນັ້ນເຄີຍຮັບໃຊ້ທີ່ແທ່ນບູຊາ. ເພາະເປັນທີ່ຈະແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ສືບເຊື້ອສາຍມາຈາກຕະກຸນຢູດາ ແລະ ເປັນຕະກຸນທີ່ໂມເຊບໍ່ໄດ້ກ່າວເຖິງເລື່ອງບັນດາປະໂລຫິດ. ແລະ ສິ່ງທີ່ພວກເຮົາໄດ້ກ່າວນັ້ນຈະເຫັນຈະແຈ້ງຫລາຍຂຶ້ນຖ້າມີປະໂລຫິດອີກຜູ້ໜຶ່ງເໝືອນເມຄີເຊເດັກປາກົດຂຶ້ນ, ຜູ້ທີ່ເປັນປະໂລຫິດໂດຍບໍ່ໄດ້ອາໄສກົດລະບຽບການສືບທອດຕາມບັນພະບຸລຸດຂອງພວກເຂົາ ແຕ່ໂດຍອາໄສລິດອຳນາດແຫ່ງຊີວິດທີ່ບໍ່ສາມາດທຳລາຍໄດ້. ຕາມທີ່ປະກາດໄວ້ວ່າ:
“ທ່ານເປັນປະໂລຫິດຕະຫລອດໄປ,
ໃນລຳດັບດຽວກັນກັບເມຄີເຊເດັກ”.1
ກົດລະບຽບເດີມຖືກຍົກເລີກໄປເນື່ອງຈາກບໍ່ມີປະສິດທິພາບ ແລະ ບໍ່ມີປະໂຫຍດ (ເພາະກົດບັນຍັດບໍ່ໄດ້ເຮັດໃຫ້ສິ່ງໃດຄົບຖ້ວນສົມບູນໄດ້ເລີຍ), ແລະ ມີຄວາມຫວັງອັນດີກວ່າກໍເຂົ້າມາ, ໂດຍຄວາມຫວັງນັ້ນພວກເຮົາຈຶ່ງເຂົ້າໃກ້ພຣະເຈົ້າໄດ້.
ແລະ ພຣະເຈົ້າຢືນຢັນເລື່ອງນີ້ດ້ວຍຄຳສາບານ! ຂະນະທີ່ຄົນອື່ນໆຂຶ້ນເປັນປະໂລຫິດໂດຍບໍ່ມີຄຳສາບານໃດໆ, ແຕ່ພຣະເຢຊູເຈົ້າຂຶ້ນເປັນປະໂລຫິດດ້ວຍຄຳສາບານເມື່ອພຣະເຈົ້າກ່າວກັບພຣະອົງວ່າ:
“ອົງພຣະຜູ້ເປັນເຈົ້າໄດ້ປະຕິຍານແລ້ວ
ແລະ ຈະບໍ່ປ່ຽນໃຈຄື:
‘ທ່ານເປັນປະໂລຫິດຕະຫລອດໄປ’ ”.2
ເພາະດ້ວຍຄຳສາບານນີ້ ພຣະເຢຊູເຈົ້າຈຶ່ງເປັນຜູ້ຄ້ຳປະກັນພັນທະສັນຍາອັນດີກວ່າ.
ບັດນີ້ ກໍມີປະໂລຫິດຈຳນວນຫລາຍແລ້ວ ເພາະຄວາມຕາຍໄດ້ຂັດຂວາງພວກເຂົາບໍ່ໃຫ້ຢູ່ໃນຕຳແໜ່ງນັ້ນຕະຫລອດໄປ; ແຕ່ເພາະພຣະເຢຊູເຈົ້າມີຊີວິດຢູ່ເປັນນິດ ພຣະອົງຈຶ່ງເປັນປະໂລຫິດຕະຫລອດໄປ. ເຫດສະນັ້ນ ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ມາຫາພຣະເຈົ້າໂດຍທາງພຣະອົງໄດ້ຢ່າງສົມບູນ3 ເພາະພຣະອົງມີຊີວິດຢູ່ເພື່ອຈະອ້ອນວອນເພື່ອພວກເຂົາສະເໝີ.
ມະຫາປະໂລຫິດຢ່າງນີ້ແຫລະທີ່ຕອບສະຫນອງຄວາມຈຳເປັນຂອງພວກເຮົາໄດ້ ຄືປະໂລຫິດຜູ້ບໍລິສຸດ, ບໍ່ມີຕຳໜິ, ບໍ່ມີມົນທິນ, ແຍກຈາກບັນດາຄົນບາບ, ເປັນທີ່ເທີດທູນເໜືອຟ້າສະຫວັນ. ພຣະເຢຊູເຈົ້າບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາທຸກໆວັນເໝືອນກັບມະຫາປະໂລຫິດອື່ນໆ, ເຊິ່ງຕ້ອງໄດ້ຖວາຍເຄື່ອງບູຊາສຳລັບຄວາມບາບຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນຈຶ່ງຖວາຍເຄື່ອງບູຊາສຳລັບຄວາມບາບຂອງປະຊາຊົນ. ພຣະເຢຊູເຈົ້າຖວາຍພຣະອົງເອງເປັນເຄື່ອງບູຊາສຳລັບຄວາມບາບຂອງພວກເຂົາທັງຫລາຍພຽງຄັ້ງດຽວເປັນການສິ້ນສຸດ. ເພາະກົດບັນຍັດນັ້ນໄດ້ແຕ່ງຕັ້ງມະນຸດຜູ້ອ່ອນແອໃຫ້ເປັນມະຫາປະໂລຫິດ ແຕ່ຄຳສາບານຂອງພຣະເຈົ້າທີ່ມາພາຍຫລັງກົດບັນຍັດໄດ້ແຕ່ງຕັ້ງພຣະບຸດ ຜູ້ທີ່ຖືກເຮັດໃຫ້ສົມບູນແລ້ວຕະຫລອດໄປ.
Source notes (3)
- Footnote ພສສ 110:4
- Footnote ພສສ 110:4
- Footnote ຫລື ຕະຫລອດໄປ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.