Biblica® Open Lao Contemporary Version
ເອເຊກຽນ 15
ເຢຣູຊາເລັມເປັນເຄືອອະງຸ່ນທີ່ບໍ່ມີປະໂຫຍດ
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: “ບຸດມະນຸດ, ໄມ້ຂອງເຄືອອະງຸ່ນນັ້ນມີຫຍັງດີກວ່າງ່າຂອງຕົ້ນໄມ້ອື່ນໆທີ່ຢູ່ໃນປ່າບໍ? ໄມ້ຂອງເຄືອອະງຸ່ນຈະນຳມາໃຊ້ປະໂຫຍດຫຍັງໄດ້ແດ່? ເອົາໄມ້ຂອງເຄືອອະງຸ່ນມາເຮັດເປັນຂໍເພື່ອໃຊ້ຫ້ອຍສິ່ງຕ່າງໆໄດ້ບໍ? ແລະ ຫລັງຈາກທີ່ມັນຖືກຖິ້ມລົງໄປໃນໄຟເພື່ອເປັນເຊື້ອໄຟ ແລະ ໄຟໄໝ້ປາຍທັງສອງຂ້າງ ແລະ ລຸກໄໝ້ທາງກາງແລ້ວ ມັນຈະໃຊ້ປະໂຫຍດຫຍັງໄດ້? ຖ້າຫາກວ່າມັນບໍ່ມີປະໂຫຍດຫຍັງທັງທີ່ມັນຍັງດີຢູ່, ເມື່ອມັນຖືກໄຟໄໝ້ແລ້ວມັນຈະມີປະໂຫຍດຫຍັງ?
“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວດັ່ງນີ້ວ່າ: ເຮົາໄດ້ໃຫ້ໄມ້ຂອງເຄືອອະງຸ່ນທີ່ຢູ່ທ່າມກາງໄມ້ປ່າທັງຫລາຍເພື່ອເປັນເຊື້ອໄຟສັນໃດ ເຮົາກໍຈະປະຕິບັດຕໍ່ຄົນທີ່ອາໄສຢູ່ໃນເຢຣູຊາເລັມສັນນັ້ນ. ເຮົາຈະຕັ້ງຕົນເປັນສັດຕູກັບພວກເຂົາ. ເຖິງແມ່ນວ່າພວກເຂົາຈະໜີອອກມາຈາກໄຟກໍຕາມ, ໄຟກໍຍັງຈະເຜົາໄໝ້ພວກເຂົາ ແລະ ເມື່ອເຮົາຕັ້ງຕົນເປັນສັດຕູກັບພວກເຂົາ, ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ. ເຮົາຈະເຮັດໃຫ້ດິນແດນນັ້ນຖືກຖິ້ມຮົກຮ້າງ ເພາະພວກເຂົາບໍ່ສັດຊື່, ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະກາດດັ່ງນັ້ນ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.