Biblica® Open Lao Contemporary Version
ປະຖົມມະການ 16
ນາງຮາກາ ແລະ ອິດຊະມາເອນ
ໃນເວລານັ້ນ ນາງຊາຣາຍ ເມຍຂອງອັບຣາມບໍ່ມີລູກໃຫ້ແກ່ເພິ່ນ. ແຕ່ນາງມີຄົນຮັບໃຊ້ຄົນໜຶ່ງຊາວເອຢິບຊື່ວ່ານາງຮາກາ, ດັ່ງນັ້ນ ນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ພຣະເຈົ້າຢາເວຍັງບໍ່ທັນໃຫ້ນ້ອງມີລູກ. ຈົ່ງໄປນອນກັບຄົນຮັບໃຊ້ຂອງນ້ອງສາ; ບາງທີນ້ອງຈະໄດ້ມີລູກຜ່ານທາງນາງກໍໄດ້”.
ອັບຣາມຕົກລົງຕາມສິ່ງທີ່ນາງຊາຣາຍໄດ້ເວົ້າ. ດັ່ງນັ້ນ ຫລັງຈາກທີ່ອັບຣາມອາໄສຢູ່ທີ່ການາອານໄດ້ສິບປີ, ນາງຊາຣາຍເມຍຂອງເພິ່ນຈຶ່ງນຳເອົານາງຮາກາຄົນຮັບໃຊ້ຊາວເອຢິບມາ ແລະ ມອບນາງໃຫ້ຜົວຂອງຕົນເພື່ອໃຫ້ເປັນເມຍຂອງເພິ່ນ. ເພິ່ນກໍໄດ້ຫລັບນອນກັບນາງຮາກາ ແລະ ນາງກໍໄດ້ຖືພາ.
ເມື່ອນາງຮູ້ວ່ານາງຖືພາແລ້ວ, ນາງກໍເລີ່ມດູຖູກນາຍຍິງຂອງຕົນ. ແລ້ວນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ອ້າຍຕ້ອງຮັບຜິດຊອບຕໍ່ຄວາມຜິດພາດທີ່ນ້ອງກຳລັງທົນທຸກ. ນ້ອງມອບຄົນຮັບໃຊ້ຂອງນ້ອງໄວ້ໃນອ້ອມແຂນຂອງອ້າຍ ແລະ ບັດນີ້ນາງຮູ້ຈັກວ່ານາງຖືພາ ແລ້ວນາງກໍດູຖູກນ້ອງ. ຂໍພຣະເຈົ້າຢາເວຕັດສິນລະຫວ່າງອ້າຍກັບນ້ອງ”.
ອັບຣາມຈຶ່ງຕອບວ່າ, “ຄົນຮັບໃຊ້ຂອງນ້ອງກໍຢູ່ໃນມືຂອງນ້ອງແລ້ວ, ຈົ່ງເຮັດກັບນາງຕາມທີ່ເຈົ້າຄິດວ່າດີທີ່ສຸດສາ”. ແລ້ວນາງຊາຣາຍຈຶ່ງກົດຂີ່ຂົ່ມເຫັງນາງຮາກາ, ດັ່ງນັ້ນ ນາງຮາກາຈຶ່ງໜີຈາກຊາຣາຍໄປ.
ເທວະດາຂອງພຣະເຈົ້າຢາເວພົບນາງຮາກາໃກ້ກັບບໍ່ນ້ຳພຸໃນຖິ່ນແຫ້ງແລ້ງ; ເປັນບໍ່ນ້ຳພຸທີ່ຢູ່ຂ້າງທາງທີ່ຈະໄປເມືອງຊູເຣ. ແລະ ເທວະດານັ້ນໄດ້ກ່າວວ່າ, “ຮາກາ, ຄົນຮັບໃຊ້ຂອງຊາຣາຍເອີຍ, ເຈົ້າມາຈາກໃສ ແລະ ເຈົ້າກຳລັງຈະໄປໃສ?”
ນາງຕອບວ່າ, “ຂ້ານ້ອຍກຳລັງໜີຈາກນາງຊາຣາຍນາຍຍິງຂອງຂ້ານ້ອຍ”.
ແລ້ວເທວະດາຂອງພຣະເຈົ້າຢາເວໄດ້ບອກນາງວ່າ, “ຈົ່ງກັບໄປຫານາຍຍິງຂອງເຈົ້າ ແລະ ຍອມຕໍ່ນາງ”. ເທວະດານັ້ນໄດ້ກ່າວຕື່ມອີກວ່າ, “ເຮົາຈະເພີ່ມເຊື້ອສາຍຂອງເຈົ້າໃຫ້ຫລາຍຂຶ້ນຈົນພວກເຂົາມີຈຳນວນຫລາຍເກີນກວ່າທີ່ຈະນັບໄດ້”.
ເທວະດາຂອງພຣະເຈົ້າຢາເວໄດ້ກ່າວກັບລາວເໝືອນກັນວ່າ:
“ເວລານີ້ເຈົ້າກຳລັງຖືພາ
ແລະ ເຈົ້າຈະເກີດລູກຊາຍ.
ເຈົ້າຈົ່ງຕັ້ງຊື່ລາວວ່າອິດຊະມາເອນ,1
ເພາະພຣະເຈົ້າຢາເວໄດ້ຍິນຄວາມເຈັບປວດຂອງເຈົ້າ.
ລາວຈະເປັນດັ່ງລໍປ່າຂອງມະນຸດ;
ມືຂອງລາວຈະຕໍ່ສູ້ກັບທຸກຄົນ
ແລະ ມືຂອງທຸກຄົນກໍຈະຕໍ່ສູ້ລາວ,
ແລະ ລາວຈະດຳເນີນຊີວິດດ້ວຍການເປັນສັດຕູກັນກັບ
ພີ່ນ້ອງທັງປວງຂອງລາວ”2.
ນາງໄດ້ໃຫ້ນາມນີ້ແກ່ພຣະເຈົ້າຢາເວຜູ້ກ່າວກັບນາງວ່າ: “ພຣະອົງເປັນພຣະເຈົ້າຜູ້ເຫັນຂ້ານ້ອຍ,” ເພາະນາງເວົ້າວ່າ, “ບັດນີ້ຂ້ານ້ອຍໄດ້ເຫັນ3ພຣະອົງຜູ້ທີ່ເຫັນຂ້ານ້ອຍແລ້ວ”. ດ້ວຍເຫດນີ້ ນ້ຳສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າເບເອີລາໄຮຣອຍ;4 ນ້ຳສ້າງນີ້ຍັງຢູ່ທີ່ນັ້ນ, ຢູ່ລະຫວ່າງກາເດັດ ແລະ ເບເຣັດ.
ດັ່ງນັ້ນ ນາງຮາກາກໍໄດ້ເກີດລູກຊາຍຄົນໜຶ່ງໃຫ້ແກ່ອັບຣາມ ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ນາງເກີດອອກມານັ້ນວ່າອິດຊະມາເອນ. ອັບຣາມມີອາຍຸ 86 ປີ ເມື່ອຮາກາເກີດອິດຊະມາເອນໃຫ້ແກ່ເພິ່ນ.
Source notes (4)
- Footnote ແປວ່າ ພຣະເຈົ້າໄດ້ຍິນ
- Footnote ຫລື ດຳເນີນຊີວິດຢູ່ທາງດ້ານທິດຕະເວັນອອກຂອງ
- Footnote ຫລື ໄດ້ເຫັນຂ້າງຫລັງຂອງ
- Footnote ແປວ່າ ນ້ຳສ້າງແຫ່ງພຣະອົງຜູ້ມີຊີວິດຢູ່ ຜູ້ທີ່ເຫັນຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.