Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 5

ເຮັດ​ດິນຈີ່​ໂດຍ​ບໍ່​ມີ​ເຟືອງ

ຫລັງຈາກ​ນັ້ນ ໂມເຊ​ກັບ​ອາໂຣນ​ກໍ​ໄດ້​ໄປ​ພົບ​ຟາໂຣ ແລະ ໄດ້​ເວົ້າ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ກ່າວ​ຄື: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດ​ງານສະຫລອງ​ໃຫ້​ເຮົາ​ໃນ​ຖິ່ນແຫ້ງແລ້ງກັນດານ’ ”.

ຟາໂຣ​ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ເປັນ​ຜູ້ໃດ​ທີ່​ເຮົາ​ຈະ​ຕ້ອງ​ເຊື່ອຟັງ​ເພິ່ນ ແລະ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ? ເຮົາ​ບໍ່​ຮູ້​ຈັກ​ພຣະເຈົ້າຢາເວ ແລະ ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ”.

ແລ້ວ​ພວກເພິ່ນ​ຈຶ່ງ​ໄດ້​ຕອບ​ວ່າ, “ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ປາກົດ​ແກ່​ພວກຂ້ານ້ອຍ. ບັດນີ້ ຂໍ​ອະນຸຍາດ​ໃຫ້​ພວກຂ້ານ້ອຍ​ເດີນທາງ​ເປັນ​ເວລາ​ສາມ​ວັນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ບໍ່​ດັ່ງນັ້ນ​ພຣະອົງ​ຈະ​ຕີ​ພວກ​ຂ້ານ້ອຍ​ດ້ວຍ​ໂລກລະບາດ ຫລື ດ້ວຍ​ດາບ”.

ແຕ່​ກະສັດ​ແຫ່ງ​ເອຢິບ​ໄດ້​ເວົ້າ​ວ່າ, “ໂມເຊ ແລະ ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ເອົາ​ຄົນ​ໄປ​ຈາກ​ການ​ງານ​ຂອງ​ພວກເຂົາ? ຈົ່ງ​ກັບ​ໄປ​ເຮັດ​ວຽກ​ຂອງ​ພວກເຈົ້າ!” ແລ້ວ​ຟາໂຣ​ຈຶ່ງ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ, ປະຊາຊົນ​ໃນ​ດິນແດນ​ນີ້​ດຽວ​ນີ້​ກໍ​ມີ​ຈຳນວນ​ຫລວງຫລາຍ ແລະ ພວກເຈົ້າ​ກໍ​ກຳລັງ​ຢຸດ​ພວກເຂົາ​ບໍ່​ໃຫ້​ເຮັດວຽກ”.

ໃນ​ວັນ​ດຽວ​ກັນ​ນັ້ນ ຟາໂຣ​ໄດ້​ອອກ​ຄຳສັ່ງ​ນີ້​ແກ່​ບັນດາ​ຜູ້ຄຸມ​ຂ້າທາດ ແລະ ຜູ້ຄຸມ​ຄົນງານ​ທີ່​ຮັບຜິດຊອບ​ປະຊາຊົນ​ວ່າ: “ພວກເຈົ້າ​ຢ່າ​ໄດ້​ຈັດຫາ​ເຟືອງ​ສຳລັບ​ເຮັດ​ດິນຈີ່​ໃຫ້​ປະຊາຊົນ​ອີກ; ປ່ອຍ​ໃຫ້​ພວກເຂົາ​ໄປ​ຫາ​ເກັບ​ເອົາ​ເຟືອງ​ເອງ. ແຕ່​ກຳນົດ​ໃຫ້​ພວກເຂົາ​ເຮັດ​ດິນຈີ່​ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ; ບໍ່​ໃຫ້​ຫລຸດ​ຈຳນວນ​ທີ່​ກຳນົດ​ໄວ້. ພວກເຂົາ​ຂີ້ຄ້ານ; ດ້ວຍເຫດນີ້​ພວກເຂົາ​ຈຶ່ງ​ຮ້ອງຂໍ​ວ່າ, ‘ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ໄປ ແລະ ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ’. ຈົ່ງ​ໃຫ້​ປະຊາຊົນ​ເຮັດ​ວຽກ​ໜັກ​ຫລາຍ​ຂຶ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດວຽກ​ຕໍ່ໄປ ແລະ ບໍ່​ສົນໃຈ​ຕໍ່​ຄຳຕົວະ​ຕ່າງໆ”.

ຫລັງຈາກນັ້ນ ຜູ້ຄຸມ​ຂ້າທາດ ແລະ ຜູ້ຄຸມ​ຄົນງານ​ຈຶ່ງ​ໄດ້​ອອກ​ໄປ​ບອກ​ປະຊາຊົນ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ຟາໂຣ​ກ່າວ​ຄື: ‘ເຮົາ​ຈະ​ບໍ່​ເອົາ​ເຟືອງ​ໃຫ້​ແກ່​ພວກເຈົ້າ​ອີກ. ຈົ່ງ​ໄປ​ເກັບ​ເອົາ​ເຟືອງ​ເອງ​ຢູ່​ບ່ອນ​ໃດ​ກໍ​ໄດ້​ຕາມ​ທີ່​ພວກເຈົ້າ​ສາມາດ​ຊອກຫາ​ເຟືອງ​ນັ້ນ​ໄດ້, ແຕ່​ວຽກງານ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ບໍ່​ຫລຸດ​ລົງ’ ”. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ກະຈາຍ​ກັນ​ໄປ​ທົ່ວ​ເອຢິບ​ເພື່ອ​ຮວບຮວມ​ເອົາ​ຕໍ​ເຟືອງ​ມາ​ໃຊ້​ເປັນ​ເຟືອງ. ຜູ້ຄຸມ​ຂ້າທາດ​ກໍ​ສືບຕໍ່​ກົດດັນ​ພວກເຂົາ ໂດຍ​ເວົ້າ​ວ່າ, “ໃນ​ແຕ່ລະວັນ​ພວກເຈົ້າ​ຕ້ອງ​ເຮັດ​ດິນຈີ່​ໃຫ້​ໄດ້​ຄົບ​ຕາມ​ຈຳນວນ​ເໝືອນກັນ​ກັບ​ຕອນ​ທີ່​ພວກເຈົ້າ​ໄດ້​ຮັບ​ເຟືອງ”. ແລະ ບັນດາ​ຜູ້ຄຸມ​ທາດ​ຂອງ​ຟາໂຣ​ກໍ​ຂ້ຽນຕີ​ບັນດາ​ຜູ້ຄຸມ​ຄົນງານ​ຊາວ​ອິດສະຣາເອນ​ທີ່​ພວກເຂົາ​ໄດ້​ແຕ່ງຕັ້ງ​ມາ ໂດຍ​ຖາມ​ວ່າ, “ເປັນຫຍັງ​ມື້​ນີ້ ແລະ ມື້ວານ​ນີ້​ພວກເຈົ້າ​ຈຶ່ງ​ເຮັດ​ດິນຈີ່​ບໍ່​ໄດ້​ຄົບ​ຕາມ​ຈຳນວນ​ຄື​ແຕ່​ກ່ອນ?”

ແລ້ວ​ບັນດາ​ຜູ້ຄຸມ​ຄົນງານ​ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ໄປ​ພົບ​ຟາໂຣ ແລະ ຮ້ອງທຸກ​ວ່າ: “ເປັນຫຍັງ​ທ່ານ​ຈຶ່ງ​ປະຕິບັດ​ຕໍ່​ຜູ້ຮັບໃຊ້​ຂອງ​ທ່ານ​ຢ່າງນີ້? ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ບໍ່​ໄດ້​ຮັບ​ເຟືອງ, ແຕ່​ພວກເຮົາ​ໄດ້​ຮັບ​ຄຳສັ່ງ​ວ່າ, ‘ຈົ່ງ​ເຮັດ​ດິນຈີ່!’ ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ຖືກ​ຂ້ຽນຕີ, ແຕ່​ຄວາມຜິດ​ນັ້ນ​ແມ່ນ​ຢູ່​ກັບ​ຄົນ​ຂອງ​ທ່ານ​ເອງ”.

ຟາໂຣ​ຈຶ່ງ​ກ່າວ​ວ່າ, “ຂີ້ຄ້ານ, ພວກເຈົ້າ​ປັນ​ຄົນ​ຂີ້ຄ້ານ​ແທ້ໆ! ດ້ວຍ​ເຫດ​ນີ້​ພວກເຈົ້າ​ຈຶ່ງ​ມັກ​ເວົ້າ​ວ່າ, ‘ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ’. ຈົ່ງ​ໄປ​ເຮັດວຽກ​ດຽວ​ນີ້. ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ເຟືອງ​ໃດໆ, ແຕ່​ພວກເຈົ້າ​ຕ້ອງ​ເຮັດ​ດິນຈີ່​ໃຫ້​ໄດ້​ຄົບ​ຈຳນວນ​ທີ່​ກຳນົດ​ໄວ້”.

ບັນດາ​ຜູ້ຄຸມ​ຄົນງານ​ຊາວ​ອິດສະຣາເອນ​ສຳນຶກ​ໄດ້​ວ່າ​ພວກເຂົາ​ກຳລັງ​ຕົກ​ຢູ່​ໃນ​ຄວາມ​ລຳບາກ​ເມື່ອ​ພວກເຂົາ​ໄດ້​ຮັບ​ຄຳສັ່ງ​ວ່າ, “ພວກເຈົ້າ​ຕ້ອງ​ເຮັດ​ດິນຈີ່​ບໍ່​ໃຫ້​ຫລຸດ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຕ່ລະວັນ”. ເມື່ອ​ພວກເຂົາ​ໄດ້​ໄປ​ຈາກ​ຟາໂຣ​ແລ້ວ, ພວກເຂົາ​ກໍ​ໄດ້​ພົບ​ໂມເຊ ແລະ ອາໂຣນ​ທີ່​ກຳລັງ​ລໍຖ້າ​ພົບ​ພວກເຂົາ​ຢູ່, ແລ້ວ​ພວກເພິ່ນ​ຈຶ່ງ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເຝົ້າ​ເບິ່ງ​ພວກເຈົ້າ ແລະ ຕັດສິນ​ພວກເຈົ້າ! ພວກເຈົ້າ​ໄດ້​ເຮັດ​ໃຫ້​ຟາໂຣ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ ແລະ ເອົາ​ດາບ​ໃສ່​ມື​ພວກເຂົາ​ເພື່ອ​ຂ້າ​ພວກເຮົາ”.

ພຣະເຈົ້າ​ສັນຍາ​ເຖິງ​ການ​ປົດປ່ອຍ

ໂມເຊ​ໄດ້​ກັບ​ຄືນ​ໄປ​ຫາ​ພຣະເຈົ້າຢາເວ ແລະ ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ, ເປັນຫຍັງ​ພຣະອົງ​ຈຶ່ງ​ນຳເອົາ​ຄວາມ​ເດືອດຮ້ອນ​ມາ​ໃສ່​ປະຊາຊົນ​ເຫລົ່ານີ້? ຍ້ອນ​ເຫດ​ນີ້​ພຣະອົງ​ຈຶ່ງ​ໄດ້​ສົ່ງ​ຂ້ານ້ອຍ​ມາ​ບໍ? ຕັ້ງແຕ່​ຂ້ານ້ອຍ​ໄດ້​ໄປ​ຫາ​ຟາໂຣ​ເພື່ອ​ກ່າວ​ໃນ​ນາມ​ຂອງ​ພຣະອົງ​ແລ້ວ, ຟາໂຣ​ໄດ້​ນຳເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ເຫລົ່ານີ້ ແລະ ພຣະອົງ​ບໍ່​ໄດ້​ກອບກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ​ເລີຍ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.