Biblica® Open Lao Contemporary Version
ຈົດບັນຊີ 10
ແກເງິນ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງເອົາເງິນມາຕີເຮັດແກສອງອັນ, ແລະ ນຳໃຊ້ແກເຫລົ່ານັ້ນເພື່ອເປົ່າເອີ້ນຊຸມຊົນມາເຕົ້າໂຮມກັນ ແລະ ເພື່ອເຄື່ອນຍ້າຍບັນດາຄ້າຍພັກ. ເມື່ອສຽງແກທັງສອງດັງຂຶ້ນ, ຊຸມຊົນທັງໝົດຈະມາເຕົ້າໂຮມກັນຕໍ່ໜ້າເຈົ້າທີ່ທາງເຂົ້າເຕັນນັດພົບ. ຖ້າສຽງແກອັນດຽວດັງຂຶ້ນ, ພວກຜູ້ນຳ ແລະ ພວກຫົວໜ້າຕະກຸນຕ່າງໆຂອງອິດສະຣາເອນຈະຕ້ອງມາເຕົ້າໂຮມກັນຕໍ່ໜ້າເຈົ້າ. ເມື່ອສຽງແກດັງຂຶ້ນເປັນສຽງສັ້ນ, ເຜົ່າຕ່າງໆທີ່ຕັ້ງຄ້າຍພັກຢູ່ດ້ານຕາເວັນອອກຈະຕ້ອງອອກເດີນທາງ. ເມື່ອສຽງແກດັງຂຶ້ນເປັນສຽງສັ້ນຄັ້ງທີສອງ, ບັນດາຄ້າຍພັກຢູ່ດ້ານໃຕ້ຈະຕ້ອງອອກເດີນທາງ. ສຽງແກນີ້ຈະເປັນສັນຍານສຳລັບການອອກເດີນທາງ. ເພື່ອເຕົ້າໂຮມຊຸມຊົນ, ຈົ່ງເປົ່າແກທັງສອງເປັນສຽງຍາວ, ແຕ່ບໍ່ແມ່ນດ້ວຍສັນຍານສຳລັບການອອກເດີນທາງ.
“ບັນດາລູກຊາຍຂອງອາໂຣນ, ຜູ້ເປັນປະໂລຫິດຈະຕ້ອງເປັນຜູ້ເປົ່າແກ. ນີ້ເປັນຂໍ້ປະຕິບັດສຳລັບພວກເຈົ້າ ແລະ ສືບໄປທຸກຊົ່ວອາຍຸ. ເມື່ອພວກເຈົ້າອອກໄປສູ້ຮົບກັບສັດຕູຜູ້ທີ່ກົດຂີ່ຂົ່ມເຫັງພວກເຈົ້າໃນດິນແດນຂອງພວກເຈົ້າ, ຈົ່ງເປົ່າແກທັງສອງຂຶ້ນ. ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຈົດຈຳພວກເຈົ້າ ແລະ ຈະກອບກູ້ເອົາພວກເຈົ້າໃຫ້ພົ້ນຈາກບັນດາສັດຕູຂອງພວກເຈົ້າ. ຈົ່ງເປົ່າແກທັງສອງໃນເວລາທີ່ພວກເຈົ້າມ່ວນຊື່ນໃນເທດສະການຕ່າງໆທີ່ກຳນົດໄວ້ ແລະ ໃນການສະຫລອງເດືອນອອກໃໝ່ນັ້ນ ພວກເຈົ້າຈະຕ້ອງເປົ່າແກຂຶ້ນເໜືອການຖວາຍເຄື່ອງເຜົາບູຊາ ແລະ ການຖວາຍເຄື່ອງຖວາຍເພື່ອຄວາມສາມັກຄີທຳ, ແລະ ສິ່ງເຫລົ່ານີ້ຈະເປັນຄວາມຊົງຈຳສຳລັບພວກເຈົ້າຕໍ່ໜ້າພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
ຄົນອິດສະຣາເອນອອກຈາກຊີນາຍ
ໃນມື້ທີຊາວຂອງເດືອນທີສອງຂອງປີທີສອງ, ເມກໄດ້ເລື່ອນຂຶ້ນເໜືອຫໍເຕັນຂອງກົດບັນຍັດແຫ່ງພັນທະສັນຍາ. ແລ້ວຄົນອິດສະຣາເອນຈຶ່ງອອກເດີນທາງຈາກທະເລຊາຍຊີນາຍ ແລະ ເດີນຕິດຕາມເມກໄປເລື້ອຍໆຈົນກວ່າເມກນັ້ນມາຢຸດຢູ່ທີ່ທະເລຊາຍປາຣານ. ພວກເຂົາອອກເດີນທາງເປັນຄັ້ງທຳອິດ, ຕາມຄຳສັ່ງຂອງພຣະເຈົ້າຢາເວຜ່ານໂມເຊ.
ກອງຂອງຄ້າຍພັກຂອງຢູດາອອກເດີນທາງໄປກ່ອນພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີນາໂຊນລູກຊາຍຂອງອຳມີນາດາບເປັນຜູ້ບັນຊາ. ເນທາເນນລູກຊາຍຊູອາເປັນຜູ້ບັນຊາກອງຂອງເຜົ່າອິດຊາຄາ, ແລະ ເອລີອາບລູກຊາຍຂອງເຮໂລນເປັນຜູ້ບັນຊາກອງຂອງເຜົ່າເຊບູໂລນ. ແລ້ວຫໍເຕັນກໍຖືກມ້າງລົງ, ແລະ ຊາວເກໂຊນ ແລະ ຊາວເມຣາຣີເປັນຜູ້ຂົນຍ້າຍກໍອອກເດີນທາງຕໍ່ໄປ.
ຈາກນັ້ນແມ່ນກອງຄ້າຍພັກຂອງຣູເບັນເຄື່ອນຂະບວນອອກໄປ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີເອລີຊູລູກຊາຍຂອງເຊເດອູເຣເປັນຜູ້ບັນຊາ. ເຊລູມີເອນລູກຊາຍຂອງຊູຣິດຊັດດາຍເປັນຜູ້ບັນຊາກອງຂອງເຜົ່າຊີເມໂອນ, ແລະ ເອລີອາສັບລູກຊາຍຂອງດູເອນເປັນຜູ້ບັນຊາກອງຂອງເຜົ່າກາດ. ແລ້ວຄົນໂກຮາດ ເຊິ່ງເປັນຜູ້ຂົນຍ້າຍສິ່ງບໍລິສຸດກໍອອກເດີນທາງ. ຫໍເຕັນຈະຕ້ອງຖືກຕັ້ງຂຶ້ນກ່ອນທີ່ພວກເຂົາໄປເຖິງ.
ຕໍ່ໄປກໍແມ່ນກອງຄ້າຍພັກຂອງເອຟຣາອິມອອກເດີນທາງ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີເອລີຊາມາລູກຊາຍຂອງອາມມີຮຸດເປັນຜູ້ບັນຊາ. ກາມາລີເອນລູກຊາຍເປດາຊູເປັນຜູ້ບັນຊາກອງຂອງເຜົ່າມານາເຊ, ແລະ ອາບີດານລູກຊາຍຂອງກີເດໂອນີເປັນຜູ້ບັນຊາກອງຂອງເຜົ່າເບັນຢາມິນ.
ຂະບວນສຸດທ້າຍໃນຖານະເປັນໜ່ວຍປ້ອງກັນດ້ານຫລັງ, ເຄື່ອນຂະບວນໂດຍກອງຄ້າຍພັກຂອງດານພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີອາຮີເອເຊລູກຊາຍຂອງອຳມີຊັດດາຍເປັນຜູ້ບັນຊາ. ປາກີເອນລູກຊາຍຂອງອົກກະຣັນເປັນຜູ້ບັນຊາກອງຂອງເຜົ່າອາເຊ, ແລະ ອາຮີຣາລູກຊາຍຂອງເອນານເປັນຜູ້ບັນຊາກອງຂອງເຜົ່າເນັບທາລີ. ນີ້ແມ່ນລຳດັບຂອງຂະບວນການເດີນທາງຂອງຄົນອິດສະຣາເອນ.
ບັດນີ້ໂມເຊກ່າວກັບໂຮບັບລູກຊາຍຂອງເຣອູເອນຊາວມີດີອານ, ຜູ້ເປັນພໍ່ເຖົ້າຂອງຕົນວ່າ, “ພວກເຮົາກຳລັງອອກເດີນທາງໄປຍັງດິນແດນທີ່ພຣະເຈົ້າຢາເວກ່າວໄວ້ວ່າ, ‘ເຮົາຈະມອບດິນແດນນີ້ໃຫ້ແກ່ພວກເຈົ້າ’. ເຊີນມາຮ່ວມເດີນທາງກັບເຮົາ ແລ້ວພວກເຮົາຈະປະຕິບັດຕໍ່ທ່ານເປັນຢ່າງດີ, ເພາະພຣະເຈົ້າຢາເວໄດ້ສັນຍາຈະມອບສິ່ງທີ່ດີໆແກ່ອິດສະຣາເອນ”.
ໂຣບັບຕອບວ່າ, “ບໍ່, ຂ້າພະເຈົ້າຈະບໍ່ໄປດອກ; ຂ້າພະເຈົ້າຈະກັບຄືນໄປຍັງດິນແດນ ແລະ ຍາດພີ່ນ້ອງຂອງຂ້າພະເຈົ້າ”.
ແຕ່ໂມເຊກ່າວວ່າ, “ຢ່າຈາກພວກເຮົາໄປເລີຍ. ທ່ານຮູ້ບ່ອນທີ່ພວກເຮົາຄວນຈະຕັ້ງຄ້າຍພັກໃນຖິ່ນແຫ້ງແລ້ງກັນດານ ແລະ ທ່ານຈະໄດ້ຊ່ວຍເປັນຫູເປັນຕາໃຫ້ພວກເຮົາດ້ວຍ. ຖ້າທ່ານໄປກັບພວກເຮົາ, ພວກເຮົາກໍຈະແບ່ງປັນສິ່ງດີໆທີ່ພຣະເຈົ້າຢາເວປະທານແກ່ພວກເຮົາໃຫ້ທ່ານ”.
ດັ່ງນັ້ນ ພວກເຂົາຈຶ່ງອອກເດີນທາງຈາກພູເຂົາຂອງພຣະເຈົ້າຢາເວ ແລະ ເດີນທາງເປັນເວລາສາມວັນ. ໃນລະຫວ່າງນັ້ນມີຫີບພັນທະສັນຍາຂອງພຣະເຈົ້າຢາເວນຳໜ້າເພື່ອຊອກຫາບ່ອນພັກເຊົາໃຫ້ແກ່ພວກເຂົາ. ເມື່ອພວກເຂົາອອກເດີນທາງຈາກຄ້າຍພັກໄປນັ້ນ ເມກຂອງພຣະເຈົ້າຢາເວກໍຢູ່ເໜືອພວກເຂົາໃນເວລາກາງເວັນ.
ເມື່ອໃດທີ່ຫີບພັນທະສັນຍາອອກນຳໜ້າໄປ, ໂມເຊກ່າວວ່າ,
“ຂ້າແດ່ພຣະເຈົ້າຢາເວ, ຂໍລຸກຂຶ້ນ!
ຂໍໃຫ້ສັດຕູທັງຫລາຍຂອງພຣະອົງກະຈັດກະຈາຍໄປ;
ຂໍໃຫ້ບັນດາສັດຕູຂອງພຣະອົງຜ່າຍໜີໄປຕໍ່ໜ້າພຣະອົງ”.
ເມື່ອໃດມາເຖິງບ່ອນພັກຜ່ອນ, ເພິ່ນກໍກ່າວວ່າ,
“ຂ້າແດ່ພຣະເຈົ້າຢາເວ, ຂໍພຣະອົງກັບມາ,
ສູ່ຊາວອິດສະຣາເອນນັບເປັນແສນເປັນລ້ານນີ້ດ້ວຍ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.