Biblica® Open Lao Contemporary Version
ມັດທາຍ 16
ຂໍໃຫ້ເຮັດໝາຍສຳຄັນ
(ມຣກ 8:11-13)
ພວກຟາຣີຊາຍ ແລະ ພວກຊາດູກາຍໄດ້ມາຫາພຣະເຢຊູເຈົ້າ ແລະ ໄດ້ທົດລອງພຣະອົງໂດຍຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.
ພຣະເຢຊູເຈົ້າຕອບວ່າ,1 “ເມື່ອຄ່ຳມາ ພວກເຈົ້າກໍເວົ້າວ່າ, ‘ອາກາດຈະດີເພາະທ້ອງຟ້າມີສີແດງ’ ແລະ ຕອນເຊົ້າພວກເຈົ້າກໍເວົ້າວ່າ, ‘ວັນນີ້ຈະເກີດພະຍຸເພາະທ້ອງຟ້າມີສີແດງ ແລະ ມືດຄຶ້ມ’. ພວກເຈົ້າຮູ້ຈັກຕີຄວາມໝາຍປາກົດການຂອງທ້ອງຟ້າ ແຕ່ພວກເຈົ້າບໍ່ສາມາດຕີຄວາມໝາຍຂອງໝາຍສຳຄັນຂອງວາລະຕ່າງໆ. ຄົນໃນຍຸກທີ່ຊົ່ວຮ້າຍ ແລະ ຫລິ້ນຊູ້ຊອກຫາແຕ່ໝາຍສຳຄັນ, ແຕ່ຈະບໍ່ໃຫ້ໝາຍສຳຄັນໃດນອກຈາກໝາຍສຳຄັນຂອງໂຢນາ”. ແລ້ວພຣະເຢຊູເຈົ້າກໍອອກໄປຈາກພວກເຂົາ ແລະ ໄປທາງອື່ນ.
ເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ
(ມຣກ 8:14-21)
ເມື່ອພວກສາວົກໄດ້ຂ້າມມາຮອດຝັ່ງດ້ານໜຶ່ງແລ້ວ, ພວກເພິ່ນກໍລືມເອົາເຂົ້າຈີ່ມານຳ. ພຣະເຢຊູເຈົ້າໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງສັງເກດ ແລະ ລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”.
ພວກເພິ່ນຈຶ່ງສົນທະນາກັນ ແລະ ເວົ້າວ່າ, “ເປັນເພາະພວກເຮົາບໍ່ເອົາເຂົ້າຈີ່ມານຳ”.
ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນນັ້ນ ຈຶ່ງຖາມວ່າ, “ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຂົ້າໃຈບໍ? ພວກເຈົ້າບໍ່ຈື່ເລື່ອງເຂົ້າຈີ່ຫ້າກ້ອນລ້ຽງຄົນຫ້າພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງບໍ? ຫລື ເລື່ອງເຂົ້າຈີ່ເຈັດກ້ອນລ້ຽງຄົນສີ່ພັນຄົນ ແລ້ວພວກເຈົ້າເກັບສ່ວນທີ່ເຫລືອໄວ້ໄດ້ຈັກກະບຸງ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າເຮົາບໍ່ໄດ້ເວົ້າເຖິງເລື່ອງເຂົ້າຈີ່? ແຕ່ໃຫ້ພວກເຈົ້າຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ”. ແລ້ວພວກເພິ່ນຈຶ່ງເຂົ້າໃຈວ່າພຣະອົງບໍ່ໄດ້ເຕືອນພວກເພິ່ນໃຫ້ລະວັງເຊື້ອແປ້ງທີ່ໃຊ້ໃນເຂົ້າຈີ່ ແຕ່ໃຫ້ລະວັງຄຳສັ່ງສອນຂອງພວກຟາຣີຊາຍ ແລະ ພວກຊາດູກາຍ.
ເປໂຕຍອມຮັບວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ
(ມຣກ 8:27-29; ລກ 9:18-20)
ເມື່ອພຣະເຢຊູເຈົ້າໄດ້ມາເຖິງເຂດກາຍຊາເຣຍ ຟີລິບປອຍ, ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດເປັນຜູ້ໃດ?”
ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າທ່ານເປັນເອລີຢາ, ແລະ ຍັງມີຄົນອື່ນໆອີກເວົ້າວ່າທ່ານເປັນເຢເຣມີຢາ ຫລື ຜູ້ທຳນວາຍຄົນໜຶ່ງໃນບັນດາຜູ້ທຳນວາຍ”.
ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?”
ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າ2ພຣະບຸດຂອງພຣະເຈົ້າຜູ້ມີຊີວິດຢູ່”.
ພຣະເຢຊູເຈົ້າກ່າວວ່າ, “ຄວາມສຸກມີແກ່ເຈົ້າ ຊີໂມນລູກຊາຍຂອງໂຢນາເອີຍ, ເພາະວ່າມະນຸດບໍ່ໄດ້ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ສະຖິດຢູ່ໃນສະຫວັນ. ຝ່າຍເຮົາຈຶ່ງບອກວ່າ, ເຈົ້າຄືເປໂຕ3 ແລະ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະ ປະຕູແຫ່ງແດນມໍລະນາ4ຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.5 ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ, ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ6ຖືກຜູກມັດໄວ້ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ພວກເຈົ້າຈະແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະ7ຖືກແກ້ໃຫ້ຫລຸດແລ້ວໃນສະຫວັນ”. ແລ້ວພຣະອົງສັ່ງພວກສາວົກຂອງພຣະອົງບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດເຈົ້າ.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
(ມຣກ 8:31–9:1; ລກ 9:22-27)
ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າເລີ່ມອະທິບາຍໃຫ້ພວກສາວົກຂອງພຣະອົງຟັງວ່າພຣະອົງຈະຕ້ອງໄປຍັງນະຄອນເຢຣູຊາເລັມ ແລະ ຕ້ອງຖືກທົນທຸກທໍລະມານຫລາຍປະການຈາກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມພຣະອົງຈະເປັນຄືນມາສູ່ຊີວິດ.
ດັ່ງນັ້ນ ເປໂຕຈຶ່ງໄດ້ພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິພຣະອົງວ່າ, “ບໍ່ແມ່ນດອກ, ອົງພຣະຜູ້ເປັນເຈົ້າເອີຍ! ສິ່ງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ!”
ພຣະເຢຊູເຈົ້າຈຶ່ງຫັນກັບມາ ແລະ ກ່າວກັບເປໂຕວ່າ, “ມານຊາຕານເອີຍ! ຈົ່ງຖອຍໜີໄປຈາກເຮົາ ເຈົ້າເປັນຫີນໃຫ້ເຮົາສະດຸດ ເຈົ້າບໍ່ໄດ້ມີຄວາມຄິດຫວ່ງໃຍເໝືອນດັ່ງພຣະເຈົ້າ ແຕ່ມີຄວາມຄິດຫ່ວງໃຍເໝືອນດັ່ງມະນຸດ”.
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກຂອງພຣະອົງວ່າ, “ຖ້າຜູ້ໃດຢາກເປັນສາວົກຂອງເຮົາໃຫ້ຜູ້ນັ້ນປະຕິເສດຕົນເອງ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ. ເພາະຜູ້ໃດກໍຕາມຢາກຮັກສາຊີວິດ8ຂອງຕົນໄວ້ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດ. ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້? ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າລາສີຂອງພຣະບິດາເຈົ້າຂອງພຣະອົງ ພ້ອມດ້ວຍບັນດາເທວະດາຂອງພຣະອົງ, ເມື່ອນັ້ນພຣະອົງຈະຕອບແທນແກ່ທຸກຄົນຕາມການກະທຳຂອງພວກເຂົາ.
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ລົດຄວາມຕາຍ ຈົນກວ່າພວກເຂົາຈະໄດ້ເຫັນບຸດມະນຸດມາດ້ວຍອານາຈັກຂອງພຣະອົງ”.
Source notes (8)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບບໍ່ມີຂໍ້ຄວາມສ່ວນທີ່ເຫລືອໃນຂໍ້ 2 ແລະ ຂໍ້ 3 ທັງໝົດ
- Footnote ຫລື ພຣະເມຊີອາ ເຊັ່ນດຽວກັບຂໍ້ 20
- Footnote ແປວ່າ ຫີນ
- Footnote ຫລື ນະລົກ
- Footnote ຫລື ຈະບໍ່ແຂງແກ່ນໄປກວ່າຄຣິສຕະຈັກ
- Footnote ຫລື ສິ່ງນັ້ນໄດ້
- Footnote ຫລື ສິ່ງນັ້ນໄດ້
- Footnote ພາສາກຣີກໝາຍເຖິງ ຊີວິດ ຫລື ຈິດວິນຍານ ເຊັ່ນດຽວກັບຂໍ້ 26
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.