Biblica® Open Lao Contemporary Version
2 ໂກຣິນໂທ 6
ໃນຖານະຜູ້ຮ່ວມງານຂອງພຣະເຈົ້າ ພວກເຮົາຂໍຮ້ອງພວກເຈົ້າທັງຫລາຍວ່າ ຢ່າໃຫ້ພຣະຄຸນຂອງພຣະເຈົ້າທີ່ໄດ້ຮັບນັ້ນເສຍປະໂຫຍດ. ເພາະພຣະອົງກ່າວວ່າ,
“ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາໄດ້ຟັງພວກເຈົ້າ
ແລະ ໃນວັນແຫ່ງຄວາມພົ້ນນັ້ນ ເຮົາໄດ້ຊ່ວຍພວກເຈົ້າ”.1
ເຮົາບອກພວກເຈົ້າວ່າ, ບັດນີ້ ເປັນເວລາແຫ່ງຄວາມກະລຸນາຂອງພຣະເຈົ້າ, ບັດນີ້ ເປັນວັນແຫ່ງຄວາມພົ້ນ.
ຄວາມລຳບາກຂອງໂປໂລ
ພວກເຮົາບໍ່ເຮັດໃຫ້ທາງເດີນຂອງຜູ້ໃດຊູນສະດຸດ, ເພື່ອວ່າພັນທະກິດຂອງພວກເຮົາຈະບໍ່ຂາດຄວາມເຊື່ອຖື. ແທນທີ່ຈະເປັນຢ່າງນັ້ນ ໃນຖານະເປັນຜູ້ຮັບໃຊ້ຂອງພຣະເຈົ້າພວກເຮົາຍົກຍ້ອງຕົນເອງໃນທຸກວິທີທາງຄື: ໃນຄວາມອົດທົນອັນໃຫຍ່, ໃນການມີບັນຫາ, ໃນຄວາມຍາກລຳບາກ ແລະ ຄວາມໂສກເສົ້າ; ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ ແລະ ໃນການກໍ່ຄວາມບໍ່ສະຫງົບ; ໃນການເຮັດວຽກອັນໜັກໜ່ວງ, ໃນການອົດນອນໃນຍາມກາງຄືນ ແລະ ໃນຄວາມອຶດຫິວ; ໃນຄວາມບໍລິສຸດ, ໃນຄວາມເຂົ້າໃຈ, ໃນຄວາມອົດທົນ ແລະ ໃນຄວາມເມດຕາ, ໃນພຣະວິນຍານບໍລິສຸດເຈົ້າ ແລະ ໃນຄວາມຮັກທີ່ຈິງໃຈ; ໃນຄຳເວົ້າອັນສັດຈິງ ແລະ ໃນລິດອຳນາດຂອງພຣະເຈົ້າ; ດ້ວຍອາວຸດແຫ່ງຄວາມຊອບທຳໃນມືຂວາ ແລະ ໃນມືຊ້າຍ; ຜ່ານທາງກຽດ ແລະ ຄວາມເສື່ອມເສຍ, ໃນຍາມທີ່ຄົນວ່າດີ ແລະ ໃນຍາມທີ່ຄົນວ່າຊົ່ວ; ເປັນຄົນຈິງໃຈ ແຕ່ຖືກຫາວ່າເປັນຄົນຫລອກລວງ; ເປັນທີ່ຮູ້ຈັກ ແຕ່ຖືກຫາວ່າບໍ່ມີຜູ້ໃດຮູ້ຈັກ; ກຳລັງຈະຕາຍ ແຕ່ພວກເຮົາກໍຍັງມີຊີວິດຢູ່ຕໍ່ໄປ; ຖືກຂ້ຽນຕີ ແຕ່ກໍຍັງບໍ່ເຖິງຂັ້ນຕາຍ; ເຕັມດ້ວຍຄວາມທຸກໂສກ ແຕ່ກໍຍັງຊື່ນຊົມຍິນດີສະເໝີ; ທຸກຍາກ ແຕ່ກໍຍັງເຮັດໃຫ້ຫລາຍຄົນຮັ່ງມີ; ແລະ ບໍ່ມີອັນໃດ ແຕ່ກໍຍັງເປັນເຈົ້າຂອງທຸກສິ່ງ.
ຊາວເມືອງໂກຣິນໂທເອີຍ, ພວກເຮົາເວົ້າກັບພວກເຈົ້າຢ່າງອິດສະຫລະ ແລະ ໄດ້ເປີດໃຈຂອງພວກເຮົາກວ້າງໃຫ້ແກ່ພວກເຈົ້າ. ພວກເຮົາບໍ່ໄດ້ລະງັບຄວາມຮັກຂອງພວກເຮົາຈາກພວກເຈົ້າ ແຕ່ພວກເຈົ້າເປັນຜູ້ລະງັບຄວາມຮັກຂອງພວກເຈົ້າຈາກພວກເຮົາ. ເພື່ອເປັນການແລກປ່ຽນຢ່າງຍຸຕິທຳ ເຮົາຂໍເວົ້າກັບພວກເຈົ້າເໝືອນເວົ້າກັບລູກຂອງເຮົາວ່າຈົ່ງເປີດໃຈຂອງພວກເຈົ້າໃຫ້ກວ້າງເໝືອນກັນ.
ຄຳເຕືອນຕໍ່ການຂາບໄຫວ້ຮູບເຄົາລົບ
ຢ່າທຽມແອກຮ່ວມກັບຄົນທີ່ບໍ່ເຊື່ອ. ເພາະຄວາມຊອບທຳກັບຄວາມອະທຳຈະມີສິ່ງໃດຮ່ວມກັນໄດ້? ຫລື ຄວາມສະຫວ່າງກັບຄວາມມືດຈະສາມັກຄີທຳກັນໄດ້ຢ່າງໃດ? ພຣະຄຣິດເຈົ້າ ແລະ ເບລີອາ2ຈະລົງລອຍກັນໄດ້ຢ່າງໃດ? ຜູ້ເຊື່ອກັບຜູ້ບໍ່ເຊື່ອຈະມີສິ່ງໃດຮ່ວມກັນໄດ້? ວິຫານຂອງພຣະເຈົ້າ ແລະ ວິຫານຂອງຮູບເຄົາລົບຈະມີຂໍ້ຕົກລົງກັນໄດ້ຢ່າງໃດ? ເພາະພວກເຮົາເປັນວິຫານຂອງພຣະເຈົ້າຜູ້ມີຊີວິດຢູ່. ຕາມທີ່ພຣະເຈົ້າໄດ້ກ່າວວ່າ:
“ເຮົາຈະຢູ່ກັບພວກເຂົາ
ແລະ ເດີນຢູ່ທ່າມກາງພວກເຂົາ
ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ
ແລະ ພວກເຂົາຈະເປັນຄົນຂອງເຮົາ”.3
ດັ່ງນັ້ນ
“ອົງພຣະຜູ້ເປັນເຈົ້າກ່າວວ່າ, ຈົ່ງອອກມາ
ແລະ ແຍກອອກຈາກພວກເຂົາ.
ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ
ແລ້ວເຮົາຈະຮັບພວກເຈົ້າ”.4
ແລະ
“ເຮົາຈະເປັນບິດາຂອງພວກເຈົ້າ
ແລ້ວພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ,
ອົງພຣະຜູ້ເປັນເຈົ້າຜູ້ລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ”.5
Source notes (5)
- Footnote ອຊຢ 49:8
- Footnote ພາສາກຣີກວ່າ ເບລີອາ ເປັນອີກຮູບໜຶ່ງຂອງເບລີອັນ
- Footnote ລລວ 26:12; ຢມຢ 32:38; ອຊກ 37:27
- Footnote ອຊຢ 52:11; ອຊກ 20:34,41
- Footnote 2ຊມອ 7:14; 7:8
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.