Biblica® Open Lao Contemporary Version
ອົບພະຍົບ 15
ບົດເພງຂອງໂມເຊ ແລະ ມີຣີອາມ
ຫລັງຈາກນັ້ນ ໂມເຊ ແລະ ຊາວອິດສະຣາເອນຈຶ່ງຮ້ອງເພງນີ້ໃຫ້ແກ່ພຣະເຈົ້າຢາເວວ່າ:
“ຂ້ານ້ອຍຈະຮ້ອງເພງໃຫ້ແກ່ພຣະເຈົ້າຢາເວ
ເພາະພຣະອົງເປັນທີ່ຍົກຍ້ອງສູງສຸດ.
ພຣະອົງໄດ້ໂຍນທັງມ້າ ແລະ ຄົນຂີ່ມ້າ
ລົງໃນທະເລ.
“ພຣະເຈົ້າຢາເວເປັນກຳລັງ ແລະ ເປັນການປົກປ້ອງຂອງຂ້ານ້ອຍ;1
ພຣະອົງໄດ້ກາຍເປັນຄວາມພົ້ນຂອງຂ້ານ້ອຍ.
ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຂ້ານ້ອຍຈະສັນລະເສີນພຣະອົງ,
ເປັນພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຍົກຍ້ອງພຣະອົງ.
ພຣະເຈົ້າຢາເວເປັນນັກຮົບ;
ພຣະເຈົ້າຢາເວແມ່ນນາມຂອງພຣະອົງ.
ພຣະອົງໂຍນບັນດາລົດມ້າ ແລະ ກອງທັບຂອງຟາໂຣ
ລົງໃນທະເລ.
ນາຍທະຫານທີ່ດີທີ່ສຸດຂອງຟາໂຣ
ກໍໄດ້ຈົມລົງໃນທະເລແດງ.2
ນ້ຳເລິກໄດ້ຖ້ວມພວກເຂົາ;
ພວກເຂົາຈົມລົງໄປສູ່ບ່ອນເລິກເໝືອນດັ່ງກ້ອນຫີນກ້ອນໜຶ່ງ.
ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງ
ກໍສະຫງ່າງາມດ້ວຍລິດອຳນາດ.
ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງ
ທຳລາຍສັດຕູແຕກໝຸ່ນໄປ.
“ດ້ວຍຄວາມສະຫງ່າງາມອັນຍິ່ງໃຫຍ່ຂອງພຣະອົງ
ພຣະອົງໄດ້ໂຍນຜູ້ທີ່ຄັດຄ້ານພຣະອົງລົງ.
ພຣະອົງປ່ອຍຄວາມໂກດຮ້າຍອັນລຸກໄໝ້ຂອງພຣະອົງ; ຄວາມໂກດຮ້າຍນັ້ນ
ເຜົາໄໝ້ພວກເຂົາເໝືອນດັ່ງເຜົາໄໝ້ເຟືອງ.
ໂດຍລົມຫາຍໃຈທີ່ອອກມາຈາກດັງຂອງພຣະອົງ
ນ້ຳກໍໂຮມກັນຂຶ້ນ.
ນໍ້າທີ່ໄຫລຊັດຕັ້ງຂຶ້ນເໝືອນດັ່ງກຳແພງ;
ນ້ຳເລິກຕັ້ງຂຶ້ນຢູ່ທີ່ໃຈກາງຂອງທະເລ.
ສັດຕູໄດ້ອວດອ້າງວ່າ,
‘ເຮົາຈະໄລ່ຕາມ ແລະ ເຮົາຈະຕາມພວກເຂົາທັນ.
ເຮົາຈະເອົາເຄື່ອງຂອງທີ່ຢຶດໄດ້ແບ່ງປັນກັນ;
ເຮົາຈະກືນກິນພວກເຂົາ.
ເຮົາຈະຊັກດາບຂອງເຮົາອອກມາ
ແລະ ມືຂອງເຮົາຈະທຳລາຍພວກເຂົາ’.
ແຕ່ພຣະອົງເປົ່າລົມຫາຍໃຈຂອງພຣະອົງ
ແລະ ທະເລກໍຖ້ວມພວກເຂົາ.
ພວກເຂົາຈົມລົງເໝືອນດັ່ງກ້ອນກົ່ວ
ໃນນ້ຳທີ່ກວ້າງໃຫຍ່.
ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນ
ມີຜູ້ໃດເປັນເໝືອນພຣະອົງ?
ຜູ້ໃດທີ່ເປັນເໝືອນພຣະອົງ
ຜູ້ງາມສະຫງ່າໃນຄວາມບໍລິສຸດ,
ຜູ້ໜ້າຢໍາເກງໃນສະຫງ່າລາສີ,
ຜູ້ກະທຳການອັດສະຈັນ?
“ພຣະອົງຢຽດມືຂວາຂອງພຣະອົງອອກ,
ແລະ ແຜ່ນດິນໂລກກໍກືນກິນບັນດາສັດຕູຂອງພຣະອົງ.
ດ້ວຍຄວາມຮັກໝັ້ນຄົງຂອງພຣະອົງ ພຣະອົງຈະນຳພາ
ປະຊາຊົນທີ່ພຣະອົງໄດ້ໄຖ່ໄວ້.
ດ້ວຍກຳລັງຂອງພຣະອົງ ພຣະອົງຈະນຳພາພວກເຂົາ
ເຂົ້າສູ່ສະຖານທີ່ອັນສັກສິດຂອງພຣະອົງ.
ປະຊາຊາດທັງຫລາຍຈະໄດ້ຍິນ ແລະ ສັ່ນສະທ້ານ;
ຄວາມທຸກທໍລະມານໃຈຈະຄວບຄຸມປະຊາຊົນຟີລິດສະຕິນ
ບັນດາຫົວໜ້າຂອງຊາວເອໂດມຈະສັ່ນຢ້ານ,
ບັນດາຜູ້ນຳຂອງຊາວໂມອາບຈະຖືກຈັບຈົນຕົວສັ່ນ,
ປະຊາຊົນ3ຊາວການາອານຈະແຕກກະຈັດກະຈາຍໄປ,
ຄວາມສະທ້ານຢ້ານກົວ ແລະ ຄວາມຢ້ານແຮງຈະຕົກໃສ່ພວກເຂົາ.
ຂ້າແດ່ພຣະເຈົ້າຢາເວ ໂດຍກຳລັງແຂນຂອງພຣະອົງ
ພວກເຂົາຈະແຂງໄປເໝືອນດັ່ງກ້ອນຫີນ
ຈົນກວ່າປະຊາຊົນຂອງພຣະອົງຈະຜ່ານໄປ,
ຈົນກວ່າປະຊາຊົນທີ່ພຣະອົງໄດ້ຊື້4ໄວ້ນັ້ນຈະຜ່ານໄປ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະນຳພວກເຂົາເຂົ້າມາ ແລະ ຕັ້ງພວກເຂົາໄວ້
ໃສ່ເທິງພູເຂົາທີ່ເປັນມໍລະດົກຂອງພຣະອົງ
ຄືສະຖານທີ່ ເຊິ່ງພຣະອົງສ້າງຂຶ້ນເພື່ອເປັນບ່ອນຢູ່ຂອງພຣະອົງ,
ຂ້າແດ່ພຣະເຈົ້າຢາເວ, ສະຖານນະມັດສະການ ເຊິ່ງມືຂອງພຣະອົງໄດ້ສ້າງຂຶ້ນ.
“ພຣະເຈົ້າຢາເວຈະປົກຄອງ
ຕະຫລອດໄປເປັນນິດ”.
ເມື່ອບັນດາມ້າ, ລົດມ້າ ແລະ ທະຫານມ້າ5ຂອງຟາໂຣໄດ້ລົງໄປໃນທະເລ, ພຣະເຈົ້າຢາເວໄດ້ນຳເອົານໍ້າໃນທະເລໄຫລຄືນຖ້ວມພວກເຂົາ, ແຕ່ຊາວອິດສະຣາເອນພາກັນຍ່າງຜ່ານທະເລເທິງພື້ນດິນແຫ້ງ. ແລ້ວຜູ້ທຳນວາຍມີຣີອາມ ເອື້ອຍຂອງອາໂຣນໄດ້ຖືກອງແຊັກໄວ້ໃນມືຂອງນາງ, ແລ້ວບັນດາແມ່ຍິງທັງຫລາຍກໍພາກັນຕິດຕາມນາງໄປດ້ວຍການຕີກອງແຊັກ ແລະ ຟ້ອນລຳ. ນາງມີຣີອາມໄດ້ຮ້ອງເພງຕໍ່ພວກເຂົາວ່າ:
“ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ,
ເພາະພຣະອົງເປັນທີ່ຍົກຍ້ອງສູງສຸດ.
ພຣະອົງໄດ້ໂຍນທັງມ້າ
ແລະ ທະຫານມ້າລົງໃນທະເລ”.
ນ້ຳແຫ່ງມາຣາ ແລະ ເອລິມ
ຫລັງຈາກນັ້ນ ໂມເຊໄດ້ນຳພາຊາວອິດສະຣາເອນອອກຈາກທະເລແດງແລ້ວພວກເຂົາກໍເຂົ້າໄປໃນຖິ່ນກັນດານຊູເຣ. ຕະຫລອດສາມວັນທີ່ເດີນທາງໃນຖິ່ນກັນດານພວກເຂົາບໍ່ພົບນ້ຳເລີຍ. ເມື່ອພວກເຂົາມາເຖິງມາຣາ, ພວກເຂົາບໍ່ສາມາດດື່ມນ້ຳນັ້ນໄດ້ເພາະນ້ຳນັ້ນຂົມ. (ດ້ວຍເຫດນີ້ ບ່ອນນີ້ຈຶ່ງມີຊື່ວ່າມາຣາ6). ດັ່ງນັ້ນ ປະຊາຊົນຈຶ່ງຈົ່ມຕໍ່ໂມເຊ ໂດຍເວົ້າວ່າ: “ຈະໃຫ້ພວກເຮົາດື່ມຫຍັງ?”
ແລ້ວໂມເຊຈຶ່ງຮ້ອງຫາພຣະເຈົ້າຢາເວ ແລ້ວພຣະເຈົ້າຢາເວຈຶ່ງໄດ້ສະແດງໃຫ້ເພິ່ນເຫັນໄມ້ທ່ອນໜຶ່ງ. ເພິ່ນໄດ້ຖິ້ມໄມ້ນັ້ນລົງໄປໃນນ້ຳ, ແລ້ວນ້ຳນັ້ນກໍພໍຈະດື່ມໄດ້.
ພຣະເຈົ້າຢາເວໄດ້ອອກກົດລະບຽບ ແລະ ຄຳແນະນໍາໃຫ້ແກ່ພວກເຂົາ ແລະ ທົດສອບພວກເຂົາ. ພຣະອົງເວົ້າວ່າ, “ຖ້າພວກເຈົ້າຕັ້ງໃຈຟັງສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະອົງ, ຖ້າພວກເຈົ້າເອົາໃຈໃສ່ຕໍ່ຄໍາສັ່ງຂອງພຣະອົງ ແລະ ຮັກສາຂໍ້ຄຳສັ່ງທັງໝົດຂອງພຣະອົງ, ເຮົາຈະບໍ່ນໍາເອົາພະຍາດໃດມາໃສ່ພວກເຈົ້າເໝືອນດັ່ງທີ່ເຮົາໄດ້ນໍາເອົາມາໃສ່ຊາວເອຢິບ, ເພາະວ່າເຮົາແມ່ນພຣະເຈົ້າຢາເວຜູ້ຮັກສາພວກເຈົ້າ”.
ແລ້ວພວກເຂົາກໍມາເຖິງເອລິມ, ບ່ອນທີ່ມີນໍ້າພຸສິບສອງແຫ່ງ ແລະ ຕົ້ນປາມເຈັດສິບຕົ້ນ, ແລ້ວພວກເຂົາຈຶ່ງຕັ້ງຄ້າຍພັກໃກ້ກັບແຄມນ້ຳນັ້ນ.
Source notes (6)
- Footnote ເປັນບົດເພງຂອງຂ້ານ້ອຍ
- Footnote ທະເລໄມ້ອໍ້ ຢູ່ໃນຂໍ້ 22 ກໍເໝືອນກັນ
- Footnote ຫລື ບັນດາຜູ້ປົກຄອງ
- Footnote ຫລື ໄດ້ສ້າງ
- Footnote ຄົນຂັບລົດມ້າ
- Footnote ແປວ່າ ຂົມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.