Biblica® Open Lao Contemporary Version
ອົບພະຍົບ 6
ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດແກ່ຟາໂຣຄື: ລາວຈະປ່ອຍພວກເຂົາໄປເພາະມືອັນມີລິດອຳນາດຍິ່ງໃຫຍ່ຂອງເຮົາ; ລາວຈະຂັບໄລ່ພວກເຂົາອອກໄປຈາກປະເທດຂອງລາວເພາະມືອັນມີລິດອຳນາດຍິ່ງໃຫຍ່ຂອງເຮົາ”.
ພຣະເຈົ້າຍັງໄດ້ເວົ້າກັບໂມເຊວ່າ, “ເຮົາແມ່ນພຣະເຈົ້າຢາເວ. ເຮົາໄດ້ປາກົດແກ່ອັບຣາຮາມ, ແກ່ອີຊາກ ແລະ ແກ່ຢາໂຄບໃນຖານະພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່,1 ແຕ່ເຮົາບໍ່ໄດ້ສະແດງຕົວເຮົາເອງໃຫ້ພວກເຂົາຮູ້ຈັກໃນນາມຂອງພຣະເຈົ້າຢາເວ,2 ເຮົາຍັງໄດ້ຕັ້ງພັນທະສັນຍາຂອງເຮົາກັບພວກເຂົາວ່າຈະມອບດິນແດນການາອານບ່ອນທີ່ພວກເຂົາເຄີຍອາໄສຢູ່ໃນຖານະຄົນຕ່າງດ້າວນັ້ນໃຫ້ແກ່ພວກເຂົາ. ຫລາຍກວ່ານັ້ນອີກ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ເຊິ່ງກຳລັງຕົກເປັນທາດຂອງຊາວເອຢິບ ແລະ ເຮົາໄດ້ລະນຶກເຖິງພັນທະສັນຍາຂອງເຮົາ.
“ເຫດສະນັ້ນ ຈົ່ງບອກຊາວອິດສະຣາເອນວ່າ: ‘ເຮົາຄືພຣະເຈົ້າຢາເວ ແລະ ເຮົາຈະນຳເອົາພວກເຈົ້າອອກຈາກການຢູ່ໃຕ້ແອກຂອງຊາວເອຢິບ. ເຮົາຈະໃຫ້ປົດປ່ອຍພວກເຈົ້າຈາກການເປັນຂ້າທາດຂອງພວກເຂົາ ແລະ ເຮົາຈະໄຖ່ພວກເຈົ້າດ້ວຍແຂນທີ່ໄດ້ຢຽດອອກ ແລະ ດ້ວຍການພິພາກສາລົງໂທດຢ່າງໜັກ. ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາເອງ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ນຳເອົາພວກເຈົ້າອອກຈາກການຢູ່ໃຕ້ແອກຂອງຊາວເອຢິບ. ເຮົາຈະນຳເອົາພວກເຈົ້າໄປຍັງດິນແດນທີ່ເຮົາໄດ້ຍົກມືສາບານໄວ້ວ່າຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຮົາຈະມອບດິນແດນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ’ ”.
ໂມເຊໄດ້ລາຍງານເລື່ອງນີ້ແກ່ຊາວອິດສະຣາເອນ, ແຕ່ພວກເຂົາບໍ່ໄດ້ຟັງເພິ່ນ ເພາະພວກເຂົາໝົດກຳລັງໃຈ ແລະ ຖືກໃຊ້ແຮງງານໜັກ.
ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງໄປ, ຈົ່ງບອກຟາໂຣກະສັດແຫ່ງເອຢິບໃຫ້ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງລາວ”.
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ຖ້າຊາວອິດສະຣາເອນຈະບໍ່ຍອມຟັງຂ້ານ້ອຍ, ແລ້ວເປັນຫຍັງຟາໂຣຈຶ່ງຈະຍອມຟັງຂ້ານ້ອຍ, ເນື່ອງຈາກວ່າຂ້ານ້ອຍເວົ້າບໍ່ເກັ່ງ3?”
ການບັນທຶກກ່ຽວກັບຄອບຄົວຂອງໂມເຊ ແລະ ອາໂຣນ
ບັດນີ້ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນກ່ຽວກັບຊາວອິດສະຣາເອນ ແລະ ຟາໂຣກະສັດແຫ່ງເອຢິບ, ແລ້ວພຣະອົງກໍໄດ້ສັ່ງພວກເພິ່ນໃຫ້ນຳເອົາຊາວອິດສະຣາເອນອອກຈາກເອຢິບ.
ຕໍ່ໄປນີ້ເປັນລາຍຊື່ຫົວໜ້າຄອບຄົວ4ຕ່າງໆຂອງພວກເຂົາມີຄື:
ຣູເບັນຜູ້ທີ່ເປັນລູກຊາຍກົກຂອງອິດສະຣາເອນມີລູກຊາຍຊື່ວ່າ:
ຮານົກ ແລະ ປານລູ, ເຮຊະໂຣນ ແລະ ການໝີ.
ຄົນເຫລົ່ານີ້ຢູ່ໃນຕະກຸນຣູເບັນ.
ຊີເມໂອນມີລູກຊາຍຊື່ວ່າ:
ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ ຜູ້ເປັນລູກຊາຍຂອງຍິງຊາວການາອານ.
ຄົນເຫລົ່ານີ້ຢູ່ໃນຕະກຸນຊີເມໂອນ.
ຕໍ່ໄປນີ້ແມ່ນລາຍຊື່ລູກຊາຍຂອງເລວີຕາມລຳດັບການບັນທຶກຂອງພວກເຂົາມີຄື:
ເກໂຊນ, ໂກຮາດ ແລະ ເມຣາຣິ.
(ເລວີມີຊີວິດຢູ່ໄດ້ 137 ປີ).
ລູກຊາຍຂອງເກໂຊນຕາມຕະກຸນມີຄື:
ລິບນີ ແລະ ຊີເມອີ.
ລູກຊາຍຂອງໂກຮາດມີຄື:
ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
(ໂກຮາດມີຊີວິດຢູ່ໄດ້ 133 ປີ.)
ບັນດາລູກຊາຍຂອງເມຣາຣິມີຄື:
ມາຮະລີ ແລະ ມູຊີ.
ຄົນເຫລົ່ານີ້ລ້ວນແຕ່ເປັນຕະກຸນຂອງເລວີຕາມການບັນທຶກຂອງພວກເຂົາ.
ອຳຣາມໄດ້ແຕ່ງງານກັບໂຢເກເບັດນ້ອງສາວພໍ່ຂອງຕົນ, ຜູ້ທີ່ເກີດອາໂຣນ ແລະ ໂມເຊ.
(ອຳຣາມມີຊີວິດຢູ່ໄດ້ 137 ປີ.)
ລູກຊາຍຂອງອີຊະຮາດມີຄື:
ໂກຣາ, ເນເຟັກ ແລະ ຊີກະຣີ.
ລູກຊາຍຂອງອຸດຊີເອນມີຄື:
ມີຊາເອນ, ເອັນສາຟັນ ແລະ ສິດທະຣີ.
ອາໂຣນໄດ້ແຕ່ງງານກັບເອລີເຊບາລູກສາວຂອງອຳມີນາດາບ ແລະ ເປັນນ້ອງສາວຂອງນາໂຊນ, ແລ້ວນາງໄດ້ເກີດລູກໃຫ້ເພິ່ນຄື: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
ລູກຊາຍຂອງໂກຣາມີຄື:
ອັດຊີເຣ, ເອນການາ ແລະ ອາບີອາສັບ.
ຄົນເຫລົ່ານີ້ແມ່ນຢູ່ໃນຕະກຸນໂກຣາ.
ເອເລອາຊາລູກຊາຍຂອງອາໂຣນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງປູຕີເອນ ແລະ ນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ເພິ່ນຊື່ວ່າຟີເນຮາ.
ຄົນເຫລົ່ານີ້ເປັນຫົວໜ້າຄອບຄົວເລວີຕາມຕະກຸນ.
ແມ່ນອາໂຣນ ແລະ ໂມເຊນີ້ແຫລະ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳເອົາຊາວອິດສະຣາເອນອອກຈາກເອຢິບຕາມກຸ່ມຂອງພວກເຂົາ”. ໂມເຊ ແລະ ອາໂຣນເປັນຜູ້ທີ່ເວົ້າກັບຟາໂຣກະສັດແຫ່ງເອຢິບກ່ຽວກັບການນຳເອົາຊາວອິດສະຣາເອນອອກຈາກເອຢິບ.
ອາໂຣນກ່າວແທນໂມເຊ
ເມື່ອພຣະເຈົ້າຢາເວໄດ້ເວົ້າກັບໂມເຊຢູ່ໃນເອຢິບ, ພຣະອົງໄດ້ເວົ້າກັບເພິ່ນວ່າ, “ເຮົາຄືພຣະເຈົ້າຢາເວ. ຈົ່ງບອກຟາໂຣກະສັດແຫ່ງເອຢິບທຸກສິ່ງຕາມທີ່ເຮົາໄດ້ບອກເຈົ້າແລ້ວ”.
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ເນື່ອງຈາກວ່າຂ້ານ້ອຍເວົ້າບໍ່ເກັ່ງ, ແລ້ວເປັນຫຍັງຟາໂຣຈຶ່ງຈະຟັງຂ້ານ້ອຍ?”
Source notes (4)
- Footnote ພາສາເຮັບເຣີວ່າ ແອວຊາດາຍ
- Footnote ເບິ່ງ ອພຍ 3:15 (ເປັນຄຳອະທິບາຍ)
- Footnote ພາສາເຮັບເຣີວ່າ ຮີມສົບຂອງຂ້ານ້ອຍບໍ່ໄດ້ຮັບພິທີຕັດ; ເໝືອນກັນກັບຂໍ້ 30
- Footnote ຄຳພາສາເຮັບເຣີມີຄວາມໝາຍວ່າ ຄອບຄົວ ໃນທີ່ນີ້ ແລະ ໃນຂໍ້ 25 ໝາຍເຖິງ ຫົວໜ່ວຍທີ່ໃຫຍ່ກວ່າຕະກຸນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.