Biblica® Open Lao Contemporary Version
1 ໂກຣິນໂທ 15
ການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ
ບັດນີ້ ພີ່ນ້ອງທັງຫລາຍເອີຍ, ເຮົາຢາກເຕືອນພວກເຈົ້າເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ, ເຊິ່ງພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ ແລະ ພວກເຈົ້າກໍຕັ້ງໝັ້ນຢູ່ໃນຂ່າວປະເສີດນັ້ນ. ໂດຍຂ່າວປະເສີດນີ້ແຫລະພວກເຈົ້າຈຶ່ງໄດ້ຮັບຄວາມພົ້ນ ຖ້າພວກເຈົ້າຫາກຕັ້ງໝັ້ນຢູ່ກັບຖ້ອຍຄຳທີ່ເຮົາໄດ້ປະກາດແກ່ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າກໍເຊື່ອໂດຍບໍ່ມີປະໂຫຍດ.
ເພາະເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້ານັ້ນເປັນເລື່ອງທີ່ສຳຄັນທີ່ສຸດ1ຄື: ພຣະຄຣິດເຈົ້າໄດ້ຕາຍເພື່ອຄວາມຜິດບາບຂອງພວກເຮົາທັງຫລາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ, ພຣະອົງຖືກຝັງໄວ້, ໃນວັນທີສາມພຣະອົງເປັນຄືນມາຈາກຕາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ ແລະ ພຣະອົງໄດ້ປາກົດແກ່ເກຟາ,2 ຫລັງຈາກນັ້ນ ພຣະອົງກໍໄດ້ປາກົດແກ່ອັກຄະສາວົກທັງສິບສອງຄົນ. ຕໍ່ມາ ພຣະອົງໄດ້ປາກົດແກ່ພວກພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນເວລາດຽວກັນ ເຊິ່ງສ່ວນໃຫຍ່ຍັງມີຊີວິດຢູ່, ແຕ່ບາງຄົນໄດ້ລ່ວງລັບໄປແລ້ວ. ຫລັງຈາກນັ້ນ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະ ແກ່ພວກອັກຄະສາວົກທັງໝົດ, ແລະ ໃນທ້າຍທີ່ສຸດພຣະອົງກໍໄດ້ປາກົດແກ່ເຮົາ ຜູ້ທີ່ເປັນເໝືອນລູກທີ່ເກີດຜິດປົກກະຕິ.
ເພາະເຮົາເປັນຜູ້ນ້ອຍທີ່ສຸດໃນບັນດາອັກຄະສາວົກ ແລະ ບໍ່ສົມຄວນແມ່ນແຕ່ຈະໄດ້ຊື່ວ່າອັກຄະສາວົກ, ເພາະວ່າເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ. ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະ ພຣະຄຸນຂອງພຣະອົງທີ່ມີຕໍ່ເຮົານັ້ນກໍບໍ່ໄດ້ໄຮ້ປະໂຫຍດ. ບໍ່ດອກ, ເຮົາໄດ້ເຮັດວຽກໜັກກວ່າພວກເຂົາທຸກຄົນ, ແຕ່ບໍ່ແມ່ນເຮົາເອງທີ່ເຮັດ, ຫາກແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົານັ້ນເປັນຜູ້ເຮັດ. ເຫດສະນັ້ນ ບໍ່ວ່າຈະເປັນເຮົາ ຫລື ພວກເຂົາກໍດີ ນີ້ຄືສິ່ງທີ່ພວກເຮົາປະກາດ ແລະ ນີ້ຄືສິ່ງທີ່ພວກເຈົ້າທັງຫລາຍໄດ້ເຊື່ອ.
ການເປັນຄືນມາຈາກຕາຍ
ແຕ່ຖ້າໄດ້ປະກາດວ່າພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດ ບາງຄົນໃນພວກເຈົ້າຈຶ່ງເວົ້າວ່າບໍ່ມີການເປັນຄືນມາຈາກຕາຍ? ຖ້າບໍ່ມີການເປັນຄືນມາຈາກຕາຍ, ແລ້ວແມ່ນແຕ່ພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາຈາກຕາຍ. ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ການປະກາດຂອງພວກເຮົາກໍໄຮ້ປະໂຫຍດ ແລະ ຄວາມເຊື່ອຂອງພວກເຈົ້າກໍບໍ່ມີປະໂຫຍດເໝືອນກັນ. ຫລາຍກວ່ານັ້ນ, ແລ້ວພວກເຮົາກໍພົບວ່າພວກເຮົາເປັນພະຍານບໍ່ຈິງກ່ຽວກັບພຣະເຈົ້າ, ເພາະພວກເຮົາໄດ້ເປັນພະຍານກ່ຽວກັບພຣະເຈົ້າວ່າ ພຣະອົງໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. ແຕ່ຖ້າຄວາມຈິງຄືພຣະເຈົ້າບໍ່ໄດ້ບັນດານໃຫ້ຄົນຕາຍເປັນຄືນມາແລ້ວ ພຣະອົງກໍບໍ່ໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາເໝືອນກັນ. ເພາະຖ້າຄົນຕາຍບໍ່ໄດ້ເປັນຄືນມາ, ແລ້ວພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາເໝືອນກັນ. ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ຄວາມເຊື່ອຂອງພວກເຈົ້າກໍໄຮ້ປະໂຫຍດ; ພວກເຈົ້າກໍຍັງຢູ່ໃນບາບຂອງຕົນ. ແລ້ວບັນດາຜູ້ທີ່ໄດ້ຫລັບໄປໃນພຣະຄຣິດເຈົ້າກໍຈິບຫາຍໄປດ້ວຍ. ຖ້າພວກເຮົາມີຄວາມຫວັງໃນພຣະຄຣິດເຈົ້າພຽງແຕ່ເພື່ອຊີວິດນີ້ເທົ່ານັ້ນ, ພວກເຮົາກໍໜ້າສົງສານກວ່າຄົນທັງປວງ.
ແຕ່ພຣະຄຣິດເຈົ້າໄດ້ເປັນຄືນມາຈາກຕາຍແທ້ຈິງ, ເປັນຜົນທຳອິດຂອງບັນດາຜູ້ທີ່ຫລັບໄປແລ້ວນັ້ນ. ເພາະເນື່ອງຈາກວ່າຄວາມຕາຍໄດ້ມາຜ່ານທາງມະນຸດຄົນດຽວສັນໃດ ການເປັນຄືນມາຈາກຕາຍກໍມາຜ່ານທາງມະນຸດຄົນດຽວສັນນັ້ນ. ດ້ວຍວ່າ ໃນອາດາມຄົນທັງປວງກໍຕາຍສັນໃດ ໃນພຣະຄຣິດເຈົ້າຄົນທັງປວງກໍຈະຖືກບັນດານໃຫ້ໄດ້ຮັບຊີວິດສັນນັ້ນ. ແຕ່ຈະເປັນໄປຕາມລຳດັບຄື: ພຣະຄຣິດເຈົ້າຜູ້ເປັນຜົນທຳອິດ; ຫລັງຈາກນັ້ນ, ແມ່ນບັນດາຄົນຂອງພຣະອົງເມື່ອພຣະອົງມາປາກົດ. ແລ້ວຈຸດຈົບກໍຈະມາເຖິງ, ເມື່ອພຣະອົງຖວາຍອານາຈັກແກ່ພຣະເຈົ້າພຣະບິດາ ຫລັງຈາກທີ່ພຣະອົງໄດ້ທຳລາຍເທບຜູ້ປົກຄອງອານາຈັກ, ສິດອຳນາດ ແລະ ລິດອຳນາດທັງໝົດ. ເພາະພຣະອົງຕ້ອງປົກຄອງຈົນກວ່າພຣະອົງຈະໄດ້ປາບສັດຕູທັງໝົດຂອງພຣະອົງໄວ້ໃຕ້ຕີນຂອງພຣະອົງ. ສັດຕູໂຕສຸດທ້າຍທີ່ຈະຕ້ອງທຳລາຍຄືຄວາມຕາຍ. ເພາະພຣະອົງ “ໄດ້ວາງທຸກສິ່ງຢູ່ໃຕ້ຕີນຂອງພຣະອົງແລ້ວ”.3 ບັດນີ້ເມື່ອກ່າວວ່າ “ທຸກສິ່ງ” ໄດ້ຖືກວາງໄວ້ພາຍໃຕ້ພຣະອົງນັ້ນ, ກໍເປັນທີ່ຈະແຈ້ງແລ້ວວ່າບໍ່ໄດ້ລວມທັງພຣະເຈົ້າເອງ, ຜູ້ວາງທຸກສິ່ງຢູ່ພາຍໃຕ້ພຣະຄຣິດເຈົ້າ. ເມື່ອພຣະອົງໄດ້ກະທຳຢ່າງນີ້ແລ້ວ, ພຣະບຸດເອງຈະຢູ່ພາຍໃຕ້ພຣະເຈົ້າຜູ້ເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ພຣະອົງ ເພື່ອວ່າພຣະເຈົ້າຈະເປັນເອກໃນສິ່ງທັງປວງ.
ບັດນີ້ ຖ້າບໍ່ມີການເປັນຄືນມາຈາກຕາຍແລ້ວ ບັນດາຜູ້ທີ່ບັບຕິສະມາສຳລັບຄົນຕາຍນັ້ນຈະເຮັດຢ່າງໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານໃຫ້ເປັນຄືນມາແລ້ວ, ເປັນຫຍັງຈຶ່ງຍັງມີຄົນຮັບບັບຕິສະມາເພື່ອຄົນຕາຍນັ້ນ? ແລະ ສຳລັບພວກເຮົານັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງປະເຊີນກັບໄພອັນຕະລາຍຢູ່ທຸກເວລາ? ເຮົາປະເຊີນກັບຄວາມຕາຍທຸກມື້ ເຮົາໝາຍຄວາມວ່າຢ່າງນັ້ນ ສິ່ງນີ້ແນ່ນອນເໝືອນດັ່ງທີ່ເຮົາໂອ້ອວດກ່ຽວກັບພວກເຈົ້າໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ຖ້າເຮົາຕໍ່ສູ້ກັບພວກສັດປ່າໃນເອເຟໂຊໂດຍບໍ່ເກີນຄວາມຫວັງຂອງມະນຸດ, ເຮົາຈະໄດ້ອັນໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານເປັນຄືນມາ,
“ກໍໃຫ້ພວກເຮົາກິນ ແລະ ດື່ມ
ເພາະວ່າມື້ອື່ນພວກເຮົາກໍຕາຍແລ້ວ”.4
ຢ່າໃຫ້ພວກເຈົ້າຫລົງຜິດໄປ, “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ”. ຈົ່ງກັບຄືນມາສູ່ຄວາມມີສະຕິຂອງພວກເຈົ້າຕາມທີ່ພວກເຈົ້າຄວນຈະເປັນ ແລະ ເຊົາເຮັດບາບສາ; ເພາະມີບາງຄົນບໍ່ຮູ້ຈັກພຣະເຈົ້າເລີຍ ການທີ່ເຮົາເວົ້າຢ່າງນີ້ກໍເພື່ອໃຫ້ພວກເຈົ້າລະອາຍໃຈ.
ຮ່າງກາຍທີ່ເປັນຄືນມາຈາກຕາຍ
ແຕ່ບາງຄົນອາດຈະຖາມວ່າ, “ຄົນຕາຍເປັນຄືນມາໄດ້ຢ່າງໃດ? ເມື່ອເປັນຄືນມາ ຮ່າງກາຍຂອງພວກເຂົາຈະເປັນແບບໃດ?” ຄົນໂງ່ເອີຍ! ສິ່ງທີ່ພວກເຈົ້າຫວ່ານລົງຈະບໍ່ມີຊີວິດຂຶ້ນມາ ຖ້າສິ່ງນັ້ນບໍ່ຕາຍເສຍກ່ອນ. ເມື່ອພວກເຈົ້າຫວ່ານ ພວກເຈົ້າບໍ່ໄດ້ປູກຕົ້ນທີ່ໃຫຍ່ເຕັມທີ່ແລ້ວ ແຕ່ພວກເຈົ້າປູກພຽງແຕ່ເມັດພືດ, ບາງທີກໍເປັນເມັດເຂົ້າຫວີດ ຫລື ເມັດພືດອື່ນໆ. ແຕ່ພຣະເຈົ້າໄດ້ໃຫ້ລໍາຕົ້ນຕາມທີ່ພຣະອົງໄດ້ກຳນົດໄວ້ ແລະ ເມັດພືດແຕ່ລະຊະນິດພຣະອົງກໍໄດ້ໃຫ້ລໍາຕົ້ນ. ເນື້ອໜັງທັງໝົດກໍບໍ່ຄືກັນ ເນື້ອໜັງຂອງມະນຸດກໍເປັນອີກແບບໜຶ່ງ, ສັດຕ່າງໆກໍເປັນອີກແບບໜຶ່ງ, ບັນດານົກກໍເປັນອີກແບບໜຶ່ງ ແລະ ປາກໍເປັນອີກແບບໜຶ່ງ. ຮ່າງກາຍສຳລັບສະຫວັນກໍມີ ແລະ ຮ່າງກາຍສຳລັບໂລກກໍມີ; ແຕ່ສະຫງ່າລາສີຂອງຮ່າງກາຍສະຫວັນກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງຮ່າງກາຍແບບໂລກກໍເປັນອີກແບບໜຶ່ງ. ສະຫງ່າລາສີຂອງດວງອາທິດກໍເປັນແບບໜຶ່ງ ດວງຈັນກໍເປັນອີກແບບໜຶ່ງ ແລະ ດວງດາວກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງດາວແຕ່ລະດວງກໍແຕກຕ່າງກັນ.
ການເປັນຄືນມາຂອງຄົນຕາຍກໍເຊັ່ນກັນ. ຮ່າງກາຍທີ່ຫວ່ານລົງນັ້ນກໍເປື່ອຍເນົ່າໄດ້ ແລະ ຮ່າງກາຍທີ່ເປັນຄືນມາຈະບໍ່ເປື່ອຍເນົ່າອີກ, ຮ່າງກາຍທີ່ຫວ່ານລົງໄປນັ້ນບໍ່ມີກຽດ ແລະ ຮ່າງກາຍທີ່ເປັນຄືນມາກໍເຕັມດ້ວຍສະຫງ່າລາສີ, ຮ່າງກາຍທີ່ຫວ່ານລົງນັ້ນອ່ອນກຳລັງ ແລະ ຮ່າງກາຍທີ່ເປັນຄືນມາກໍມີລິດອຳນາດ, ຮ່າງກາຍທີ່ຫວ່ານລົງນັ້ນເປັນຮ່າງກາຍທຳມະຊາດ ແລະ ຮ່າງກາຍທີ່ເປັນຄືນມາເປັນຮ່າງກາຍວິນຍານ.
ຖ້າມີຮ່າງກາຍທຳມະຊາດ ຮ່າງກາຍວິນຍານກໍມີດ້ວຍ. ດັ່ງນັ້ນຈຶ່ງມີຖ້ອຍຄຳຂຽນໄວ້ວ່າ: “ອາດາມມະນຸດຄົນທຳອິດໄດ້ກາຍເປັນຜູ້ມີຊີວິດ”5; ສ່ວນອາດາມຄົນສຸດທ້າຍເປັນວິນຍານຜູ້ໃຫ້ຊີວິດ. ຮ່າງກາຍວິນຍານບໍ່ໄດ້ມາກ່ອນ ແຕ່ຮ່າງກາຍທຳມະຊາດມາກ່ອນ ແລະ ຮ່າງກາຍວິນຍານມາພາຍຫລັງ. ມະນຸດຄົນທຳອິດແມ່ນມາຈາກຂີ້ຝຸ່ນດິນຂອງແຜ່ນດິນໂລກ; ມະນຸດຄົນທີສອງແມ່ນມາຈາກສະຫວັນ. ດ້ວຍວ່າຄົນຝ່າຍໂລກເປັນຢ່າງໃດ ຄົນທີ່ເປັນຂອງໂລກກໍເປັນຢ່າງນັ້ນ; ແລະ ຄົນຈາກສະຫວັນເປັນຢ່າງໃດ ຄົນທີ່ເປັນຂອງສະຫວັນກໍເປັນຢ່າງນັ້ນ. ແລະ ເຊັ່ນດຽວກັນກັບພວກເຮົາເກີດມາມີລັກສະນະເໝືອນກັບຄົນຝ່າຍໂລກຢ່າງໃດ ພວກເຮົາກໍຈະມີ6ລັກສະນະເໝືອນກັບຄົນຈາກສະຫວັນຢ່າງນັ້ນ.
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍປະກາດແກ່ພວກເຈົ້າວ່າ ເນື້ອໜັງ ແລະ ເລືອດບໍ່ສາມາດຮັບອານາຈັກຂອງພຣະເຈົ້າເປັນມໍລະດົກໄດ້ ແລະ ສິ່ງທີ່ເປື່ອຍເນົ່າບໍ່ສາມາດຮັບສິ່ງທີ່ບໍ່ເປື່ອຍເນົ່າເປັນມໍລະດົກໄດ້. ຈົ່ງຟັງ ເຮົາຈະບອກຂໍ້ເລິກລັບແກ່ພວກເຈົ້າວ່າ: ພວກເຮົາທັງຫລາຍຈະບໍ່ຫລັບໄປໝົດທຸກຄົນ ແຕ່ພວກເຮົາທັງໝົດຈະໄດ້ຮັບການປ່ຽນແປງ ໃນຊົ່ວຂະນະດຽວ, ໃນຊົ່ວພັບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ. ເພາະສຽງແກຈະດັງຂຶ້ນ ຄົນຕາຍຈະຖືກບັນດານໃຫ້ເປັນຄືນມາແບບບໍ່ເປື່ອຍເນົ່າ ແລະ ພວກເຮົາຈະໄດ້ຮັບການປ່ຽນແປງ. ດ້ວຍວ່າ ສິ່ງທີ່ເປື່ອຍເນົ່າຕ້ອງສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນຕ້ອງສວມໃສ່ສິ່ງທີ່ຕາຍບໍ່ເປັນ. ເມື່ອສິ່ງທີ່ເປື່ອຍເນົ່າໄດ້ສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນສວມໃສ່ສິ່ງທີ່ຕາຍບໍ່ເປັນແລ້ວ ຄຳກ່າວທີ່ໄດ້ຂຽນໄວ້ກໍຈະມາເປັນຄວາມຈິງຄື: “ຄວາມຕາຍໄດ້ຖືກກືນເຂົ້າໄປໃນໄຊຊະນະແລ້ວ”.7
“ໂອ ຄວາມຕາຍ, ໄຊຊະນະຂອງເຈົ້າຢູ່ໃສ?
ໂອ ຄວາມຕາຍ, ໄລພິດຂອງເຈົ້າຢູ່ໃສ?”8
ໄລພິດຂອງຄວາມຕາຍຄືຄວາມບາບ ແລະ ລິດອຳນາດຂອງຄວາມບາບຄືກົດບັນຍັດ. ແຕ່ຂອບພຣະຄຸນພຣະເຈົ້າ! ພຣະອົງມອບໄຊຊະນະໃຫ້ແກ່ພວກເຮົາໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ.
Source notes (8)
- Footnote ຫລື ເປັນປະການທຳອິດ
- Footnote ນັ້ນແມ່ນ ເປໂຕ
- Footnote ພສສ 8:6
- Footnote ອຊຢ 22:13
- Footnote ປຖກ 2:7
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ດັ່ງນັ້ນໃຫ້ພວກເຮົາມີ
- Footnote ອຊຢ 25:8
- Footnote ຮສອ 13:14
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.