Biblica® Open Lao Contemporary Version
ໂຣມ 7
ປົດປ່ອຍອອກຈາກກົດບັນຍັດ ມາຜູກມັດກັບພຣະຄຣິດເຈົ້າ
ພີ່ນ້ອງທັງຫລາຍພວກເຈົ້າບໍ່ຮູ້ບໍ, ເພາະເຮົາກຳລັງເວົ້າກັບບັນດາຄົນທີ່ຮູ້ກົດບັນຍັດ ວ່າກົດບັນຍັດນັ້ນມີສິດອຳນາດເໜືອຜູ້ໃດຜູ້ໜຶ່ງກໍໃນຂະນະທີ່ຜູ້ນັ້ນຍັງມີຊີວິດຢູ່ເທົ່ານັ້ນ? ຕົວຢ່າງ, ຕາມກົດບັນຍັດແລ້ວແມ່ຍິງທີ່ແຕ່ງງານແລ້ວກໍມີຂໍ້ຜູກມັດກັບຜົວຂອງນາງຕາບໃດທີ່ຜົວຍັງມີຊີວິດຢູ່, ແຕ່ຖ້າຜົວຂອງນາງຕາຍໄປ, ນາງກໍພົ້ນຈາກກົດທີ່ຜູກມັດນາງກັບຜົວຂອງນາງ. ດັ່ງນັ້ນ ຖ້ານາງໄປມີເພດສຳພັນກັບຊາຍອື່ນຂະນະທີ່ຜົວຂອງນາງຍັງມີຊີວິດຢູ່ນາງກໍໄດ້ຊື່ວ່າເປັນຍິງຫລິ້ນຊູ້. ແຕ່ຖ້າຜົວຂອງນາງຕາຍແລ້ວ, ນາງກໍໄດ້ພົ້ນຈາກກົດນັ້ນ ແລະ ຖ້ານາງໄປແຕ່ງງານກັບຊາຍອື່ນອີກ ນາງກໍບໍ່ໄດ້ເປັນຍິງຫລິ້ນຊູ້.
ດັ່ງນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເໝືອນກັນໄດ້ຕາຍຈາກກົດບັນຍັດໂດຍທາງກາຍຂອງພຣະຄຣິດເຈົ້າແລ້ວ, ເພື່ອພວກເຈົ້າຈະຕົກເປັນຂອງຜູ້ໜຶ່ງອີກຄື ເປັນຂອງພຣະອົງຜູ້ທີ່ເປັນຄືນມາຈາກຕາຍ ເພື່ອວ່າພວກເຮົາຈະເກີດຜົນຖວາຍແກ່ພຣະເຈົ້າ. ເພາະເມື່ອພວກເຮົາຖືກທຳມະຊາດບາບ1ຄວບຄຸມຢູ່ຈຶ່ງຖືກກົດບັນຍັດກະຕຸ້ນຕັນຫາຊົ່ວໃຫ້ອອກລິດໃນຮ່າງກາຍຂອງພວກເຮົາ ເພື່ອໃຫ້ພວກເຮົາເກີດຜົນອັນນຳໄປສູ່ຄວາມຕາຍ. ແຕ່ບັດນີ້ ໂດຍການຕາຍຕໍ່ສິ່ງທີ່ຄັ້ງໜຶ່ງເຄີຍຜູກມັດພວກເຮົາ ພວກເຮົາກໍໄດ້ຮັບການປົດປ່ອຍຈາກກົດບັນຍັດແລ້ວ ເພື່ອຮັບໃຊ້ຕາມທາງໃໝ່ຄືຕາມພຣະວິນຍານບໍລິສຸດເຈົ້າ, ບໍ່ແມ່ນຕາມທາງເກົ່າ ຄືຕາມກົດບັນຍັດທີ່ເປັນຕົວອັກສອນ.
ກົດບັນຍັດ ແລະ ຄວາມບາບ
ຖ້າເປັນຢ່າງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືຄວາມບາບບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! ແທ້ຈິງແລ້ວຖ້າບໍ່ແມ່ນເພາະກົດບັນຍັດເຮົາກໍບໍ່ຮູ້ວ່າອັນໃດຄືບາບ ເພາະຖ້າກົດບັນຍັດບໍ່ໄດ້ກ່າວໄວ້ວ່າ, “ຢ່າໂລບ”.2 ເຮົາກໍບໍ່ຮູ້ວ່າອັນໃດຄືຄວາມໂລບ. ແຕ່ວ່າຄວາມບາບໄດ້ສວຍໂອກາດຈາກພຣະບັນຍັດມາກໍ່ຄວາມໂລບທຸກຊະນິດຂຶ້ນໃນໂຕເຮົາ. ເພາະຖ້າບໍ່ມີກົດບັນຍັດຄວາມບາບກໍຕາຍແລ້ວ. ຄັ້ງໜຶ່ງ ເຮົາເຄີຍດຳເນີນຊີວິດໂດຍບໍ່ມີກົດບັນຍັດ, ແຕ່ພໍມີພຣະບັນຍັດຄວາມບາບກໍມີຊີວິດຂຶ້ນມາ ແລະ ເຮົາກໍຕາຍ. ເຮົາພົບວ່າພຣະບັນຍັດມີຈຸດປະສົງນຳຊີວິດມາໃຫ້ ແຕ່ຄວາມຈິງແລ້ວນຳຄວາມຕາຍມາໃຫ້. ເພາະວ່າ ຄວາມບາບໄດ້ສວຍໂອກາດຈາກພຣະບັນຍັດມາຫລອກລວງເຮົາ ແລະ ຄວາມບາບໄດ້ເຮັດໃຫ້ເຮົາຕາຍໂດຍທາງພຣະບັນຍັດນັ້ນ. ດ້ວຍເຫດນັ້ນ ກົດບັນຍັດຈຶ່ງສັກສິດ ແລະ ພຣະບັນຍັດກໍສັກສິດ, ຊອບທຳ ແລະ ດີ.
ຖ້າຢ່າງນັ້ນແລ້ວ ສິ່ງທີ່ດີງາມກໍກາຍເປັນຄວາມຕາຍສຳລັບເຮົາບໍ? ບໍ່ແມ່ນຢ່າງນັ້ນດອກ! ແຕ່ເພື່ອໃຫ້ຮູ້ຈັກວ່າບາບຄືບາບ, ບາບນຳໃຊ້ສິ່ງທີ່ດີເພື່ອນໍາເອົາຄວາມຕາຍມາສູ່ເຮົາ. ເພື່ອວ່າໂດຍຜ່ານທາງພຣະບັນຍັດຈະໄດ້ເຫັນວ່າຄວາມບາບນັ້ນຊົ່ວຮ້າຍຫລາຍທີ່ສຸດ.
ພວກເຮົາຮູ້ແລ້ວວ່າກົດບັນຍັດເປັນເລື່ອງຝ່າຍຈິດວິນຍານ, ແຕ່ເຮົາບໍ່ໄດ້ຢູ່ຝ່າຍຈິດວິນຍານ, ເຮົາຖືກຂາຍໃຫ້ເປັນຂ້າທາດຂອງຄວາມບາບ. ເຮົາບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະສິ່ງທີ່ເຮົາຢາກເຮັດເຮົາບໍ່ໄດ້ເຮັດ ແຕ່ສິ່ງທີ່ເຮົາກຽດຊັງເຮົາກັບໄປເຮັດ. ແລະ ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດນັ້ນ ເຮົາກໍເຫັນພ້ອມວ່າກົດບັນຍັດນັ້ນດີ. ດັ່ງນັ້ນ ຈຶ່ງບໍ່ແມ່ນໂຕເຮົາເອງທີ່ເປັນຜູ້ເຮັດສິ່ງນີ້ອີກຕໍ່ໄປ ແຕ່ແມ່ນຄວາມບາບທີ່ຢູ່ໃນໂຕເຮົາເປັນຜູ້ເຮັດ. ເພາະເຮົາຮູ້ວ່າບໍ່ມີສິ່ງດີອັນໃດຢູ່ໃນໂຕເຮົາ, ນັ້ນກໍຄື ທຳມະຊາດບາບ3ຂອງເຮົາທີ່ຢູ່ໃນ. ເພາະວ່າເຮົາປາຖະໜາຈະເຮັດສິ່ງທີ່ດີ ແຕ່ເຮົາເຮັດບໍ່ໄດ້. ດ້ວຍວ່າ ເຮົາບໍ່ໄດ້ເຮັດສິ່ງດີທີ່ເຮົາຢາກເຮັດ ແຕ່ສິ່ງທີ່ຊົ່ວທີ່ເຮົາບໍ່ຢາກເຮັດເຮົາກໍຍັງເຮັດຢູ່. ຖ້າເຮົາເຮັດສິ່ງທີ່ເຮົາເອງບໍ່ຢາກເຮັດກໍບໍ່ແມ່ນໂຕເຮົາເອງເປັນຜູ້ເຮັດ ແຕ່ແມ່ນຄວາມບາບທີ່ຢູ່ໃນໂຕເຮົາເປັນຜູ້ເຮັດ.
ດັ່ງນັ້ນ ເຮົາຈຶ່ງພົບວ່າມີກົດນີ້ຢູ່ຄື: ເມື່ອເຮົາຢາກເຮັດສິ່ງທີ່ດີ ຄວາມຊົ່ວກໍຢູ່ທີ່ນັ້ນກັບເຮົາແລ້ວ. ເພາະວ່າສ່ວນເລິກໃນຈິດໃຈຂອງເຮົາແລ້ວເຮົາປິຕິຍິນດີໃນກົດບັນຍັດຂອງພຣະເຈົ້າ, ແຕ່ເຮົາເຫັນກົດອື່ນອີກຢູ່ໃນຮ່າງກາຍຂອງເຮົາ, ກົດນີ້ຕໍ່ສູ້ກັບກົດພາຍໃນຈິດໃຈຂອງເຮົາ ແລະ ເຮັດໃຫ້ເຮົາເປັນນັກໂທດຂອງກົດແຫ່ງຄວາມບາບທີ່ຢູ່ໃນຮ່າງກາຍຂອງເຮົາ. ເຮົາເປັນຄົນທີ່ໜ້າເວດທະນາແທ້ນໍ! ຜູ້ໃດຈະກອບກູ້ເຮົາໃຫ້ລອດພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້? ຂອບພຣະຄຸນພຣະເຈົ້າ ຜູ້ຊ່ວຍໃຫ້ເຮົາລອດພົ້ນໄດ້ໂດຍຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ!
ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນຂ້າທາດຂອງກົດບັນຍັດຂອງພຣະເຈົ້າ ແຕ່ໃນດ້ານທຳມະຊາດບາບ ເຮົາກໍເປັນຂ້າທາດຂອງກົດແຫ່ງຄວາມບາບ.
Source notes (3)
- Footnote ຫລື ເນື້ອໜັງ ເຊັ່ນດຽວກັບຂໍ້ 25
- Footnote ອພຍ 20:17; ພບຍ 5:21
- Footnote ຫລື ເນື້ອໜັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.