Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 10

ໄພພິບັດ​ຈາກ​ຝູງ​ຕັກແຕນ

ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ກັບ​ໄປ​ພົບ​ຟາໂຣ, ເພາະ​ເຮົາ​ເຮັດ​ໃຫ້​ໃຈ​ຂອງ​ລາວ​ແຂງກະດ້າງ ແລະ ໃຈ​ຂອງ​ຂ້າລາຊະການ​ຂອງ​ລາວ​ແຂງກະດ້າງ​ເໝືອນກັນ ເພື່ອ​ເຮົາ​ຈະ​ສະແດງ​ໝາຍສຳຄັນ​ຂອງ​ເຮົາ​ເຫລົ່ານີ້​ທ່າມກາງ​ພວກເຂົາ ເພື່ອ​ເຈົ້າ​ຈະ​ໄດ້​ເລົ່າ​ໃຫ້​ລູກ​ຫລານ​ຂອງ​ພວກເຈົ້າ​ຟັງ​ເຖິງ​ການ​ທີ່​ເຮົາ​ຈັດການ​ກັບ​ຊາວ​ເອຢິບ​ຢ່າງ​ໜັກ​ໜ່ວງ ແລະ ເຮົາ​ໄດ້​ສະແດງ​ໝາຍສຳຄັນ​ຂອງ​ເຮົາ​ທ່າມກາງ​ພວກເຂົາ​ແລ້ວ ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ”.

ດັ່ງນັ້ນ ໂມເຊ ແລະ ອາໂຣນ​ຈຶ່ງ​ໄດ້​ໄປ​ພົບ​ຟາໂຣ ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ເວົ້າ​ຄື: ‘ເຈົ້າ​ຈະ​ປະຕິເສດ​ທີ່​ຈະ​ຖ່ອມຕົວ​ເຈົ້າເອງ​ລົງ​ຕໍ່ໜ້າ​ເຮົາ​ອີກ​ດົນ​ປານ​ໃດ? ຈົ່ງ​ປ່ອຍ​ໃຫ້​ປະຊາຊົນ​ຂອງ​ເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ. ຖ້າ​ເຈົ້າ​ປະຕິເສດ​ທີ່​ຈະ​ປ່ອຍ​ພວກເຂົາ​ໄປ, ມື້​ອື່ນ​ເຮົາ​ຈະ​ນຳ​ຝູງ​ຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ. ພວກມັນ​ຈະ​ມາ​ປົກຄຸມ​ໜ້າ​ດິນ​ຈົນ​ເບິ່ງ​ບໍ່​ເຫັນ​ໜ້າ​ດິນ. ພວກມັນ​ຈະ​ກັດ​ກິນ​ສິ່ງ​ເລັກນ້ອຍ​ທີ່​ພວກເຈົ້າ​ມີ​ເຫລືອ​ຢູ່​ຫລັງ​ຈາກ​ໝາກເຫັບ, ລວມທັງ​ຕົ້ນໄມ້​ທຸກ​ຕົ້ນ​ທີ່​ກຳລັງ​ໃຫຍ່​ໃນ​ທົ່ງນາ​ຂອງ​ເຈົ້າ. ຕັກແຕນ​ຈະ​ເຂົ້າ​ມາ​ເຕັມ​ວັງ​ຂອງ​ເຈົ້າ, ເຮືອນ​ຂອງ​ຂ້າລາຊະການ​ຂອງ​ເຈົ້າ ແລະ ທຸກ​ເຮືອນ​ຂອງ​ຊາວ​ເອຢິບ ນີ້​ຄື​ສິ່ງ​ທີ່​ພໍ່ແມ່​ຂອງ​ເຈົ້າ ແລະ ບັນພະບຸລຸດ​ຂອງ​ເຈົ້າ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ນັບ​ຕັ້ງ​ແຕ່​ມື້​ທີ່​ພວກເຂົາ​ຕັ້ງ​ຖິ່ນຖານ​ໃນ​ດິນແດນ​ນີ້​ຈົນ​ເຖິງ​ດຽວນີ້’ ”. ຫລັງຈາກນັ້ນ ໂມເຊ​ກໍ​ກັບ ແລະ ໄປ​ຈາກ​ຟາໂຣ​ແລ້ວ​ກັບ​ໄປ.

ບັນດາ​ຂ້າລາຊະການ​ຂອງ​ຟາໂຣ​ກ່າວ​ຕໍ່​ເພິ່ນ​ວ່າ, “ຊາຍ​ຄົນ​ນີ້​ຈະ​ເປັນ​ບ້ວງແຮ້ວ​ຕໍ່​ພວກເຮົາ​ໄປ​ອີກ​ດົນ​ປານ​ໃດ? ຂໍ​ຈົ່ງ​ປ່ອຍ​ປະຊາຊົນ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ທ່ານ​ຍັງ​ບໍ່​ສຳນຶກ​ວ່າ​ເອຢິບ​ຖືກ​ທຳລາຍ​ແລ້ວ?”

ຫລັງຈາກນັ້ນ ໂມເຊ ແລະ ອາໂຣນ​ຈຶ່ງ​ຖືກ​ນຳ​ກັບ​ຄືນ​ມາ​ພົບ​ຟາໂຣ​ອີກ. ຟາໂຣ​ໄດ້​ເວົ້າ​ວ່າ, “ຈົ່ງ​ໄປ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ບອກ​ເຮົາ​ວ່າ​ມີ​ຜູ້ໃດ​ແດ່​ຈະ​ໄປ?”

ໂມເຊ​ໄດ້​ຕອບ​ວ່າ, “ພວກຂ້ານ້ອຍ​ຈະ​ໄປ​ພ້ອມ​ທັງ​ຄົນ​ໜຸ່ມ ແລະ ຄົນ​ແກ່​ຂອງ​ພວກຂ້ານ້ອຍ, ພ້ອມ​ທັງ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ພວກຂ້ານ້ອຍ ແລະ ພ້ອມ​ທັງ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພວກຂ້ານ້ອຍ, ເພາະ​ພວກຂ້ານ້ອຍ​ຈະ​ຕ້ອງ​ສະຫລອງ​ເທດສະການ​ແກ່​ພຣະເຈົ້າຢາເວ”.

ຟາໂຣ​ຈຶ່ງ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຈົ້າ ຖ້າ​ເຮົາ​ປ່ອຍ​ພວກເຈົ້າ​ໄປ​ພ້ອມ​ກັບ​ແມ່ຍິງ ແລະ ເດັກນ້ອຍ​ຂອງ​ພວກເຈົ້າ! ເຫັນ​ໄດ້​ຊັດເຈນ​ວ່າ​ພວກເຈົ້າ​ມີ​ແຜນການ​ຊົ່ວຮ້າຍ.1 ບໍ່​ໄດ້! ໃຫ້​ແຕ່​ຜູ້ຊາຍ​ເທົ່ານັ້ນ​ໄປ​ນະມັດສະການ​ພຣະເຈົ້າຢາເວ ເພາະ​ວ່າ​ນັ້ນ​ເປັນ​ສິ່ງ​ທີ່​ພວກເຈົ້າ​ຂໍ​ໄວ້”. ຫລັງຈາກນັ້ນ ໂມເຊ ແລະ ອາໂຣນ​ກໍ​ຖືກ​ໄລ່​ອອກ​ໄປ​ໃຫ້​ພົ້ນ​ໜ້າ​ຂອງ​ຟາໂຣ.

ແລະ ພຣະເຈົ້າຢາເວ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເໜືອ​ເອຢິບ​ເພື່ອ​ວ່າ​ຝູງ​ຕັກແຕນ​ຈະ​ໄດ້​ມາ​ທົ່ວ​ດິນແດນ ແລະ ກັດກິນ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ທົ່ງນາ ເຊິ່ງ​ເຫລືອ​ຈາກ​ການ​ທຳລາຍ​ຂອງ​ໝາກເຫັບ”.

ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ເໜືອ​ປະເທດ​ເອຢິບ ແລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ລົມ​ຕາເວັນອອກ​ພັດ​ມາ​ທົ່ວ​ແຜ່ນດິນ​ຕະຫລອດ​ເວັນ ແລະ ຕະຫລອດ​ຄືນ. ໃນ​ຕອນເຊົ້າ​ລົມ​ກໍ​ໄດ້​ນຳ​ເອົາ​ຝູງ​ຕັກແຕນ​ມາ; ຝູງ​ຕັກແຕນ​ຈໍານວນ​ຫລວງຫລາຍ​ໄດ້​ບຸກລຸກ​ເອຢິບ​ທັງໝົດ ແລະ ຕັ້ງ​ຖິ່ນຖານ​ຢູ່​ໃນ​ທຸກ​ພື້ນທີ່​ຂອງ​ປະເທດ. ໄພວິບັດ​ຈາກ​ຕັກແຕນ​ຢ່າງ​ນີ້​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ຝູງ​ຕັກແຕນ​ປົກຄຸມ​ທົ່ວ​ພື້ນດິນ​ຈົນ​ດໍາ​ໄປ​ໝົດ. ມັນ​ກັດ​ກິນ​ທຸກສິ່ງ​ທີ່​ເຫລືອ​ຫລັງ​ຈາກ​ການ​ທຳລາຍ​ຂອງ​ໝາກເຫັບ ຄື​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ໃນ​ທົ່ງນາ ແລະ ໝາກໄມ້​ທີ່​ຢູ່​ໃນ​ຕົ້ນ. ບໍ່​ມີ​ສີຂຽວ​ເຫລືອ​ຢູ່​ເທິງ​ຕົ້ນໄມ້ ຫລື ພືດ​ໃນ​ທົ່ວ​ດິນແດນ​ເອຢິບ.

ຟາໂຣ​ຈຶ່ງ​ເອີ້ນ​ໂມເຊ ແລະ ອາໂຣນ​ມາ​ພົບ​ດ່ວນ​ແລ້ວ​ເວົ້າ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ຕໍ່ສູ້​ພວກເຈົ້າ​ແລ້ວ. ບັດນີ້ ຂໍ​ຍົກໂທດ​ຄວາມບາບ​ໃຫ້​ເຮົາ​ອີກ​ເທື່ອ​ໜຶ່ງ ແລະ ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ເອົາ​ໄພພິບັດ​ທີ່​ອັນຕະລາຍ​ນີ້​ໄປ​ຈາກ​ເຮົາ”.

ແລ້ວ​ໂມເຊ​ຈຶ່ງ​ຈາກ​ຟາໂຣ​ໄປ ແລະ ອະທິຖານ​ຕໍ່​ພຣະເຈົ້າຢາເວ. ແລະ ພຣະເຈົ້າຢາເວ​ປ່ຽນ​ລົມ​ໃຫ້​ເປັນ​ລົມ​ຕາເວັນຕົກ​ທີ່​ພັດ​ແຮງ​ຫລາຍ, ເຊິ່ງ​ຫອບ​ເອົາ​ຝູງ​ຕັກແຕນ​ແລ້ວ​ໄປ​ຖິ້ມ​ລົງ​ໃນ​ທະເລແດງ.2 ທຸກບ່ອນ​ໃນ​ເອຢິບ​ບໍ່​ມີ​ຕັກແຕນ​ເຫລືອ​ຈັກ​ໂຕ. ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຟາໂຣ​ມີ​ໃຈ​ແຂງກະດ້າງ ແລະ ຈະ​ບໍ່​ຍອມ​ປ່ອຍ​ຊາວ​ອິດສະຣາເອນ​ໄປ.

ໄພພິບັດ​ຈາກ​ຄວາມມືດ

ຫລັງຈາກນັ້ນ ພຣະເຈົ້າຢາເວ​ກໍ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂອງ​ເຈົ້າ​ຂຶ້ນ​ສູ່​ທ້ອງຟ້າ​ເພື່ອ​ໃຫ້​ຄວາມມືດ​ແຜ່​ກະຈາຍ​ໄປ​ທົ່ວ​ເອຢິບ ຄື​ຄວາມມືດ​ທີ່​ສາມາດ​ຮູ້ສຶກ​ໄດ້”. ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ມື​ຂອງ​ເພິ່ນ​ຂຶ້ນ​ສູ່​ທ້ອງ​ຟ້າ ແລ້ວ​ຄວາມມືດ​ກໍ​ໄດ້​ປົກຄຸມ​ທົ່ວ​ເອຢິບ​ຕະຫລອດ​ສາມ​ວັນ. ໃນ​ໄລຍະ​ສາມ​ວັນ​ນັ້ນ​ບໍ່​ມີ​ຜູ້ໃດ​ສາມາດ​ເບິ່ງ​ເຫັນ​ກັນ ຫລື ເຄື່ອນໄຫວ​ໄປ​ມາ​ໄດ້. ແຕ່​ຊາວ​ອິດສະຣາເອນ​ທຸກຄົນ​ມີ​ແສງສະຫວ່າງ​ໃນ​ບ່ອນ​ທີ່​ພວກເຂົາ​ອາໄສ​ຢູ່.

ແລ້ວ​ຟາໂຣ​ຈຶ່ງ​ເອີ້ນ​ໂມເຊ​ເຂົ້າ​ພົບ ແລະ ເວົ້າ​ວ່າ, “ຈົ່ງ​ໄປ​ນະມັດສະການ​ພຣະເຈົ້າຢາເວ. ແມ່ນແຕ່​ພວກແມ່ຍິງ ແລະ ເດັກນ້ອຍ​ຂອງ​ເຈົ້າ​ກໍ​ໄປ​ກັບ​ເຈົ້າ​ໄດ້; ຈົ່ງ​ປະ​ແຕ່​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພວກເຈົ້າ​ເທົ່ານັ້ນ​ໄວ້”.

ແຕ່​ໂມເຊ​ຕອບ​ວ່າ, “ທ່ານ​ກໍ​ຕ້ອງ​ອະນຸຍາດ​ໃຫ້​ພວກຂ້ານ້ອຍ​ມີ​ເຄື່ອງບູຊາ ແລະ ເຄື່ອງເຜົາຖວາຍບູຊາ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ດ້ວຍ. ສັດລ້ຽງ​ຂອງ​ພວກຂ້ານ້ອຍ​ກໍ​ຕ້ອງ​ໄປ​ນໍາ​ພວກຂ້ານ້ອຍ​ເໝືອນກັນ; ຈະ​ບໍ່​ມີ​ສັດ​ເຫລືອ​ຢູ່​ແມ່ນແຕ່​ໂຕ​ດຽວ. ເພາະ​ພວກຂ້ານ້ອຍ​ຈຳເປັນ​ຕ້ອງ​ໃຊ້​ສັດ​ເຫລົ່ານັ້ນ​ໃນ​ການນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ແລະ ຍັງ​ບໍ່​ຮູ້​ວ່າ​ພວກຂ້ານ້ອຍ​ຈະ​ໃຊ້​ສັດ​ຊະນິດ​ໃດ​ຖວາຍ​ແກ່​ພຣະເຈົ້າຢາເວ​ຈົນ​ກວ່າ​ພວກຂ້ານ້ອຍ​ຈະ​ໄປ​ເຖິງ​ທີ່​ນັ້ນ”.

ແຕ່​ພຣະເຈົ້າຢາເວ​ເຮັດ​ໃຫ້​ຟາໂຣ​ມີ​ໃຈ​ແຂງກະດ້າງ ແລະ ເພິ່ນ​ບໍ່​ໄດ້​ມີ​ຄວາມຕັ້ງໃຈ​ທີ່​ຈະ​ປ່ອຍ​ພວກເຂົາ​ໄປ. ຟາໂຣ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ເຮົາ! ເຈົ້າ​ຢ່າ​ມາ​ປາກົດ​ຕໍ່ໜ້າ​ເຮົາ​ອີກ! ວັນ​ທີ່​ເຈົ້າ​ເຫັນ​ໜ້າ​ເຮົາ ເຈົ້າ​ຈະ​ຕາຍ”.

ໂມເຊ​ໄດ້​ຕອບ​ວ່າ, “ເໝືອນດັ່ງ​ທີ່​ທ່ານ​ເວົ້າ, ຂ້ານ້ອຍ​ຈະ​ບໍ່​ມາ​ປາກົດ​ຕໍ່ໜ້າ​ທ່ານ​ອີກ​ຈັກເທື່ອ”.

Source notes (2)
  1. Footnote ຫລື ຈົ່ງ​ລະວັງ​ໃຫ້​ດີ​ຄວາມລຳບາກ​ກຳລັງ​ຖ້າ​ເຈົ້າ​ຢູ່
  2. Footnote ຄື ທະເລ​ໄມ້ອໍ້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.