Biblica® Open Lao Contemporary Version
ອົບພະຍົບ 25
ເຄື່ອງຖວາຍສຳລັບຫໍເຕັນ
(ອພຍ 35:4-9)
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນໃຫ້ນຳເອົາເຄື່ອງຖວາຍມາໃຫ້ເຮົາ. ເຈົ້າຈົ່ງຮັບເອົາເຄື່ອງຖວາຍມາໃຫ້ເຮົາຈາກທຸກຄົນທີ່ມີຄວາມສະໝັກໃຈທີ່ຈະຖວາຍ.
“ຕໍ່ໄປນີ້ແມ່ນຂອງຖວາຍທີ່ເຈົ້າຈະຮັບຈາກພວກເຂົາມີຄື:
“ຄຳ, ເງິນ, ແລະ ທອງສຳລິດ;
ດ້າຍສີຟ້າ, ສີມ່ວງ, ສີແດງ ແລະ ຜ້າຝ້າຍລິນິນເນື້ອລະອຽດ,
ຂົນແບ້,
ໜັງແກະເຖິກຍ້ອມສີແດງ, ປະເພດໜັງສັດທີ່ທົນທານ,
ໄມ້ກະຖິນ,
ນ້ຳມັນໝາກກອກສຳລັບແສງສະຫວ່າງ,
ເຄື່ອງເທດສຳລັບປຸງນ້ຳມັນເຈີມ ແລະ ສຳລັບເຄື່ອງຫອມ,
ແລະ ຫີນໂກເມນກັບອັນຍະມະນີອື່ນໆສຳລັບຕົບແຕ່ງເສື້ອເອໂຟດ ແລະ ແຜ່ນປົກເອິກ.
“ແລ້ວໃຫ້ຊາວອິດສະຣາເອນສ້າງສະຖານນະມັດສະການສຳລັບເຮົາ ແລະ ເຮົາຈະຢູ່ທ່າມກາງພວກເຂົາ. ຈົ່ງສ້າງຫໍເຕັນນີ້ ແລະ ເຮັດອຸປະກອນຕົບແຕ່ງທັງໝົດຕາມຮູບແບບທີ່ເຮົາຈະສະແດງແກ່ພວກເຈົ້າ”.
ຫີບພັນທະສັນຍາ
(ອພຍ 37:1-9)
“ຈົ່ງໃຫ້ພວກເຂົາເຮັດຫີບດ້ວຍໄມ້ກະຖິນຍາວສອງສອກ, ກວ້າງໜຶ່ງສອກເຄິ່ງ ແລະ ສູງໜຶ່ງສອກເຄິ່ງ.1 ຫຸ້ມດ້ວຍຄຳບໍລິສຸດ ທັງຂ້າງໃນ ແລະ ຂ້າງນອກ, ໃຊ້ຄຳເຮັດຂອບອ້ອມຫີບນັ້ນ. ຈົ່ງຫລໍ່ບ້ວງຄຳສີ່ບ້ວງສຳລັບຫີບ ແລ້ວມັດຕິດບ້ວງເຫລົ່ານັ້ນໄວ້ທີ່ຕີນທັງສີ່ຂອງຫີບ ໂດຍສອງບ້ວງຢູ່ຂ້າງໜຶ່ງ ແລະ ສອງບ້ວງຢູ່ອີກຂ້າງໜຶ່ງ. ຫລັງຈາກນັ້ນ ຈົ່ງເຮັດຄານຫາມສອງອັນດ້ວຍໄມ້ກະຖິນແລ້ວໂອບດ້ວຍຄຳ. ຈົ່ງສອດຄານຫາມໃສ່ບ້ວງທັງສອງຂ້າງຂອງຫີບໄວ້ສຳລັບຫາມ. ໃຫ້ສອດຄານຫາມຄາໄວ້ໃນບ້ວງຂອງຫີບນີ້ຕະຫລອດ; ຢ່າໄດ້ຍ້າຍຄານຫາມອອກໄປ. ແລ້ວເອົາແຜ່ນຫີນທີ່ຈາລຶກພັນທະສັນຍາ ເຊິ່ງເຮົາຈະໃຫ້ແກ່ພວກເຈົ້າໃສ່ໄວ້ໃນຫີບນັ້ນ.
“ຈົ່ງເຮັດຝາຫີບພັນທະສັນຍາດ້ວຍຄຳບໍລິສຸດຍາວສອງສອກເຄິ່ງ, ກວ້າງໜຶ່ງສອກເຄິ່ງ.2 ແລະ ຈົ່ງຕີຄຳເປັນຮູບເຄຣຸບສອງໂຕທີ່ປາຍທັງສອງສົ້ນຂອງຝາຫີບ. ຈົ່ງເຮັດເຄຣຸບໂຕທີໜຶ່ງໃສ່ສົ້ນໜຶ່ງ ແລະ ເຮັດເຄຣຸບໂຕທີສອງໃສ່ອີກສົ້ນໜຶ່ງ; ຈົ່ງເຮັດເຄຣຸບທັງສອງນີ້ຕິດໃສ່ປາຍທັງສອງສົ້ນໃຫ້ເຂົ້າເປັນເນື້ອດຽວກັນກັບຝາຫີບ. ເຄຣຸບຈະຕ້ອງກາງປີກຂອງຕົນຂຶ້ນເໜືອຝາຫີບ. ເຄຣຸບຕ້ອງປິ່ນໜ້າເຂົ້າຫາກັນ, ເບິ່ງໄປທີ່ຝາຫີບ. ຈົ່ງວາງຝາຫີບນີ້ໃສ່ເທິງຫີບ ແລະ ເອົາແຜ່ນຫີນທີ່ຈາລຶກພັນທະສັນຍາທີ່ເຮົາຈະມອບໃຫ້ພວກເຈົ້າໃສ່ໄວ້ໃນຫີບນັ້ນ. ຢູ່ທີ່ນັ້ນ, ຢູ່ເໜືອຝາຫີບລະຫວ່າງເຄຣຸບທັງສອງທີ່ຢູ່ເໜືອຫີບພັນທະສັນຍານັ້ນ, ເຮົາຈະມາພົບເຈົ້າ ແລະ ຈະມອບຄຳສັ່ງທັງໝົດຂອງເຮົາສຳລັບຊາວອິດສະຣາເອນໃຫ້ແກ່ເຈົ້າ.
ໂຕະ
(ອພຍ 37:10-16)
“ຈົ່ງເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນຍາວສອງສອກ, ກວ້າງໜຶ່ງສອກ ແລະ ສູງໜຶ່ງສອກເຄິ່ງ.3 ຈົ່ງໂອບໂຕະນັ້ນດ້ວຍຄຳບໍລິສຸດ ແລະ ຈົ່ງໃຊ້ຄຳເຮັດຮູບແກະສະຫລັກແນບອ້ອມໂຕະ. ຈົ່ງເຮັດຂອບອ້ອມໂຕະນັ້ນກວ້າງໜຶ່ງຝາມື4 ແລະ ເອົາຄຳທີ່ແກະສະຫລັກມາໂອບຂອບໂຕະເໝືອນກັນ. ຈົ່ງເຮັດບ້ວງຄຳສີ່ບ້ວງສຳລັບໂຕະ ແລະ ຕິດບ້ວງຄຳນັ້ນໃສ່ມູມທັງສີ່ທີ່ຂາໂຕະທັງສີ່ຢູ່. ບ້ວງເຫລົ່ານັ້ນຈະຕ້ອງຢູ່ໃກ້ກັບຂອບໂຕະສຳລັບສອດຄານຫາມໃສ່ເພື່ອໃຊ້ຫາມໂຕະ. ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນ, ໂອບຄານຫາມດ້ວຍຄຳ ແລ້ວຫາມໂຕະດ້ວຍຄານຫາມເຫລົ່ານັ້ນ. ແລະ ຈົ່ງເຮັດຈານ ແລະ ຖ້ວຍດ້ວຍຄຳບໍລິສຸດ, ເຊັ່ນດຽວກັນກັບໂຖ ແລະ ຊາມສຳລັບໃຊ້ຖອກເຄື່ອງດື່ມບູຊາ. ຈົ່ງວາງເຂົ້າຈີ່ແຫ່ງການມາປາກົດໃສ່ເທິງໂຕະນີ້ຕໍ່ໜ້າເຮົາຕະຫລອດເວລາ.
ຫລັກຕະກຽງ
(ອພຍ 37:17-24)
“ຈົ່ງເຮັດຫລັກຕະກຽງອັນໜຶ່ງດ້ວຍຄຳບໍລິສຸດ. ຕີຖານ ແລະ ກ້ານຂອງຫລັກຕະກຽງ, ແລ້ວເຮັດຖ້ວຍຮອງຕະກຽງລັກສະນະຄືກັບດອກໄມ້, ທັງດອກຈູມ ແລະ ດອກບານໃຫ້ເປັນເນື້ອດຽວກັນກັບຖານ ແລະ ກ້ານຂອງຫລັກຕະກຽງ. ມີຫົກງ່າທີ່ແຍກອອກຂ້າງຂອງຫລັກຕະກຽງ ມີສາມງ່າຢູ່ຂ້າງໜຶ່ງ ແລະ ອີກສາມງ່າຢູ່ຂ້າງໜຶ່ງ. ສາມຖ້ວຍນັ້ນມີຮູບຮ່າງຄືກັບດອກອັນມອນທີ່ມີທັງດອກຈູມ ແລະ ດອກບານໃນງ່າດຽວກັນ, ແຕ່ລະງ່າມີສາມດອກ ແລະ ເໝືອນກັນໝົດທັງຫົກງ່າທີ່ຍື່ນອອກມາຈາກຫລັກຕະກຽງ. ແລະ ຢູ່ເທິງຫລັກຕະກຽງໃຫ້ເຮັດຮູບຈອກສີ່ອັນທີ່ມີຮູບລັກສະນະຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານ. ດອກຈູມດອກທີໜຶ່ງຢູ່ລຸ່ມຂອງງ່າຄູ່ທຳອິດທີ່ຍື່ນອອກມາຈາກຫລັກຕະກຽງ, ດອກຈູມດອກທີສອງຢູ່ລຸ່ມຂອງງ່າຄູ່ທີສອງ ແລະ ດອກຈູມດອກທີສາມຢູ່ລຸ່ມຂອງງ່າຄູ່ທີສາມ ທັງຫົກງ່ານີ້ແມ່ນຢູ່ໃນຫລັກຕະກຽງ. ດອກຈູມ ແລະ ງ່າທັງໝົດເປັນເນື້ອດຽວກັນກັບຫລັກຕະກຽງ ເຊິ່ງຕີດ້ວຍຄຳບໍລິສຸດ.
“ແລ້ວຈົ່ງເຮັດຕະກຽງເຈັດໜ່ວຍ ແລະ ວາງໄວ້ເທິງຫລັກຕະກຽງເພື່ອວ່າຕະກຽງເຫລົ່ານັ້ນຈະສະຫວ່າງຢູ່ຕໍ່ໜ້າຫລັກຕະກຽງ. ຈົ່ງເຮັດມີດຕັດຕັດໄສ້ຕະກຽງ ແລະ ຖາດຮອງດ້ວຍຄຳບໍລິສຸດ. ຈົ່ງເຮັດຫລັກຕະກຽງ ແລະ ເຄື່ອງປະກອບທັງໝົດດ້ວຍຄຳບໍລິສຸດ 1 ຕາລັນຕົນ.5 ເຈົ້າຈົ່ງເຮັດສິ່ງເຫລົ່ານີ້ຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ.
Source notes (5)
- Footnote ຫລື ຍາວປະມານ 110 ເຊັນ, ກວ້າງ ແລະ ສູງຄືກັນປະມານ 68 ເຊັນ; ຄ້າຍຄືກັນກັບຂໍ້ 17
- Footnote ຄື ຍາວປະມານ 110 ເຊັນ, ກວ້າງປະມານ 68 ເຊັນ
- Footnote ຫລື ຍາວປະມານ 90 ເຊັນ ກວ້າງປະມານ 45 ເຊັນ ແລະ ສູງປະມານ 68 ເຊັນ
- Footnote ຄື ກວ້າງປະມານ 7,5 ເຊັນ
- Footnote ຫລື ປະມານ 34 ກິໂລກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.