Biblica® Open Lao Contemporary Version
ອົບພະຍົບ 22
ການປົກປ້ອງຊັບສິນ
“ຜູ້ໃດກໍຕາມທີ່ລັກງົວ ຫລື ແກະມາແລ້ວຂ້າ ຫລື ຂາຍງົວ ຫລື ແກະນັ້ນ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໜຶ່ງໂຕ ແລະ ແກະສີ່ໂຕແທນແກະໜຶ່ງໂຕ.
“ຖ້າຄົນຂີ້ລັກຖືກຈັບໄດ້ໃນຕອນກາງຄືນ ແລະ ຖືກຕີຈົນຕາຍ, ຜູ້ກະທຳຜິດນັ້ນບໍ່ມີຄວາມຜິດຕໍ່ການຂ້າຄົນ. ແຕ່ຖ້າເລື່ອງເກີດຂຶ້ນຫລັງຈາກຕາເວັນຂຶ້ນ, ຜູ້ກະທຳຜິດແມ່ນມີຄວາມຜິດຕໍ່ການຂ້າຄົນ.
“ຜູ້ໃດກໍຕາມທີ່ລັກຕ້ອງມີການຊົດໃຊ້ຄືນຢ່າງແນ່ນອນ, ແຕ່ຖ້າພວກເຂົາບໍ່ມີສິ່ງໃດ, ພວກເຂົາຈະຕ້ອງຖືກຂາຍເພື່ອຈ່າຍຄືນສິ່ງທີ່ພວກເຂົາໄດ້ລັກໄປ. ຖ້າສັດທີ່ໄດ້ລັກໄປນັ້ນຖືກພົບວ່າຍັງມີຊີວິດຢູ່ໃນການຄອບຄອງຂອງພວກເຂົາ ບໍ່ວ່າງົວ, ລໍ ຫລື ແກະ ພວກເຂົາຈະຕ້ອງຈ່າຍຄືນເປັນສອງເທົ່າ.
“ຖ້າຜູ້ໃດປ່ອຍສັດລ້ຽງຂອງຕົນໄປກິນຫຍ້າໃນທົ່ງນາ ຫລື ໃນສວນອະງຸ່ນ ແລະ ປ່ອຍໃຫ້ພວກມັນຫລົງທາງໄປ ແລະ ພວກມັນເຂົ້າໄປກິນຜົນລະປູກຢູ່ໃນທົ່ງນາຂອງຄົນອື່ນ, ຜູ້ກະທຳຜິດຈະຕ້ອງຊົດໃຊ້ຄືນດ້ວຍຜົນລະປູກສ່ວນທີ່ດີທີ່ສຸດຈາກທົ່ງນາ ຫລື ຈາກສວນອະງຸ່ນຂອງຕົນ.
“ຖ້າເກີດໄຟໄໝ້ ແລ້ວລາມໄປໃສ່ຟຸ່ມໜາມຈົນໄໝ້ໄປເຖິງຝ່ອນເຂົ້າທີ່ກ່ຽວແລ້ວ ຫລື ຕົ້ນເຂົ້າທີ່ຍັງບໍ່ໄດ້ເກັບກ່ຽວ ຫລື ໄໝ້ໝົດທັງທົ່ງນາ, ຜູ້ທີ່ກໍ່ໃຫ້ເກີດໄຟໄໝ້ຕ້ອງຊົດໃຊ້ຄືນຄ່າເສຍຫາຍ.
“ຖ້າຜູ້ໃດເອົາເງິນ ຫລື ສິ່ງຂອງຝາກໄວ້ກັບເພື່ອນບ້ານເພື່ອຮັກສາຄວາມປອດໄພ ແລະ ເງິນ ຫລື ສິ່ງຂອງນັ້ນໄດ້ຖືກລັກໄປຈາກເຮືອນຂອງເພື່ອນບ້ານ, ຖ້າຈັບຄົນຂີ້ລັກໄດ້, ຄົນຂີ້ລັກນັ້ນຕ້ອງຈ່າຍຄືນສອງເທົ່າ. ແຕ່ຖ້າຈັບຄົນຂີ້ລັກບໍ່ໄດ້, ເຈົ້າຂອງເຮືອນນັ້ນຕ້ອງໄປປາກົດຕົວຕໍ່ໜ້າຜູ້ຕັດສິນ,1 ແລ້ວພວກເຂົາຕ້ອງພິຈາລະນາວ່າແມ່ນເຈົ້າຂອງເຮືອນທີ່ລັກຊັບສົມບັດຂອງຄົນນັ້ນບໍ່. ໃນທຸກໆກໍລະນີທີ່ມີການຄອບຄອງທີ່ຜິດກົດໝາຍບໍ່ວ່າງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື ຊັບສົມບັດອື່ນໆທີ່ເສຍໄປ ເຊິ່ງບາງຄົນເວົ້າວ່າ, ‘ນີ້ແມ່ນຂອງຂ້ອຍ,’ ທັງສອງຝ່າຍນຳເອົາກໍລະນີຂອງພວກເຂົາໄປຕໍ່ໜ້າຜູ້ຕັດສິນ.2 ຜູ້ໃດທີ່ຜູ້ຕັດສິນປະກາດ3ວ່າເປັນຜູ້ມີຄວາມຜິດຕ້ອງຈ່າຍຄືນສອງເທົ່າໃຫ້ແກ່ຄົນອື່ນ.
“ຖ້າຜູ້ໃດເອົາງົວ, ລໍ, ແກະ, ຫລື ສັດອື່ນໆມາຝາກເພື່ອນບ້ານຂອງຕົນຮັກສາໄວ້ໃຫ້ ແລ້ວສັດນັ້ນໄດ້ຕາຍໄປ ຫລື ບາດເຈັບ ຫລື ຖືກເອົາໄປໃນຂະນະທີ່ບໍ່ມີຜູ້ໃດເຫັນ, ບັນຫາລະຫວ່າງພວກເຂົາຈະໄດ້ຮັບການແກ້ໄຂໂດຍໃຫ້ກ່າວຄຳສາບານຕໍ່ໜ້າພຣະເຈົ້າຢາເວວ່າເພື່ອນບ້ານບໍ່ໄດ້ລັກເອົາຊັບສົມບັດຂອງຄົນອື່ນໄປ. ຜູ້ເປັນເຈົ້າຂອງຕ້ອງຍອມຮັບສິ່ງນີ້ ແລະ ບໍ່ມີການຮຽກຮ້ອງໃຫ້ຊົດໃຊ້ຄືນ. ແຕ່ຖ້າສັດນັ້ນຖືກລັກໄປຈາກເພື່ອນບ້ານ, ເພື່ອນບ້ານຄົນນັ້ນຈະຕ້ອງຊົດໃຊ້ໃຫ້ແກ່ເຈົ້າຂອງ. ຖ້າສັດນັ້ນຖືກສັດປ່າຈີກອອກເປັນຕ່ອນໆ, ເພື່ອນບ້ານຈະຕ້ອງນຳເອົາຊາກສົບທີ່ຍັງເຫລືອຢູ່ນັ້ນມາເປັນຫລັກຖານ ແລະ ບໍ່ຕ້ອງຈ່າຍຄ່າສັດທີ່ຖືກຈີກນັ້ນ.
“ຖ້າຜູ້ໃດຢືມສັດຈາກເພື່ອນບ້ານຂອງຕົນແລ້ວສັດນັ້ນຖືກບາດເຈັບ ຫລື ຕາຍໃນຂະນະທີ່ເຈົ້າຂອງບໍ່ຢູ່, ພວກເຂົາຕ້ອງຊົດໃຊ້ຄ່າເສຍຫາຍ. ແຕ່ຖ້າເຈົ້າຂອງຢູ່ກັບສັດນັ້ນນຳ, ຜູ້ຢືມຈະບໍ່ໄດ້ຈ່າຍຄືນ. ຖ້າສັດຖືກຈ້າງມາ, ເງິນທີ່ຈ່າຍຄ່າຈ້າງນັ້ນກໍລວມຄ່າເສຍຫາຍແລ້ວ.
ຄວາມຮັບຜິດຊອບຕໍ່ສັງຄົມ
“ຖ້າຊາຍໃດລໍ້ລວງສາວບໍລິສຸດທີ່ຍັງບໍ່ໄດ້ໝັ້ນ ແລະ ຮ່ວມຫລັບນອນກັບນາງ, ລາວຈະຕ້ອງຈ່າຍຄ່າສິນສອດ ແລະ ນາງຈະຕ້ອງເປັນເມຍຂອງລາວ. ຖ້າພໍ່ຂອງນາງປະຕິເສດຢ່າງເດັດຂາດທີ່ຈະມອບນາງໃຫ້ລາວ, ລາວຍັງຕ້ອງໄດ້ຈ່າຍຄ່າສິນສອດໃຫ້ແກ່ສາວບໍລິສຸດນັ້ນ.
“ຢ່າປ່ອຍໃຫ້ແມ່ມົດ4ມີຊີວິດຢູ່.
“ຜູ້ໃດມີເພດສຳພັນກັບສັດຈະຕ້ອງມີໂທດເຖິງຕາຍ.
“ຜູ້ໃດກໍຕາມທີ່ຖວາຍເຄື່ອງບູຊາແກ່ພະອື່ນນອກຈາກພຣະເຈົ້າຢາເວ ຜູ້ນັ້ນຕ້ອງຖືກທຳລາຍ.5
“ຢ່າທຳຮ້າຍ ຫລື ກົດຂີ່ຂົ່ມເຫັງຄົນຕ່າງດ້າວ, ເພາະວ່າພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນເອຢິບ.
“ຢ່າເອົາປຽບແມ່ໝ້າຍ ຫລື ລູກກຳພ້າພໍ່. ຖ້າພວກເຈົ້າເຮັດ ແລະ ພວກເຂົາຮ້ອງຫາເຮົາ, ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາຢ່າງແນ່ນອນ. ຄວາມໂກດຮ້າຍຂອງເຮົາຈະພຸ່ງຂຶ້ນ ແລະ ເຮົາຈະຂ້າພວກເຈົ້າດ້ວຍດາບ; ເມຍຂອງພວກເຈົ້າຈະກາຍເປັນແມ່ໝ້າຍ ແລະ ບັນດາລູກຂອງພວກເຈົ້າຈະເປັນກຳພ້າພໍ່.
“ຖ້າພວກເຈົ້າເອົາເງິນໃຫ້ປະຊາຊົນຂອງເຮົາຄົນໃດຄົນໜຶ່ງໃນທ່າມກາງພວກເຈົ້າທີ່ຂັດສົນຢືມ, ຢ່າເຮັດຄືກັບທຸລະກິດເງິນກູ້; ຢ່າຄິດໄລ່ດອກເບ້ຍ. ຖ້າພວກເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນເຄື່ອງຄ້ຳປະກັນ, ຈົ່ງສົ່ງຄືນເສື້ອຄຸມນັ້ນກ່ອນຕາເວັນຕົກດິນ. ເພາະເສື້ອຄຸມເປັນສິ່ງດຽວທີ່ເພື່ອນບ້ານຂອງພວກເຈົ້າມີໄວ້ປົກຄຸມຮ່າງກາຍ. ພວກເຂົາຈະໃຊ້ສິ່ງໃດຫົ່ມນອນ? ເມື່ອພວກເຂົາຮ້ອງຫາເຮົາ, ເຮົາກໍຈະຮັບຟັງ, ເພາະເຮົາເປັນຜູ້ມີໃຈເມດຕາ.
“ຢ່າໝິ່ນປະໝາດພຣະເຈົ້າ6 ຫລື ສາບແຊ່ງຜູ້ມີອຳນາດປົກຄອງທ່າມກາງພວກເຈົ້າ.
“ຢ່າຢຸດທີ່ຈະນຳເຄື່ອງຖວາຍຈາກສາງ ຫລື ຖັງຂອງພວກເຈົ້າມາຖວາຍ.7
“ພວກເຈົ້າຕ້ອງຖວາຍລູກຊາຍກົກຂອງພວກເຈົ້າໃຫ້ແກ່ເຮົາ. ຈົ່ງເຮັດຢ່າງດຽວກັນນີ້ກັບລູກສັດຫົວປີຂອງງົວ ແລະ ແກະຂອງພວກເຈົ້າ. ຈົ່ງໃຫ້ລູກສັດຫົວປີຢູ່ກັບແມ່ຂອງມັນເຈັດວັນ, ແຕ່ຈົ່ງມອບສັດເຫລົ່ານັ້ນໃຫ້ເຮົາໃນວັນທີແປດ.
“ພວກເຈົ້າຈະຕ້ອງເປັນປະຊາຊົນບໍລິສຸດຂອງເຮົາ. ດັ່ງນັ້ນ ຢ່າກິນຊີ້ນສັດທີ່ຖືກສັດປ່າຈີກກິນ; ຈົ່ງໂຍນຊີ້ນນັ້ນຖິ້ມໃຫ້ໝາ.
Source notes (7)
- Footnote ຫລື ຕໍ່ໜ້າພຣະເຈົ້າ , ແລະ ພຣະອົງຈະ
- Footnote ຫລື ຕໍ່ໜ້າພຣະເຈົ້າ
- Footnote ຫລື ຜູ້ທີ່ພຣະເຈົ້າປະກາດ
- Footnote ຍິງທີ່ໃຊ້ເວດມົນຄາຖາ
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງ ສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ອົງພຣະຜູ້ເປັນເຈົ້າແລ້ວບໍ່ອາດເອົາຄືນໄດ້ ຈະຕ້ອງທຳລາຍໃຫ້ໝົດໄປ
- Footnote ຫລື ຢ່າດ່າຜູ້ຕັດສິນ
- Footnote ຄວາມໝາຍຂອງພາສາເຮັບເຣີສຳລັບປະໂຫຍກນີ້ແມ່ນບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.