Biblica® Open Lao Contemporary Version
ອົບພະຍົບ 11
ໄພພິບັດມາເຖິງລູກຊາຍກົກ
ບັດນີ້ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເຮົາຈະນຳເອົາໄພພິບັດອີກຢ່າງໜຶ່ງມາສູ່ຟາໂຣ ແລະ ເອຢິບ. ຫລັງຈາກນັ້ນ ລາວຈະຍອມປ່ອຍພວກເຈົ້າໄປຈາກທີ່ນີ້ ແລະ ເມື່ອລາວປ່ອຍພວກເຈົ້ານັ້ນ, ລາວຈະຂັບໄລ່ພວກເຈົ້າອອກໄປຈົນໝົດ. ຈົ່ງບອກປະຊາຊົນທັງຊາຍ ແລະ ຍິງໃຫ້ຕຽມຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳຈາກເພື່ອນບ້ານຂອງພວກເຂົາ”. (ພຣະເຈົ້າຢາເວເຮັດໃຫ້ຊາວເອຢິບເປັນທີ່ພໍໃຈຕໍ່ປະຊາຊົນ ແລະ ໂມເຊເອງກໍເປັນທີ່ນັບຖືຢ່າງສູງ ໂດຍຂ້າລາຊະການຂອງຟາໂຣ ແລະ ໂດຍປະຊາຊົນໃນເອຢິບ).
ດັ່ງນັ້ນ ໂມເຊຈຶ່ງກ່າວວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ‘ປະມານທ່ຽງຄືນເຮົາຈະໄປທົ່ວເອຢິບ. ລູກຊາຍກົກທຸກຄົນໃນເອຢິບຈະຕາຍ, ຕັ້ງແຕ່ລູກຊາຍກົກຂອງຟາໂຣ, ຜູ້ນັ່ງເທິງບັນລັງ ຈົນເຖິງລູກຊາຍກົກຂອງຂ້າທາດຍິງ ຜູ້ໂມ້ແປ້ງ ແລະ ລູກງົວຫົວປີທັງໝົດດ້ວຍ. ຈະມີສຽງຮ້ອງຄ່ຳຄວນດັງທົ່ວເອຢິບຢ່າງໜັກທີ່ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ມີອີກຈັກເທື່ອ. ແຕ່ຢູ່ທ່າມກາງຊາວອິດສະຣາເອນບໍ່ມີໝາຈະເຫົ່າໃສ່ຄົນ ຫລື ສັດ’. ແລ້ວທ່ານຈະຮູ້ວ່າພຣະເຈົ້າຢາເວເຮັດໃຫ້ມີຄວາມແຕກຕ່າງລະຫວ່າງເອຢິບ ແລະ ອິດສະຣາເອນ. ບັນດາຂ້າລາຊະການຂອງທ່ານທັງໝົດເຫລົ່ານີ້ຈະມາຫາຂ້ານ້ອຍ ແລະ ກົ້ມລົງຕໍ່ໜ້າຂ້ານ້ອຍ ແລະ ເວົ້າວ່າ, ‘ຂໍໃຫ້ທ່ານ ແລະ ປະຊາຊົນທັງໝົດທີ່ຕິດຕາມທ່ານຈົ່ງອອກໄປ!’ ຫລັງຈາກນັ້ນຂ້ານ້ອຍຈຶ່ງຈະໄປ”. ແລ້ວໂມເຊກໍລາຟາໂຣໄປດ້ວຍຄວາມໃຈຮ້າຍທີ່ສຸດ.
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຟາໂຣຈະປະຕິເສດທີ່ຈະຟັງເຈົ້າ ເພື່ອວ່າບັນດາການອັດສະຈັນຂອງເຮົາຈະໄດ້ເພີ່ມທະວີຂຶ້ນໃນເອຢິບ”. ໂມເຊ ແລະ ອາໂຣນໄດ້ເຮັດການອັດສະຈັນທັງໝົດເຫລົ່ານີ້ຕໍ່ໜ້າຟາໂຣ, ແຕ່ພຣະເຈົ້າຢາເວເຮັດໃຫ້ໃຈຂອງຟາໂຣແຂງກະດ້າງ ແລະ ຈະບໍ່ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງເພິ່ນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.