Biblica® Open Lao Contemporary Version
2 ໂກຣິນໂທ 7
ເຫດສະນັ້ນ ບັນດາເພື່ອນທີ່ຮັກເອີຍ, ເມື່ອພວກເຮົາມີຄຳສັນຍາເຫລົ່ານີ້ແລ້ວ ກໍຂໍໃຫ້ພວກເຮົາຊຳລະຕົນເອງຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍ ແລະ ຈິດວິນຍານເປື້ອນເປິ, ຈົ່ງເຮັດໃຫ້ຄວາມບໍລິສຸດສົມບູນປາກົດອອກມາຈາກຄວາມຢຳເກງພຣະເຈົ້າ.
ຄວາມຊື່ນຊົມຍິນດີຂອງໂປໂລເໜືອການກັບໃຈຂອງຄຣິສຕະຈັກ
ຈົ່ງເປີດຫ້ອງຫົວໃຈຂອງພວກເຈົ້າຮັບພວກເຮົາສາ. ພວກເຮົາບໍ່ໄດ້ເຮັດຜິດຕໍ່ຜູ້ໃດ, ພວກເຮົາບໍ່ໄດ້ສໍ້ໂກງຜູ້ໃດ, ພວກເຮົາບໍ່ໄດ້ຊອກຫາຜົນປະໂຫຍດຈາກຜູ້ໃດ. ເຮົາເວົ້າຢ່າງນີ້ບໍ່ແມ່ນເພື່ອກ່າວໂທດພວກເຈົ້າ; ເຮົາເຄີຍເວົ້າໄວ້ກ່ອນແລ້ວວ່າພວກເຈົ້າທັງຫລາຍຢູ່ໃນໃຈຂອງພວກເຮົາ ເຖິງຂະໜາດວ່າພວກເຮົາຈະຮ່ວມເປັນຮ່ວມຕາຍກັບພວກເຈົ້າດ້ວຍ. ເຮົາໄດ້ເວົ້າກັບພວກເຈົ້າດ້ວຍຄວາມຈິງໃຈຫລາຍ; ເຮົາພູມໃຈໃນພວກເຈົ້າຫລາຍ. ເຮົາໄດ້ຮັບກຳລັງໃຈຢ່າງຫລວງຫລາຍ; ໃນຄວາມຍາກລຳບາກທັງໝົດຂອງພວກເຮົານັ້ນ ຄວາມຊື່ນຊົມຍິນດີຂອງເຮົາກໍຮູ້ວ່າບໍ່ມີທີ່ສິ້ນສຸດ.
ເພາະເມື່ອພວກເຮົາມາເຖິງແຂວງມາເກໂດເນຍ, ພວກເຮົາກໍບໍ່ໄດ້ພັກຜ່ອນເລີຍ ແຕ່ພວກເຮົາຫັນໄປທາງໃດກໍຖືກກໍ່ກວນ, ພາຍນອກກໍມີຄວາມຂັດແຍ້ງ, ພາຍໃນກໍມີຄວາມຢ້ານກົວ. ແຕ່ພຣະເຈົ້າຜູ້ເລົ້າໂລມໃຈຄົນທີ່ທໍ້ຖອຍ ໄດ້ເລົ້າໂລມໃຈພວກເຮົາໂດຍການມາຂອງຕີໂຕ ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.
ເຖິງແມ່ນວ່າ ຈົດໝາຍຂອງເຮົາເຮັດໃຫ້ພວກເຈົ້າທຸກໃຈ ເຮົາກໍບໍ່ເສຍໃຈ. ເຖິງແມ່ນວ່າ ເຮົາເຄີຍເສຍໃຈທີ່ເຫັນວ່າຈົດໝາຍນັ້ນເຮັດໃຫ້ພວກເຈົ້າບໍ່ສະບາຍໃຈ ແຕ່ກໍເປັນພຽງແຕ່ຊົ່ວຄາວເທົ່ານັ້ນ ແຕ່ບັດນີ້ເຮົາດີໃຈ ບໍ່ແມ່ນເພາະເຮັດໃຫ້ພວກເຈົ້າເສຍໃຈ ແຕ່ເພາະຄວາມທຸກໃຈນັ້ນໄດ້ນໍາພວກເຈົ້າໄປສູ່ການກັບໃຈໃໝ່. ເພາະພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ພຣະເຈົ້າຕ້ອງການ ແລະ ດັ່ງນັ້ນພວກເຮົາຈຶ່ງບໍ່ທຳຮ້າຍພວກເຈົ້າໃນເລື່ອງໃດ. ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ນໍາເອົາການກັບໃຈໃໝ່ທີ່ນຳໄປສູ່ຄວາມພົ້ນ ແລະ ບໍ່ມີຄວາມເສຍໃຈເຫລືອຢູ່, ແຕ່ຄວາມທຸກໃຈໃນທາງຂອງໂລກນັ້ນ ນຳໄປສູ່ຄວາມຕາຍ. ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້. ດັ່ງນັ້ນ ເຖິງແມ່ນເຮົາໄດ້ຂຽນມາເຖິງພວກເຈົ້າ ກໍບໍ່ແມ່ນເພາະເຫັນແກ່ຄົນທີ່ເຮັດຜິດ ຫລື ຝ່າຍທີ່ເສຍຫາຍນັ້ນ, ແຕ່ເພື່ອວ່າຕໍ່ໜ້າພຣະເຈົ້າພວກເຈົ້າຈະໄດ້ເຫັນເອງວ່າພວກເຈົ້າໄດ້ທຸ້ມເທໃຫ້ກັບພວກເຮົາຫລາຍເທົ່າໃດ. ດ້ວຍເຫດນີ້ແຫລະ ພວກເຮົາຈຶ່ງໄດ້ຮັບການໜູນໃຈ.
ນອກຈາກພວກເຮົາເອງໄດ້ຮັບກຳລັງໃຈແລ້ວ ພວກເຮົາຍັງມີຄວາມຍິນດີເປັນພິເສດທີ່ເຫັນຕີໂຕມີຄວາມສຸກ, ເພາະວ່າພວກເຈົ້າທັງຫລາຍເຮັດໃຫ້ຈິດວິນຍານຂອງຕີໂຕສົດຊື່ນຂຶ້ນມາໃໝ່. ເຮົາໄດ້ອວດເຖິງພວກເຈົ້າຕໍ່ເພິ່ນ ແລະ ພວກເຈົ້າກໍບໍ່ໄດ້ເຮັດໃຫ້ເຮົາອັບອາຍເລີຍ. ແຕ່ທຸກສິ່ງທີ່ພວກເຮົາໄດ້ບອກພວກເຈົ້ານັ້ນເປັນຄວາມຈິງຢ່າງໃດ, ສິ່ງທີ່ເຮົາໄດ້ອວດຕີໂຕກ່ຽວກັບພວກເຈົ້າ ກໍພິສູດແລ້ວວ່າເປັນຄວາມຈິງຢ່າງນັ້ນ. ແລະ ຄວາມຮັກຂອງຕີໂຕທີ່ມີຕໍ່ພວກເຈົ້າຈຶ່ງຫລາຍຂຶ້ນ ເມື່ອເພິ່ນລະນຶກເຖິງການເຊື່ອຟັງຂອງພວກເຈົ້າທຸກຄົນ ແລະ ຕ້ອນຮັບເພິ່ນດ້ວຍຄວາມຢ້ານກົວຈົນຕົວສັ່ນ. ເຮົາດີໃຈທີ່ເຮົາສາມາດໝັ້ນໃຈໃນພວກເຈົ້າໄດ້ຢ່າງເຕັມທີ່.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.