Biblica® Open Lao Contemporary Version
ປະຖົມມະການ 17
ພັນທະສັນຍາແຫ່ງການເຮັດພິທີຕັດ
ເມື່ອອັບຣາມມີອາຍຸໄດ້ 99 ປີ, ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະ ໄດ້ກ່າວວ່າ, “ເຮົາຄືພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່1, ຈົ່ງດຳເນີນຊີວິດຕໍ່ໜ້າເຮົາຢ່າງສັດຊື່ ແລະ ບໍ່ມີຕຳໜິ. ແລ້ວເຮົາຈະເຮັດພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ ແລະ ຈະເພີ່ມຈຳນວນເຊື້ອສາຍຂອງເຈົ້າຂຶ້ນຢ່າງຫລວງຫລາຍ”.
ອັບຣາມຈຶ່ງກົ້ມໜ້າລົງ ແລະ ພຣະເຈົ້າໄດ້ກ່າວກັບເພິ່ນວ່າ, “ສຳລັບເຮົາ, ນີ້ແມ່ນພັນທະສັນຍາຂອງເຮົາກັບເຈົ້າຄື: ເຈົ້າຈະເປັນບິດາຂອງຫລາຍຊົນຊາດ. ເຈົ້າຈະບໍ່ຖືກເອີ້ນວ່າອັບຣາມ2ອີກຕໍ່ໄປ, ເຈົ້າຈະມີຊື່ວ່າອັບຣາຮາມ3 ເພາະເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງຫລາຍຊົນຊາດ. ເຮົາຈະໃຫ້ເຈົ້າມີລູກຫລານຢ່າງຫລວງຫລາຍ; ເຮົາຈະໃຫ້ຫລາຍຊົນຊາດເກີດຂຶ້ນມາຈາກເຈົ້າ ແລະ ບັນດາກະສັດທັງຫລາຍຈະມາຈາກເຈົ້າ. ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ເປັນພັນທະສັນຍານິລັນດອນລະຫວ່າງເຮົາກັບເຈົ້າ ແລະ ເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າຫລາຍລຸ້ນ, ເພື່ອເປັນພຣະເຈົ້າຂອງເຈົ້າ ແລະ ພຣະເຈົ້າຂອງເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າ. ດິນແດນການາອານທັງໝົດ, ບ່ອນທີ່ເຈົ້າອາໄສຢູ່ເໝືອນດັ່ງຄົນຕ່າງດ້າວນັ້ນ, ເຮົາຈະມອບໃຫ້ເຈົ້າຄອບຄອງຕະຫລອດໄປ ແລະ ເຊື້ອສາຍຂອງເຈົ້າທີ່ຈະມາພາຍຫລັງເຈົ້າ; ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ”.
ແລ້ວພຣະເຈົ້າໄດ້ກ່າວກັບອັບຣາຮາມວ່າ, “ສຳລັບເຈົ້ານັ້ນ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາ, ເຈົ້າ ແລະ ເຊື້ອສາຍຂອງເຈົ້າຕະຫລອດຄົນທີ່ຈະມາພາຍຫລັງເຈົ້າຫລາຍລຸ້ນ. ນີ້ຄືພັນທະສັນຍາຂອງເຮົາກັບເຈົ້າ ແລະ ກັບເຊື້ອສາຍທີ່ຈະມາພາຍຫລັງເຈົ້າ, ເປັນພັນທະສັນຍາທີ່ເຈົ້າຈະຕ້ອງຮັກສາຄື: ຊາຍທຸກຄົນໃນທ່າມກາງພວກເຈົ້າຈະຕ້ອງຮັບພິທີຕັດ. ເຈົ້າຈະຕ້ອງຜ່ານການຮັບພິທີຕັດ ແລະ ນີ້ຈະເປັນເຄື່ອງໝາຍແຫ່ງພັນທະສັນຍາລະຫວ່າງເຮົາກັບເຈົ້າ. ສຳລັບຄົນລຸ້ນທີ່ຈະມາເຖິງນັ້ນ ຜູ້ຊາຍທຸກຄົນໃນທ່າມກາງພວກເຈົ້າທີ່ມີອາຍຸແປດວັນຈະຕ້ອງຮັບພິທີຕັດ, ລວມທັງຄົນທີ່ເກີດໃນຄອບຄົວຂອງເຈົ້າ ຫລື ໄດ້ຊື້ດ້ວຍເງິນຈາກຄົນຕ່າງດ້າວ ຄືຄົນເຫລົ່ານັ້ນທີ່ບໍ່ແມ່ນເຊື້ອສາຍຂອງເຈົ້າ. ບໍ່ວ່າຈະເປັນຄົນທີ່ເກີດໃນຄົວເຮືອນຂອງເຈົ້າ ຫລື ເຈົ້າຊື້ມາດ້ວຍເງິນ, ພວກເຂົາຕ້ອງຮັບພິທີຕັດ. ພັນທະສັນຍາຂອງເຮົາທີ່ຢູ່ໃນເນື້ອກາຍຂອງເຈົ້າຈະເປັນພັນທະສັນຍານິລັນດອນ. ຜູ້ຊາຍຄົນໃດທີ່ບໍ່ຮັບພິທີຕັດ, ຜູ້ທີ່ບໍ່ໄດ້ຮັບພິທີຕັດຝ່າຍເນື້ອກາຍ ຈະຖືກຕັດອອກຈາກຊົນຊາດຂອງຕົນ; ເພາະລາວໄດ້ລະເມີດພັນທະສັນຍາຂອງເຮົາ”.
ພຣະເຈົ້າໄດ້ກ່າວກັບອັບຣາຮາມເໝືອນກັນວ່າ, “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ, ເຈົ້າຈະບໍ່ໄດ້ເອີ້ນວ່ານາງຊາຣາຍອີກຕໍ່ໄປ; ນາງຈະມີຊື່ວ່າຊາຣາ. ເຮົາຈະອວຍພອນນາງ ແລະ ຈະໃຫ້ນາງເກີດລູກຊາຍຄົນໜຶ່ງແກ່ເຈົ້າຢ່າງແນ່ນອນ. ເຮົາຈະອວຍພອນນາງເພື່ອວ່ານາງຈະເປັນແມ່ຂອງຊົນຊາດທັງຫລາຍ; ບັນດາກະສັດຂອງປະຊາຊົນທັງຫລາຍຈະມາຈາກນາງ”.
ອັບຣາຮາມກົ້ມໜ້າລົງ; ເພິ່ນຫົວຂວັນ ແລະ ເວົ້າກັບຕົນເອງວ່າ, “ຊາຍອາຍຸຮ້ອຍປີຈະມີລູກຊາຍໄດ້ຢູ່ບໍ? ແລະ ຊາຣາຈະເກີດລູກເມື່ອອາຍຸເກົ້າສິບບໍ?” ແລະ ອັບຣາຮາມຕອບພຣະເຈົ້າວ່າ, “ຂໍພຽງແຕ່ໃຫ້ອິດຊະມາເອນໄດ້ດຳລົງຊີວິດຢູ່ພາຍໃຕ້ພອນຂອງພຣະອົງ!”
ແລ້ວພຣະເຈົ້າໄດ້ກ່າວວ່າ, ແມ່ນແລ້ວ, “ແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ແລະ ເຈົ້າຈະເອີ້ນລາວວ່າອີຊາກ.4 ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບລາວ ເຊິ່ງເປັນພັນທະສັນຍານິລັນດອນແກ່ເຊື້ອສາຍຂອງລາວທີ່ຈະມາພາຍຫລັງລາວ. ແລະ ສຳລັບອິດຊະມາເອນນັ້ນ, ເຮົາໄດ້ຍິນເຈົ້າ: ເຮົາຈະອວຍພອນລາວແນ່ນອນ; ເຮົາຈະເຮັດໃຫ້ລາວມີລູກຫລານ ແລະ ຈະເພີ່ມຈຳນວນຄົນຂອງລາວຂຶ້ນຢ່າງຫລວງຫລາຍ. ລາວຈະເປັນບິດາຂອງຜູ້ປົກຄອງສິບສອງຄົນ ແລະ ເຮົາຈະເຮັດໃຫ້ລາວເປັນຊົນຊາດທີ່ຍິ່ງໃຫຍ່. ແຕ່ພັນທະສັນຍາຂອງເຮົານັ້ນ ເຮົາຈະຕັ້ງຂຶ້ນກັບອີຊາກ, ຜູ້ທີ່ນາງຊາຣາຈະເກີດໃຫ້ເຈົ້າປີໜ້າໃນຊ່ວງເວລານີ້”. ເມື່ອພຣະອົງເວົ້າກັບອັບຣາຮາມຈົບແລ້ວ, ພຣະເຈົ້າກໍຂຶ້ນໄປຈາກເພິ່ນ.
ໃນວັນດຽວກັນນັ້ນ ອັບຣາຮາມກໍນຳອິດຊະມາເອນລູກຊາຍຂອງເພິ່ນ ແລະ ຜູ້ຊາຍທຸກຄົນທີ່ເກີດໃນຄົວເຮືອນຂອງເພິ່ນ ຫລື ຊື້ດ້ວຍເງິນຂອງເພິ່ນມາ, ແລ້ວໃຫ້ພວກເຂົາຮັບພິທີຕັດ, ຕາມທີ່ພຣະເຈົ້າໄດ້ບອກເພິ່ນໄວ້. ອັບຣາຮາມໄດ້ຮັບພິທີຕັດເມື່ອເພິ່ນມີອາຍຸໄດ້ 99 ປີ, ສ່ວນອິດຊະມາເອນລູກຊາຍຂອງເພິ່ນມີອາຍຸໄດ້ 13 ປີ; ອັບຣາຮາມກັບອິດຊະມາເອນລູກຊາຍຂອງເພິ່ນໄດ້ຮັບພິທີຕັດໃນມື້ດຽວກັນ. ແລະ ຜູ້ຊາຍທຸກຄົນໃນຄົວເຮືອນຂອງອັບຣາຮາມ, ລວມທັງຄົນທີ່ເກີດໃນຄົວເຮືອນຂອງເພິ່ນ ຫລື ຊື້ມາຈາກຄົນຕ່າງດ້າວກໍໄດ້ຮັບພິທີຕັດດ້ວຍກັນກັບເພິ່ນ.
Source notes (4)
- Footnote ພາສາເຮັບເຣີວ່າ ແອວຊາດາຍ
- Footnote ມີຄວາມໝາຍວ່າ ບິດາຜູ້ໄດ້ຮັບການຍົກຍ້ອງ
- Footnote ອາດມີຄວາມໝາຍວ່າ ບິດາຂອງຄົນຈຳນວນຫລາຍ
- Footnote ມີຄວາມໝາຍວ່າ ລາວຫົວຂວັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.