Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 30

ແທ່ນບູຊາ​ສຳລັບ​ເຜົາ​ເຄື່ອງຫອມ

(ອພຍ 37:25-28)

“ຈົ່ງ​ໃຊ້​ໄມ້ກະຖິນ​ເຮັດ​ແທ່ນບູຊາ​ສຳລັບ​ເຜົາ​ເຄື່ອງຫອມ. ແທ່ນ​ນັ້ນ​ຈະ​ຕ້ອງ​ເຮັດ​ເປັນ​ສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ1 ເຂົາ​ຂອງ​ແທ່ນ​ໃຫ້​ເຮັດ​ເປັນ​ເນື້ອ​ດຽວ​ກັນ​ກັບ​ແທ່ນ. ຈົ່ງ​ໂອບ​ດ້ານ​ເທິງ, ດ້ານ​ຂ້າງ​ທຸກ​ດ້ານ ແລະ ເຂົາ​ຕ່າງໆ​ດ້ວຍ​ຄຳ​ບໍລິສຸດ, ແລ້ວ​ເຮັດ​ຂອບ​ຄຳ​ອ້ອມ​ແທ່ນບູຊາ. ຈົ່ງ​ເຮັດ​ບ້ວງ​ຄຳ​ສອງ​ອັນ​ໃສ່​ກ້ອງ​ຂອບ​ແທ່ນ​ທັງ​ສອງ​ດ້ານ ຄື​ຂ້າງ​ລະ​ສອງ​ອັນ ເພື່ອ​ສອດ​ຄານຫາມ​ເວລາ​ເຄື່ອນຍ້າຍ​ແທ່ນ. ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ ແລະ ໂອບ​ຄານຫາມ​ນັ້ນ​ດ້ວຍ​ຄຳ. ຈົ່ງ​ຕັ້ງ​ແທ່ນບູຊາ​ນີ້​ໄວ້​ຕໍ່ໜ້າ​ຜ້າກັ້ງ​ທີ່​ບັງ​ຫີບ​ພັນທະສັນຍາ ຄື​ຢູ່​ຕໍ່ໜ້າ​ທີ່​ນັ່ງ​ແຫ່ງ​ພຣະຄຸນ​ທີ່​ຢູ່​ເໜືອ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ ບ່ອນ​ທີ່​ເຮົາ​ຈະ​ພົບ​ກັບ​ເຈົ້າ.

“ອາໂຣນ​ຕ້ອງ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ທຸກໆ​ເຊົ້າ​ເວລາ​ທີ່​ລາວ​ມາ​ບົວລະບັດ​ຕະກຽງ. ລາວ​ຕ້ອງ​ເຜົາ​ເຄື່ອງຫອມ​ອີກ​ເທື່ອ​ໜຶ່ງ​ເວລາ​ທີ່​ລາວ​ມາ​ໄຕ້​ຕະກຽງ​ໃນ​ເວລາ​ເລີ່ມ​ຄໍ່າ ເພື່ອ​ເຄື່ອງຫອມ​ນັ້ນ​ຈະ​ໄໝ້​ຢູ່​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະລອດ​ໄປ​ທຸກ​ຊົ່ວ​ອາຍຸ. ຢ່າ​ຖວາຍ​ເຄື່ອງຫອມ ຫລື ເຄື່ອງເຜົາບູຊາ ຫລື ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ໃດໆ​ເທິງ​ແທ່ນບູຊາ​ນີ້ ແລະ ຢ່າ​ເທ​ເຄື່ອງດື່ມ​ຖວາຍບູຊາ​ເທິງ​ແທ່ນບູຊາ​ນີ້. ອາໂຣນ​ຈະ​ເຮັດ​ພິທີ​ຊຳລະ​ມົນທິນ​ຂອງ​ເຂົາ​ທີ່​ຢູ່​ແທ່ນບູຊາ​ປີ​ລະ​ເທື່ອ. ການ​ເຮັດ​ພິທີ​ຊຳລະ​ມົນທິນ​ປະຈຳ​ປີ​ນີ້​ຕ້ອງ​ໃຊ້​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ2​ຕະຫລອດໄປ​ທຸກ​ຍຸກ. ແທ່ນບູຊາ​ນີ້​ເປັນ​ແທ່ນ​ບໍລິສຸດ​ທີ່ສຸດ​ແກ່​ພຣະເຈົ້າຢາເວ”.

ເງິນ​ຄ່າ​ໄຖ່​ຊີວິດ

ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເມື່ອ​ເຈົ້າ​ສຳຫລວດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ເພື່ອ​ນັບ​ຈຳນວນ​ພວກເຂົາ​ນັ້ນ, ທຸກຄົນ​ຕ້ອງ​ຈ່າຍ​ຄ່າ​ໄຖ່​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ພຣະເຈົ້າ​ຢາເວ​ໃນ​ເວລາ​ທີ່​ຜູ້​ນັ້ນ​ຖືກ​ນັບ. ແລ້ວ​ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຂົາ​ເມື່ອ​ເຈົ້າ​ນັບ​ຈຳນວນ​ພວກເຂົາ​ແລ້ວ. ແຕ່ລະຄົນ​ທີ່​ຜ່ານ​ການ​ນັບ​ແລ້ວ​ຈະ​ຕ້ອງ​ຈ່າຍ​ຄ່າ​ໄຖ່​ຊີວິດ​ເປັນ​ເງິນ​ເຄິ່ງ​ເຊເຂວ,3 ອີງຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ, ເຊິ່ງ​ມີ​ນໍ້າໜັກ 20 ເກຣາ. ເງິນ​ເຄິ່ງ​ເຊເຂວ​ນີ້​ແມ່ນ​ເຄື່ອງຖວາຍ​ແກ່​ພຣະເຈົ້າຢາເວ. ທຸກຄົນ​ທີ່​ຜ່ານ​ການ​ຂຶ້ນ​ທະບຽນ​ແລ້ວ, ຄື​ຜູ້​ທີ່​ມີ​ອາຍຸ​ຊາວ​ປີ ຫລື ຫລາຍ​ກວ່າ​ນັ້ນ, ຈະ​ຕ້ອງ​ມອບ​ເຄື່ອງຖວາຍ​ແກ່​ພຣະເຈົ້າຢາເວ. ຄົນ​ຮັ່ງມີ​ກໍ​ບໍ່​ຕ້ອງ​ຖວາຍ​ເກີນ​ເຄິ່ງ​ເຊເຂວ ແລະ ຄົນຍາກຈົນ​ກໍ​ບໍ່​ຕ້ອງ​ມອບ​ໃຫ້​ຫລຸດ​ກວ່າ​ນັ້ນ ເມື່ອ​ພວກເຈົ້າ​ເຮັດ​ເຄື່ອງຖວາຍ​ແກ່​ພຣະເຈົ້າຢາເວ​ເພື່ອ​ເປັນ​ຄ່າ​ໄຖ່​ໃຫ້​ແກ່​ຊີວິດ​ຂອງ​ພວກເຈົ້າ. ຈົ່ງ​ຮັບ​ເງິນ​ຄ່າ​ລຶບລ້າງ​ບາບ​ຈາກ​ຊາວ​ອິດສະຣາເອນ ແລະ ໃຊ້​ເງິນ​ນັ້ນ​ສຳລັບ​ບົວລະບັດ​ເຕັນນັດພົບ. ສິ່ງ​ນີ້​ຈະ​ເປັນ​ທີ່ລະນຶກ​ສຳລັບ​ຊາວ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ເປັນ​ການ​ເຮັດ​ພິທີ​ລຶບ​ລ້າງ​ບາບ​ໃຫ້​ແກ່​ຊີວິດ​ຂອງ​ພວກເຈົ້າ”.

ອ່າງ​ສຳລັບ​ຊຳລະ

ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ເຮັດ​ອ່າງ​ທອງສຳລິດ​ດ້ວຍ​ຖານຮອງຮັບ​ທອງສຳລິດ​ເພື່ອ​ການ​ຊຳລະ. ຈົ່ງ​ວາງ​ອ່າງ​ນັ້ນ​ໄວ້​ລະຫວ່າງ​ເຕັນນັດພົບ​ກັບ​ແທ່ນບູຊາ, ແລ້ວ​ເອົາ​ນ້ຳ​ໃສ່​ໃນ​ອ່າງ​ນັ້ນ. ອາໂຣນ ແລະ ບັນດາ​ລູກຊາຍ​ລາວ​ຈະ​ໃຊ້​ນ້ຳ​ນັ້ນ​ລ້າງ​ມື​ລ້າງ​ຕີນ​ຂອງ​ພວກເຂົາ. ເມື່ອ​ໃດ​ກໍ​ຕາມ​ທີ່​ພວກເຂົາ​ເຂົ້າ​ໄປ​ໃນ​ເຕັນນັດພົບ, ພວກເຂົາ​ຈະ​ຊຳລະ​ດ້ວຍ​ນ້ຳ​ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ. ເຊັ່ນ​ດຽວ​ກັນ​ກັບ​ເມື່ອ​ພວກເຂົາ​ເຂົ້າ​ໃກ້​ແທ່ນບູຊາ​ເພື່ອ​ບົວລະບັດ​ຮັບໃຊ້​ໂດຍ​ການ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ, ພວກເຂົາ​ຈະ​ລ້າງ​ມື ແລະ ຕີນ​ຂອງ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ. ນີ້​ຈະ​ຕ້ອງ​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ອາໂຣນ ແລະ ເຊື້ອສາຍ​ຂອງ​ເຂົາ​ຕະຫລອດໄປ​ທຸກ​ຍຸກ”.

ນ້ຳມັນ​ເຈີມ

ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ນຳ​ເຄື່ອງຫອມ​ຢ່າງ​ດີ​ດັ່ງ​ຕໍ່ໄປ​ນີ້​ຄື: ຢາງໄມ້ຫອມ 500 ເຊເຂວ,4 ອົບເຊີຍ​ຫອມ ແລະ ຫົວສີໄຄ​ຫອມ​ຢ່າງ​ລະ​ເຄິ່ງ​ຂອງ​ຢາງໄມ້ຫອມ (ຄື ປະມານ 250 ເຊເຂວ),5 ກາລະບູນ 500 ເຊເຂວ ທັງໝົດ​ນີ້​ແມ່ນ​ອີງ​ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ ແລະ ນ້ຳມັນ​ໝາກກອກ​ໜຶ່ງ​ຮິນ.6 ຈົ່ງ​ເອົາ​ເຄື່ອງ​ເຫລົ່ານີ້​ມາ​ປຸງ​ເປັນ​ນ້ຳມັນ​ເຈີມ​ສັກສິດ, ເປັນ​ນ້ຳຫອມ​ທີ່​ປຸງ​ຕາມ​ສິລະປະ​ຂອງ​ຊ່າງ​ປຸງ​ນ້ຳຫອມ. ສິ່ງ​ນີ້​ຈະ​ເປັນ​ນ້ຳມັນ​ເຈີມ​ສັກສິດ. ແລ້ວ​ຈົ່ງ​ໃຊ້​ນ້ຳມັນ​ເຈີມ​ສັກສິດ​ນີ້​ເຈີມ​ເຕັນນັດພົບ, ຫີບ​ພັນທະສັນຍາ, ໂຕະ ແລະ ເຄື່ອງ​ໃຊ້​ຕ່າງໆ​ທັງໝົດ​ທີ່​ຢູ່​ໃນ​ນັ້ນ, ຫລັກຕະກຽງ ແລະ ອຸປະກອນ​ຕ່າງໆ​ທີ່​ຢູ່​ໃນ​ນັ້ນ, ແທ່ນ​ເຜົາ​ເຄື່ອງຫອມ, ແທ່ນ​ເຜົາ​ເຄື່ອງບູຊາ ແລະ ພາຊະນະ​ຮັບໃຊ້​ຢູ່​ໃນ​ນັ້ນ, ອ່າງ​ທອງສຳລິດ​ພ້ອມ​ດ້ວຍ​ຖານ​ຮອງ​ອ່າງ. ເຈົ້າ​ຈະ​ຕ້ອງ​ຊຳລະ​ສິ່ງ​ເຫລົ່ານີ້​ເພື່ອ​ສິ່ງ​ເຫລົ່ານີ້​ຈະ​ບໍລິສຸດ​ທີ່ສຸດ ແລະ ສິ່ງໃດ​ກໍ​ຕາມ​ທີ່​ສຳພັດ​ສິ່ງ​ເຫລົ່ານີ້​ຈະ​ບໍລິສຸດ.

“ຈົ່ງ​ເຈີມ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ ແລະ ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ເພື່ອ​ວ່າ​ພວກເຂົາ​ຈະ​ຮັບໃຊ້​ເຮົາ​ໃນ​ຖານະ​ບັນດາ​ປະໂລຫິດ. ຈົ່ງ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ, ‘ນີ້​ຄື​ນ້ຳມັນ​ເຈີມ​ສັກສິດ​ຂອງ​ເຮົາ​ຕະຫລອດໄປ​ທຸກ​ຍຸກ. ຢ່າ​ຖອກ​ນ້ຳມັນ​ນີ້​ລົງ​ໃສ່​ຮ່າງກາຍ​ຄົນ​ໃດ ແລະ ຢ່າ​ປຸງ​ນ້ຳມັນ​ອື່ນ​ໃດ​ໂດຍ​ໃຊ້​ສູດ​ດຽວ​ກັນ​ນີ້. ນ້ຳມັນ​ນີ້​ເປັນ​ນ້ຳມັນ​ສັກສິດ ແລະ ເຈົ້າ​ຈະ​ຕ້ອງ​ຖື​ວ່າ​ນ້ຳມັນ​ນີ້​ສັກສິດ. ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ນ້ຳມັນ​ຫອມ​ຢ່າງ​ນີ້ ແລະ ນຳ​ໄປ​ໃຊ້​ກັບ​ຄົນ​ອື່ນ​ທີ່​ບໍ່​ແມ່ນ​ປະໂລຫິດ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ພວກເຂົາ’ ”.

ເຄື່ອງຫອມ

ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ນຳ​ເຄື່ອງເທດ​ທີ່​ມີ​ກິ່ນ​ຫອມ​ຄື: ຢາງໄມ້ຫອມ, ນ້ຳມັນ​ຊາມົດ, ມະຫາຫິງ ແລະ ກຳຍານ​ບໍລິສຸດ, ໃຫ້​ໄດ້​ຈຳນວນ​ເທົ່າກັນ​ທັງໝົດ, ແລະ ປຸງ​ເປັນ​ເຄື່ອງຫອມ​ຕາມ​ສິລະປະ​ຂອງ​ປຸງ​ນໍ້າຫອມ. ເຄື່ອງຫອມ​ຈະ​ຕ້ອງ​ປະສົມ​ດ້ວຍ​ເກືອ​ແລ້ວ​ຈຶ່ງ​ບໍລິສຸດ ແລະ ສັກສິດ. ຈົ່ງ​ບົດ​ສ່ວນ​ໜຶ່ງ​ຂອງ​ສິ່ງ​ນັ້ນ​ເປັນ​ແປ້ງ​ແລ້ວ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ​ໃນ​ເຕັນນັດພົບ, ບ່ອນ​ທີ່​ເຮົາ​ຈະ​ມາ​ພົບ​ກັບ​ເຈົ້າ. ເຄື່ອງຫອມ​ນີ້​ຈະ​ຕ້ອງ​ບໍລິສຸດ​ທີ່ສຸດ​ສຳລັບ​ເຈົ້າ. ຢ່າ​ປຸງ​ເຄື່ອງຫອມ​ໃດ​ດ້ວຍ​ສູດ​ນີ້​ເພື່ອ​ຕົນ​ເອງ; ຈົ່ງ​ຖື​ວ່າ​ເຄື່ອງຫອມ​ນີ້​ສັກສິດ​ແກ່​ພຣະເຈົ້າຢາເວ. ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ເຄື່ອງຫອມ​ແບບ​ນີ້​ໄວ້​ເພື່ອ​ມີ​ຄວາມສຸກ​ກັບ​ກິ່ນຫອມ​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ພວກເຂົາ”.

Source notes (6)
  1. Footnote ຄື ກວ້າງ ແລະ ຍາວ​ປະມານ 45 ເຊັນ ສູງ​ປະມານ 90 ເຊັນ
  2. Footnote ຫລື ເຄື່ອງຖວາຍ​ຊຳລະລ້າງ​ບາບ
  3. Footnote ຄື ປະມານ 5,8 ກຣາມ ເຊັ່ນ​ດຽວ​ກັບ​ຂໍ້ 15
  4. Footnote ຫລື ປະມານ 5,8 ກິໂລ; ເໝືອນກັນ​ກັບ​ຂໍ້ 24
  5. Footnote ຫລື ປະມານ 2,9 ກິໂລ
  6. Footnote ຫລື ປະມານ 3,8 ລິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.