Biblica® Open Lao Contemporary Version
ກິດຈະການ 22
“ອ້າຍ ແລະ ພໍ່ທັງຫລາຍເອີຍ, ບັດນີ້ຂໍໃຫ້ຟັງຄຳໃຫ້ການຂອງຂ້າພະເຈົ້າດ້ວຍ”.
ເມື່ອປະຊາຊົນໄດ້ຍິນເພິ່ນກ່າວເປັນພາສາອາຣາມິກ, ພວກເຂົາກໍງຽບລົງກວ່າເກົ່າ.
ແລ້ວໂປໂລຈຶ່ງກ່າວວ່າ: “ຂ້າພະເຈົ້າເປັນຄົນຢິວ ເກີດທີ່ເມືອງຕາໂຊໃນແຂວງກີລີເກຍແຕ່ເຕີບໃຫຍ່ຂຶ້ນຢູ່ໃນເມືອງນີ້. ຂ້າພະເຈົ້າເປັນລູກສິດຂອງອາຈານຄາມາລິເອັນ ໄດ້ຮັບການອົບຮົມຢ່າງຄົບຖ້ວນໃນກົດບັນຍັດຂອງບັນພະບຸລຸດຂອງພວກເຮົາ. ຂ້າພະເຈົ້າມີໃຈກະຕືລືລົ້ນເພື່ອພຣະເຈົ້າເໝືອນດັ່ງທ່ານທັງຫລາຍໃນວັນນີ້. ຂ້າພະເຈົ້າໄດ້ຂົ່ມເຫັງບັນດາຜູ້ຕິດຕາມ ‘ທາງນັ້ນ’ ຈົນພວກເຂົາເສຍຊີວິດ, ໄດ້ຈັບກຸມທັງຜູ້ຊາຍ ແລະ ແມ່ຍິງ ແລ້ວໂຍນພວກເຂົາເຂົ້າຄຸກ, ມະຫາປະໂລຫິດ ແລະ ສະມາຊິກສະພາທຸກຄົນສາມາດເປັນພະຍານໄດ້. ຂ້າພະເຈົ້າກໍໄດ້ຮັບຈົດໝາຍຈາກພວກເພິ່ນໄປເຖິງພວກພີ່ນ້ອງຂອງພວກເຂົາໃນເມືອງດາມັສກັດ, ແລ້ວເດີນທາງໄປທີ່ນັ້ນເພື່ອຈັບຄົນເຫລົ່ານີ້ໄປເປັນນັກໂທດ ແລະ ນຳໄປເຢຣູຊາເລັມເພື່ອລົງໂທດ.
“ປະມານຕອນທ່ຽງ ໃນຂະນະທີ່ຂ້າພະເຈົ້າມາໃກ້ຈະເຖິງເມືອງດາມັສກັດ, ໃນທັນໃດນັ້ນ ກໍມີແສງສະຫວ່າງກ້າຈາກສະຫວັນສ່ອງລົງມາອ້ອມຂ້າພະເຈົ້າ. ຂ້າພະເຈົ້າລົ້ມລົງທີ່ພື້ນ ແລະ ໄດ້ຍິນສຽງໜຶ່ງກ່າວຕໍ່ຂ້າພະເຈົ້າວ່າ, ‘ໂຊໂລ! ໂຊໂລເອີຍ! ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?’
“ຂ້າພະເຈົ້າຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງເປັນຜູ້ໃດ?’
“ພຣະອົງຕອບວ່າ, ‘ເຮົາແມ່ນເຢຊູຊາວນາຊາເຣັດຜູ້ທີ່ເຈົ້າກຳລັງຂົ່ມເຫັງ’. ບັນດາຄົນທີ່ໄປກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ ແຕ່ບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ.
“ຂ້າພະເຈົ້າຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະຕ້ອງເຮັດແນວໃດ?’
“ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງດາມັສກັດ, ຢູ່ທີ່ນັ້ນຈະມີຄົນບອກເຖິງສິ່ງທັງໝົດທີ່ໄດ້ກຳນົດໃຫ້ເຈົ້າເຮັດ’. ຄົນທີ່ໄປກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າແລ້ວພາເຂົ້າໄປເມືອງດາມັສກັດ ເພາະແສງກ້ານັ້ນເຮັດໃຫ້ຂ້າພະເຈົ້າຕາບອດ.
“ມີຊາຍຄົນໜຶ່ງຊື່ອານາເນຍມາຫາຂ້າພະເຈົ້າ, ເພິ່ນເປັນຄົນເຄັ່ງຄັດໃນກົດບັນຍັດ ແລະ ເປັນທີ່ນັບຖືຂອງຊາວຢິວທັງຫລາຍທີ່ນັ້ນຫລາຍ. ເພິ່ນໄດ້ຢືນຢູ່ທາງຂ້າງຂ້າພະເຈົ້າ ແລະ ເວົ້າວ່າ, ‘ອ້າຍໂຊໂລ ຈົ່ງເຫັນຮຸ່ງອີກສາ!’ ວິນາທີນັ້ນ ຂ້າພະເຈົ້າກໍສາມາດເບິ່ງເຫັນເພິ່ນໄດ້.
“ແລ້ວເພິ່ນຈຶ່ງເວົ້າວ່າ: ‘ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາໄດ້ເລືອກເຈົ້າເພື່ອໃຫ້ຮູ້ຄວາມປະສົງຂອງພຣະອົງ ແລະ ໃຫ້ໄດ້ເຫັນອົງຜູ້ຊອບທຳ ແລະ ໃຫ້ໄດ້ຍິນຖ້ອຍຄຳຈາກປາກຂອງພຣະອົງ. ເຈົ້າຈະເປັນພະຍານຂອງພຣະອົງກັບຄົນທັງຫລາຍເຖິງສິ່ງທີ່ເຈົ້າໄດ້ເຫັນ ແລະ ໄດ້ຍິນ, ແລະ ບັດນີ້ ເຈົ້າຊັກຊ້າຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະ ຊຳລະລ້າງບາບທັງຫລາຍຂອງເຈົ້າ ໂດຍຮ້ອງອອກນາມຂອງພຣະອົງ’.
“ເມື່ອຂ້າພະເຈົ້າກັບຄືນມາທີ່ເຢຣູຊາເລັມ ໃນຂະນະທີ່ກຳລັງອະທິຖານຢູ່ໃນວິຫານນັ້ນ, ຂ້າພະເຈົ້າກໍລືມຄີງໄປ ແລະ ໄດ້ເຫັນອົງພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ໄວໆ! ຈົ່ງຮີບອອກໄປຈາກເຢຣູຊາເລັມດຽວນີ້ ເພາະຄົນຢູ່ທີ່ນີ້ຈະບໍ່ຍອມຮັບຄຳພະຍານຂອງເຈົ້າທີ່ກ່ຽວກັບເຮົາ’.
“ຂ້າພະເຈົ້າຕອບວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນເຫລົ່ານີ້ຮູ້ດີວ່າຂ້ານ້ອຍເຄີຍໄປທີ່ທຳມະສາລາຕ່າງໆເພື່ອຈັບກຸມ ແລະ ຂ້ຽນຕີບັນດາຜູ້ທີ່ເຊື່ອໃນພຣະອົງ. ແລະ ເມື່ອເລືອດຂອງຊະເຕຟາໂນຜູ້ທີ່ສະຫລະຊີວິດເພື່ອຄວາມເຊື່ອ1ຫລັ່ງອອກມາ ຂ້ານ້ອຍກໍຢືນຢູ່ທີ່ນັ້ນເຫັນດີນຳ ແລະ ເຝົ້າເຄື່ອງນຸ່ງໃຫ້ຄົນທີ່ຂ້າຊະເຕຟາໂນ’.
“ແລ້ວອົງພຣະຜູ້ເປັນເຈົ້າຈຶ່ງກ່າວກັບຂ້າພະເຈົ້າວ່າ, ‘ຈົ່ງໄປສາ ເຮົາຈະສົ່ງເຈົ້າໄປໄກ, ໄປຫາຄົນຕ່າງຊາດ’ ”.
ໂປໂລພົນລະເມືອງໂຣມ
ປະຊາຊົນໄດ້ຟັງໂປໂລກ່າວມາເຖິງຕອນນີ້ ກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ກຳຈັດລາວຈາກແຜ່ນດິນ! ລາວບໍ່ສົມຄວນມີຊີວິດຢູ່!”
ຂະນະທີ່ພວກເຂົາກຳລັງຮ້ອງສຽງດັງພ້ອມທັງແກ້ເສື້ອຄຸມອອກ ແລະ ຊັດຂີ້ຝຸ່ນຂຶ້ນໄປໃນອາກາດ, ນາຍພັນກໍສັ່ງໃຫ້ນຳໂປໂລເຂົ້າໄປໃນຄ້າຍທະຫານ, ລາວສັ່ງໃຫ້ຂ້ຽນຕີໂປໂລ ແລະ ສືບສວນຫາສາເຫດທີ່ເຮັດໃຫ້ປະຊາຊົນຮ້ອງສຽງດັງໃສ່ໂປໂລຢ່າງນີ້. ເມື່ອພວກເຂົາຈັບໂປໂລມັດຄຶງໄວ້ເພື່ອຈະຂ້ຽນຕີ ໂປໂລຈຶ່ງເວົ້າຕໍ່ນາຍຮ້ອຍທີ່ຢືນຢູ່ໃນທີ່ນັ້ນວ່າ, “ການຂ້ຽນຕີພົນລະເມືອງໂຣມທີ່ຍັງບໍ່ທັນໄດ້ຖືກຕັດສິນວ່າມີຄວາມຜິດແມ່ນຖືກຕ້ອງຕາມກົດໝາຍບໍ?”
ເມື່ອນາຍຮ້ອຍໄດ້ຍິນຢ່າງນັ້ນກໍໄປຫານາຍພັນ ແລະ ລາຍງານ. ນາຍຮ້ອຍຖາມວ່າ, “ທ່ານຈະເຮັດແນວໃດ? ຊາຍຜູ້ນີ້ເປັນພົນລະເມືອງໂຣມ”.
ນາຍພັນຈຶ່ງໄປຫາໂປໂລ ແລະ ຖາມວ່າ, “ຈົ່ງບອກເຮົາ ເຈົ້າເປັນພົນລະເມືອງໂຣມບໍ?”
ໂປໂລຕອບວ່າ, “ແມ່ນແລ້ວ”.
ນາຍພັນຈຶ່ງເວົ້າວ່າ, “ຂ້ອຍຕ້ອງໄດ້ຈ່າຍເງິນຈຳນວນຫລວງຫລາຍເພື່ອຈະໄດ້ສັນຊາດໂຣມ”.
ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ”.
ແລ້ວບັນດາຜູ້ທີ່ຈະສືບສວນໂປໂລຈຶ່ງຖອຍອອກໄປຈາກເພິ່ນທັນທີ, ສ່ວນນາຍພັນເອງກໍຕົກໃຈຢ້ານທີ່ໄດ້ສັ່ງລ່າມໂສ້ໂປໂລ ເຊິ່ງເປັນພົນລະເມືອງໂຣມ.
ໂປໂລຕໍ່ໜ້າສະພາແຊນເຮດຣິນ
ນາຍພັນຢາກຮູ້ຄັກແນ່ວ່າເປັນຫຍັງໂປໂລຈຶ່ງຖືກຊາວຢິວກ່າວຫາ, ດັ່ງນັ້ນ ມື້ຕໍ່ມາເພິ່ນຈຶ່ງປ່ອຍໂປໂລ ແລະ ສັ່ງໃຫ້ພວກຫົວໜ້າປະໂລຫິດກັບສະມາຊິກສະພາແຊນເຮດຣິນທັງໝົດມາປະຊຸມກັນ. ຫລັງຈາກນັ້ນ ເພິ່ນກໍໄດ້ນຳໂປໂລໄປ ແລະ ໃຫ້ຢືນຢູ່ຕໍ່ໜ້າພວກເຂົາ.
Source notes (1)
- Footnote ຫລື ພະຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.