Skip to content
BibleKenya

Biblica® Open Lao Contemporary Version

ພຣະນິມິດ 11

ພະຍານ​ທັງ​ສອງ

ຂ້າພະເຈົ້າ​ໄດ້​ຮັບ​ໄມ້​ອໍ້​ອັນ​ໜຶ່ງ​ເໝືອນ​ກັບ​ໄມ້ວັດແທກ ແລະ ໄດ້​ຮັບ​ຄຳສັ່ງ​ວ່າ, “ຈົ່ງ​ໄປ ແລະ ວັດແທກ​ວິຫານ​ຂອງ​ພຣະເຈົ້າ, ແທ່ນບູຊາ ແລະ ນັບ​ຈຳນວນ​ຜູ້​ທີ່​ນະມັດສະການ​ຢູ່​ທີ່​ນັ້ນ. ແຕ່​ຍົກເວັ້ນ​ເດີ່ນ​ຊັ້ນນອກ, ເນື່ອງ​ຈາກ​ທີ່​ນັ້ນ​ໄດ້​ຍົກ​ໃຫ້​ຄົນຕ່າງຊາດ​ແລ້ວ. ພວກເຂົາ​ຈະ​ຢຽບຢ່ຳ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ. ເຮົາ​ຈະ​ມອບ​ລິດອຳນາດ​ໃຫ້​ແກ່​ພະຍານ​ທັງ​ສອງ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ນຸ່ງຫົ່ມ​ຜ້າກະສອບເຂົ້າ ແລະ ຈະ​ທຳນວາຍ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ” ພະຍານ​ທັງ​ສອງ​ຄື “ຕົ້ນໝາກກອກ​ສອງ​ຕົ້ນ ແລະ ຫລັກຕະກຽງ​ຄຳ​ສອງ​ອັນ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ໂລກ”.1 ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ. ພວກເພິ່ນ​ມີ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ເພື່ອ​ບໍ່​ໃຫ້​ຝົນຕົກ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ແລະ ພວກເພິ່ນ​ມີ​ອຳນາດ​ເຮັດ​ໃຫ້​ນ້ຳ​ກາຍເປັນ​ເລືອດ ແລະ ເພື່ອ​ຟາດ​ແຜ່ນດິນໂລກ​ດ້ວຍ​ໄພພິບັດ​ທຸກ​ຊະນິດ​ໄດ້​ເລື້ອຍ​ຕາມ​ທີ່​ພວກເພິ່ນ​ຕ້ອງການ.

ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ. ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ. ຕະຫລອດ​ສາມ​ວັນ​ເຄິ່ງ​ນັ້ນ​ຄົນ​ຈຳນວນໜຶ່ງ​ຈາກ​ທຸກ​ກຸ່ມຄົນ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ປະເທດ​ຈະ​ມາ​ຈ້ອງເບິ່ງ​ສົບ​ຂອງ​ພວກເພິ່ນ ແລະ ບໍ່​ຍອມ​ໃຫ້​ຝັງ​ສົບ. ຜູ້​ອາໄສ​ຢູ່​ໃນ​ແຜ່ນດິນໂລກ​ຈະ​ເບິ່ງ​ສົບ​ຂອງ​ພວກເພິ່ນ​ດ້ວຍ​ຄວາມດີໃຈ ແລະ ຈະ​ສະເຫລີມ​ສະຫລອງ​ໂດຍ​ໃຫ້​ຂອງຂັວນ​ແກ່​ກັນ, ເພາະ​ຜູ້ທຳນວາຍ​ທັງ​ສອງ​ນີ້​ໄດ້​ທໍລະມານ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ໂລກ.

ແຕ່​ຫລັງ​ຈາກ​ສາມ​ວັນ​ເຄິ່ງ​ແລ້ວ​ລົມຫາຍໃຈ2​ແຫ່ງ​ຊີວິດ​ຈາກ​ພຣະເຈົ້າ​ກໍ​ໄດ້​ເຂົ້າ​ໃນ​ສົບ​ນັ້ນ, ພວກເພິ່ນ​ທັງ​ສອງ​ຈຶ່ງ​ລຸກ​ຢືນ​ຂຶ້ນ, ຄົນ​ທີ່​ພົບ​ເຫັນ​ກໍ​ຢ້ານກົວ​ຫລາຍ. ແລ້ວ​ພວກເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້”. ແລ້ວ​ພະຍານ​ທັງ​ສອງ​ນັ້ນ​ກໍ​ຂຶ້ນ​ໄປ​ໃນ​ເມກ​ສູ່​ສະຫວັນ ຂະນະ​ທີ່​ສັດຕູ​ທັງຫລາຍ​ຂອງ​ພວກເພິ່ນ​ເບິ່ງ​ຢູ່.

ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.

ວິບັດ​ທີ​ສອງ​ໄດ້​ຜ່ານພົ້ນ​ໄປ, ວິບັດ​ທີສາມ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.

ແກ​ທີ​ເຈັດ

ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ:

“ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ

ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ

ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.

ແລ້ວ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ທີ່​ນັ່ງ​ເທິງ​ບັນດາ​ບັນລັງ​ຂອງ​ຕົນ​ຕໍ່ໜ້າ​ພຣະເຈົ້າ ກໍ​ໝອບ​ໜ້າ​ລົງ​ນະມັດສະການ​ພຣະເຈົ້າ, ໂດຍ​ກ່າວ​ວ່າ:

“ພວກຂ້ານ້ອຍ​ທັງຫລາຍ​ຂອບພຣະຄຸນ​ພຣະອົງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່,

ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ດຳລົງ​ຢູ່​ໃນ​ອະດີດ,

ເພາະ​ພຣະອົງ​ໄດ້​ສະແດງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ

ແລະ ໄດ້​ເລີ່ມ​ປົກຄອງ​ແລ້ວ.

ບັນດາ​ປະຊາຊາດ​ກໍ​ໂກດຮ້າຍ,

ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ.

ເວລາ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ສຳລັບ​ພິພາກສາ​ຄົນ​ທີ່​ໄດ້​ຕາຍ​ແລ້ວ,

ແລະ ເພື່ອ​ມອບ​ບຳເໜັດ​ແກ່​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ

ແລະ ແກ່​ບັນດາ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ

ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ

ແລະ ເປັນ​ເວລາ​ສຳລັບ​ການທຳລາຍ​ບັນດາ​ຜູ້​ທີ່​ທຳລາຍ​ໂລກ”.

ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.

Source notes (2)
  1. Footnote ຊກຢ 4:3,11,14
  2. Footnote ອຊກ 37:5,14

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.