Biblica® Open Lao Contemporary Version
ກິດຈະການ 23
ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາແຊນເຮດຣິນ ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ເຮົາໄດ້ເຮັດໜ້າທີ່ຂອງຕົນຕໍ່ພຣະເຈົ້າດ້ວຍຈິດສຳນຶກທີ່ດີມາຈົນເຖິງທຸກວັນນີ້”. ດ້ວຍເຫດນີ້ມະຫາປະໂລຫິດອານາເນຍຈຶ່ງໄດ້ສັ່ງໃຫ້ຄົນທີ່ຢືນຢູ່ໃກ້ຕົບປາກໂປໂລ. ແລ້ວໂປໂລຈຶ່ງເວົ້າກັບເພິ່ນວ່າ, “ພຣະເຈົ້າຈະຕົບເຈົ້າຜູ້ເປັນຝາທີ່ທາດ້ວຍປູນຂາວ! ເຈົ້ານັ່ງຢູ່ທີ່ນັ້ນເພື່ອຕັດສິນເຮົາຕາມກົດບັນຍັດ ແຕ່ເຈົ້າຍັງຝ່າຝືນກົດບັນຍັດໂດຍສັ່ງຄົນໃຫ້ຕົບປາກເຮົາ!”
ບັນດາຄົນທີ່ຢືນຢູ່ໃກ້ໂປໂລຈຶ່ງເວົ້າວ່າ, “ເຈົ້າບັງອາດໝິ່ນປະໝາດມະຫາປະໂລຫິດຂອງພຣະເຈົ້າ!”
ໂປໂລຈຶ່ງຕອບວ່າ, “ພີ່ນ້ອງທັງຫລາຍ ຂ້າພະເຈົ້າບໍ່ຮູ້ວ່າທ່ານເປັນມະຫາປະໂລຫິດ ເພາະມີຄຳຂຽນໄວ້ວ່າ: ‘ຢ່າເວົ້າລ່ວງເກີນຜູ້ມີອຳນາດປົກຄອງໃນທ່າມກາງພວກເຈົ້າ’1”.
ເມື່ອໂປໂລຮູ້ວ່າບາງຄົນໃນພວກເຂົາເປັນພວກຊາດູກາຍ ແລະ ບາງຄົນກໍເປັນຟາຣີຊາຍ, ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າສະພາແຊນເຮດຣິນວ່າ, “ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຄົນຟາຣີຊາຍ, ສືບເຊື້ອສາຍມາຈາກຟາຣີຊາຍ. ຂ້າພະເຈົ້າຖືກພິຈາລະນາຄະດີກໍເພາະຂ້າພະເຈົ້າມີຄວາມຫວັງໃນການເປັນຄືນມາຈາກຕາຍ”. ເມື່ອເພິ່ນເວົ້າຢ່າງນັ້ນແລ້ວ, ກໍມີການໂຕ້ຖຽງກັນລະຫວ່າງ ພວກຟາຣີຊາຍກັບພວກຊາດູກາຍ ແລະ ກອງປະຊຸມກໍໄດ້ແບ່ງອອກເປັນສອງຝ່າຍ. (ພວກຊາດູກາຍບອກວ່າບໍ່ມີການເປັນຄືນມາຈາກຕາຍ, ບໍ່ມີເທວະດາ ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍເຊື່ອວ່າມີສິ່ງເຫລົ່ານີ້ທັງໝົດ.)
ແລ້ວກໍເກີດຄວາມວຸ້ນວາຍຄັ້ງໃຫຍ່ ແລະ ມີພວກຄູສອນກົດບັນຍັດທີ່ເປັນຟາຣີຊາຍບາງຄົນໄດ້ລຸກຂຶ້ນ ແລະ ຄັດຄ້ານຢ່າງດຸເດືອດ. ພວກເຂົາເວົ້າວ່າ, “ເຮົາເຫັນວ່າຊາຍຄົນນີ້ບໍ່ໄດ້ເຮັດຫຍັງຜິດ, ອາດເປັນວິນຍານ ຫລື ເທວະດາເວົ້າກັບລາວກໍໄດ້?” ການໂຕ້ຖຽງຮຸນແຮງຂຶ້ນຈົນນາຍພັນຢ້ານວ່າໂປໂລຈະຖືກພວກເຂົາຈີກເປັນຕ່ອນໆ. ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປເອົາໂປໂລອອກມາຈາກຄົນເຫລົ່ານັ້ນ ແລະ ນຳເພິ່ນເຂົ້າໄປທີ່ຄ້າຍທະຫານ.
ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຢືນຢູ່ໃກ້ໂປໂລ ແລະ ກ່າວວ່າ, “ຈົ່ງກ້າຫານ! ດັ່ງທີ່ເຈົ້າໄດ້ເປັນພະຍານໃຫ້ເຮົາໃນເຢຣູຊາເລັມຢ່າງໃດ, ເຈົ້າກໍຈະຕ້ອງເປັນພະຍານໃນໂຣມຢ່າງນັ້ນ”.
ແຜນການຂ້າໂປໂລ
ເຊົ້າວັນຕໍ່ມາພວກຢິວໄດ້ເຕົ້າໂຮມກັນວາງແຜນ ແລະ ຜູກມັດກັນດ້ວຍຄຳສາບານວ່າຈະບໍ່ກິນ ຫລື ດື່ມຈົນກວ່າຈະໄດ້ຂ້າໂປໂລ. ຄົນທີ່ຮ່ວມໃນແຜນການນີ້ມີຊາຍຫລາຍກວ່າສີ່ສິບຄົນ. ແລ້ວພວກເຂົາກໍໄດ້ໄປພົບພວກຫົວໜ້າປະໂລຫິດ ແລະ ພວກຜູ້ອາວຸໂສ ແລ້ວເວົ້າວ່າ, “ຂ້າພະເຈົ້າທັງຫລາຍໄດ້ສາບານໄວ້ຢ່າງໜັກແໜ້ນວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ. ດັ່ງນັ້ນ ບັດນີ້ ຂໍໃຫ້ພວກທ່ານກັບສະພາແຊນເຮດຣິນຍື່ນຄຳຮ້ອງຕໍ່ນາຍພັນໃຫ້ນຳເອົາໂປໂລມາຕໍ່ໜ້າພວກທ່ານ ໂດຍອ້າງເຫດຜົນວ່າຕ້ອງການສືບສວນຫາຂໍ້ມູນກ່ຽວກັບຄະດີຂອງລາວໃຫ້ຊັດເຈນຕື່ມອີກ. ສ່ວນພວກເຮົາກໍພ້ອມແລ້ວທີ່ຈະຂ້າລາວກ່ອນທີ່ລາວຈະມາເຖິງທີ່ນີ້”.
ແຕ່ລູກຊາຍຂອງນ້ອງສາວໂປໂລຮູ້ແຜນການນີ້, ລາວຈຶ່ງເຂົ້າໄປໃນຄ້າຍທະຫານ ແລະ ບອກໂປໂລ.
ແລ້ວໂປໂລກໍເອີ້ນນາຍຮ້ອຍຄົນໜຶ່ງມາ ແລະ ບອກວ່າ, “ຈົ່ງພາຊາຍໜຸ່ມຜູ້ນີ້ໄປພົບນາຍພັນ; ລາວມີເລື່ອງຈະແຈ້ງໃຫ້ເພິ່ນຮູ້”. ດັ່ງນັ້ນ ນາຍຮ້ອຍຜູ້ນີ້ຈຶ່ງພາລາວໄປພົບນາຍພັນ.
ນາຍຮ້ອຍບອກວ່າ, “ໂປໂລຜູ້ທີ່ເປັນນັກໂທດໄດ້ຂໍຂ້ານ້ອຍໃຫ້ພາຊາຍໜຸ່ມຄົນນີ້ມາພົບທ່ານ ເພາະວ່າລາວມີເລື່ອງຈະບອກໃຫ້ທ່ານຮູ້”.
ນາຍພັນຈຶ່ງຈູງມືຊາຍໜຸ່ມຄົນນັ້ນອອກມາ ແລະ ຖາມວ່າ, “ເຈົ້າຕ້ອງການຈະບອກເລື່ອງຫຍັງແກ່ເຮົາ?”
ລາວຕອບວ່າ: “ພວກຢິວຕົກລົງກັນຈະຂໍໃຫ້ທ່ານນຳໂຕໂປໂລລົງໄປຕໍ່ໜ້າສະພາແຊນເຮດຣິນໃນມື້ອື່ນ ໂດຍອ້າງເຫດຜົນວ່າກອງປະຊຸມຕ້ອງການຢາກໄດ້ຂໍ້ມູນກ່ຽວກັບລາວໃຫ້ຄັກແນ່ຕື່ມອີກ. ຂໍທ່ານຢ່າໄດ້ອະນຸມັດ, ເພາະວ່າພວກເຂົາຫລາຍກວ່າສີ່ສິບຄົນທີ່ກຳລັງລໍຖ້າປອງຮ້າຍໂປໂລ. ພວກເຂົາໄດ້ສາບານໄວ້ວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ. ບັດນີ້ ພວກເຂົາພ້ອມແລ້ວ, ລໍຖ້າແຕ່ທ່ານອະນຸມັດຕາມຄຳຂໍຂອງພວກເຂົາ”.
ນາຍພັນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ ແລະ ເຕືອນລາວວ່າ: “ຢ່າບອກຜູ້ໃດວ່າເຈົ້າໄດ້ມາລາຍງານເລື່ອງນີ້ສູ່ຂ້ອຍຟັງ”.
ສົ່ງໂປໂລໄປຍັງເມືອງກາຍຊາເຣຍ
ຫລັງຈາກນັ້ນ ນາຍພັນກໍເອີ້ນນາຍຮ້ອຍສອງຄົນມາ ແລະ ສັ່ງພວກເຂົາວ່າ, “ຈົ່ງຕຽມກຳລັງທະຫານສອງຮ້ອຍຄົນ, ທະຫານມ້າເຈັດສິບຄົນ ແລະ ທະຫານຫອກ2ສອງຮ້ອຍຄົນເພື່ອໄປທີ່ເມືອງກາຍຊາເຣຍໃນເວລາເກົ້າໂມງຂອງຄືນນີ້, ຈົ່ງຈັດຫາມ້າໃຫ້ໂປໂລຂີ່ເພື່ອໂປໂລຈະໄປເຖິງຜູ້ປົກຄອງເຟລິກຢ່າງປອດໄພ”.
ແລ້ວນາຍພັນກໍຂຽນຈົດໝາຍສະບັບໜຶ່ງໂດຍມີໃຈຄວາມດັ່ງນີ້:
ຂ້າພະເຈົ້າ ກລາວດີໂອລີເຊຍ,
ຮຽນພະນະທ່ານ, ເຟລິກຜູ້ປົກຄອງ:
ຂໍຄຳນັບ.
ພວກຢິວໄດ້ຈັບໂຕຊາຍຄົນນີ້ໄວ້ ແລະ ເກືອບຈະຂ້າລາວ ແຕ່ຂ້າພະເຈົ້າໄດ້ນຳທະຫານເຂົ້າຊ່ວຍລາວໄວ້ໄດ້ ເພາະຂ້າພະເຈົ້າຮູ້ວ່າລາວເປັນຄົນສັນຊາດໂຣມ. ຂ້າພະເຈົ້າຢາກຮູ້ວ່າເປັນຫຍັງພວກເຂົາຈຶ່ງກ່າວຫາລາວ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ນຳໂຕລາວໄປທີ່ສະພາແຊນເຮດຣິນຂອງພວກເຂົາ, ຂ້າພະເຈົ້າພົບວ່າຄຳກ່າວຫານັ້ນແມ່ນເລື່ອງກົດບັນຍັດຂອງພວກເຂົາເອງ, ແຕ່ບໍ່ມີຂໍ້ກ່າວຫາອັນໃດທີ່ສົມຄວນຈະສັ່ງປະຫານຊີວິດ ຫລື ຂັງຄຸກ. ເມື່ອຂ້າພະເຈົ້າໄດ້ຮັບແຈ້ງວ່າມີແຜນການກຳຈັດຊາຍຄົນນີ້, ຂ້າພະເຈົ້າຈຶ່ງສົ່ງລາວມາຫາທ່ານທັນທີ. ຂ້າພະເຈົ້າຍັງໄດ້ສັ່ງໃຫ້ຜູ້ກ່າວຫາມາວ່າຄວາມກັນຕໍ່ໜ້າທ່ານ.
ພວກທະຫານຈຶ່ງໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ນຳເອົາໂປໂລໄປໃນຄືນນັ້ນເອງ ແລະ ລາວໄປໄກຈົນເຖິງເມືອງອັນຕີປາຕີ. ມື້ຕໍ່ມາ ພວກເຂົາກໍໃຫ້ພວກທະຫານມ້ານຳເພິ່ນເດີນທາງຕໍ່ໄປ, ສ່ວນພວກເຂົາກັບຄືນມາທີ່ຄ້າຍທະຫານ. ເມື່ອພວກທະຫານມ້າໄປເຖິງເມືອງກາຍຊາເຣຍ, ພວກເຂົາກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະ ມອບໂປໂລໃຫ້ແກ່ເພິ່ນດ້ວຍ. ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວຈຶ່ງຖາມວ່າໂປໂລມາຈາກແຂວງໃດ, ເມື່ອຮູ້ວ່າມາຈາກກີລີເກຍ, ເພິ່ນຈຶ່ງເວົ້າວ່າ, “ເຮົາຈະຟັງກໍລະນີຂອງເຈົ້າເມື່ອຜູ້ກ່າວຫາມາຊ້ອງໜ້າກັນທີ່ນີ້”. ຈາກນັ້ນເພິ່ນກໍສັ່ງໃຫ້ຄຸມໂຕໂປໂລໄວ້ທີ່ວັງຂອງເຮໂຣດ.
Source notes (2)
- Footnote ອພຍ 22:28
- Footnote ໃນພາສາກຣີກຄຳນີ້ມີຄວາມໝາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.