Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 24

ການຢືນຢັນ​ພັນທະສັນຍາ

ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເຈົ້າ​ພ້ອມ​ກັບ​ອາໂຣນ, ນາດາບ, ອາບີຮູ ແລະ ຜູ້ອາວຸໂສ​ທັງ​ເຈັດສິບ​ຄົນ​ຂອງ​ຊາວ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ. ພວກເຈົ້າ​ຄວນ​ນະມັດສະການ​ຢູ່​ຫ່າງໆ, ແຕ່​ໂມເຊ​ຄົນ​ດຽວ​ຈະ​ເຂົ້າ​ໃກ້​ພຣະເຈົ້າຢາເວ​ໄດ້; ສ່ວນ​ຄົນ​ອື່ນໆ​ຕ້ອງ​ບໍ່​ເຂົ້າ​ມາ​ໃກ້. ແລະ ປະຊາຊົນ​ຈະ​ຂຶ້ນ​ມາ​ກັບ​ລາວ​ກໍ​ບໍ່​ໄດ້”.

ເມື່ອ​ໂມເຊ​ໄດ້​ໄປ ແລະ ບອກ​ປະຊາຊົນ​ເລື່ອງ​ຖ້ອຍຄຳ​ກັບ​ກົດບັນຍັດ​ທັງໝົດ​ຂອງ​ພຣະເຈົ້າຢາເວ, ພວກເຂົາ​ກໍ​ໄດ້​ຕອບຮັບ​ເປັນ​ສຽງ​ດຽວ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້”. ແລ້ວ​ໂມເຊ​ຈຶ່ງ​ໄດ້​ບັນທຶກ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.

ໃນ​ມື້​ຕໍ່ມາ​ໂມເຊ​ໄດ້​ລຸກ​ແຕ່​ເຊົ້າ ແລະ ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ທີ່​ຕີນພູ ແລະ ຕັ້ງ​ເສົາຫີນ​ສິບສອງ​ຕົ້ນ​ເພື່ອ​ເປັນ​ຕົວແທນ​ສິບສອງ​ເຜົ່າ​ຂອງ​ອິດສະຣາເອນ. ຫລັງຈາກນັ້ນ ເພິ່ນ​ໄດ້​ສົ່ງ​ຊາຍໜຸ່ມ​ຊາວ​ອິດສະຣາເອນ​ມາ ແລ້ວ​ພວກເຂົາ​ກໍ​ໄດ້​ມອບ​ເຄື່ອງເຜົາບູຊາ ແລະ ໄດ້​ບູຊາ​ງົວໜຸ່ມ​ຈຳນວນ​ໜຶ່ງ​ເປັນ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ. ໂມເຊ​ໄດ້​ແບ່ງ​ເລືອດສັດ​ເຄິ່ງ​ໜຶ່ງ​ອອກ ແລ້ວ​ເອົາ​ໃສ່​ໄວ້​ໃນ​ຊາມ ແລະ ອີກ​ເຄິ່ງ​ໜຶ່ງ​ເພິ່ນ​ໄດ້​ຊິດ​ໃສ່​ແທ່ນບູຊາ. ແລ້ວ​ເພິ່ນ​ກໍ​ເອົາ​ໜັງສື​ພັນທະສັນຍາ​ມາ ແລະ ອ່ານ​ໜັງສື​ພັນທະສັນຍາ​ນັ້ນ​ໃຫ້​ປະຊາຊົນ​ຟັງ. ພວກເຂົາ​ກໍ​ໄດ້​ຕອບ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້; ພວກເຮົາ​ຈະ​ເຊື່ອຟັງ”.

ແລ້ວ​ໂມເຊ​ຈຶ່ງ​ເອົາ​ເລືອດ​ມາ ແລະ ຊິດ​ເລືອດ​ນັ້ນ​ໃສ່​ປະຊາຊົນ​ພ້ອມ​ທັງ​ກ່າວ​ວ່າ, “ນີ້​ແມ່ນ​ເລືອດ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ​ຕາມ​ຖ້ອຍຄຳ​ທັງໝົດ​ເຫລົ່ານີ້”.

ໂມເຊ​ກັບ​ອາໂຣນ, ນາດາບ​ກັບ​ອາບີຮູ ແລະ ຜູ້ອາວຸໂສ​ເຈັດສິບ​ຄົນ​ຂອງ​ອິດສະຣາເອນ​ໄດ້​ພາ​ກັນ​ຂຶ້ນ​ໄປ​ເທິງ​ພູ ແລະ ໄດ້​ເຫັນ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ຢູ່​ໃຕ້​ຕີນ​ຂອງ​ພຣະອົງ​ມີ​ບາງ​ສິ່ງ​ທີ່​ຄື​ກັບ​ທາງ​ຍ່າງ​ທີ່​ເຮັດ​ດ້ວຍ​ແກ້ວໄພທູນ, ເປັນ​ສີຟ້າ​ເຫລື້ອມ​ເໝືອນ​ດັ່ງ​ທ້ອງຟ້າ. ແຕ່​ພຣະເຈົ້າ​ບໍ່​ໄດ້​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ຕໍ່ສູ້​ຜູ້ນໍາ​ເຫລົ່າ​ນີ້​ຂອງ​ອິດສະຣາເອນ; ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ ແລະ ພວກເຂົາ​ກໍ​ໄດ້​ພາກັນ​ກິນ ແລະ ດື່ມ.

ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ ແລະ ຢູ່​ທີ່​ນີ້, ແລ້ວ​ເຮົາ​ຈະ​ມອບ​ແຜ່ນຫີນ​ພ້ອມ​ກັບ​ກົດບັນຍັດ ແລະ ບັນດາ​ຄຳສັ່ງ​ທີ່​ເຮົາ​ໄດ້​ບັນທຶກ​ໄວ້​ເພື່ອ​ແນະນໍາ​ປະຊາຊົນ”.

ແລ້ວ​ໂມເຊ​ຈຶ່ງ​ອອກ​ເດີນທາງ​ໄປ​ພ້ອມ​ກັບ​ໂຢຊວຍ​ຜູ້ຊ່ວຍ​ຂອງ​ເພິ່ນ ແລະ ໂມເຊ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ. ໂມເຊ​ກ່າວ​ແກ່​ບັນດາ​ຜູ້ອາວຸໂສ​ວ່າ, “ຈົ່ງ​ລໍຖ້າ​ພວກເຮົາ​ຢູ່​ທີ່​ນີ້​ຈົນກວ່າ​ພວກເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ. ອາໂຣນ​ກັບ​ຮູເຣ​ກໍ​ຢູ່​ທີ່​ນີ້​ກັບ​ພວກເຈົ້າ ແລະ ຜູ້ໃດ​ມີ​ເລື່ອງ​ຂັດແຍ້ງ​ກັນ​ກໍ​ສາມາດ​ໄປ​ຫາ​ພວກເພິ່ນ​ໄດ້”.

ເມື່ອ​ໂມເຊ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແລ້ວ, ເມກ​ກໍ​ໄດ້​ປົກຄຸມ​ພູເຂົາ​ນັ້ນ, ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າຢາເວ​ກໍ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ. ເມກ​ປົກຄຸມ​ພູເຂົາ​ຢູ່​ຕະຫລອດ​ຫົກ​ວັນ ແລະ ໃນ​ວັນ​ທີ​ເຈັດ​ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃສ່​ໂມເຊ​ຈາກ​ເມກ​ນັ້ນ. ໃນ​ສາຍຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ສະຫງ່າລາສີ​ຂອງ​ພຣະເຈົ້າຢາເວ​ນັ້ນ​ເບິ່ງ​ເໝືອນ​ກັບ​ໄຟ​ທີ່​ກຳລັງ​ເຜົາໄໝ້​ຢູ່​ເທິງ​ຈອມ​ພູ. ແລ້ວ​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ເມກ​ໃນ​ຂະນະ​ທີ່​ເພິ່ນ​ຂຶ້ນ​ໄປ​ເທິງ​ພູເຂົາ. ແລະ ເພິ່ນ​ໄດ້​ພັກ​ຢູ່​ທີ່​ເທິງ​ພູເຂົາ​ນັ້ນ​ຕະຫລອດ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.