Biblica® Open Lao Contemporary Version
2 ໂກຣິນໂທ 4
ຄວາມອ່ອນແອໃນປັດຈຸບັນ ແລະ ຊີວິດທີ່ເປັນຄືນມາ
ເຫດສະນັ້ນ ເພາະໂດຍພຣະເມດຕາຂອງພຣະເຈົ້າ ພວກເຮົາມີພັນທະກິດນີ້, ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ. ແທນທີ່ຈະເປັນຢ່າງນັ້ນ, ພວກເຮົາໄດ້ປະຖິ້ມວິຖີທາງທີ່ລັບລີ້ ແລະ ໜ້າອັບອາຍນັ້ນ, ພວກເຮົາບໍ່ໃຊ້ກົນອຸບາຍ ແລະ ບໍ່ໄດ້ບິດເບືອນພຣະຄຳຂອງພຣະເຈົ້າ. ກົງກັນຂ້າມ, ພວກເຮົາຍົກຍ້ອງຕົນເອງຕໍ່ຈິດສຳນຶກຂອງທຸກຄົນໃນສາຍຕາຂອງພຣະເຈົ້າ ດ້ວຍການສະແດງຄວາມຈິງຢ່າງຈະແຈ້ງ. ແລະ ແມ່ນແຕ່ຖ້າຫາກວ່າຂ່າວປະເສີດຂອງພວກເຮົາຖືກປິດບັງ, ຂ່າວປະເສີດນັ້ນກໍຖືກປິດບັງໄວ້ຈາກບັນດາຜູ້ທີ່ກຳລັງຈະຈິບຫາຍໄປ. ພະຂອງຍຸກນີ້ເຮັດໃຫ້ຈິດໃຈຂອງບັນດາຄົນທີ່ບໍ່ເຊື່ອບອດໄປ, ເພື່ອວ່າພວກເຂົາຈະບໍ່ສາມາດເຫັນແສງສະຫວ່າງຂອງຂ່າວປະເສີດທີ່ສະແດງສະຫງ່າລາສີຂອງພຣະຄຣິດເຈົ້າ ຜູ້ເປັນເໝືອນພຣະເຈົ້າທຸກຢ່າງ. ເພາະສິ່ງທີ່ພວກເຮົາປະກາດນັ້ນບໍ່ແມ່ນພວກເຮົາເອງ, ແຕ່ປະກາດພຣະເຢຊູຄຣິດເຈົ້າວ່າເປັນອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາເອງເປັນຜູ້ຮັບໃຊ້ຂອງພວກເຈົ້າທັງຫລາຍເພາະເຫັນແກ່ພຣະເຢຊູເຈົ້າ. ເພາະພຣະເຈົ້າຜູ້ກ່າວວ່າ, “ໃຫ້ຄວາມສະຫວ່າງສ່ອງອອກມາຈາກຄວາມມືດ”1 ໄດ້ໃຫ້ແສງສະຫວ່າງຂອງພຣະອົງສ່ອງເຂົ້າມາໃນໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາມີຄວາມສະຫວ່າງແຫ່ງຄວາມຮູ້ເຖິງສະຫງ່າລາສີຂອງພຣະເຈົ້າທີ່ໄດ້ສຳແດງໃນເທິງໃບໜ້າຂອງພຣະຄຣິດເຈົ້າ.
ແຕ່ພວກເຮົາມີຂອງລ້ຳຄ່ານີ້ໃນພາຊະນະດິນ ເພື່ອສະແດງໃຫ້ເຫັນວ່າລິດອຳນາດອັນເໜືອກວ່າສິ່ງທັງປວງນີ້ມາຈາກພຣະເຈົ້າ ບໍ່ແມ່ນມາຈາກພວກເຮົາ. ພວກເຮົາຖືກກົດດັນຢ່າງໜັກໃນທຸກດ້ານ ແຕ່ບໍ່ຖືກແຕກຫັກ, ຖືກສັບສົນ ແຕ່ບໍ່ຢູ່ໃນຄວາມໝົດຫວັງ, ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີໃຫ້ລົ້ມລົງ ແຕ່ບໍ່ຖືກທຳລາຍ. ພວກເຮົາແບກຄວາມຕາຍຂອງພຣະເຢຊູເຈົ້າໄວ້ໃນກາຍຂອງພວກເຮົາສະເໝີ, ເພື່ອວ່າຊີວິດຂອງພຣະເຢຊູເຈົ້າຈະຖືກເປີດເຜີຍໃນຮ່າງກາຍຂອງພວກເຮົາດ້ວຍ. ເພາະພວກເຮົາຜູ້ມີຊີວິດຢູ່ນີ້ໄດ້ຖືກມອບໃຫ້ແກ່ຄວາມຕາຍເພາະເຫັນແກ່ພຣະເຢຊູເຈົ້າຢູ່ສະເໝີ, ເພື່ອວ່າຊີວິດຂອງພຣະອົງຈະໄດ້ຖືກເປີດເຜີຍໃນຮ່າງກາຍທີ່ຕ້ອງຕາຍຂອງພວກເຮົາ. ດັ່ງນັ້ນແຫລະ ຄວາມຕາຍຈຶ່ງກຳລັງທຳງານຢູ່ໃນພວກເຮົາ, ແຕ່ຊີວິດກໍກຳລັງທຳງານຢູ່ໃນພວກເຈົ້າທັງຫລາຍ.
ມີຂຽນໄວ້ໃນພຣະຄຳພີວ່າ: “ເຮົາໄດ້ເຊື່ອ ດ້ວຍເຫດນັ້ນເຮົາຈຶ່ງໄດ້ກ່າວ”.2 ເພາະວ່າ ພວກເຮົາມີພຣະວິນຍານແຫ່ງຄວາມເຊື່ອອັນດຽວກັນ, ພວກເຮົາກໍເຊື່ອຢ່າງນັ້ນເໝືອນກັນ ແລະ ດ້ວຍເຫດນັ້ນຈຶ່ງກ່າວອອກມາ, ເພາະພວກເຮົາຮູ້ວ່າ ພຣະອົງຜູ້ບັນດານໃຫ້ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເປັນຄືນມາຈາກຕາຍນັ້ນ ຈະບັນດານໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະເຢຊູເຈົ້າ ແລະ ຈະໃຫ້ພວກເຮົາເຂົ້າເຝົ້າພຣະອົງຮ່ວມກັບພວກເຈົ້າທັງຫລາຍດ້ວຍ. ທັງໝົດນີ້ກໍເພື່ອປະໂຫຍດຂອງພວກເຈົ້າ, ເພື່ອວ່າພຣະຄຸນທີ່ກຳລັງໄປເຖິງຄົນຈຳນວນຫລວງຫລາຍ ແລະ ຈະເປັນເຫດໃຫ້ມີການຂອບພຣະຄຸນຫລາຍຂຶ້ນ ເພື່ອໃຫ້ໄຫລລົ້ນໄປສູ່ສະຫງ່າລາສີຂອງພຣະເຈົ້າ.
ເຫດສະນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ. ເຖິງແມ່ນວ່າກາຍພາຍນອກຂອງພວກເຮົາກຳລັງຊຸດໂຊມລົງ ແຕ່ຈິດໃຈພາຍໃນຂອງພວກເຮົາກໍກຳລັງຟື້ນຂຶ້ນໃໝ່ທຸກວັນ. ເພາະຄວາມທຸກລຳບາກອັນເບົາບາງ ແລະ ຊົ່ວຄາວຂອງພວກເຮົາ ກໍກຳລັງເຮັດໃຫ້ພວກເຮົາໄດ້ຮັບກຽດນິລັນດອນ ເຊິ່ງຫາທີ່ປຽບສິ່ງທັງໝົດນີ້ບໍ່ໄດ້. ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຈ້ອງຕາເບິ່ງສິ່ງທີ່ເບິ່ງເຫັນ, ແຕ່ຈ້ອງຕາເບິ່ງສິ່ງທີ່ເບິ່ງບໍ່ເຫັນ, ດ້ວຍວ່າສິ່ງທີ່ເບິ່ງເຫັນນັ້ນກໍເປັນພຽງຊົ່ວຄາວ, ແຕ່ສິ່ງທີ່ເບິ່ງບໍ່ເຫັນກໍຖາວອນ.
Source notes (2)
- Footnote ປຖກ 1:3
- Footnote ພສສ 116:10
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.