Biblica® Open Lao Contemporary Version
2 ໂກຣິນໂທ 3
ພວກເຮົາກຳລັງຈະຍົກຍ້ອງຕົນເອງອີກບໍ? ຫລື ໃຫ້ພວກເຮົາເຮັດຈົດໝາຍແນະນຳຕົວມາໃຫ້ພວກເຈົ້າເໝືອນດັ່ງບາງຄົນບໍ, ຫລື ເຮົາຕ້ອງການຈົດໝາຍແນະນຳຕົວຈາກພວກເຈົ້າບໍ? ພວກເຈົ້າເອງເປັນຈົດໝາຍຂອງພວກເຮົາ, ທີ່ໄດ້ຂຽນໄວ້ໃສ່ຫົວໃຈຂອງພວກເຮົາ, ເພື່ອໃຫ້ທຸກຄົນໄດ້ຮູ້ ແລະ ໄດ້ອ່ານ. ພວກເຈົ້າສະແດງໃຫ້ເຫັນວ່າພວກເຈົ້າເອງເປັນຈົດໝາຍທີ່ມາຈາກພຣະຄຣິດເຈົ້າ, ເປັນຜົນທີ່ມາຈາກພັນທະກິດຂອງພວກເຮົາ, ເຊິ່ງບໍ່ໄດ້ຂຽນດ້ວຍນ້ຳມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າຜູ້ມີຊີວິດຢູ່, ບໍ່ໄດ້ຂຽນໃສ່ເທິງແຜ່ນຫີນ ແຕ່ຂຽນໃສ່ໃນຫົວໃຈຂອງມະນຸດ.
ນີ້ຄືຄວາມໝັ້ນໃຈທີ່ພວກເຮົາມີໂດຍທາງພຣະຄຣິດເຈົ້າຕໍ່ໜ້າພຣະເຈົ້າ. ບໍ່ແມ່ນວ່າພວກເຮົາມີຄວາມສາມາດໃນພວກເຮົາເອງທີ່ຈະຮຽກຮ້ອງສິ່ງໃດສຳລັບພວກເຮົາເອງ, ແຕ່ຄວາມສາມາດຂອງພວກເຮົາມາຈາກພຣະເຈົ້າ. ພຣະອົງໃຫ້ພວກເຮົາມີຄວາມສາມາດເປັນຜູ້ຮັບໃຊ້ແຫ່ງພັນທະສັນຍາໃໝ່ ບໍ່ແມ່ນດ້ວຍຕົວອັກສອນ ແຕ່ດ້ວຍພຣະວິນຍານ; ເພາະຕົວອັກສອນເຮັດໃຫ້ຕາຍ, ແຕ່ພຣະວິນຍານໃຫ້ຊີວິດ.
ສະຫງ່າລາສີອັນຍິ່ງໃຫຍ່ແຫ່ງພັນທະສັນຍາໃໝ່
ບັດນີ້ຖ້າພັນທະກິດທີ່ນຳຄວາມຕາຍມາ ເຊິ່ງໄດ້ຈາລຶກເປັນຕົວອັກສອນໃສ່ເທິງແຜ່ນຫີນ ກໍຍັງມາດ້ວຍສະຫງ່າລາສີ, ດັ່ງນັ້ນ ເຖິງແມ່ນວ່າສະຫງ່າລາສີນີ້ຈະຈາງຫາຍໄປ, ແຕ່ປະຊາຊົນອິດສະຣາເອນກໍບໍ່ກ້າເບິ່ງໜ້າໂມເຊເພາະສະຫງ່າລາສີນັ້ນ, ແລ້ວພັນທະກິດແຫ່ງພຣະວິນຍານຈະບໍ່ຍິ່ງເຕັມໄປດ້ວຍສະຫງ່າລາສີຫລາຍກວ່ານັ້ນບໍ? ຖ້າພັນທະກິດທີ່ຕັດສິນໂທດຍັງມີສະຫງ່າລາສີຢູ່, ແລ້ວພັນທະກິດທີ່ນຳຄວາມຊອບທຳມາຈະມີສະຫງ່າລາສີຍິ່ງກວ່ານັ້ນເທົ່າໃດ! ເພາະວ່າສິ່ງທີ່ເຄີຍມີສະຫງ່າລາສີ ບັດນີ້ກໍຈາງຫາຍໄປເມື່ອທຽບກັບສະຫງ່າລາສີທີ່ຍິ່ງໃຫຍ່ກວ່າ. ແລະ ຖ້າສິ່ງຊົ່ວຄາວຍັງມາພ້ອມສະຫງ່າລາສີ, ແລ້ວສິ່ງຍືນຍົງຈະມີສະຫງ່າລາສີຍິ່ງໃຫຍ່ຫລາຍກວ່ານັ້ນຫລາຍເທົ່າໃດ!
ເຫດສະນັ້ນ ເພາະພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາຈຶ່ງມີໃຈກ້າຫລາຍ. ພວກເຮົາບໍ່ເປັນເໝືອນໂມເຊ ຜູ້ທີ່ເອົາຜ້າປົກໜ້າເພື່ອບໍ່ໃຫ້ປະຊາຊົນອິດສະຣາເອນເບິ່ງເຫັນສະຫງ່າລາສີທີ່ກຳລັງຈາງຫາຍໄປ ແຕ່ຈິດໃຈຂອງພວກເຂົາກໍດື້ດ້ານ ເພາະຈົນເຖິງທຸກວັນນີ້ ຜ້າປົກໜ້າຢ່າງດຽວກັນນັ້ນກໍຍັງຄົງຢູ່ເມື່ອອ່ານພັນທະສັນຍາເດີມ. ຜ້າປົກໜ້ານີ້ຍັງບໍ່ໄດ້ຖືກເອົາອອກໄປ, ເພາະວ່າໃນພຣະຄຣິດເຈົ້າເທົ່ານັ້ນທີ່ຜ້າປົກໜ້ານີ້ຈະຖືກເອົາອອກໄປໄດ້. ແມ່ນແຕ່ຈົນເຖິງທຸກວັນນີ້ ເມື່ອອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນກໍຍັງປົກປິດໃຈຂອງພວກເຂົາຢູ່. ແຕ່ເມື່ອໃດກໍຕາມທີ່ມີຄົນຫັນກັບມາຫາອົງພຣະຜູ້ເປັນເຈົ້າ, ຜ້າປົກໜ້ານັ້ນກໍຈະຖືກເອົາອອກໄປເສຍ. ບັດນີ້ ອົງພຣະຜູ້ເປັນເຈົ້າເປັນພຣະວິນຍານ ແລະ ທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ, ທີ່ນັ້ນກໍມີເສລີພາບ. ແລະ ພວກເຮົາທຸກຄົນ ຜູ້ບໍ່ມີຜ້າປົກໜ້າກໍຄຳນຶງ1ເຖິງສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າ, ພວກເຮົາກຳລັງໄດ້ຮັບການປ່ຽນແປງໃຫ້ມີລັກສະນະເໝືອນພຣະອົງດ້ວຍສະຫງ່າລາສີທີ່ເພີ່ມທະວີຂຶ້ນ ຄືສະຫງ່າລາສີທີ່ມາຈາກອົງພຣະຜູ້ເປັນເຈົ້າຜູ້ເປັນພຣະວິນຍານ.
Source notes (1)
- Footnote ຫລື ສະທ້ອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.