Biblica® Open Lao Contemporary Version
ເອເຊກຽນ 16
ຄຳອຸປະມາເລື່ອງຄວາມບໍ່ສັດຊື່ຂອງນະຄອນເຢຣູຊາເລັມ
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງປະເຊີນໜ້າກັບເຢຣູຊາເລັມເພາະເລື່ອງການກະທຳອັນໜ້າກຽດຊັງຂອງນາງ ແລະ ຈົ່ງກ່າວວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ເຢຣູຊາເລັມດັ່ງນີ້ວ່າ: ບັນພະບຸລຸດ ແລະ ຊາດກຳເນີດຂອງເຈົ້າຢູ່ໃນດິນແດນການາອານ; ບິດາຂອງເຈົ້າເປັນຊາວອາໂມ ແລະ ມານດາຂອງເຈົ້າເປັນຊາວຮິດຕີ. ວັນທີເຈົ້າເກີດມານັ້ນ ບໍ່ມີຜູ້ໃດຕັດສາຍບືຂອງເຈົ້າ, ບໍ່ມີຜູ້ໃດອາບນ້ຳໃຫ້ເຈົ້າດ້ວຍນ້ຳທີ່ເຮັດໃຫ້ເຈົ້າສະອາດ, ບໍ່ມີຜູ້ໃດເອົາເກືອຖູໂຕ ຫລື ເອົາຜ້າອ້ອມພັນເຈົ້າໄວ້. ບໍ່ມີຜູ້ໃດສົງສານເຈົ້າ ຫລື ເມດຕາພໍທີ່ຈະເຮັດສິ່ງເຫລົ່ານີ້ໃຫ້ເຈົ້າ. ແຕ່ເຈົ້າກັບຖືກຖິ້ມໄວ້ຢູ່ກາງທົ່ງ ເພາະວັນທີເຈົ້າເກີດມານັນ ເຈົ້າກໍເປັນທີ່ລັງກຽດ.
“ ‘ແລ້ວເຮົາໄດ້ຜ່ານໄປ ແລະ ເຫັນເຈົ້າດິ້ນເກືອກຢູ່ໃນເລືອດຂອງຕົນ ແລະ ເຮົາໄດ້ເວົ້າກັບເຈົ້າທັ້ງທີ່ເຈົ້າເກືອກຢູ່ໃນເລືອດຂອງຕົນຢູ່ວ່າ, “ຈົ່ງມີຊີວິດຢູ່!” ເຮົາຈະເຮັດໃຫ້ເຈົ້າເຕີບໃຫຍ່ຂຶ້ນເໝືອນກັບຕົ້ນໄມ້ຢູ່ທຸ່ງນາ. ເຈົ້າເຕີບໃຫຍ່ ແລະ ມີການພັດທະນາຈົນກາຍເປັນສາວ. ໜ້າເອິກຂອງເຈົ້າມີຮູບງາມ ແລະ ຜົມຂອງເຈົ້າກໍຍາວ ແຕ່ເຈົ້າກໍຍັງເປືອຍກາຍຢູ່.
“ ‘ຕໍ່ມາເມື່ອເຮົາຜ່ານໄປ ແລະ ເມື່ອເຮົາເບິ່ງເຈົ້າ ແລ້ວກໍເຫັນວ່າເຈົ້າໃຫຍ່ພໍທີ່ຈະມີຄວາມຮັກແລ້ວ, ເຮົາຈຶ່ງພືມຸມເສື້ອຂອງເຮົາຄຸມກາຍຂອງເຈົ້າ ແລະ ປົກປິດຮ່າງກາຍທີ່ເປືອຍຂອງເຈົ້າໄວ້. ເຮົາໄດ້ໃຫ້ຄຳປະຕິຍານ ແລະ ໄດ້ເຮັດຄຳໝັ້ນສັນຍາຂອງເຮົາແກ່ເຈົ້າ ແລະ ເຈົ້າກໍເປັນກຳມະສິດຂອງເຮົາ ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດດັ່ງນັ້ນ.
“ ‘ເຮົາໄດ້ອາບນ້ຳໃຫ້ເຈົ້າ ແລະ ຊຳລະລ້າງເລືອດອອກຈາກໂຕຂອງເຈົ້າ ແລະ ເອົານ້ຳມັນຫົດສົງເທິງເຈົ້າ. ເຮົາເອົາຊຸດປັກ ແລະ ເກີບໜັງສວມໃຫ້ເຈົ້າ ໃຫ້ເຈົ້າແຕ່ງກາຍດ້ວຍຜ້າຝ້າຍລິນິນເນື້ອລະອຽດດີ ແລະ ປົກກາຍຂອງເຈົ້າດ້ວຍເຄື່ອງນຸ່ງທີ່ມີລາຄາແພງ. ເຮົາໄດ້ປະດັບເຈົ້າດ້ວຍເຄື່ອງປະດັບຄື: ເຮົາໄດ້ສວມສາຍແຂນໃສ່ແຂນຂອງເຈົ້າ ແລະ ສາຍຄໍໃສ່ອ້ອມຄໍຂອງເຈົ້າ, ແລະ ເຮົາໄດ້ສວມບ້ວງໃສ່ດັງຂອງເຈົ້າ, ສວມຕຸ້ມຫູໃສ່ຫູຂອງເຈົ້າ ແລະ ສວມມົງກຸດງາມໃສ່ເທິງຫົວຂອງເຈົ້າ. ດັ່ງນັ້ນ ເຈົ້າຈຶ່ງປະດັບດ້ວຍຄຳ ແລະ ເງິນ; ເຄື່ອງນຸ່ງຂອງເຈົ້າກໍເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດດີ ແລະ ຜ້າລາຄາແພງ ແລະ ຜ້າປັກແສ່ວ. ອາຫານຂອງເຈົ້າຄືນ້ຳເຜິ້ງ, ນ້ຳມັນໝາກກອກ ແລະ ແປ້ງລະອຽດ. ເຈົ້າກາຍເປັນຄົນງາມຫລາຍ ແລະ ຮຸ່ງເຮືອງຂຶ້ນເປັນລາຊີນີ. ແລະ ຊື່ສຽງຂອງເຈົ້າກໍໂດ່ງດັງໄປໃນທ່າມກາງປະຊາຊາດທັງຫລາຍຍ້ອນຄວາມງາມຂອງເຈົ້າ, ເພາະເພາະຄວາມສະຫງ່າງາມທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນເຮັດໃຫ້ຄວາມງາມຂອງເຈົ້າສົມບູນແບບ, ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດດັ່ງນັ້ນ.
“ ‘ແຕ່ເຈົ້າໄດ້ວາງໃຈໃນຄວາມງາມຂອງຕົນເອງ ແລະ ໃຊ້ຊື່ສຽງຂອງຕົນເຮັດໂຕເປັນຍິງໂສເພນີ. ເຈົ້າຫວ່ານສະເໜ່ໃສ່ທຸກຄົນທີ່ຜ່ານໄປມາ ແລະ ຄວາມງາມຂອງເຈົ້າກໍກາຍເປັນຂອງລາວ. ເຈົ້າເອົາເຄື່ອງນຸ່ງບາງສ່ວນຂອງເຈົ້າໄປເຮັດໃຫ້ບ່ອນບູຊາເທິ່ງທີ່ສູງມີສີແຈດຕາ, ບ່ອນທີ່ເຈົ້າໃຊ້ຂາຍໂຕຂອງເຈົ້າ. ເຈົ້າໄດ້ໄປຫາລາວ ແລະ ລາວກໍໄດ້ຄອບຄອງຄວາມງາມຂອງເຈົ້າ.1 ເຈົ້າຍັງໄດ້ເອົາເຄື່ອງປະດັບອັນງົດງາມທີ່ເຮົາໄດ້ມອບໃຫ້ເຈົ້າ, ເຊິ່ງເປັນເຄື່ອງປະດັບທີ່ເຮັດດ້ວຍຄຳ ແລະ ເງິນຂອງເຮົາໄປສ້າງຮູບເຄົາລົບເພດຊາຍສຳລັບຕົນເອງ ແລະ ຮ່ວມຫລິ້ນຊູ້ກັບຮູບເຄົາລົບເຫລົ່ານັ້ນ. ແລະ ເຈົ້າໄດ້ເອົາຜ້າປັກແຊ່ວຂອງເຈົ້າໄປສວມໃຫ້ຮູບເຄົາລົບເຫລົ່ານັ້ນ ແລະ ເຈົ້າໄດ້ເອົານ້ຳມັນກັບເຄື່ອງຫອມຂອງເຮົາໄປບູຊາຕໍ່ໜ້າຮູບເຄົາລົບເຫລົ່ານັ້ນ. ພ້ອມທັງອາຫານທີ່ເຮົາໄດ້ຈັດຕຽມໄວ້ໃຫ້ເຈົ້າຄື: ແປ້ງລະອຽດ, ນ້ຳມັນໝາກກອກ ແລະ ນ້ຳເຜິ້ງທີ່ເຮົາໄດ້ມອບໃຫ້ເຈົ້າກິນ ເຈົ້າກໍເອົາໄປຖວາຍເປັນເຄື່ອງຫອມບູຊາຕໍ່ໜ້າຮູບເຄົາລົບເຫລົ່ານັ້ນ. ນີ້ຄືສິ່ງທີ່ເກີດຂຶ້ນແລ້ວ, ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດດັ່ງນັ້ນ.
“ ‘ແລະ ເຈົ້າໄດ້ເອົາບັນດາລູກຊາຍ ແລະ ລູກສາວຂອງເຈົ້າ ຜູ້ທີ່ເຈົ້າເກີດອອກມາເພື່ອເຮົາໄປ ແລະ ຖວາຍພວກເຂົາເປັນອາຫານແກ່ຮູບເຄົາລົບຕ່າງໆ. ການເປັນໂສເພນີຂອງເຈົ້າຍັງບໍ່ພໍອີກບໍ? ເຈົ້າຍັງຕ້ອງຂ້າບັນດາລູກຂອງເຮົາ ແລະ ເຜົາພວກເຂົາ2ເພື່ອບູຊາຍັນແກ່ບັນດາຮູບເຄົາລົບ. ຕະຫລອດການກະທຳອັນໜ້າກຽດຊັງ ແລະ ການເປັນໂສເພນີຂອງເຈົ້າ ເຈົ້າບໍ່ໄດ້ລະນຶກເຖິງໄວໜຸ່ມຂອງເຈົ້າ ເມື່ອເຈົ້າເປືອຍກາຍ ແລະ ດິ້ນໄປດິ້ນມາຢູ່ໃນກອງເລືອດເລີຍ.
“ ‘ວິບັດ! ວິບັດແກ່ເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດດັ່ງນັ້ນ. ນອກເໜືອຈາກຄວາມຊົ່ວຮ້າຍທັງໝົດຂອງເຈົ້າແລ້ວ, ເຈົ້າຍັງໄດ້ສ້າງໂນນສູງໃຫ້ກັບຕົນເອງ ແລະ ໄດ້ສ້າງສະຖານບູຊາອັນສູງສົ່ງໄວ້ຢູ່ທີ່ເດີ່ນຊຸມຊົນທຸກບ່ອນ. ເຈົ້າໄດ້ສ້າງສະຖານບູຊາອັນສູງສົ່ງໄວ້ຢູ່ທີ່ແຈຖະໜົນທຸກເສັ້ນ ແລະ ເຮັດໃຫ້ຄວາມງາມຂອງຕົນຫລຸດຄ່າລົງ ໂດຍມອບກາຍຂອງຕົນໃຫ້ທຸກຄົນທີ່ຜ່ານໄປມາໂດຍບໍ່ເລືອກໜ້າຫລາຍຂຶ້ນ. ເຈົ້າໄດ້ຫລິ້ນຊູ້ກັບຊາວເອຢິບເພື່ອນບ້ານຜູ້ເຕັມດ້ວຍລາຄະຕັນຫາ ແລະ ຍົວະໃຫ້ເຮົາໃຈຮ້າຍດ້ວຍຄວາມບໍ່ເລືອກໜ້າຂອງເຈົ້າທີ່ເພີ່ມຂຶ້ນ. ດັ່ງນັ້ນ ເຮົາຈຶ່ງຢຽດມືຂອງເຮົາອອກຕໍ່ສູ້ກັບເຈົ້າ ແລະ ຫລຸດດິນແດນຂອງເຈົ້າ; ເຮົາມອບເຈົ້າໃຫ້ຄວາມໂລບຂອງສັດຕູຂອງເຈົ້າ ຄືບັນດາລູກສາວຂອງຊາວຟີລິດສະຕິນ, ຜູ້ຕົກໃຈໃນຄວາມປະພຶດອັນລາມົກຂອງເຈົ້າ. ເຈົ້າໄດ້ຫລິ້ນຊູ້ກັບຊາວອັດຊີເຣຍເໝືອນກັນ ເພາະເຈົ້າບໍ່ອິ່ມໃນເລື່ອງກາມ ແລະ ແມ່ນແຕ່ຫລັງຈາກນັ້ນ ເຈົ້າກໍຍັງບໍ່ໜຳໃຈ. ແລ້ວເຈົ້າກໍໄດ້ເພີ່ມຄວາມບໍ່ເລືອກໜ້າຂອງເຈົ້າຫລາຍຂຶ້ນ ໂດຍຫລິ້ນຊູ້ກັບບາບີໂລນ,3 ດິນແດນແຫ່ງພໍ່ຄ້າ, ແຕ່ເຖິງປານນັ້ນເຈົ້າກໍຍັງບໍ່ໜຳໃຈ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດວ່າ, ເຮົາເຕັມໄປດ້ວຍຄວາມໂກດແຄ້ນເຈົ້າຫລາຍ4 ເມື່ອເຈົ້າເຮັດສິ່ງເຫລົ່ານີ້ທັງໝົດ, ເຮັດໂຕເປັນຍິງໂສເພນີທີ່ໜ້າດ້ານ! ເມື່ອເຈົ້າສ້າງໂນນຕ່າງໆໄວ້ທີ່ແຈຖະໜົນ ແລະ ສະຖານບູຊາທີ່ສູງສົ່ງໃນເດີ່ນຊຸມຊົນທຸກບ່ອນ, ເຈົ້າກໍຍັງຕ່າງຈາກຍິງໂສເພນີບ່ອນທີ່ເຈົ້າບໍ່ສົນໃຈນຳຄ່າຈ້າງ.
“ ‘ເຈົ້າຄືເມຍຫລິ້ນຊູ້! ເຈົ້າມັກຄົນແປກໜ້າຫລາຍກວ່າຜົວຂອງຕົນເອງ. ຍິງໂສເພນີທຸກຄົນໄດ້ຮັບຄ່າຈ້າງ, ແຕ່ເຈົ້າໃຫ້ຂອງຝາກແກ່ຊູ້ຮັກທັງໝົດຂອງເຈົ້າ, ໃຫ້ສິນບົນຈ້າງພວກເຂົາມາຫາເຈົ້າຈາກທຸກບ່ອນ ເພື່ອສະໜອງລາຄະຕັນຫາທັງຫລາຍຂອງເຈົ້າ. ດັ່ງນັ້ນ ໃນຄວາມເປັນໂສເພນີຂອງເຈົ້າ ເຈົ້າຈຶ່ງແຕກຕ່າງຈາກໂສເພນີຄົນອື່ນໆ ຄືບໍ່ມີຜູ້ໃດຕາມຈີບເຈົ້າ ເພື່ອເອົາໃຈເຈົ້າ. ເຈົ້າແຕກຕ່າງຫລາຍ ເພາະວ່າເຈົ້າຍອມຈ່າຍຄ່າຈ້າງ ແຕ່ເຈົ້າບໍ່ໄດ້ສິ່ງໃດຕອບແທນ.
“ ‘ເຫດສະນັ້ນ ຍິງໂສເພນີ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ! ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເພາະເຈົ້າໄດ້ເທລາຄະຕັນຫາ5ຂອງເຈົ້າອອກມາ ແລະ ເຜີຍຮ່າງກາຍທີ່ເປືອຍຂອງຕົນໃຫ້ກັບຊູ້ຮັກທັງຫລາຍຂອງເຈົ້າໂດຍບໍ່ເລືອກໜ້າ ແລະ ເນື່ອງຈາກຮູບເຄົາລົບອັນໜ້າກຽດຊັງຂອງເຈົ້າ ລວມເຖິງການຖວາຍເລືອດຂອງບັນດາລູກຂອງເຈົ້າໃຫ້ແກ່ພະເຫລົ່ານັ້ນ, ເຫດສະນັ້ນ ເຮົາຈະຮວບຮວມເອົາຊູ້ຮັກຂອງເຈົ້າທຸກຄົນກັບຜູ້ທີ່ເຈົ້າຊື່ນຊົມ, ບັນດາຜູ້ທີ່ເຈົ້າຮັກ ແລະ ບັນດາຜູ້ທີ່ເຈົ້າກຽດຊັງ. ເຮົາຈະຮວບຮວມເອົາພວກເຂົາຈາກທຸກດ້ານມາທຳລາຍເຈົ້າ ແລະ ເຮົາຈະປົດເອົາທຸກສິ່ງຈາກເຈົ້າໄປຕໍ່ໜ້າພວກເຂົາ ແລະ ພວກເຂົາທຸກຄົນຈະເຫັນຄວາມເປືອຍເປົ່າຂອງເຈົ້າ. ເຮົາຈະຕັດສິນລົງໂທດເຈົ້າໃນຖານະແມ່ຍິງທີ່ຫລິ້ນຊູ້ ແລະ ຂ້າຄົນ; ເຮົາຈະເຮັດໃຫ້ເຈົ້າອາບເລືອດດ້ວຍຄວາມໂກດຮ້າຍ ແລະ ຄວາມຫຶງຫວງຂອງເຮົາ. ແລ້ວເຮົາຈະມອບເຈົ້າໃຫ້ແກ່ບັນດາຊູ້ຮັກຂອງເຈົ້າ ແລະ ພວກເຂົາຈະພັງທະລາຍເນີນສູງ ແລະ ທຳລາຍສະຖານບູຊາເທິງທີ່ສູງຂອງເຈົ້າ. ພວກເຂົາຈະຢຶດເອົາເຄື່ອງນຸ່ງຂອງເຈົ້າ ແລະ ເອົາເຄື່ອງປະດັບອັນງົດງາມຂອງເຈົ້າໄປ ແລະ ຖິ້ມເຈົ້າໄວ້ໃຫ້ເປືອຍເປົ່າ. ພວກເຂົາຈະຍົກຂະບວນມາສູ້ກັບເຈົ້າ ເຊິ່ງຈະແກວ່ງກ້ອນຫີນໃສ່ເຈົ້າ ແລະ ຈະຟັນເຈົ້າອອກເປັນຕ່ອນໆດ້ວຍດາບຂອງພວກເຂົາ. ພວກເຂົາຈະເຜົາບັນດາເຮືອນຂອງເຈົ້າ ແລະ ລົງໂທດເຈົ້າຕໍ່ໜ້າຕໍ່ຕາແມ່ຍິງຈຳນວນຫລວງຫລາຍ. ເຮົາຈະຢຸດຄວາມເປັນໂສເພນີຂອງເຈົ້າ ແລະ ເຈົ້າຈະບໍ່ຈ່າຍຄ່າຈ້າງໃຫ້ບັນດາຊູ້ຮັກຂອງເຈົ້າອີກຕໍ່ໄປ. ແລ້ວຄວາມໂກດຮ້າຍທີ່ເຮົາມີຕໍ່ເຈົ້າກໍຈະຢຸດຕິລົງ ແລະ ຄວາມຫຶງຫວງຂອງເຮົາຈະຫັນໄປຈາກເຈົ້າ; ເຮົາຈະສະຫງົບອາລົມ ແລະ ຈະບໍ່ໃຈຮ້າຍອີກ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ ເພາະເຈົ້າບໍ່ໄດ້ລະນຶກເຖິງໄວໜຸ່ມຂອງເຈົ້າ ແຕ່ຍົວະໂມໂຫເຮົາດ້ວຍສິ່ງເຫລົ່ານີ້ທັງໝົດ, ເຮົາຈະຕອບແທນເຈົ້າໃຫ້ສົມກັບສິ່ງທີ່ເຈົ້າເຮັດຢ່າງແນ່ນອນ. ເຈົ້າບໍ່ໄດ້ເພີ່ມເຕີມຄວາມລາມົກເຂົ້າກັບການກະທຳອັນໜ້າກຽດຊັງທັງຫລາຍຂອງເຈົ້າບໍ່ແມ່ນບໍ?
“ ‘ທຸກຄົນທີ່ຍົກສຸພາສິດມາກ່າວ ຈະກ່າວເຖິງເຈົ້າດ້ວຍສຸພາສິດນີ້ວ່າ: “ແມ່ເປັນຢ່າງໃດ ລູກສາວກໍເປັນຢ່າງນັ້ນ”. ເຈົ້າເປັນລູກແທ້ໆຂອງແມ່ເຈົ້າ ຜູ້ກຽດຊັງຜົວກັບລູກຂອງຕົນ ແລະ ເຈົ້າເປັນນ້ອງສາວແທ້ໆຂອງບັນດາເອື້ອຍຂອງເຈົ້າ ຜູ້ກຽດຊັງຜົວກັບລູກຂອງຕົນ. ແມ່ຂອງເຈົ້າເປັນຊາວຮິດຕີ ແລະ ພໍ່ຂອງເຈົ້າເປັນຊາວອາໂມ. ເອື້ອຍຂອງເຈົ້າຄືຊາມາເຣຍຜູ້ອາໄສຢູ່ທາງທິດເໜືອກັບລູກສາວທັງຫລາຍຂອງນາງ; ນ້ອງສາວຂອງເຈົ້າຄືໂຊໂດມທີ່ອາໄສຢູ່ທາງໃຕ້ກັບລູກສາວທັງຫລາຍຂອງນາງ. ເຈົ້າບໍ່ພຽງແຕ່ດຳເນີນໃນທາງອັນຊົ່ວຮ້າຍຂອງພວກເຂົາ ແລະ ຮຽນແບບການກະທຳອັນໜ້າກຽດຊັງຂອງພວກເຂົາເທົ່ານັ້ນ, ແຕ່ບໍ່ດົນວິຖີທາງທັງໝົດຂອງເຈົ້າກໍຊົ່ວຮ້າຍຍິ່ງກວ່າພວກເຂົາອີກ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ໂຊໂດມນ້ອງສາວຂອງເຈົ້າກັບບັນດາລູກຂອງນາງຈະຍັງບໍ່ເຄີຍເຮັດສິ່ງທີ່ເຈົ້າກັບລູກສາວທັງຫລາຍຂອງເຈົ້າເຮັດສັນນັ້ນ.
“ ‘ບັດນີ້ ໂຊໂດມນ້ອງສາວຂອງເຈົ້າມີບາບຄື: ນາງກັບບັນດາລູກຂອງນາງໄດ້ຈອງຫອງ, ໄດ້ຮັບການບຳລຸງເກີນຂະໜາດ ແລະ ບໍ່ມີເລື່ອງຕ້ອງກັງວົນອັນໃດ; ພວກເຂົາບໍ່ໄດ້ຊ່ວຍເຫລືອຄົນທຸກຍາກຂັດສົນ. ເຂົາຈອງຫອງ ແລະ ເຮັດສິ່ງທີ່ໜ້າກຽດຊັງຕໍ່ໜ້າເຮົາ. ເຫດສະນັ້ນ ເຮົາຈຶ່ງກຳຈັດພວກເຂົາໄປຕາມທີ່ເຈົ້າໄດ້ເຫັນແລ້ວ. ຊາມາເຣຍເຮັດບາບບໍ່ເທົ່າເຄິ່ງໜຶ່ງເຈົ້າທີ່ເຈົ້າໄດ້ເຮັດ. ເຈົ້າໄດ້ເຮັດສິ່ງທີ່ໜ້າກຽດຊັງຍິ່ງກວ່າທີ່ພວກເຂົາເຮັດ ແລະ ສິ່ງທັງໝົດເຫລົ່ານີ້ທີ່ເຈົ້າກະທຳນັ້ນໄດ້ເຮັດໃຫ້ເອື້ອຍ ແລະ ນ້ອງສາວຂອງເຈົ້າເບິ່ງຄືວ່າຊອບທຳຂຶ້ນ. ເຈົ້າຈົ່ງທົນຮັບຄວາມອັບອາຍ ເພາະເຈົ້າໄດ້ເຮັດໃຫ້ເອື້ອຍ ແລະ ນ້ອງສາວຂອງເຈົ້າເບິ່ງຄືວ່າດີກວ່າ. ເນື່ອງຈາກບາບຂອງເຈົ້ານັ້ນຊົ່ວຊ້າຫລາຍກວ່າຂອງພວກເຂົາ, ພວກເຂົາຈຶ່ງເບິ່ງຄືວ່າເປັນຝ່າຍຊອບທຳກວ່າເຈົ້າ. ດັ່ງນັ້ນ ຈົ່ງລະອາຍໃຈ ແລະ ທົນຮັບຄວາມອັບອາຍຂອງເຈົ້າ ເພາະເຈົ້າໄດ້ເຮັດໃຫ້ເອື້ອຍ ແລະ ນ້ອງສາວຂອງເຈົ້າເບິ່ງຄືວ່າຊອບທຳ.
“ ‘ເຖິງຢ່າງໃດກໍຕາມ, ເຮົາຈະຄືນຄວາມຮຸ່ງເຮືອງໃຫ້ແກ່ໂຊໂດມກັບບັນດາລູກສາວຂອງນາງ ແລະ ຄືນໃຫ້ແກ່ຊາມາເຣຍກັບບັນດາລູກສາວຂອງນາງ ແລະ ຄືນຄວາມຮຸ່ງເຮືອງໃຫ້ແກ່ເຈົ້າດ້ວຍ. ເພື່ອເຈົ້າຈະທົນຮັບຄວາມອັບອາຍ ແລະ ລະອາຍໃຈໃນທຸກສິ່ງທີ່ພວກເຈົ້າໄດ້ເຮັດ ເຊິ່ງເປັນການເລົ້າໂລມໃຈພວກເຂົາ. ແລ້ວເອື້ອຍກັບນ້ອງສາວຂອງເຈົ້າຄື ໂຊໂດມກັບບັນດາລູກຂອງນາງ ແລະ ຊາມາເຣຍກັບບັນດາລູກຂອງນາງຈະຄືນສູ່ສະພາບເດີມ ແລະ ເຈົ້າກັບບັນດາລູກຂອງເຈົ້າກໍຈະຄືນສູ່ສະພາບເດີມດ້ວຍ. ເຈົ້າບໍ່ຍອມແມ່ນແຕ່ເວົ້າເຖິງໂຊໂດມນ້ອງສາວຂອງເຈົ້າໃນວັນແຫ່ງຄວາມຈອງຫອງຂອງເຈົ້າ. ກ່ອນໜ້າຄວາມຊົ່ວຮ້າຍຂອງເຈົ້າຈະຖືກເປີດເຜີຍ. ເຖິງປານນັ້ນ, ເວລານີ້ເຈົ້າກໍຖືກດູຖູກໂດຍບັນດາລູກສາວແຫ່ງເອໂດມ6 ແລະ ເພື່ອນບ້ານທັງໝົດຂອງນາງ ແລະ ບັນດາລູກສາວຂອງຊາວຟີລິດສະຕິນ ຄືທຸກຄົນທີ່ຢູ່ອ້ອມໂຕເຈົ້າກໍດູຖູກເຈົ້າ. ເຈົ້າຈະຕ້ອງທົນຮັບຜົນຈາກຄວາມລາມົກຂອງເຈົ້າ ແລະ ການກະທຳອັນໜ້າກຽດຊັງຂອງເຈົ້າ, ພຣະເຈົ້າຢາເວປະກາດດັ່ງນັ້ນ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະຈັດການກັບເຈົ້າຢ່າງໜັກ ເພາະເຈົ້າດູໜິ່ນຄຳປະຕິຍານຂອງເຮົາໂດຍລະເມີດຄຳໝັ້ນສັນຍາ. ເຖິງປານນັ້ນເຮົາກໍຈະລະນຶກເຖິງຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ກັບເຈົ້າເມື່ອຄັ້ງທີ່ເຈົ້າຍັງໜຸ່ມ ແລະ ເຮົາຈະຕັ້ງຄຳໝັ້ນສັນຍາອັນນິລັນດອນກັບເຈົ້າ. ແລ້ວເຈົ້າຈະລະນຶກເຖິງວິຖີທາງຂອງເຈົ້າ ແລະ ລະອາຍໃຈເມື່ອເຮົາຍົກເອື້ອຍກັບນ້ອງສາວຂອງເຈົ້າໃຫ້ເປັນລູກສາວຂອງເຈົ້າ. ແຕ່ບໍ່ແມ່ນຕາມຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ກັບເຈົ້າ. ດັ່ງນັ້ນ ເຮົາຈະຕັ້ງຄຳໝັ້ນສັນຍາຂອງເຮົາໄວ້ກັບເຈົ້າ ແລ້ວກໍເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. ເມື່ອນັ້ນເຮົາຈະລົບລ້າງມົນທິນບາບໃຫ້ເຈົ້າສຳລັບທຸກສິ່ງທີ່ເຈົ້າໄດ້ເຮັດ, ເຈົ້າຈະລະນຶກໄດ້ ແລະ ລະອາຍໃຈ ແລະ ບໍ່ກ້າເປີດປາກຂອງເຈົ້າອີກເລີຍເພາະຄວາມລະອາຍຂອງເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
Source notes (6)
- Footnote ພາສາເຮັບເຣີປະໂຫຍກນີ້ມີຄວາມໝາຍບໍ່ຊັດເຈນ
- Footnote ຫລື ໃຫ້ພວກເຂົາລຸຍໄຟ
- Footnote ຫລື ຄານເດອາ
- Footnote ຫລື ເປັນຫຍັງເຈົ້າຄືອ່ອນໄຫວໃຈງ່າຍ
- Footnote ຫລື ຄວາມຮັ່ງມີ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບ ແລະ ສະບັບ LXX. ແລະ Vulg. ວ່າ ອາຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.