Biblica® Open Lao Contemporary Version
ມັດທາຍ 24
ການທຳລາຍວິຫານ ແລະ ໝາຍສຳຄັນຂອງເວລາສຸດທ້າຍ
(ມຣກ 13:1-37; ລກ 21:5-36)
ພຣະເຢຊູເຈົ້າອອກຈາກວິຫານ ແລະ ກຳລັງຍ່າງໄປ ພວກສາວົກໄດ້ມາຫາພຣະອົງເພື່ອຮຽກຮ້ອງຄວາມສົນໃຈຂອງພຣະອົງໄປທີ່ອາຄານຕ່າງໆ. ພຣະອົງໄດ້ຖາມວ່າ, “ພວກເຈົ້າເຫັນສິ່ງເຫລົ່ານີ້ທັງໝົດບໍ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຫີນຢູ່ທີ່ນີ້ຈະບໍ່ເຫລືອຊ້ອນທັບກັນຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”.
ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກນັ້ນ, ພວກສາວົກໄດ້ມາຫາພຣະອົງເປັນການສ່ວນໂຕ. ແລະ ພວກເພິ່ນຖາມວ່າ, “ຂໍບອກພວກຂ້ານ້ອຍວ່າເຫດການນີ້ຈະເກີດຂຶ້ນເມື່ອໃດ ແລະ ສິ່ງໃດເປັນໝາຍສຳຄັນເຖິງການມາຂອງພຣະອົງ ແລະ ເປັນໝາຍສຳຄັນວ່າແມ່ນຍຸກສຸດທ້າຍ?”
ພຣະເຢຊູເຈົ້າຕອບວ່າ: “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ. ດ້ວຍວ່າ ຈະມີຫລາຍຄົນມາໃນນາມຂອງເຮົາ ແລະ ອ້າງວ່າ, ‘ເຮົາເປັນພຣະຄຣິດເຈົ້າ’ ແລະ ຈະຫລອກລວງຫລາຍຄົນ. ພວກເຈົ້າຈະໄດ້ຍິນເຖິງເລື່ອງສົງຄາມ ແລະ ຂ່າວລືເລື່ອງການເຮັດສົງຄາມ, ຈົ່ງລະວັງຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວ່າເວລາສຸດທ້າຍຍັງບໍ່ມາເຖິງ. ປະເທດຕໍ່ປະເທດ, ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ຈະເກີດການອຶດຢາກອາຫານ ແລະ ແຜ່ນດິນໄຫວໃນບ່ອນຕ່າງໆ. ເຫດການທັງໝົດເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ.
“ແລ້ວພວກເຈົ້າຈະຖືກມອບໄວ້ໃຫ້ຖືກຂົ່ມເຫັງ ແລະ ຂ້າ, ທຸກຊົນຊາດຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ. ໃນເວລານັ້ນ ຫລາຍຄົນຈະຫັນໜີຈາກຄວາມເຊື່ອ, ຈະທໍລະຍົດຫັກຫລັງ ແລະ ກຽດຊັງກັນ ແລະ ຈະມີຜູ້ທຳນວາຍປອມຫລາຍຄົນເກີດຂຶ້ນ ແລະ ຫລອກລວງຫລາຍຄົນ. ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມຊົ່ວຮ້າຍຈະເພີ່ມຂຶ້ນ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ ແລະ ຂ່າວປະເສີດເລື່ອງອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນພະຍານແກ່ຄົນທຸກຊາດ ແລ້ວຍຸກສຸດທ້າຍຈະມາເຖິງ.
“ດັ່ງນັ້ນ ເມື່ອພວກເຈົ້າເຫັນ, ‘ສິ່ງທີ່ໜ້າກຽດໜ້າຊັງອັນເປັນຕົ້ນເຫດຂອງວິບັດ’1 ຕັ້ງຢູ່ໃນບ່ອນສັກສິດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍດານີເອນ (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ແລ້ວໃຫ້ບັນດາຜູ້ທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ, ຜູ້ທີ່ຢູ່ເທິງຫລັງຄາກໍບໍ່ຕ້ອງລົງມາເກັບເອົາສິ່ງຂອງອອກຈາກເຮືອນ. ຜູ້ທີ່ຢູ່ຕາມທົ່ງນານັ້ນ ບໍ່ຕ້ອງກັບມາເອົາເສື້ອຄຸມຂອງຕົນ. ໃນວັນເຫລົ່ານັ້ນເປັນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ. ຈົ່ງອະທິຖານເພື່ອການປົບໜີຂອງພວກເຈົ້ານັ້ນຈະບໍ່ເກີດຂຶ້ນໃນລະດູໜາວ ຫລື ໃນວັນຊະບາໂຕ. ເພາະໃນເວລານັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່ທີ່ບໍ່ເຄີຍມີມາຕັ້ງແຕ່ການເລີ່ມຕົ້ນຂອງໂລກຈົນເຖິງທຸກວັນນີ້ ແລະ ຈະບໍ່ມີຄັ້ງໃດເທົ່າກັບຄັ້ງນີ້ອີກ.
“ຖ້າວັນເຫລົ່ານັ້ນບໍ່ໄດ້ຖືກຕັດໃຫ້ສັ້ນເຂົ້າແລ້ວ ກໍຈະບໍ່ມີຄົນໃດພົ້ນເລີຍ, ແຕ່ເພື່ອເຫັນແກ່ຜູ້ທີ່ໄດ້ເລືອກໄວ້ນັ້ນຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ. ໃນເວລານັ້ນ ຖ້າມີຜູ້ໃດເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ ພຣະຄຣິດເຈົ້າຢູ່ທີ່ນີ້!’ ຫລື ‘ພຣະອົງຢູ່ທີ່ນັ້ນ!’ ຢ່າໄດ້ເຊື່ອ. ດ້ວຍວ່າ ຈະມີພຣະຄຣິດປອມ ແລະ ຜູ້ທຳນວາຍປອມປາກົດຂຶ້ນ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ຫລາຍປະການ, ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ໄດ້ເລືອກໄວ້. ເບິ່ງແມ ເຮົາໄດ້ບອກພວກເຈົ້າທັງຫລາຍໃຫ້ຮູ້ໄວ້ລ່ວງໜ້າກ່ອນແລ້ວ.
“ດັ່ງນັ້ນ ຖ້າມີຄົນບອກພວກເຈົ້າວ່າ, ‘ເພິ່ນຢູ່ທີ່ນັ້ນໃນຖິ່ນແຫ້ງແລ້ງກັນດານ’ ຢ່າໄດ້ອອກໄປທີ່ນັ້ນ ຫລື ມີຄົນບອກວ່າ, ‘ເພິ່ນຢູ່ທີ່ນີ້ໃນຫ້ອງດ້ານໃນ’ ກໍຢ່າໄດ້ເຊື່ອ. ດ້ວຍວ່າ ຟ້າແມບເຫລື້ອມອອກມາຈາກທິດຕາເວັນອອກເບິ່ງເຫັນໄດ້ແມ່ນແຕ່ຢູ່ທິດຕາເວັນຕົກຢ່າງໃດ ການມາຂອງບຸດມະນຸດກໍຈະເປັນຢ່າງນັ້ນ. ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະເຕົ້າໂຮມກັນຢູ່ບ່ອນນັ້ນ.
“ໃນທັນໃດນັ້ນ ຫລັງຈາກວັນແຫ່ງຄວາມທຸກລຳບາກເຫລົ່ານີ້,
“ ‘ດວງອາທິດຈະມືດໄປ
ແລະ ດວງເດືອນຈະບໍ່ສ່ອງແສງ
ດວງດາວທັງຫລາຍຈະຕົກຈາກທ້ອງຟ້າ
ແລະ ສະຫວັນຈະສັ່ນສະເທືອນ’.2
“ເມື່ອນັ້ນໝາຍສຳຄັນຂອງບຸດມະນຸດຈະປາກົດຂຶ້ນໃນສະຫວັນ ແລະ ປະຊາຊາດທັງປວງແຫ່ງແຜ່ນດິນໂລກຈະຮ້ອງໄຫ້ຄວນຄາງເມື່ອພວກເຂົາຈະເຫັນບຸດມະນຸດກຳລັງມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່. ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງມາພ້ອມກັບສຽງແກດັງກ້ອງສະໜັ່ນ, ເທວະດາເຫລົ່ານັ້ນຈະຮວບຮວມເອົາຜູ້ທີ່ເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບຟ້າສະຫວັນເບື້ອງໜຶ່ງຈົນເຖິງສຸດຂອບຟ້າສະຫວັນອີກເບື້ອງໜຶ່ງ.
“ບັດນີ້ ຈົ່ງຮຽນຮູ້ເອົາບົດຮຽນນີ້ຈາກຕົ້ນໝາກເດື່ອຄື: ທັນທີທີ່ກິ່ງອ່ອນ ແລະ ໃບຂອງມັນປົ່ງອອກມາ ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງແລ້ວ. ຢ່າງດຽວກັນເມື່ອພວກເຈົ້າເຫັນສິ່ງທັງໝົດເຫລົ່ານີ້ ພວກເຈົ້າກໍຈະຮູ້ວ່າພຣະອົງເຂົ້າມາໃກ້ແລ້ວ, ຢູ່ທີ່ປະຕູແລ້ວ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ.3 ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.
ບໍ່ມີຜູ້ໃດຮູ້ວັນ ແລະ ເວລາ
(ລກ 12:42-46; 17:26,27)
“ແຕ່ເລື່ອງວັນ ຫລື ເວລານັ້ນບໍ່ມີຜູ້ໃດຮູ້, ແມ່ນແຕ່ບັນດາເທວະດາໃນສະຫວັນ ຫລື ພຣະບຸດ4ກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້. ໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດມາກໍຈະເປັນຢ່າງນັ້ນ. ເພາະວ່າກ່ອນວັນນ້ຳຖ້ວມໂລກຄົນທັງຫລາຍໄດ້ກິນ ແລະ ໄດ້ດື່ມ, ໄດ້ແຕ່ງງານ ແລະ ຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ, ພວກເຂົາບໍ່ຮູ້ເລີຍວ່າຈະມີຫຍັງເກີດຂຶ້ນຈົນກວ່າຖືກນ້ຳຖ້ວມ ແລະ ກວາດລ້າງພວກເຂົາໄປໝົດ. ເມື່ອບຸດມະນຸດມາກໍຈະເປັນດັ່ງນີ້. ຈະມີຊາຍສອງຄົນຢູ່ໃນທົ່ງນາ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້. ຈະມີຍິງສອງຄົນກຳລັງໂມ້ແປ້ງດ້ວຍເຄື່ອງໂມ້ທີ່ໃຊ້ມືຢູ່ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.
“ດັ່ງນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າທັງຫລາຍບໍ່ຮູ້ວ່າອົງພຣະຜູ້ເປັນເຈົ້າຂອງພວກເຈົ້າຈະມາເວລາໃດ. ແຕ່ຈົ່ງເຂົ້າໃຈດັ່ງນີ້ຄື: ຖ້າເຈົ້າຂອງເຮືອນຮູ້ກ່ອນວ່າຂະໂມຍຈະມາໃນຕອນກາງຄືນຈັກໂມງ ລາວກໍຄົງຈະເຝົ້າລະວັງຢູ່ ແລະ ບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້. ດັ່ງນັ້ນ ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ.
“ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບບັນດາຄົນຮັບໃຊ້ໃນເຮືອນຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ? ຈະເປັນຜົນດີສຳລັບຄົນຮັບໃຊ້ຜູ້ນັ້ນເມື່ອນາຍກັບມາພົບວ່າລາວເຮັດຕາມໜ້າທີ່. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະຕັ້ງລາວໃຫ້ເປັນຜູ້ຮັບຜິດຊອບຊັບສົມບັດທັງໝົດຂອງນາຍ. ແຕ່ຖ້າຄົນຮັບໃຊ້ນັ້ນເປັນຄົນຊົ່ວຮ້າຍ ແລະ ຄິດໃນໃຈວ່າ, ‘ຍັງອີກດົນທີ່ນາຍຂອງຕົນຈະກັບມາ’ ແລະ ລາວຈຶ່ງເລີ່ມຂ້ຽນຕີຄົນຮັບໃຊ້ດ້ວຍກັນ ທັງກິນ ແລະ ດື່ມກັບຄົນຂີ້ເມົາດ້ວຍ ນາຍຂອງຄົນຮັບໃຊ້ຜູ້ນັ້ນຈະກັບມາໃນວັນທີ່ລາວບໍ່ຄາດຄິດ ແລະ ໃນເວລາທີ່ລາວບໍ່ຮູ້. ນາຍຈະຕັດລາວເປັນຕ່ອນໆ ແລະ ຈັດໃຫ້ລາວໄປຢູ່ໃນບ່ອນຂອງຄົນໜ້າຊື່ໃຈຄົດ, ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.
Source notes (4)
- Footnote ດນອ 9:27; 11:31; 12:11
- Footnote ອຊຢ 13:10; 34:4
- Footnote ຫລື ຊາດພັນ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຂໍ້ຄວາມວ່າ ຫລື ພຣະບຸດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.