Biblica® Open Lao Contemporary Version
ອົບພະຍົບ 31
ເບຊາເລນ ແລະ ໂອໂຮຣີອາບ
(ອພຍ 35:30-35)
ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເບິ່ງແມ, ເຮົາໄດ້ເລືອກເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣ ຈາກເຜົ່າຢູດາ, ແລະ ເຮົາໃຫ້ລາວເຕັມລົ້ນດ້ວຍພຣະວິນຍານຂອງພຣະເຈົ້າ, ດ້ວຍປັນຍາ, ດ້ວຍຄວາມເຂົ້າໃຈ, ດ້ວຍຄວາມຮູ້ ແລະ ດ້ວຍຄວາມຊຳນານໃນທຸກວິຊາການ ເພື່ອອອກແບບເຄື່ອງຄຳ, ເຄື່ອງເງິນ ແລະ ເຄື່ອງທອງສຳລິດຢ່າງປານີດ, ເພື່ອເຈຍລະໄນເພັດພອຍຕ່າງໆ, ເພື່ອແກະສະຫລັກໄມ້ ແລະ ງານສີມືທຸກຮູບແບບ. ຫລາຍກວ່ານັ້ນ, ເຮົາໄດ້ແຕ່ງຕັ້ງໂອໂຮລິອາບ ລູກຊາຍຂອງອາຮີຊາມັກຈາກເຜົ່າດານ ໃຫ້ເປັນຜູ້ຊ່ວຍຂອງລາວ.
“ເຮົາຍັງໄດ້ໃຫ້ຄວາມສາມາດແກ່ຊ່າງທີ່ຊຳນານທຸກຄົນ ເພື່ອເຮັດທຸກສິ່ງທີ່ເຮົາໄດ້ສັ່ງເຈົ້າໄວ້ຄື:
“ເຕັນນັດພົບ,
ຫີບພັນທະສັນຍາ ເຊິ່ງມີຝາຫີບທີ່ເປັນບ່ອນລົບລ້າງບາບຢູ່ດ້ານເທິງຂອງຫິບນັ້ນ
ແລະ ເຄື່ອງໃຊ້ອື່ນໆທັງໝົດຂອງເຕັນ.
ໂຕະ ແລະ ເຄື່ອງໃຊ້ຕ່າງໆ,
ຫລັກຕະກຽງຄຳບໍລິສຸດພ້ອມອຸປະກອນຕ່າງໆທັງໝົດ,
ແທ່ນເຜົາເຄື່ອງຫອມ,
ແທ່ນເຜົາເຄື່ອງບູຊາ ແລະ ເຄື່ອງໃຊ້ທັງໝົດປະຈໍາແທ່ນ,
ອ່າງ ແລະ ຕີນຮອງອ່າງ,
ແລະ ລວມທັງເຄື່ອງແຕ່ງກາຍ
ທີ່ປັກແສ່ວສຳລັບອາໂຣນຜູ້ເປັນປະໂລຫິດ
ແລະ ເຄື່ອງແຕ່ງກາຍສຳລັບບັນດາລູກຊາຍຂອງລາວເມື່ອພວກເຂົາປະຕິບັດໜ້າທີ່ປະໂລຫິດ.
ແລະ ນ້ຳມັນເຈີມ ແລະ ເຄື່ອງຫອມສຳລັບສະຖານທີ່ບໍລິສຸດ.
“ໃຫ້ພວກເຂົາເຮັດສິ່ງເຫລົ່ານີ້ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້”.
ວັນຊະບາໂຕ
ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າ, ‘ພວກເຈົ້າຕ້ອງຖືຮັກສາວັນຊະບາໂຕຂອງເຮົາ. ນີ້ຈະເປັນໝາຍສຳຄັນລະຫວ່າງເຮົາ ແລະ ເຈົ້າຕະຫລອດໄປທຸກຊົ່ວອາຍຸ, ເພື່ອເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ຜູ້ທີ່ເຮັດໃຫ້ເຈົ້າບໍລິສຸດ.
“ ‘ຈົ່ງຖືຮັກສາວັນຊະບາໂຕ ເພາະວັນຊະບາໂຕເປັນວັນບໍລິສຸດສຳລັບເຈົ້າ. ຜູ້ໃດລົບຫລູ່ວັນຊະບາໂຕຈະຕ້ອງມີໂທດເຖິງຕາຍ; ບັນດາຜູ້ທີ່ເຮັດວຽກໃນວັນນັ້ນຕ້ອງຖືກຕັດອອກຈາກປະຊາກອນຂອງພວກເຂົາ. ຈົ່ງເຮັດວຽກພຽງຫົກວັນ, ສ່ວນວັນທີເຈັດຈະເປັນວັນຊະບາໂຕເພື່ອການຢຸດພັກ, ເປັນວັນທີ່ແຍກໄວ້ເພື່ອພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນຊະບາໂຕຈະຕ້ອງມີໂທດເຖິງຕາຍ. ຊາວອິດສະຣາເອນຈະຕ້ອງຖືຮັກສາວັນຊະບາໂຕ ແລະ ສະເຫລີມສະຫລອງວັນນັ້ນຕະຫລອດໄປທຸກຊົ່ວອາຍຸ ເປັນພັນທະສັນຍາຕະຫລອດໄປ. ວັນນີ້ຈະເປັນໝາຍສຳຄັນລະຫວ່າງເຮົາກັບຊາວອິດສະຣາເອນຕະຫລອດໄປ, ເພາະໃນຫົກວັນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະ ໂລກ, ແລ້ວໃນວັນທີເຈັດພຣະອົງໄດ້ຢຸດພັກ ແລະ ໄດ້ຮັບຄວາມສົດຊື່ນ’ ”.
ເມື່ອພຣະເຈົ້າຢາເວເວົ້າກັບໂມເຊຢູ່ເທິງພູເຂົາຊີນາຍຈົບແລ້ວ, ພຣະອົງໄດ້ມອບຫີນສອງແຜ່ນທີ່ຈາລຶກພັນທະສັນຍາໃຫ້ແກ່ໂມເຊ, ແຜ່ນຫີນນັ້ນຈາລຶກໂດຍນິ້ວມືຂອງພຣະເຈົ້າ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.