Skip to content
BibleKenya

Biblica® Open Lao Contemporary Version

ກິດຈະການ 20

ຜ່ານ​ແຂວງ​ມາເກໂດເນຍ ແລະ ປະເທດ​ກຣີກ

ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ. ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ, ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ. ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ. ຄົນ​ເຫລົ່ານີ້​ໄດ້​ເດີນທາງ​ໄປ​ລ່ວງໜ້າ​ກ່ອນ ແລະ ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ. ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.

ຢູຕີໂຂ​ເປັນຄືນມາຈາກຕາຍ​ໃນ​ເມືອງ​ໂທອາດ

ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ. ໃນ​ຫ້ອງ​ຊັ້ນເທິງ​ທີ່​ພວກເຮົາ​ປະຊຸມ​ກັນ​ນັ້ນ​ມີ​ຕະກຽງ​ຫລາຍ​ໜ່ວຍ. ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ. ໂປໂລ​ໄດ້​ລົງ​ໄປ​ແລ້ວ​ກົ້ມ​ລົງ​ກອດ​ລາວ​ໄວ້ ແລະ ເວົ້າ​ວ່າ, “ບໍ່​ຕ້ອງ​ຕົກໃຈ ລາວ​ຍັງ​ມີ​ຊີວິດ​ຢູ່!” ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ. ຄົນ​ທັງຫລາຍ​ຈຶ່ງ​ພາ​ຊາຍໜຸ່ມ​ຄົນ​ທີ່​ຟື້ນ​ນັ້ນ​ກັບ​ເມືອ​ເຮືອນ ແລະ ຮູ້ສຶກ​ສະບາຍໃຈ​ຫລາຍ.

ໂປໂລ​ລາ​ຜູ້​ອາວຸໂສ​ຊາວ​ເອເຟໂຊ

ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ. ເມື່ອ​ເພິ່ນ​ໄດ້​ພົບ​ພວກເຮົາ​ທີ່​ເມືອງ​ອາໂຊ ພວກເຮົາ​ກໍ​ຮັບ​ເພິ່ນ​ລົງ​ເຮືອ ແລະ ເດີນທາງ​ຕໍ່​ໄປ​ຍັງ​ເມືອງ​ມີຕີເລເນ. ມື້​ຕໍ່ມາ​ພວກເຮົາ​ກໍ​ລົງ​ເຮືອ​ອອກ​ຈາກ​ທີ່​ນັ້ນ ແລະ ໄດ້​ມາ​ເຖິງ​ເກາະ​ຂີໂອ. ມື້​ຕໍ່ມາ​ພວກເຮົາ​ກໍ​ມາ​ເຖິງ​ເກາະ​ຊາໂມ ແລະ ໃນ​ມື້​ຕໍ່ມາ​ອີກ​ກໍ​ມາ​ເຖິງ​ມີເລໂຕ. ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.

ຈາກ​ເມືອງ​ມີເລໂຕ, ໂປໂລ​ໃຊ້​ຄົນ​ໄປ​ເຊີນ​ບັນດາ​ຜູ້ປົກຄອງ​ຄຣິສຕະຈັກ​ເອເຟໂຊ​ມາ. ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ. ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ. ທ່ານ​ທັງຫລາຍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ເທດສະໜາ​ສິ່ງໃດ​ທີ່​ເປັນ​ປະໂຫຍດ​ກັບ​ພວກທ່ານ​ເລີຍ ແຕ່​ໄດ້​ສັ່ງສອນ​ທັງ​ໃນ​ບ່ອນ​ສາທາລະນະ ແລະ ຕາມ​ບ້ານ​ເຮືອນ​ຕ່າງໆ. ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

“ແລະ ບັດນີ້ ພຣະວິນຍານ​ໄດ້​ບັງຄັບ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣູຊາເລັມ, ບໍ່ຮູ້​ວ່າ​ຈະ​ເກີດ​ອັນໃດ​ຂຶ້ນ​ກັບ​ຂ້າພະເຈົ້າ​ໃນ​ທີ່​ນັ້ນ, ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່. ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.

“ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ. ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍ​ປະກາດ​ແກ່​ພວກທ່ານ​ໃນ​ວັນ​ນີ້​ວ່າ ຂ້າພະເຈົ້າ​ພົ້ນ​ຈາກ​ຄວາມ​ຮັບຜິດຊອບ​ຕໍ່​ຄວາມຕາຍ​ຂອງ​ທຸກຄົນ. ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ. ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ1 ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ2​ຂອງ​ພຣະອົງ​ເອງ. ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ພວກ​ໝາໄນ​ຮ້າຍກາດ​ຈະ​ເຂົ້າ​ມາ​ໃນ​ພວກທ່ານ ແລະ ຈະ​ບໍ່​ລະເວັ້ນ​ຊີວິດ​ຂອງ​ຝູງ​ແກະ​ເລີຍ. ແມ່ນແຕ່​ໃນ​ທ່າມກາງ​ພວກທ່ານ​ເອງ​ກໍ​ຈະ​ມີ​ຄົນ​ລຸກຂຶ້ນ​ມາ​ເວົ້າ​ບິດເບືອນ​ຄວາມ​ຈິງ ເພື່ອ​ຈະ​ດຶງ​ພວກສາວົກ​ໄປ​ຕິດຕາມ​ພວກເຂົາ. ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.

“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ. ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ ຫລື ຄຳ ຫລື ເຄື່ອງນຸ່ງ​ຂອງ​ຜູ້ໃດ. ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ດ້ວຍ​ສອງ​ມື​ຂອງ​ຂ້າພະເຈົ້າ​ນີ້​ໄດ້​ຫາ​ລ້ຽງ​ຕົນ​ເອງ ແລະ ເພື່ອນຮ່ວມງານ​ຂອງ​ຂ້າພະເຈົ້າ. ທຸກສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ຂ້າພະເຈົ້າ​ກໍ​ສະແດງ​ໃຫ້​ພວກທ່ານ​ເຫັນ​ແລ້ວ​ວ່າ​ພວກເຮົາ​ຕ້ອງ​ຊ່ວຍ​ຄົນ​ທີ່​ອ່ອນແອ ດ້ວຍ​ການ​ເຮັດ​ວຽກ​ໜັກ, ຈົ່ງ​ຈື່ຈຳ​ຖ້ອຍຄຳ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເອງ​ໄດ້​ກ່າວ​ໄວ້​ໃຫ້​ດີ​ວ່າ: ‘ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ’ ”.

ເມື່ອ​ກ່າວ​ຈົບ​ແລ້ວ​ໂປໂລ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຮ່ວມ​ກັບ​ພວກເຂົາ. ພວກເຂົາ​ທັງໝົດ​ຮ້ອງໄຫ້​ຂະນະ​ທີ່​ໂອບ​ກອດ ແລະ ຈູບ​ລາ​ໂປໂລ. ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ໂສກເສົ້າ​ທີ່ສຸດ​ຄື​ເມື່ອ​ໂປໂລ​ເວົ້າ​ວ່າ​ພວກເຂົາ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ອີກ, ຫລັງຈາກນັ້ນ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ໂປໂລ​ທີ່​ເຮືອ.

Source notes (2)
  1. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ຫລາຍ​ສະບັບ​ວ່າ ຂອງ​ອົງພຣະຜູ້ເປັນເຈົ້າ
  2. Footnote ດ້ວຍ​ເລືອດ​ຂອງ​ພຣະບຸດ​ຂອງ​ພຣະອົງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.