Skip to content
BibleKenya

Biblica® Open Lao Contemporary Version

ຟີລິບປອຍ 1

ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ,

ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ.1

ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.

ການໂມທະນາ​ຂອບພຣະຄຸນ ແລະ ຄຳອະທິຖານ

ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ທຸກຄັ້ງ ເມື່ອ​ເຮົາ​ລະນຶກເຖິງ​ພວກເຈົ້າ​ທັງຫລາຍ. ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້, ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ວ່າ ພຣະອົງ​ຜູ້​ເລີ່ມຕົ້ນ​ການ​ດີ​ໃນ​ພວກເຈົ້າ​ນັ້ນ​ຈະ​ເຮັດ​ໃຫ້​ສຳເລັດ​ຈົນ​ເຖິງ​ວັນ​ແຫ່ງ​ພຣະຄຣິດເຈົ້າເຢຊູ.

ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ. ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.

ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມ​ຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ, ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ, ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.

ການ​ຖືກ​ລ່າມໂສ້​ຂອງ​ໂປໂລ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກໄປ

ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ. ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ2 ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ. ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.

ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ. ຄົນ​ກຸ່ມ​ຕໍ່ມາ​ປະກາດ​ດ້ວຍ​ຄວາມ​ຮັກ, ເພາະ​ຮູ້​ວ່າ​ເຮົາ​ຖືກ​ຂັງ​ຢູ່​ບ່ອນນີ້​ກໍ​ເພື່ອ​ປ້ອງກັນ​ຂ່າວປະເສີດ. ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່. ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ.

ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ, ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ. ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ. ເພາະ​ສຳລັບ​ເຮົາ, ທີ່​ຈະ​ມີຊີວິດ​ຢູ່​ກໍ​ເພື່ອ​ພຣະຄຣິດເຈົ້າ ແລະ ທີ່​ຈະ​ຕາຍ​ກໍ​ເປັນ​ກຳໄລ. ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້! ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ, ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ. ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ, ເພື່ອ​ວ່າ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ອີກ ຄວາມໂອ້ອວດ​ໃນ​ພຣະຄຣິດເຈົ້າເຢຊູ​ຂອງ​ພວກເຈົ້າ​ກໍ​ຈະ​ອຸດົມສົມບູນ​ເນື່ອງ​ຈາກ​ເຮົາ.

ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ,3 ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ. ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ, ເພາະ​ພວກເຈົ້າ​ເອງ​ກໍ​ກຳລັງ​ຕໍ່ສູ້​ຢ່າງ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ແລ້ວ ແລະ ບັດນີ້ ພວກເຈົ້າ​ກໍ​ໄດ້​ຍິນ​ວ່າ​ເຮົາ​ກໍ​ຍັງ​ຕໍ່ສູ້​ຢູ່.

Source notes (3)
  1. Footnote ຄຳ​ວ່າ ຜູ້ດູແລ ໃນ​ທີ່​ນີ້​ອ້າງອີງ​ໃສ່​ຄຣິສຕຽນ​ຜູ້​ທີ່​ໄດ້​ຮັບ​ການແຕ່ງຕັ້ງ​ເພື່ອ​ຮັບໃຊ້​ເຮັດ​ໜ້າທີ່​ຜູ້ດູແລ​ຜູ້ປົກຄອງ​ຂອງ​ຄຣິສຕະຈັກ​ໃນ​ໜ້າທີ່​ຕ່າງໆ; ເຊັ່ນດຽວກັນ​ກັບ​ໃນ ຣມ 16:1 ແລະ 1ຕມທ 3:8,12.
  2. Footnote ຫລື ຈົນ​ທົ່ວ ລາຊະວັງ
  3. Footnote ຫລື ໃນ​ວິນຍານ​ດຽວ​ກັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.