Biblica® Open Lao Contemporary Version
ເຮັບເຣີ 11
ເລື່ອງຄວາມເຊື່ອໃນການກະທຳ
ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ພວກເຮົາຫວັງໄວ້ ແລະ ໝັ້ນໃຈໃນສິ່ງທີ່ພວກເຮົາເບິ່ງບໍ່ເຫັນ ເພາະຄວາມເຊື່ອແບບນີ້ເອງທີ່ຄົນໃນສະໄໝກ່ອນໄດ້ຮັບການຍົກຍ້ອງ.
ໂດຍຄວາມເຊື່ອພວກເຮົາຈຶ່ງເຂົ້າໃຈວ່າຈັກກະວານໄດ້ຖືກສ້າງຂຶ້ນໂດຍຄຳສັ່ງຂອງພຣະເຈົ້າ, ດັ່ງນັ້ນສິ່ງທີ່ເບິ່ງເຫັນຢູ່ຈຶ່ງບໍ່ໄດ້ເກີດຈາກສິ່ງທີ່ພວກເຮົາເຫັນໄດ້ດ້ວຍຕາ.
ໂດຍຄວາມເຊື່ອອາເບັນໄດ້ນຳເອົາເຄື່ອງບູຊາທີ່ດີກວ່າຂອງກາອິນມາຖວາຍແກ່ພຣະເຈົ້າ. ໂດຍຄວາມເຊື່ອອາເບັນໄດ້ຮັບການຍົກຍ້ອງວ່າເປັນຜູ້ຊອບທຳເມື່ອພຣະເຈົ້າຊົມເຊີຍເຄື່ອງຖວາຍຂອງເພິ່ນ. ແລະ ໂດຍຄວາມເຊື່ອອາເບັນຈຶ່ງຍັງຖືກເວົ້າເຖິງຢູ່, ເຖິງແມ່ນວ່າເພິ່ນໄດ້ຕາຍແລ້ວ.
ໂດຍຄວາມເຊື່ອເອນົກຈຶ່ງຖືກຮັບຂຶ້ນໄປຈາກຊີວິດນີ້, ເພື່ອວ່າເພິ່ນຈະບໍ່ຕ້ອງພົບກັບຄວາມຕາຍຄື: “ຊອກຫາເພິ່ນບໍ່ພົບ, ເພາະພຣະເຈົ້າໄດ້ຮັບເພິ່ນໄປແລ້ວ”.1 ເພາະກ່ອນທີ່ເພິ່ນຖືກຮັບໄປ, ເພິ່ນໄດ້ຮັບການຍົກຍ້ອງວ່າເປັນຜູ້ທີ່ພຣະເຈົ້າພໍໃຈ. ແລະ ຖ້າບໍ່ມີຄວາມເຊື່ອກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ເພາະວ່າທຸກຄົນທີ່ຈະມາຫາພຣະເຈົ້ານັ້ນຕ້ອງເຊື່ອວ່າພຣະອົງມີຊີວິດຢູ່ ແລະ ພຣະອົງໃຫ້ລາງວັນແກ່ບັນດາຜູ້ທີ່ສະແຫວງຫາພຣະອົງຢ່າງຈິງຈັງ.
ໂດຍຄວາມເຊື່ອ ເມື່ອໂນອາໄດ້ຮັບຄຳເຕືອນເຖິງສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ດ້ວຍຄວາມຢ້ານກົວພຣະເຈົ້າເພິ່ນຈຶ່ງໄດ້ສ້າງເຮືອໃຫຍ່ເພື່ອຊ່ວຍຄອບຄົວຂອງເພິ່ນໃຫ້ພົ້ນ. ໂດຍຄວາມເຊື່ອຂອງເພິ່ນ ເພິ່ນຈຶ່ງໄດ້ຕັດສິນລົງໂທດໂລກ ແລະ ໄດ້ກາຍເປັນຜູ້ສືບທອດມໍລະດົກແຫ່ງຄວາມຊອບທຳທີ່ມີມາໂດຍຄວາມເຊື່ອ.
ໂດຍຄວາມເຊື່ອ ເມື່ອອັບຣາຮາມໄດ້ຮັບການເອີ້ນໃຫ້ໄປຍັງສະຖານທີ່ໜຶ່ງທີ່ເພິ່ນຈະໄດ້ຮັບເປັນມໍລະດົກຂອງເພິ່ນໃນພາຍຫລັງ, ເພິ່ນໄດ້ເຊື່ອຟັງ ແລະ ອອກເດີນທາງໄປເຖິງແມ່ນວ່າເພິ່ນບໍ່ຮູ້ວ່າຈະໄປບ່ອນໃດ. ໂດຍຄວາມເຊື່ອ ເພິ່ນໄດ້ອາໄສຢູ່ໃນດິນແດນແຫ່ງສັນຍາເໝືອນດັ່ງຄົນຕ່າງດ້າວທີ່ຢູ່ໃນຕ່າງຖິ່ນ; ເພິ່ນໄດ້ອາໄສຢູ່ໃນເຕັນ, ເໝືອນດັ່ງທີ່ອີຊາກ ແລະ ຢາໂຄບໄດ້ເຮັດ, ເຊິ່ງເປັນຜູ້ສືບທອດມໍລະດົກໃນສັນຍາດຽວກັນກັບເພິ່ນ. ເພາະເພິ່ນຕັ້ງໃຈລໍຖ້າເມືອງທີ່ມີຮາກຖານ ເຊິ່ງມີພຣະເຈົ້າເປັນສະຖາປະນິກ ແລະ ເປັນຜູ້ສ້າງ. ແລະ ໂດຍຄວາມເຊື່ອແມ່ນແຕ່ນາງຊາຣາ ຜູ້ທີ່ເກີນໄວທີ່ຈະມີລູກແລ້ວ, ແຕ່ກໍຍັງສາມາດມີລູກໄດ້ເພາະນາງ2ຖືວ່າພຣະອົງຜູ້ສັນຍານັ້ນສັດຊື່. ແລະ ດັ່ງນັ້ນຈາກຊາຍຄົນດຽວນີ້ ເຊິ່ງເປັນເໝືອນຄົນທີ່ຕາຍແລ້ວກໍເກີດມີລູກຫລານສືບເຊື້ອສາຍຈໍານວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າ ແລະ ເໝືອນດັ່ງເມັດຊາຍຢູ່ແຄມທະເລທີ່ນັບບໍ່ຖ້ວນ.
ຄົນທັງປວງເຫລົ່ານີ້ໄດ້ຕາຍໄປຂະນະທີ່ດຳເນີນຊີວິດໂດຍຄວາມເຊື່ອ. ພວກເພິ່ນບໍ່ໄດ້ຮັບສິ່ງທີ່ສັນຍາໄວ້, ພວກເພິ່ນພຽງແຕ່ໄດ້ເຫັນ ແລະ ຕ້ອນຮັບໄວ້ຕັ້ງແຕ່ຢູ່ໄກ ແລະ ຍອມຮັບວ່າພວກເພິ່ນເປັນພຽງຄົນຕ່າງຖິ່ນ ແລະ ຄົນແປກໜ້າໃນໂລກນີ້. ຄົນທີ່ເວົ້າຢ່າງນີ້ກໍສະແດງໃຫ້ເຫັນວ່າພວກເພິ່ນກຳລັງຊອກຫາບ້ານເມືອງທີ່ຈະເປັນຂອງຕົນ. ຖ້າພວກເພິ່ນຄິດຮອດບ້ານເມືອງທີ່ຕົນຈາກມາ, ພວກເພິ່ນກໍຄົງມີໂອກາດທີ່ຈະກັບຄືນໄປໄດ້. ແຕ່ພວກເພິ່ນປາຖະໜາຫາບ້ານເມືອງທີ່ດີກວ່າຄືເມືອງສະຫວັນ. ເຫດສະນັ້ນ ພຣະເຈົ້າຈຶ່ງບໍ່ໄດ້ລະອາຍເມື່ອພວກເພິ່ນເອີ້ນພຣະອົງວ່າພຣະເຈົ້າຂອງພວກເພິ່ນ, ເພາະພຣະອົງໄດ້ຈັດຕຽມເມືອງໜຶ່ງໄວ້ໃຫ້ພວກເພິ່ນແລ້ວ.
ໂດຍຄວາມເຊື່ອເມື່ອພຣະເຈົ້າໄດ້ທົດສອບອັບຣາຮາມ, ເພິ່ນຈຶ່ງໄດ້ຖວາຍອີຊາກເປັນເຄື່ອງບູຊາ. ເພິ່ນຜູ້ທີ່ໄດ້ຮັບສັນຍາພ້ອມທີ່ຈະຖວາຍລູກຊາຍພຽງຄົນດຽວຂອງຕົນ, ເຖິງແມ່ນວ່າພຣະເຈົ້າໄດ້ກ່າວກັບເພິ່ນວ່າ, “ເຊື້ອສາຍຂອງເຈົ້າຈະນັບມາທາງອີຊາກ”.3 ອັບຣາຮາມເຊື່ອວ່າພຣະເຈົ້າສາມາດບັນດານໃຫ້ຄົນຕາຍເປັນຄືນມາໄດ້ ແລະ ດັ່ງນັ້ນຈຶ່ງກ່າວປຽບທຽບໄດ້ວ່າເພິ່ນໄດ້ອີຊາກຄືນມາຈາກຄວາມຕາຍ.
ໂດຍຄວາມເຊື່ອອີຊາກອວຍພອນໃຫ້ຢາໂຄບກັບເອຊາວສຳລັບອະນາຄົດຂອງພວກເພິ່ນ.
ໂດຍຄວາມເຊື່ອ ເມື່ອຢາໂຄບກຳລັງຈະຕາຍຈຶ່ງອວຍພອນໃຫ້ລູກຂອງໂຢເຊັບແຕ່ລະຄົນ ແລະ ນະມັດສະການຂະນະທີ່ເພິ່ນເອື່ອຍໂຕໃສ່ເທິງຫົວໄມ້ຄ້ອນເທົ້າຂອງຕົນ.
ໂດຍຄວາມເຊື່ອ ເມື່ອໂຢເຊັບໃກ້ຈະສິ້ນໃຈຕາຍຈຶ່ງກ່າວເຖິງການອົບພະຍົບອອກຈາກເອຢິບຂອງຊົນຊາດອິດສະຣາເອນ ແລະ ໄດ້ໃຫ້ຄຳແນະນໍາກ່ຽວກັບການຝັງກະດູກຂອງເພິ່ນ.
ໂດຍຄວາມເຊື່ອ ພໍ່ແມ່ຂອງໂມເຊໄດ້ເຊື່ອງເພິ່ນໄວ້ເປັນເວລາສາມເດືອນຫລັງຈາກເກີດມາ, ເພາະພວກເພິ່ນເຫັນວ່າໂມເຊແຕກຕ່າງຈາກເດັກນ້ອຍທຳມະດາທົ່ວໄປ ແລະ ພວກເພິ່ນບໍ່ໄດ້ຢ້ານກົວຄຳສັ່ງຂອງກະສັດເລີຍ.
ໂດຍຄວາມເຊື່ອ ເມື່ອໂມເຊເຕີບໃຫຍ່ຂຶ້ນມາກໍປະຕິເສດທີ່ຈະເປັນທີ່ຮູ້ຈັກໃນຖານະເປັນລູກຊາຍຂອງລູກສາວຂອງຟາໂຣ. ເພິ່ນເລືອກທີ່ຈະຖືກຂົ່ມເຫັງຮ່ວມກັບບັນດາປະຊາຊົນຂອງພຣະເຈົ້າແທນການມ່ວນຊື່ນໄປກັບຄວາມສຸກຊົ່ວຄາວໃນບາບ. ເພິ່ນຖືວ່າການອັບອາຍຂາຍໜ້າເພື່ອພຣະຄຣິດເຈົ້ານັ້ນ ກໍມີຄ່າຫລາຍກວ່າຊັບສົມບັດທັງຫລາຍຂອງເອຢິບ, ເພາະວ່າເພິ່ນເບິ່ງໄປຂ້າງໜ້າທີ່ບຳເໜັດຂອງເພິ່ນ. ໂດຍຄວາມເຊື່ອ ເພິ່ນຈຶ່ງໄດ້ອອກຈາກເອຢິບໄປໂດຍບໍ່ໄດ້ຢ້ານກົວຕໍ່ຄວາມໂກດຮ້າຍຂອງກະສັດ, ເພິ່ນອົດທົນບາກບັ່ນເພາະເພິ່ນໄດ້ເຫັນພຣະເຈົ້າຜູ້ທີ່ເບິ່ງບໍ່ເຫັນ. ໂດຍຄວາມເຊື່ອ ເພິ່ນຖືເທດສະການປັດສະຄາ ແລະ ພິທີຊິດເລືອດ, ເພື່ອວ່າຜູ້ທຳລາຍລູກກົກຈະບໍ່ມາແຕະຕ້ອງລູກກົກຂອງຊາວອິດສະຣາເອນ.
ໂດຍຄວາມເຊື່ອ ປະຊາຊົນຊາວອິດສະຣາເອນສາມາດຍ່າງຂ້າມທະເລແດງເໝືອນກັບວ່າຍ່າງເທິງພື້ນດິນແຫ້ງ, ແຕ່ເມື່ອຊາວເອຢິບພະຍາຍາມຈະຂ້າມໄປເໝືອນກັນ ພວກເຂົາກໍຈົມນ້ຳຕາຍໝົດ.
ໂດຍຄວາມເຊື່ອ ກຳແພງເມືອງເຢຣິໂກຈຶ່ງພັງລົງ, ຫລັງຈາກຊາວອິດສະຣາເອນຍ່າງອ້ອມກຳແພງເປັນເວລາເຈັດວັນ.
ໂດຍຄວາມເຊື່ອ ຣາຮາບຍິງໂສເພນີຈຶ່ງບໍ່ຖືກຂ້າພ້ອມກັບບັນດາຜູ້ທີ່ບໍ່ເຊື່ອຟັງ4 ເພາະນາງໄດ້ຕ້ອນຮັບນັກສືບ.
ແລະ ເຮົາຈະກ່າວແນວໃດອີກ? ເຮົາບໍ່ມີເວລາພໍທີ່ຈະກ່າວເຖິງກິເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ບັນດາຜູ້ທຳນວາຍທັງຫລາຍ, ຜູ້ທີ່ໂດຍຜ່ານທາງຄວາມເຊື່ອໄດ້ເອົາຊະນະອານາຈັກຕ່າງໆ, ໄດ້ປົກຄອງດ້ວຍຄວາມຍຸຕິທຳ ແລະ ໄດ້ຮັບສິ່ງທີ່ສັນຍາໄວ້, ຜູ້ໄດ້ງັບປາກສິງ, ໄດ້ດັບແປວໄຟອັນຮ້ອນກ້າ ແລະ ໄດ້ລອດພົ້ນຈາກຄົມດາບ, ຜູ້ອ່ອນແອກໍກາຍເປັນເຂັ້ມແຂງ ແລະ ຜູ້ໄດ້ກາຍເປັນຄົນອົງອາດກ້າຫານໃນການສູ້ຮົບ ແລະ ໄດ້ໄລ່ຕີບັນດາກອງທັບຂອງຊາວຕ່າງຊາດ. ພວກຜູ້ຍິງໄດ້ຮັບຄົນຂອງພວກເພິ່ນທີ່ເປັນຄືນມາມີຊີວິດອີກ. ມີຄົນອື່ນອີກທີ່ຖືກທໍລະມານ ແລະ ບໍ່ຍອມຮັບການປົດປ່ອຍເພື່ອວ່າພວກເພິ່ນຈະໄດ້ຮັບການເປັນຄືນມາຈາກຕາຍທີ່ດີກວ່າ. ບາງຄົນປະເຊີນກັບການເຢາະເຢີ້ຍ ແລະ ການຂ້ຽນຕີ, ແມ່ນແຕ່ບາງຄົນກໍຖືກລ່າມໂສ້ ແລະ ຖືກຂັງຄຸກ ພວກເພິ່ນຖືກແກວ່ງກ້ອນຫີນໃສ່ຈົນຕາຍ.5 ພວກເພິ່ນຖືກເລື່ອຍເປັນສອງທ່ອນ, ພວກເພິ່ນຖືກຂ້າດ້ວຍດາບ. ພວກເພິ່ນນຸ່ງຫົ່ມໜັງແກະ ແລະ ໜັງແບ້, ຍາກຈົນ, ຖືກຂົ່ມເຫັງ ແລະ ຖືກກົດຂີ່. ໂລກກໍບໍ່ສົມກັບຄົນເຫລົ່ານັ້ນ. ພວກເພິ່ນເດີນທາງໄປຕາມຖິ່ນແຫ້ງແລ້ງກັນດານ ແລະ ຕາມພູເຂົາຕ່າງໆ, ອາໄສຢູ່ໃນຖໍ້າ ແລະ ໃນຂຸມ.
ຄົນເຫລົ່ານີ້ໄດ້ຮັບການຍົກຍ້ອງເພາະຄວາມເຊື່ອຂອງພວກເພິ່ນ. ແຕ່ກໍຍັງບໍ່ມີຄົນໃດໄດ້ຮັບສິ່ງທີ່ສັນຍາໄວ້ ພຣະເຈົ້າວາງແຜນຈັດຕຽມສິ່ງທີ່ດີກວ່າໄວ້ສຳລັບພວກເຮົາ ເພື່ອວ່າພວກເພິ່ນຈະໄດ້ຮັບຄວາມສົມບູນຮ່ວມກັບພວກເຮົາທັງຫລາຍເທົ່ານັ້ນ.
Source notes (5)
- Footnote ປຖກ 5:24
- Footnote ຫລື ໂດຍຄວາມເຊື່ອເຖິງແມ່ນວ່າອັບຣາຮາມເຖົ້າແກ່ຫລາຍແລ້ວທີ່ຈະມີລູກ ແລະ ນາງຊາຣາເອງກໍບໍ່ສາມາດຕັ້ງທ້ອງໄດ້ກໍຍັງສາມາດກາຍເປັນພໍ່ໄດ້ເພາະເພິ່ນ
- Footnote ປຖກ 21:12
- Footnote ຫລື ບໍ່ເຊື່ອ
- Footnote ສຳເນົາຕົ້ນສະບັບເກົ່າບາງສຳເນົາວ່າ ຖືກກ້ອນຫີນແກວ່ງໃສ່ຈົນຕາຍ ພວກເພິ່ນຖືກທົດສອບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.