Biblica® Open Lao Contemporary Version
ປະຖົມມະການ 10
ລາຍຊື່ບັນດາຊົນຊາດ
ນີ້ແມ່ນເລື່ອງລາວຂອງເຊມ, ຮາມ ແລະ ຢາເຟດ, ລູກຊາຍຂອງໂນອາ ເຊິ່ງມີລູກຊາຍເກີດມາຫລັງຈາກນ້ຳຖ້ວມ.
ເຊື້ອສາຍຂອງຢາເຟດ
(1ຂຄ 1:5-7)
ບັນດາລູກຊາຍ1ຂອງຢາເຟດມີຄື:
ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.
ບັນດາລູກຊາຍຂອງໂກເມມີຄື:
ອັດຊະເກນາດ, ຣີຟາດ ແລະ ໂຕກາມາ
ບັນດາລູກຂອງຢາວານມີຄື:
ເອລີຊາ, ຕາກຊິດ, ຊາວກິດຕິມ ແລະ ຊາວໂຣດານນິມ2 (ຄົນເຫລົ່ານີ້ເປັນບັນພະບຸລຸດຂອງຊາວທະເລທີ່ແຍກໄປອາໄສໃນດິນແດນຕ່າງໆຂອງພວກເຂົາ ຕາມຕະກຸນຂອງພວກເຂົາໃນຊົນຊາດຂອງພວກເຂົາ, ເຊິ່ງແຕ່ລະຊົນຊາດກໍມີພາສາເປັນຂອງຕົນເອງ).
ເຊື້ອສາຍຂອງຮາມ
(1ຂຄ 1:8-16)
ບັນດາລູກຊາຍຂອງຮາມມີຄື:
ກູເຊ, ເອຢິບ, ພູດ ແລະ ການາອານ.
ບັນດາລູກຊາຍຂອງກູເຊມີຄື:
ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ.
ບັນດາລູກຊາຍຂອງຣາອາມາມີຄື:
ເຊບາ ແລະ ເດດານ.
ກູເຊເປັນພໍ່3ຂອງນິມໂຣດ, ຜູ້ທີ່ເປັນນັກຮົບຜູ້ຍິ່ງໃຫຍ່ຄົນໜຶ່ງຂອງໂລກ. ລາວເປັນນັກລ່າສັດຜູ້ຍິ່ງໃຫຍ່ຕໍ່ໜ້າພຣະເຈົ້າຢາເວ; ດ້ວຍເຫດນີ້ຈຶ່ງກ່າວກັນວ່າ, “ເໝືອນນິມໂຣດ ນັກລ່າສັດທີ່ຍິ່ງໃຫຍ່ຕໍ່ໜ້າພຣະເຈົ້າຢາເວ”. ບັນດາສູນກາງທຳອິດຂອງອານາຈັກຂອງນິມໂຣດຄື: ບາບີໂລນ, ເອເຣັກ, ອັກກາດ ແລະ ຄານເນ, ໃນ4ຊີນາ.5 ຈາກດິນແດນນັ້ນລາວໄດ້ໄປທີ່ອັດຊີເຣຍ, ບ່ອນທີ່ລາວໄດ້ສ້າງເມືອງນີເນເວ, ເຣໂຮໂບດອິເຣ,6 ກາລາ ແລະ ເຣເຊັນ, ເຊິ່ງຕັ້ງຢູ່ລະຫວ່າງນີເນເວ ແລະ ກາລາ ເຊິ່ງເປັນເມືອງໃຫຍ່.
ເອຢິບເປັນພໍ່ຂອງ
ຊາວລູດິມ, ຊາວອານາມ, ຊາວເລຮາບ, ຊາວນັບຕູ, ຊາວປາທະຣູ, ຊາວກັດສະລູ (ເຊິ່ງເປັນບັນພະບຸລຸດຂອງຊາວຟີລິດສະຕິນ) ແລະ ຊາວຄັບຟະໂທ.
ການາອານເປັນພໍ່ຂອງ
ຊີໂດນ ເຊິ່ງເປັນລູກຊາຍກົກຂອງເພິ່ນ7 ແລະ ເປັນພໍ່ຂອງຊາວຮິດຕີ, ຊາວເຢບຸດ, ຊາວອາໂມ, ຊາວກີກາຊີ, ຊາວຮີວີ, ຊາວອາກກີ, ຊາວສີນີ, ຊາວອາກວາດີ, ຊາວເຊມາຣີ ແລະ ຊາວຮາມັດ.
(ຕໍ່ມາຕະກຸນຂອງຊາວການາອານກໍໄດ້ກະແຈກກະຈາຍອອກໄປ ແລະ ເຂດແດນຂອງການາອານກໍໄດ້ຂະຫຍາຍຈາກຊີໂດນອອກໄປເຖິງເກຣາກໄປໄກເຖິງກາຊາ ແລະ ຕໍ່ໄປເຖິງເມືອງໂຊໂດມ, ໂກໂມຣາ, ອັດມາ ແລະ ເຊບົວອິມໄປເຖິງລາຊາ.)
ຄົນເຫລົ່ານີ້ເປັນລູກຊາຍຂອງຮາມຕາມຕະກຸນ ແລະ ຕາມພາສາຂອງພວກເຂົາ, ໃນເຂດແດນ ແລະ ໃນຊົນຊາດຂອງພວກເຂົາ.
ເຊື້ອສາຍຂອງເຊມ
(ປຖກ 11:10-27; 1ຂຄ 1:17-27)
ເຊມຜູ້ເປັນອ້າຍກົກຂອງຢາເຟດກໍມີລູກຊາຍຫລາຍຄົນເໝືອນກັນ; ເຊມເປັນບັນພະບຸລຸດຂອງລູກຊາຍທັງໝົດຂອງເອເບ.
ບັນດາລູກຊາຍຂອງເຊມມີຄື:
ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ ອາຣາມ.
ບັນດາລູກຊາຍຂອງອາຣາມມີຄື:
ອູເສ, ຮຸນ, ເກເຕີ ແລະ ເມເຊັກ.8
ອາກປັກຊາດເປັນພໍ່ຂອງ9ເຊລາ,
ແລະ ເຊລາເປັນພໍ່ຂອງເອເບ.
ເອເບມີລູກຊາຍສອງຄົນຄື:
ຄົນໜຶ່ງຊື່ວ່າເປເລັກ,10 ເພາະໃນສະໄໝຂອງລາວໂລກຖືກແບ່ງແຍກ; ນ້ອງຊາຍຂອງລາວຊື່ວ່າໂຢກທານ.
ໂຢກທານເປັນພໍ່ຂອງ
ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ, ຮາໂດຣາມ, ອູຊານ, ດີກະລາ, ໂອບານ, ອາບີມາເອນ, ເຊບາ ໂອຟີ, ຮາວີລາ ແລະ ໂຢບັບ. ທັງໝົດເຫລົ່ານີ້ແມ່ນລູກຊາຍຂອງໂຢກທານ.
(ດິນແດນທີ່ພວກເຂົາອາໄສຢູ່ນັ້ນແມ່ນເລີ່ມຈາກເມຊາໄປເຖິງເສຟາ ໃນເຂດເນີນພູທາງທິດຕາເວັນອອກ.)
ຄົນເຫລົ່ານີ້ເປັນລູກຊາຍຂອງເຊມຕາມຕະກຸນ ແລະ ຕາມພາສາຂອງພວກເຂົາ, ເຊິ່ງຢູ່ໃນເຂດແດນ ແລະ ໃນຊົນຊາດຕ່າງໆຂອງພວກເຂົາ.
ທັງໝົດນີ້ຄືຕະກຸນຕ່າງໆຂອງບັນດາລູກຊາຍຂອງໂນອາ, ຕາມເຊື້ອສາຍຂອງພວກເຂົາ, ເຊິ່ງຢູ່ພາຍໃນຊົນຊາດຕ່າງໆຂອງພວກເຂົາ. ຊົນຊາດຕ່າງໆເຫລົ່ານີ້ໄດ້ແຜ່ຂະຫຍາຍອອກໄປທົ່ວແຜ່ນດິນໂລກຫລັງຈາກນ້ຳຖ້ວມ.
Source notes (10)
- Footnote ຄຳວ່າ ລູກຊາຍ ອາດຈະມີຄວາມໝາຍວ່າ ລູກຫລານ ຫລື ຜູ້ສືບທອດ ຫລື ຊົນຊາດ ເຊັ່ນດຽວກັບຂໍ້ 3, 4, 6, 7, 20-23, 29 ແລະ 31
- Footnote ສະບັບພາສາເຮັບເຣີດັ້ງເດີມທີ່ຂຽນດ້ວຍມືບາງສະບັບວ່າໂດດານິມ
- Footnote ຄຳວ່າ ພໍ່ ອາດມີຄວາມໝາຍວ່າ, ບັນພະບຸລຸດ ຫລື ຜູ້ກໍ່ຕັ້ງ ເຊັ່ນດຽວກັບຂໍ້ 13, 15, 24 ແລະ 26
- Footnote ຫລື ເອເຣັກ ແລະ ອັກກາດ ທັງໝົດນັ້ນຢູ່ໃນ
- Footnote ນັ້ນຄື ບາບີໂລນ
- Footnote ຫລື ນີເນເວກັບປະລິມົນທົນ
- Footnote ຫລື ຂອງຊາວຊີໂດນ ຜູ້ເປັນຄົນສຳຄັນທີ່ສຸດ
- Footnote ພາສາເຮັບເຣີວ່າ ມາເຊ (ເບິ່ງ 1ຂຄ 1:17)
- Footnote ສະບັບຊັບຕູອາຈິນວ່າ, ພໍ່ຂອງກາຍນານ ແລະ ກາຍນານເປັນພໍ່ຂອງ
- Footnote ແປວ່າ ການແບ່ງແຍກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.