Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 9

ພຣະເຈົ້າ​ເຮັດ​ພັນທະສັນຍາ​ກັບ​ໂນອາ

ແລ້ວ​ພຣະເຈົ້າ​ໄດ້​ອວຍພອນ​ໂນອາ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ໂດຍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ ແລະ ມີ​ຈໍານວນ​ເພີ່ມ​ຂຶ້ນ​ຈົນ​ເຕັມ​ແຜ່ນດິນໂລກ. ສັດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ນີ້ ແລະ ນົກ​ທັງໝົດ​ໃນ​ທ້ອງຟ້າ, ສັດເລືອຄານ​ທັງໝົດ ແລະ ປາ​ທັງໝົດ​ໃນ​ທະເລ​ຈະ​ຢ້ານ ແລະ ຫວາດກົວ​ພວກເຈົ້າ; ພວກມັນ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກເຈົ້າ. ທຸກສິ່ງ​ທີ່​ມີຊີວິດ ແລະ ເຄື່ອນໄຫວ​ໄປ​ມາ​ຈະ​ເປັນ​ອາຫານ​ຂອງ​ພວກເຈົ້າ. ເຮົາ​ໄດ້​ມອບ​ພືດ​ສີຂຽວ​ໃຫ້​ແກ່​ພວກເຈົ້າ​ແລ້ວ​ຢ່າງ​ໃດ, ບັດນີ້ ເຮົາ​ກໍ​ມອບ​ທຸກສິ່ງ​ແກ່​ພວກເຈົ້າ​ຢ່າງ​ນັ້ນ.

“ແຕ່​ເຈົ້າ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ທີ່​ມີ​ເລືອດ​ອັນ​ເປັນ​ຊີວິດ​ຢູ່​ໃນ​ຊີ້ນ​ນັ້ນ. ແລະ ຜູ້ໃດ​ກໍ​ຕາມ​ທີ່​ຂ້າ​ພວກເຈົ້າ ບໍ່​ວ່າ​ຈະ​ເປັນ​ຄົນ ຫລື ຈະ​ເປັນ​ສັດ ເຮົາ​ຈະ​ໃຫ້​ມີ​ການ​ຊົດໃຊ້​ຢ່າງ​ແນ່ນອນ. ເຮົາ​ຈະ​ໃຫ້​ມີ​ການ​ຊົດໃຊ້​ຊີວິດ​ຂອງ​ຄົນ​ອື່ນ​ເໝືອນກັນ.

“ຜູ້ໃດ​ກໍ​ຕາມ​ທີ່​ຂ້າ​ມະນຸດ,

ພວກເຂົາ​ກໍ​ຈະ​ຖືກ​ມະນຸດ​ຂ້າ;

ເພາະ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຂຶ້ນ

ເປັນ​ພາບ​ສະທ້ອນ​ຂອງ​ພຣະອົງ.

ສ່ວນ​ພວກເຈົ້າ, ຈົ່ງ​ມີ​ລູກຫລານ ແລະ ເພີ່ມ​ຈຳນວນ​ຂຶ້ນ; ທະວີ​ຂຶ້ນ ແລະ ເພີ່ມ​ຫລາຍ​ຂຶ້ນ​ເທິງ​ແຜ່ນດິນໂລກ”.

ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂນອາ ແລະ ບັນດາ​ລູກ​ຂອງ​ເພິ່ນ​ວ່າ: “ບັດນີ້ ເຮົາ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ກັບ​ພວກເຈົ້າ ແລະ ກັບ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕໍ່​ຈາກ​ພວກເຈົ້າ ແລະ ກັບ​ທຸກ​ສິ່ງມີຊີວິດ​ທີ່​ຢູ່​ກັບ​ພວກເຈົ້າ​ຄື: ບັນດາ​ນົກ, ສັດລ້ຽງ ແລະ ສັດປ່າ​ທັງໝົດ, ສັດ​ທັງປວງ​ທີ່​ອອກ​ຈາກ​ເຮືອ​ກັບ​ພວກເຈົ້າ ສິ່ງມີຊີວິດ​ທຸກ​ຊະນິດ​ເທິງ​ໂລກ​ນີ້. ເຮົາ​ຕັ້ງ​ພັນທະສັນຍາ​ກັບ​ພວກເຈົ້າ​ວ່າ: ທຸກ​ຊີວິດ​ຈະ​ບໍ່​ຖືກ​ທຳລາຍ​ໂດຍ​ນ້ຳຖ້ວມ​ອີກ​ຈັກເທື່ອ; ນ້ຳ​ຈະ​ບໍ່​ຖ້ວມ ແລະ ທຳລາຍ​ໂລກ​ອີກ​ຈັກເທື່ອ”.

ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ນີ້​ຄື​ສັນຍາລັກ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ກຳລັງ​ເຮັດ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ກັບ​ສິ່ງມີຊີວິດ​ທຸກສິ່ງ​ທີ່​ຢູ່​ກັບ​ເຈົ້າ, ເປັນ​ພັນທະສັນຍາ​ສຳລັບ​ທຸກ​ຍຸກ​ທີ່​ຈະ​ມາ​ເຖິງ​ຄື: ເຮົາ​ໄດ້​ຕັ້ງ​ຮຸ້ງ​ກິນ​ນໍ້າ​ຂອງ​ເຮົາ​ໄວ້​ໃນ​ເມກ ແລະ ຮຸ້ງ​ກິນ​ນໍ້າ​ນີ້​ຈະ​ເປັນ​ສັນຍາລັກ​ແຫ່ງ​ພັນທະສັນຍາ​ລະຫວ່າງ​ເຮົາ ແລະ ໂລກ. ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ນຳ​ເມກ​ມາ​ເໜືອ​ໂລກ ແລະ ເມື່ອ​ຮຸ້ງ​ກິນ​ນໍ້າ​ປາກົດ​ຂຶ້ນ​ໃນ​ເມກ, ເຮົາ​ຈະ​ລະນຶກ​ເຖິງ​ພັນທະສັນຍາ​ຂອງ​ເຮົາ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ກັບ​ສິ່ງມີຊີວິດ​ທຸກ​ຊະນິດ. ນ້ຳ​ຈະ​ບໍ່​ມາ​ຖ້ວມ​ເພື່ອ​ທຳລາຍ​ທຸກ​ຊີວິດ​ອີກ. ເມື່ອ​ໃດ​ທີ່​ຮຸ້ງ​ກິນ​ນໍ້າ​ປາກົດ​ໃນ​ເມກ, ເຮົາ​ຈະ​ເຫັນ​ຮຸ້ງ​ກິນ​ນໍ້າ​ນັ້ນ ແລະ ຈະ​ລະນຶກ​ເຖິງ​ພັນທະສັນຍາ​ນິລັນດອນ​ລະຫວ່າງ​ພຣະເຈົ້າ​ກັບ​ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ຢູ່​ເທິງ​ໂລກ”.

ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ກ່າວ​ແກ່​ໂນອາ​ວ່າ, “ນີ້​ຄື​ສັນຍາລັກ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ລະຫວ່າງ​ເຮົາ​ກັບ​ທຸກ​ຊີວິດ​ເທິງ​ໂລກ”.

ບັນດາ​ລູກຊາຍ​ຂອງ​ໂນອາ

ບັນດາ​ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ຄື: ເຊມ, ຮາມ ແລະ ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ການາອານ.) ນີ້​ຄື​ລູກຊາຍ​ທັງ​ສາມ​ຂອງ​ໂນອາ ແລະ ຄົນ​ທັງຫລາຍ​ທີ່​ກະແຈກກະຈາຍ​ໄປ​ທົ່ວ​ແຜ່ນດິນໂລກ​ກໍ​ມາ​ຈາກ​ພວກເຂົາ.

ໂນອາ ເປັນ​ຊາວ​ໄຮ່​ຊາວ​ນາ, ເພິ່ນ​ເລີ່ມ1​ເຮັດ​ສວນອະງຸ່ນ. ເມື່ອ​ເພິ່ນ​ດື່ມ​ເຫລົ້າອະງຸ່ນ​ຂອງ​ສວນອະງຸ່ນ​ແລ້ວ, ເພິ່ນ​ກໍ​ເມົາ ແລະ ນອນ​ເປືອຍກາຍ​ຢູ່​ໃນ​ເຕັນ​ຂອງ​ເພິ່ນ. ເມື່ອ​ຮາມ​ຜູ້​ເປັນ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງ​ຕົນ​ເປືອຍກາຍ​ຢູ່​ຈຶ່ງ​ບອກ​ອ້າຍ​ທັງ​ສອງ​ຂອງ​ຕົນ​ທີ່​ຢູ່​ຂ້າງ​ນອກ. ແຕ່​ເຊມ​ກັບ​ຢາເຟດ​ໄດ້​ເອົາ​ເຄື່ອງນຸ່ງ ແລະ ພາດ​ເຄື່ອງນຸ່ງ​ນັ້ນ​ໃສ່​ບ່າ​ຂອງ​ຕົນ, ແລ້ວ​ພວກເຂົາ​ກໍ​ຍ່າງ​ຖອຍຫລັງ ແລະ ປົກ​ຮ່າງກາຍ​ທີ່​ເປືອຍ​ຂອງ​ພໍ່​ຂອງ​ຕົນ. ໜ້າ​ຂອງ​ພວກເຂົາ​ແມ່ນ​ຫັນ​ໄປ​ທາງ​ອື່ນ​ເພື່ອ​ຈະ​ໄດ້​ບໍ່​ເຫັນ​ກາຍ​ຂອງ​ພໍ່​ຕົນ​ທີ່​ເປືອຍ​ຢູ່.

ເມື່ອ​ໂນອາ​ຕື່ນ​ຈາກ​ເມົາ​ເຫລົ້າອະງຸ່ນ ແລະ ຮູ້​ໃນ​ສິ່ງ​ທີ່​ລູກຊາຍ​ຫລ້າ​ໄດ້​ເຮັດ​ຕໍ່​ເພິ່ນ, ເພິ່ນ​ໄດ້​ກ່າວ​ວ່າ,

“ຂໍ​ສາບແຊ່ງ​ການາອານ!

ໃຫ້​ເປັນ​ຂ້າທາດ​ຕ່ຳຕ້ອຍ​ທີ່ສຸດ

ໃນ​ພີ່ນ້ອງ​ຂອງ​ລາວ”.

ເພິ່ນ​ໄດ້​ກ່າວ​ອີກ​ວ່າ,

“ສັນລະເສີນ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ເຊມ!

ຂໍ​ໃຫ້​ການາອານ​ເປັນ​ຂ້າທາດ​ຂອງ​ເຊມ.

ຂໍ​ພຣະເຈົ້າ​ໄດ້​ຂະຫຍາຍ​ເຂດແດນ​ຂອງ​ຢາເຟດ.2

ຂໍ​ໃຫ້​ຢາເຟດ​ອາໄສ​ຢູ່​ໃນ​ເຕັນ​ຂອງ​ເຊມ,

ແລະ ຂໍ​ໃຫ້​ການາອານ​ເປັນ​ຂ້າທາດ​ຂອງ​ຢາເຟດ”.

ຫລັງ​ຈາກ​ນ້ຳຖ້ວມ ໂນອາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 350 ປີ. ໂນອາ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 950 ປີ, ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ.

Source notes (2)
  1. Footnote ຫລື ເປັນ​ຄົນ​ທຳອິດ​ທີ່
  2. Footnote ຄຳ​ວ່າ ຢາເຟດ ມີ​ສຽງ​ຄ້າຍ​ຄຳ​ໃນ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ຂະຫຍາຍ​ອອກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.