Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 21

“ຕໍ່​ໄປ​ນີ້​ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຕັ້ງ​ໄວ້​ຕໍ່ໜ້າ​ພວກເຂົາ​ຄື:

ຄົນຮັບໃຊ້​ຊາວ​ເຮັບເຣີ

(ລລວ 25:39-55; ພບຍ 15:12-18)

“ຖ້າ​ພວກເຈົ້າ​ຊື້​ຄົນຮັບໃຊ້​ຊາວ​ເຮັບເຣີ​ຄົນ​ໜຶ່ງ​ມາ, ລາວ​ຈະ​ຕ້ອງ​ຮັບໃຊ້​ພວກເຈົ້າ​ເປັນ​ເວລາ​ຫົກ​ປີ. ແຕ່​ໃນ​ປີ​ທີ​ເຈັດ​ລາວ​ຈະ​ເປັນ​ອິດສະຫລະ​ໂດຍ​ບໍ່​ຕ້ອງ​ຈ່າຍ​ຄ່າ​ໄຖ່​ຫຍັງ. ຖ້າ​ລາວ​ມາ​ຄົນ​ດຽວ ລາວ​ກໍ​ຈະ​ເປັນ​ອິດສະຫລະ​ຄົນ​ດຽວ; ແຕ່​ຖ້າ​ລາວ​ມີ​ເມຍ​ເມື່ອ​ລາວ​ມາ, ນາງ​ກໍ​ຈະ​ຕ້ອງ​ເປັນ​ອິດສະຫລະ​ພ້ອມ​ກັບ​ລາວ. ຖ້າ​ວ່າ​ນາຍ​ຂອງ​ລາວ​ຫາ​ເມຍ​ໃຫ້​ລາວ ແລະ ນາງ​ໄດ້​ເກີດລູກ​ລູກຊາຍ ຫລື ລູກສາວ​ໃຫ້​ແກ່​ລາວ, ຍິງ​ນັ້ນ ແລະ ບັນດາ​ລູກ​ຂອງ​ນາງ​ກໍ​ຈະ​ເປັນ​ຂອງ​ນາຍ​ຂອງ​ນາງ ແລະ ຊາຍ​ຄົນ​ນັ້ນ​ກໍ​ຈະ​ເປັນ​ອິດສະຫລະ​ແຕ່​ຜູ້​ດຽວ.

“ແຕ່​ຖ້າ​ຄົນຮັບໃຊ້​ປະກາດ​ວ່າ, ‘ຂ້ານ້ອຍ​ຮັກ​ນາຍ​ຂອງ​ຂ້ານ້ອຍ ແລະ ຮັກ​ເມຍ​ກັບ​ລູກ​ຂອງ​ຂ້ານ້ອຍ ແລະ ຂ້ານ້ອຍ​ບໍ່​ຢາກ​ເປັນ​ອິດສະຫລະ,’ ແລ້ວ​ນາຍ​ຂອງ​ລາວ​ຕ້ອງ​ພາ​ລາວ​ໄປ​ຫາ​ຜູ້ຕັດສິນ.1 ນາຍ​ຈະ​ຕ້ອງ​ພາ​ລາວ​ໄປ​ທີ່​ປະຕູ ຫລື ວົງກົບ​ປະຕູ ແລ້ວ​ບ່ອງ​ຫູ​ຂອງ​ລາວ​ດ້ວຍ​ເຫລັກ​ປາຍ​ແຫລມ. ຫລັງຈາກ​ນັ້ນ ລາວ​ຈະ​ເປັນ​ຄົນຮັບໃຊ້​ໄປ​ຕະຫລອດ​ຊີວິດ.

“ຖ້າ​ຜູ້​ໃດ​ຂາຍ​ລູກສາວ​ຂອງ​ຕົນ​ໄປ​ເປັນ​ຄົນຮັບໃຊ້, ນາງ​ຈະ​ບໍ່​ໄດ້​ເປັນ​ອິດສະຫລະ​ເໝືອນ​ກັບ​ຄົນຮັບໃຊ້​ຊາຍ. ຖ້າ​ນາງ​ບໍ່​ເປັນ​ທີ່​ພໍໃຈ​ແກ່​ນາຍ​ຜູ້​ທີ່​ໄດ້​ເລືອກ​ຊື້​ນາງ​ໄວ້​ສຳລັບ​ຕົນ​ເອງ,2 ນາຍ​ນັ້ນ​ຕ້ອງ​ຍອມ​ໃຫ້​ໄຖ່​ຕົວ​ນາງ. ລາວ​ບໍ່​ມີ​ສິດ​ທີ່​ຈະ​ຂາຍ​ນາງ​ໃຫ້​ຄົນຕ່າງດ້າວ, ເພາະ​ລາວ​ໄດ້​ທຳລາຍ​ຄວາມ​ເຊື່ອຖື​ຕໍ່​ນາງ. ຖ້າ​ລາວ​ເລືອກ​ນາງ​ໄວ້​ສຳລັບ​ລູກຊາຍ​ຂອງ​ລາວ, ລາວ​ຕ້ອງ​ໃຫ້​ສິດທິ​ໃນ​ຖານະ​ລູກສາວ​ແກ່​ນາງ. ຖ້າ​ລາວ​ແຕ່ງງານ​ກັບ​ຍິງ​ຄົນ​ອື່ນ, ລາວ​ຕ້ອງ​ບໍ່​ລົດ​ອາຫານ, ເຄື່ອງນຸ່ງຫົ່ມ ແລະ ສິດ​ໃນ​ຖານະ​ເປັນ​ເມຍ​ຄົນ​ທຳອິດ​ຂອງ​ນາງ. ຖ້າ​ລາວ​ບໍ່​ຈັດຫາ​ສາມ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ນາງ, ນາງ​ກໍ​ຈະ​ເປັນ​ອິດສະຫລະ​ໂດຍ​ບໍ່​ມີ​ການ​ຈ່າຍ​ເງິນ​ໃດໆ.

ການ​ທຳຮ້າຍ​ຮ່າງກາຍ

“ຜູ້ໃດ​ກໍ​ຕາມ​ທີ່​ທຸບຕີ​ຄົນ​ອື່ນ​ດ້ວຍ​ການ​ໃຊ້​ຄວາມ​ຮຸນແຮງ​ຈົນ​ເຖິງ​ຕາຍ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. ເຖິງ​ຢ່າງໃດ​ກໍ​ຕາມ, ຖ້າ​ສິ່ງ​ນັ້ນ​ໄດ້​ເຮັດ​ໄປ​ໂດຍ​ບໍ່​ເຈດຕະນາ, ແຕ່​ພຣະເຈົ້າ​ອະນຸຍາດ​ໃຫ້​ເກີດ​ຂຶ້ນ, ເຮົາ​ຈະ​ກຳນົດ​ສະຖານທີ່​ແຫ່ງ​ໜຶ່ງ​ໃຫ້​ພວກເຂົາ​ໜີ​ໄປ​ລີ້​ໄພ. ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ທີ່​ວາງແຜນ ແລະ ຂ້າ​ບາງຄົນ​ໂດຍ​ເຈດຕະນາ, ຈົ່ງ​ນຳເອົາ​ຄົນ​ນັ້ນ​ອອກ​ໄປ​ຈາກ​ແທ່ນບູຊາ​ຂອງ​ເຮົາ ແລະ ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.

“ຜູ້ໃດ​ທຳຮ້າຍ3​ພໍ່ ຫລື ແມ່​ຂອງ​ຕົນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.

“ຜູ້ໃດ​ກໍ​ຕາມ​ທີ່​ລັກພາຕົວ​ຜູ້​ອື່ນ​ໄປ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ, ບໍ່​ວ່າ​ຜູ້​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ນັ້ນ​ໄດ້​ຖືກ​ຂາຍ​ໄປ​ແລ້ວ ຫລື ຍັງ​ຢູ່​ໃນ​ການ​ຄອບຄອງ​ຂອງ​ຜູ້​ລັກ​ພາ​ຕົວ​ກໍ​ຕາມ.

“ຜູ້ໃດ​ກໍ​ຕາມ​ທີ່​ປ້ອຍດ່າ​ພໍ່ ຫລື ແມ່​ຂອງ​ຕົນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ.

“ຖ້າ​ມີ​ຄົນ​ຜິດຖຽງ​ກັນ ແລະ ມີ​ຄົນ​ໜຶ່ງ​ຕົບຕີ​ຄົນ​ອື່ນ​ດ້ວຍ​ກ້ອນຫີນ ຫລື ດ້ວຍ​ກຳປັ້ນ4​ຂອງ​ຕົນ ແລະ ຜູ້ເສຍຫາຍ​ນັ້ນ​ບໍ່​ໄດ້​ຕາຍ ແຕ່​ຕ້ອງ​ນອນ​ຢູ່​ເທິງ​ຕຽງ, ຄົນ​ທີ່​ຕົບຕີ​ນັ້ນ​ກໍ​ຈະ​ບໍ່​ໄດ້​ຮັບຜິດຊອບ​ຖ້າ​ຜູ້​ນັ້ນ​ສາມາດ​ລຸກ​ຍ່າງ​ໄປ​ມາ​ໄດ້​ໂດຍ​ໃຊ້​ໄມ້ຄ້ອນເທົ້າ, ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ, ຝ່າຍ​ຜູ້​ທີ່​ເຮັດ​ຜິດ​ຕ້ອງ​ຈ່າຍ​ເງິນ​ໃຫ້​ແກ່​ຜູ້​ທີ່​ບາດເຈັບ​ສຳລັບ​ຄ່າ​ເສຍ​ເວລາ ແລະ ເບິ່ງແຍງ​ຜູ້ເສຍຫາຍ​ນັ້ນ​ຈົນ​ຫາຍດີ​ເປັນ​ປົກກະຕິ.

“ຜູ້ໃດ​ກໍ​ຕາມ​ທີ່​ຂ້ຽນຕີ​ຂ້າທາດ​ຊາຍ ຫລື ຍິງ​ຂອງ​ຕົນ​ດ້ວຍ​ໄມ້​ຈົນ​ເປັນ​ເຫດ​ໃຫ້​ຂ້າທາດ​ນັ້ນ​ເຖິງ​ແກ່​ຄວາມຕາຍ ຜູ້​ນັ້ນ​ຕ້ອງ​ຖືກ​ລົງໂທດ. ແຕ່​ພວກເຂົາ​ຈະ​ບໍ່​ຖືກ​ລົງ​ໂທດ​ຖ້າ​ຂ້າທາດ​ລຸກ​ຂຶ້ນ​ໄດ້​ພາຍໃນ​ໜຶ່ງ ຫລື ສອງ​ວັນ, ເນື່ອງຈາກ​ວ່າ​ຂ້າທາດ​ເປັນ​ສົມບັດ​ຂອງ​ພວກເຂົາ.

“ຖ້າ​ມີ​ຄົນ​ກຳລັງ​ຕໍ່ສູ້​ກັນ ແລະ ຕີ​ຖືກ​ແມ່ຍິງ​ຖືພາ​ແລ້ວ​ນາງ​ເກີດ​ກ່ອນ​ກຳນົດ5 ແຕ່​ບໍ່​ໄດ້​ບາດເຈັບ​ສາຫັດ, ຜູ້ກະທຳຜິດ​ຈະ​ຕ້ອງ​ຖືກ​ປັບໃໝ​ຕາມ​ທີ່​ຜົວ​ຂອງ​ຍິງ​ນັ້ນ​ຈະ​ຮຽກຮ້ອງ ແລະ ຕາມ​ທີ່​ສານ​ອະນຸມັດ. ແຕ່​ຖ້າ​ມີ​ການ​ບາດເຈັບ​ສາຫັດ, ພວກເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ແທນ​ຊີວິດ. ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື, ຕີນ​ແທນ​ຕີນ, ຮອຍ​ໄຟ​ໄໝ້​ແທນ​ຮອຍ​ໄຟ​ໄໝ້, ບາດແຜ​ແທນ​ບາດແຜ, ຮອຍ​ຊ້ຳ​ແທນ​ຮອຍ​ຊ້ຳ.

“ຖ້າ​ນາຍ​ຕີ​ຕາ​ຂອງ​ຂ້າທາດ​ຊາຍ ຫລື ຂ້າທາດ​ຍິງ​ຈົນ​ຕາບອດ ລາວ​ຕ້ອງ​ປ່ອຍ​ຂ້າທາດ​ນັ້ນ​ໃຫ້​ເປັນ​ອິດສະຫລະ​ເພື່ອ​ຊົດເຊີຍ​ຕາ​ນັ້ນ. ແລະ ຖ້າ​ນາຍ​ຊົກ​ແຂ້ວ​ຂອງ​ຂ້າທາດ​ຊາຍ ຫລື ຍິງ​ຫັກ ລາວ​ຕ້ອງ​ປ່ອຍ​ຂ້າທາດ​ນັ້ນ​ໃຫ້​ເປັນ​ອິດສະຫລະ​ເພື່ອ​ຊົດເຊີຍ​ແຂ້ວ​ນັ້ນ.

“ຖ້າ​ງົວ​ໂຕ​ໃດ​ຊົນ​ຜູ້ຊາຍ ຫລື ແມ່ຍິງ​ຈົນ​ຕາຍ, ງົວ​ນັ້ນ​ຈະ​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ແລະ ຕ້ອງ​ບໍ່​ກິນ​ຊີ້ນ​ຂອງ​ມັນ. ແຕ່​ເຈົ້າຂອງ​ງົວ​ບໍ່​ຕ້ອງ​ຮັບຜິດຊອບ​ຫຍັງ. ເຖິງ​ຢ່າງໃດ​ກໍ​ຕາມ, ຖ້າ​ວ່າ​ງົວ​ນັ້ນ​ມີ​ນິໄສ​ມັກ​ຊົນ​ຄົນ ແລະ ເຈົ້າຂອງ​ໄດ້​ຮັບ​ການ​ເຕືອນ​ມາ​ແລ້ວ​ແຕ່​ຍັງ​ບໍ່​ຂັງ​ງົວ​ໄວ້ ແລະ ຖ້າ​ມັນ​ໄປ​ຊົນ​ຄົນ​ຕາຍ​ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ງົວ​ນັ້ນ​ຈະ​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ແລະ ເຈົ້າຂອງ​ງົວ​ກໍ​ຈະ​ມີ​ໂທດ​ເຖິງ​ຕາຍ​ເໝືອນກັນ. ເຖິງ​ຢ່າງໃດ​ກໍ​ຕາມ, ຖ້າ​ມີ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ຈ່າຍ​ເງິນ, ເຈົ້າຂອງ​ງົວ​ອາດ​ໄຖ່​ຊີວິດ​ຂອງ​ລາວ​ໂດຍ​ການ​ຈ່າຍ​ເງິນ​ຕາມ​ສິ່ງ​ທີ່​ຖືກ​ຮຽກຮ້ອງ​ນັ້ນ. ກົດບັນຍັດ​ຂໍ້​ນີ້​ນຳໃຊ້​ໃນ​ກໍລະນີ​ທີ່​ງົວ​ຊົນ​ລູກຊາຍ ຫລື ລູກສາວ​ເໝືອນກັນ. ຖ້າ​ງົວ​ຊົນ​ຂ້າທາດ​ບໍ່​ວ່າ​ຊາຍ ຫລື ຍິງ, ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ​ເງິນ​ຈໍານວນ 30 ເຊເຂວ6​ໃຫ້​ກັບ​ເຈົ້າ​ຂອງ​ຂ້າທາດ ແລະ ງົວ​ນັ້ນ​ຈະ​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.

“ຖ້າ​ຜູ້ໃດ​ເປີດ​ນ້ຳສ້າງ ຫລື ຂຸດ​ນ້ຳສ້າງ ແລະ ບໍ່​ປິດ​ຝາ​ນ້ຳສ້າງ​ໄວ້ ແລ້ວ​ມີ​ງົວ ຫລື ລໍ​ຕົກ​ລົງ​ໄປ​ໃນ​ນ້ຳສ້າງ​ນັ້ນ, ຜູ້​ທີ່​ໄດ້​ເປີດ​ນ້ຳສ້າງ​ນັ້ນ​ຕ້ອງ​ຈ່າຍເງິນ​ໃຫ້​ແກ່​ເຈົ້າຂອງ​ສຳລັບ​ຄວາມເສຍຫາຍ ແລະ ເອົາ​ສັດ​ທີ່​ຕາຍ​ນັ້ນ​ໄປ​ເປັນ​ການ​ແລກປ່ຽນ.

“ຖ້າ​ງົວ​ຂອງ​ຄົນໃດ​ໄປ​ເຮັດ​ໃຫ້​ງົວ​ຂອງ​ຄົນ​ອື່ນ​ບາດເຈັບ ແລະ ງົວ​ນັ້ນ​ຕາຍ, ທັງ​ສອງ​ຝ່າຍ​ຈະ​ຕ້ອງ​ຂາຍ​ງົວ​ທີ່​ຍັງ​ມີຊີວິດ​ຢູ່​ແລ້ວ​ເອົາ​ມາ​ແບ່ງປັນ​ກັນ​ທັງ​ເງິນ ແລະ ສັດ​ທີ່​ຕາຍ​ແລ້ວ​ນັ້ນ​ໃຫ້​ເທົ່າ​ກັນ. ເຖິງ​ຢ່າງໃດ​ກໍ​ຕາມ, ແຕ່​ຖ້າ​ເປັນ​ທີ່​ຮູ້​ກັນ​ວ່າ​ງົວ​ນັ້ນ​ມີ​ນິໄສ​ມັກ​ຊົນ, ແຕ່​ເຈົ້າຂອງ​ບໍ່​ຈັບ​ງົວ​ນັ້ນ​ຂັງ​ໄວ້, ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ, ສັດ​ແທນ​ສັດ, ແລ້ວ​ເອົາ​ງົວ​ໂຕ​ທີ່​ຕາຍ​ນັ້ນ​ມາ​ແລກປ່ຽນ​ກັນ.

Source notes (6)
  1. Footnote ຫລື ມາ​ຕໍ່ໜ້າ​ພຣະເຈົ້າ
  2. Footnote ຫລື ນາງ​ບໍ່​ເປັນ​ທີ່​ພໍໃຈ​ຂອງ​ນາຍ ພວກເຂົາ​ຈຶ່ງ​ບໍ່​ໄດ້​ເລືອກ​ນາງ
  3. Footnote ຫລື ຂ້າ
  4. Footnote ຫລື ໃຊ້​ເຄື່ອງມື​ທຳຮ້າຍ
  5. Footnote ຫລື ນາງ​ຫລຸລູກ
  6. Footnote ນັ້ນ​ຄື ປະມານ 12 ອອນ ຫລື ປະມານ 345 ກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.