Biblica® Open Lao Contemporary Version
1 ໂກຣິນໂທ 16
ການຖວາຍເພື່ອຊ່ວຍເຫລືອບັນດາຄົນຂອງອົງພຣະຜູ້ເປັນເຈົ້າ
ບັດນີ້ ກ່ຽວກັບການແຜ່ຊັບເພື່ອບັນດາຄົນຂອງອົງພຣະຜູ້ເປັນເຈົ້ານັ້ນ ຂໍໃຫ້ປະຕິບັດຕາມທີ່ເຮົາໄດ້ບອກໃຫ້ຄຣິສຕະຈັກຕ່າງໆໃນຄາລາເຕຍປະຕິບັດນັ້ນ. ໃນມື້ທີໜຶ່ງຂອງທຸກໆອາທິດ, ພວກເຈົ້າແຕ່ລະຄົນຄວນແຍກເງິນຈຳນວນໜຶ່ງທີ່ເໝາະສົມກັບລາຍໄດ້ຂອງຕົນ ເກັບສະສົມເງິນນີ້ໄວ້ ເພື່ອວ່າເມື່ອເຮົາມາຈະບໍ່ມີການແຜ່ຊັບອີກ. ແລ້ວເມື່ອເຮົາມາເຖິງ ເຮົາກໍຈະມອບຈົດໝາຍແນະນຳຕົວໃຫ້ແກ່ບັນດາຜູ້ຊາຍທີ່ພວກເຈົ້າເຫັນສົມຄວນ ແລະ ສົ່ງພວກເຂົາໄປຍັງເຢຣູຊາເລັມພ້ອມກັບເງິນຖວາຍຂອງພວກເຈົ້າ. ຖ້າເຫັນສົມຄວນສຳລັບເຮົາທີ່ຈະໄປນຳດ້ວຍ, ພວກເຂົາກໍຈະໄປພ້ອມກັບເຮົາ.
ຄຳຂໍຮ້ອງສ່ວນຕົວ
ຫລັງຈາກເຮົາຜ່ານແຂວງມາເກໂດເນຍແລ້ວ ເຮົາຈະມາຫາພວກເຈົ້າ ເພາະເຮົາຈະເດີນທາງຜ່ານໄປທີ່ມາເກໂດເນຍ. ບາງທີເຮົາອາດພັກຢູ່ນຳພວກເຈົ້າໄລຍະໜຶ່ງ ຫລື ແມ່ນແຕ່ຢູ່ຈົນໝົດລະດູໜາວກໍເປັນໄດ້, ເພື່ອວ່າພວກເຈົ້າຈະຊ່ວຍເຫລືອເຮົາໃນການເດີນທາງ ບໍ່ວ່າເຮົາຈະໄປທີ່ໃດກໍຕາມ. ເພາະເວລານີ້ເຮົາຍັງບໍ່ຢາກພົບກັບພວກເຈົ້າເທື່ອ ແລະ ພຽງແຕ່ແວ່ຢ້ຽມຢາມເທົ່ານັ້ນ; ຖ້າວ່າອົງພຣະຜູ້ເປັນເຈົ້າອະນຸຍາດ ເຮົາຫວັງວ່າຈະໄດ້ໃຊ້ເວລາຢູ່ກັບພວກເຈົ້າດົນສົມຄວນ. ແຕ່ເຮົາຈະຢູ່ທີ່ເມືອງເອເຟໂຊຕໍ່ໄປຈົນເຖິງເທສະການເພັນເຕຄໍສະເຕ, ເພາະວ່າ ປະຕູໄດ້ເປີດກວ້າງໃຫ້ເຮົາເຮັດວຽກຢ່າງເກີດຜົນ ແລະ ຄົນທີ່ຕໍ່ຕ້ານເຮົາກໍມີຫລາຍ.
ເມື່ອຕີໂມທຽວມາ ຂໍໃຫ້ພວກເຈົ້າຊ່ວຍເບິ່ງແຍງບໍ່ໃຫ້ລາວຢ້ານກົວຕໍ່ສິ່ງໃດໃນຂະນະທີ່ລາວຢູ່ນຳພວກເຈົ້າ, ເພາະລາວກໍເຮັດວຽກຂອງອົງພຣະຜູ້ເປັນເຈົ້າເໝືອນກັນກັບເຮົາ. ດັ່ງນັ້ນ ຢ່າໃຫ້ຜູ້ໃດປະຕິບັດຕໍ່ລາວດ້ວຍການດູຖູກ. ແຕ່ສົ່ງລາວໃຫ້ເດີນທາງຕໍ່ໄປຢ່າງສັນຕິເພື່ອວ່າລາວຈະໄດ້ກັບມາຫາເຮົາ. ເຮົາກຳລັງຄອຍຖ້າລາວກັບພວກພີ່ນ້ອງຢູ່.
ບັດນີ້ ກ່ຽວກັບອາໂປໂລພີ່ນ້ອງຂອງເຮົານັ້ນ ເຮົາໄດ້ຂໍຮ້ອງລາວໃຫ້ມາຫາພວກເຈົ້າພ້ອມກັບບັນດາພີ່ນ້ອງ. ເວລານີ້ລາວຍັງບໍ່ຢາກໄປ, ແຕ່ລາວຈະໄປເມື່ອລາວມີໂອກາດ.
ພວກເຈົ້າທັງຫລາຍຈົ່ງເຝົ້າລະວັງຢູ່; ຈົ່ງຕັ້ງໝັ້ນຢູ່ໃນຄວາມເຊື່ອ; ຈົ່ງກ້າຫານ ແລະ ຈົ່ງເຂັ້ມແຂງ. ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ.
ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າຄອບຄົວຂອງສະເຕຟານາໄດ້ກັບໃຈມາເຊື່ອເປັນກຸ່ມທຳອິດໃນແຂວງອະຂາຢາ ແລະ ພວກເຂົາໄດ້ອຸທິດຕົນເອງຮັບໃຊ້ຄົນຂອງອົງພຣະຜູ້ເປັນເຈົ້າ. ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮຽກຮ້ອງພວກເຈົ້າ ໃຫ້ຍອມເຊື່ອຟັງຄົນເຫລົ່ານີ້ ແລະ ທຸກຄົນທີ່ເຂົ້າຮ່ວມໃນວຽກງານ ແລະ ທຳງານດ້ວຍຄວາມຍາກລຳບາກ. ເຮົາດີໃຈເມື່ອສະເຕຟານາ, ຟອກຕູນາໂຕ ແລະ ອະຂາອີໂກໄດ້ມາເຖິງ ເພາະວ່າພວກເຂົາໄດ້ຈັດຫາສິ່ງທີ່ພວກເຈົ້າຂາດນັ້ນໃຫ້ແກ່ເຮົາ. ເພາະພວກເຂົາໄດ້ຟື້ນຈິດໃຈຂອງເຮົາຂຶ້ນໃໝ່ ແລະ ຈິດໃຈຂອງພວກເຈົ້າທັງຫລາຍດ້ວຍ. ບັນດາຄົນຢ່າງນີ້ສົມຄວນໄດ້ຮັບການຍອມຮັບ.
ການທັກທາຍສຸດທ້າຍ
ຄຣິສຕະຈັກຕ່າງໆໃນແຂວງເອເຊຍກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ.
ອາກີລາ ແລະ ປີຊະກີລາ1 ແລະ ຄຣິສຕະຈັກທີ່ພົບກັນໃນເຮືອນຂອງພວກເຂົາກໍຝາກຄວາມຄິດເຖິງຢ່າງອົບອຸ່ນໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າດ້ວຍ.
ພີ່ນ້ອງທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
ຈົ່ງທັກທາຍກັນດ້ວຍການຈູບອັນບໍລິສຸດ.
ເຮົາໂປໂລ ຂຽນຄຳທັກທາຍນີ້ດ້ວຍມືຂອງເຮົາເອງ.
ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ຂໍໃຫ້ຜູ້ນັ້ນຖືກສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດມາເທີ້ນ2!
ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າທັງຫລາຍ.
ເຮົາຂໍສົ່ງຄວາມຮັກມາຍັງພວກເຈົ້າທຸກຄົນໃນພຣະເຢຊູຄຣິດເຈົ້າ. ອາແມນ.3
Source notes (3)
- Footnote ພາສາກຣີກວ່າ ປີສະກາເປັນອີກຮູບໜຶ່ງຂອງປີຊະກີລາ
- Footnote ພາສາກຣີກສຳລັບອົງພຣະຜູ້ເປັນເຈົ້າ ໂຜດມາເທີ້ນ. ສຳເນົາທີ່ຢູ່ໃນພາສາອາຣາມິກວ່າ ມາຣານາທາ ຈາກຄຣິສຕຽນຍຸກທຳອິດ
- Footnote ບາງສະບັບທີ່ຂຽນດ້ວຍມືບໍ່ມີຄຳວ່າ ອາແມນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.