Biblica® Open Lao Contemporary Version
ເຮັບເຣີ 10
ພຣະຄຣິດເຈົ້າເປັນເຄື່ອງບູຊາພຽງຄັ້ງດຽວ
ກົດບັນຍັດເປັນພຽງແຕ່ເງົາຂອງສິ່ງປະເສີດທັງຫລາຍທີ່ກຳລັງຈະມາເຖິງ ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ. ດ້ວຍເຫດນີ້ ຈຶ່ງບໍ່ສາມາດເຮັດໃຫ້ຜູ້ທີ່ເຂົ້າເຝົ້ານະມັດສະການນັ້ນສົມບູນຄົບຖ້ວນດ້ວຍເຄື່ອງຖວາຍບູຊາແບບເດີມຊ້ຳກັນ ເຊິ່ງຖວາຍແລ້ວຖວາຍອີກທຸກໆປີບໍ່ສິ້ນສຸດຈັກເທື່ອ. ເພາະຖ້າເຮັດຢ່າງນັ້ນໄດ້ ພວກເຂົາຈະບໍ່ຢຸດຖວາຍເຄື່ອງບູຊາບໍ? ເພາະຜູ້ນະມັດສະການຈະໄດ້ຮັບການຊຳລະໃຫ້ບໍລິສຸດພຽງຄັ້ງດຽວເປັນການສິ້ນສຸດ ແລະ ຈະບໍ່ຮູ້ສຶກຜິດກັບຄວາມບາບຂອງພວກເຂົາອີກຕໍ່ໄປ. ແຕ່ເຄື່ອງບູຊາເຫລົ່ານັ້ນເປັນສິ່ງເຕືອນໃຫ້ສຳນຶກບາບທຸກປີ. ເພາະເລືອດແບ້ ແລະ ເລືອດງົວບໍ່ສາມາດລຶບລ້າງບາບໃຫ້ໝົດໄປໄດ້.
ເຫດສະນັ້ນ, ເມື່ອພຣະຄຣິດເຈົ້າເຂົ້າມາໃນໂລກ ພຣະອົງໄດ້ກ່າວວ່າ:
“ເຄື່ອງບູຊາ ແລະ ຂອງຖວາຍພຣະອົງບໍ່ຕ້ອງການ,
ແຕ່ພຣະອົງໄດ້ຈັດຕຽມຮ່າງກາຍໜຶ່ງໄວ້ສຳລັບຂ້ານ້ອຍ.
ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບ
ພຣະອົງບໍ່ໄດ້ພໍໃຈ.
ແລ້ວຂ້ານ້ອຍຈຶ່ງຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້ ດັ່ງທີ່ໃນໜັງສືມ້ວນໄດ້ຂຽນເຖິງຂ້ານ້ອຍໄວ້ນັ້ນ
ຂ້າແດ່ພຣະເຈົ້າ, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ’ ”.1
ປະການທຳອິດພຣະອົງໄດ້ກ່າວວ່າ, “ເຄື່ອງບູຊາ ແລະ ຂອງຖວາຍ, ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບພຣະອົງບໍ່ຕ້ອງການ ແລະ ພຣະອົງບໍ່ໄດ້ພໍໃຈໃນສິ່ງເຫລົ່ານັ້ນ” ເຖິງແມ່ນວ່າພວກເຂົາໄດ້ຖວາຍໂດຍອີງຕາມກົດບັນຍັດກໍຕາມ. ຕໍ່ມາພຣະອົງໄດ້ກ່າວວ່າ, “ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍໄດ້ມາເພື່ອເຮັດຕາມຄວາມປະສົງຂອງພຣະອົງ”. ພຣະອົງຍົກເລີກລະບົບທຳອິດເພື່ອຕັ້ງລະບົບທີສອງ. ແລະ ໂດຍຄວາມປະສົງນີ້, ພວກເຮົາທັງຫລາຍຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດໂດຍການຖວາຍກາຍຂອງພຣະເຢຊູຄຣິດເຈົ້າເປັນເຄື່ອງບູຊາພຽງຄັ້ງດຽວເປັນການສິ້ນສຸດ.
ແຕ່ລະວັນປະໂລຫິດທຸກຄົນຢືນປະຕິບັດໜ້າທີ່ທາງສາສະໜາຂອງຕົນ, ທຸກຄັ້ງເພິ່ນກໍໄດ້ຖວາຍເຄື່ອງບູຊາແບບດຽວກັນ ເຊິ່ງບໍ່ສາມາດລຶບລ້າງບາບໃຫ້ໝົດສິ້ນໄປໄດ້ເລີຍ. ແຕ່ເມື່ອປະໂລຫິດອົງນີ້ຖວາຍເຄື່ອງບູຊາລຶບລ້າງບາບຄັ້ງດຽວສຳລັບຕະຫລອດໄປແລ້ວ, ພຣະອົງກໍໄດ້ນັ່ງທີ່ເບື້ອງຂວາມືຂອງພຣະເຈົ້າ, ແລະ ນັບແຕ່ນັ້ນມາພຣະອົງລໍຄອຍຈົນກວ່າສັດຕູທັງຫລາຍຂອງພຣະອົງຈະຖືກເຮັດໃຫ້ເປັນເຄື່ອງຮອງຕີນຂອງພຣະອົງ. ເພາະໂດຍການຖວາຍບູຊາພຽງຄັ້ງດຽວພຣະອົງໄດ້ເຮັດໃຫ້ບັນດາຜູ້ທີ່ກຳລັງຮັບການຊຳລະໃຫ້ບໍລິສຸດນັ້ນເຖິງຄວາມສົມບູນຕະຫລອດໄປ.
ພຣະວິນຍານບໍລິສຸດເຈົ້າຍັງຢືນຢັນຂໍ້ນີ້ແກ່ພວກເຮົາເໝືອນກັນ. ພຣະອົງໄດ້ກ່າວເປັນປະການທຳອິດວ່າ:
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບພວກເຂົາ
ຫລັງຈາກສະໄໝນັ້ນ.
ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຫົວໃຈຂອງພວກເຂົາ,
ແລະ ເຮົາຈະຈາລຶກກົດບັນຍັດນັ້ນເທິງຈິດໃຈຂອງພວກເຂົາ”.2
ແລ້ວພຣະອົງກ່າວອີກວ່າ:
“ຄວາມບາບ ແລະ ການອະທຳທັງຫລາຍຂອງພວກເຂົາ
ເຮົາຈະບໍ່ຈົດຈຳອີກຕໍ່ໄປ”.3
ແລະ ເມື່ອອະໄພຄວາມບາບໃຫ້ແລ້ວ, ກໍບໍ່ຕ້ອງມີການຖວາຍເຄື່ອງບູຊາສຳລັບການໄຖ່ບາບອີກຕໍ່ໄປ.
ຮຽກຮ້ອງໃຫ້ອົດທົນໃນຄວາມເຊື່ອ
ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ໃນເມື່ອພວກເຮົາໝັ້ນໃຈທີ່ຈະເຂົ້າສູ່ສະຖານທີ່ສັກສິດທີ່ສຸດໂດຍໂລຫິດຂອງພຣະເຢຊູເຈົ້າແລ້ວ, ໂດຍຫົນທາງໃໝ່ອັນມີຊີວິດທີ່ເປີດໃຫ້ພວກເຮົາຜ່ານທາງຜ້າກັ້ງຄືກາຍຂອງພຣະອົງ, ແລະ ໃນເມື່ອພວກເຮົາມີມະຫາປະໂລຫິດຍິ່ງໃຫຍ່ເໜືອຄົວເຮືອນຂອງພຣະເຈົ້າແລ້ວ, ກໍໃຫ້ພວກເຮົາເຂົ້າໃກ້ພຣະເຈົ້າດ້ວຍໃຈຈິງ ແລະ ດ້ວຍຄວາມໝັ້ນໃຈຢ່າງເຕັມທີ່ໃນຄວາມເຊື່ອ ໂດຍທີ່ຈິດໃຈຂອງພວກເຮົາໄດ້ຮັບການຊິດໃສ່ເພື່ອຊຳລະພວກເຮົາໃຫ້ໝົດຈາກຈິດສຳນຶກທີ່ຟ້ອງວ່າຕົນຜິດ ແລະ ຮ່າງກາຍຂອງພວກເຮົາໄດ້ຮັບການຊຳລະລ້າງດ້ວຍນ້ຳບໍລິສຸດແລ້ວ. ໃຫ້ພວກເຮົາຢຶດໝັ້ນຢ່າງບໍ່ຫວັ່ນໄຫວໃນຄວາມຫວັງທີ່ພວກເຮົາໄດ້ປະກາດຮັບໄວ້, ເພາະພຣະອົງຜູ້ສັນຍານັ້ນສັດຊື່. ແລະ ໃຫ້ພວກເຮົາພິຈາລະນາເບິ່ງວ່າພວກເຮົາຈະປຸກໃຈກັນໃນເລື່ອງຄວາມຮັກ ແລະ ໃນການກະທຳດີໄດ້ຢ່າງໃດ, ຢ່າໃຫ້ພວກເຮົາປະການປະຊຸມກັນເໝືອນດັ່ງບາງຄົນເຮັດເປັນປະຈຳ, ແຕ່ໃຫ້ພວກເຮົາໜູນໃຈກັນຫລາຍຂຶ້ນ ແລະ ເຮັດຢ່າງນັ້ນໃຫ້ຫລາຍຂຶ້ນອີກ ເພາະພວກເຈົ້າກໍເຫັນແລ້ວວ່າວັນນັ້ນໃກ້ເຂົ້າມາແລ້ວ.
ຫລັງຈາກທີ່ພວກເຮົາໄດ້ຮູ້ຄວາມຈິງແລ້ວ ຖ້າພວກເຮົາຍັງເຈດຕະນາເຮັດບາບຕໍ່ໄປກໍຈະບໍ່ເຫລືອເຄື່ອງບູຊາລຶບລ້າງບາບໃດໆ, ແຕ່ມີພຽງແຕ່ລໍຖ້າດ້ວຍຄວາມຢ້ານກົວຕໍ່ການພິພາກສາ ແລະ ໄຟອັນຮ້ອນກ້າທີ່ຈະເຜົາຜານບັນດາສັດຕູຂອງພຣະເຈົ້າ. ຄົນໃດທີ່ປະຕິເສດກົດບັນຍັດຂອງໂມເຊ ຖ້າມີພະຍານສອງ ຫລື ສາມຄົນກໍຈະຕ້ອງຕາຍໂດຍປາດສະຈາກຄວາມເມດຕາ. ພວກເຈົ້າຄິດວ່າຜູ້ທີ່ຢຽບຢ່ຳພຣະບຸດຂອງພຣະເຈົ້າ, ຜູ້ທີ່ປະຕິບັດຕໍ່ໂລຫິດແຫ່ງພັນທະສັນຍາທີ່ຊຳລະພວກເຂົາໃຫ້ບໍລິສຸດນັ້ນເໝືອນບໍ່ແມ່ນສິ່ງສັກສິດ ແລະ ຜູ້ທີ່ດູຖູກພຣະວິນຍານແຫ່ງພຣະຄຸນສົມຄວນໄດ້ຮັບໂທດໜັກຫລາຍກວ່ານັ້ນຈັກເທົ່າໃດ? ເພາະພວກເຮົາຮູ້ຈັກພຣະອົງຜູ້ກ່າວວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາເອງ, ເຮົາເອງຈະຕອບແທນ”4 ແລະ ໄດ້ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະພິພາກສາປະຊາຊົນຂອງພຣະອົງ”.5 ການຕົກຢູ່ໃນມືຂອງພຣະເຈົ້າຜູ້ມີຊີວິດຢູ່ນັ້ນກໍເປັນສິ່ງທີ່ໜ້າຢ້ານກົວຫລາຍ.
ຈົ່ງລະນຶກເຖິງວັນກ່ອນໜ້ານັ້ນຫລັງຈາກທີ່ພວກເຈົ້າໄດ້ຮັບຄວາມສະຫວ່າງ, ເມື່ອພວກເຈົ້າອົດທົນໃນຍາມທີ່ຖືກຕໍ່ຕ້ານຢ່າງໜັກທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ. ບາງເທື່ອພວກເຈົ້າກໍຖືກດູຖູກ ແລະ ຖືກຂົ່ມເຫັງຕໍ່ໜ້າຄົນທັງຫລາຍ, ບາງເທື່ອພວກເຈົ້າກໍເຂົ້າຢືນຄຽງຂ້າງບັນດາຜູ້ທີ່ຖືກປະຕິບັດຢ່າງນັ້ນດ້ວຍ. ພວກເຈົ້າທົນທຸກກັບບັນດາຜູ້ທີ່ຢູ່ໃນຄຸກ ແລະ ເມື່ອຖືກຢຶດຊັບສິນພວກເຈົ້າກໍຍອມຮັບດ້ວຍຄວາມຍິນດີ ເພາະພວກເຈົ້າຮູ້ວ່າພວກເຈົ້າເອງມີຊັບສິນທີ່ດີກວ່າ ແລະ ຍືນຍົງກວ່າ. ດັ່ງນັ້ນ ຢ່າປະຖິ້ມຄວາມຫມັ້ນໃຈຂອງພວກເຈົ້າ, ສິ່ງນີ້ຈະນຳບຳເໜັດອັນຍິ່ງໃຫຍ່ມາ.
ພວກເຈົ້າທັງຫລາຍຈໍາເປັນຕ້ອງມີຄວາມອົດທົນເພື່ອວ່າເມື່ອພວກເຈົ້າໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າແລ້ວ, ພວກເຈົ້າກໍຈະໄດ້ຮັບສິ່ງທີ່ພຣະອົງໄດ້ສັນຍາໄວ້ ເພາະວ່າ,
“ໃນອີກບໍ່ດົນ,
ພຣະອົງຜູ້ທີ່ກຳລັງມາກໍຈະມາເຖິງ
ແລະ ຈະບໍ່ຊັກຊ້າ”.6
ແລະ,
“ແຕ່ຄົນຊອບທຳຂອງເຮົາ7ຈະດຳເນີນຊີວິດໂດຍຄວາມເຊື່ອ.
ແລະ ເຮົາຈະບໍ່ພໍໃຈ
ໃນຄົນທີ່ຫລົບຖອຍຫລັງ”.8
ສ່ວນພວກເຮົາບໍ່ໄດ້ຢູ່ຝ່າຍຄົນທີ່ຫລົບຖອຍຫລັງ ແລະ ຖືກທຳລາຍ, ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ແລະ ໄດ້ຮັບການຊ່ວຍໃຫ້ພົ້ນ.
Source notes (8)
- Footnote ພສສ 40:6-8
- Footnote ຢມຢ 31:33
- Footnote ຢມຢ 31:34
- Footnote ພບຍ 32:35
- Footnote ພບຍ 32:36; ພສສ 135:14
- Footnote ອຊຢ 26:20; ຮບກ 2:3
- Footnote ສຳເນົາຕົ້ນສະບັບເກົ່າແກ່ສຳເນົາໜຶ່ງວ່າ ແຕ່ຄົນຊອບທຳ
- Footnote ຮບກ 2:3,4
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.