Biblica® Open Lao Contemporary Version
ມາຣະໂກ 7
ສິ່ງທີ່ເປັນມົນທິນ
(ມທ 15:1-20)
ຝ່າຍພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດບາງຄົນທີ່ໄດ້ມາແຕ່ນະຄອນເຢຣູຊາເລັມ ແລະ ເຕົ້າໂຮມກັນຫຸ້ມອ້ອມພຣະເຢຊູເຈົ້າ ແລະ ເຫັນພວກສາວົກບາງຄົນຂອງພຣະອົງຮັບປະທານອາຫານໂດຍບໍ່ໄດ້ລ້າງມືກອ່ນ ເຊິ່ງຖືວ່າເປັນມົນທິນ. (ພວກຟາຣີຊາຍ ແລະ ຄົນຢິວທົ່ວໄປນັ້ນ ຖືຕາມປະເພນີທີ່ສືບທອດມາຈາກບັນດາເຖົ້າແກ່ວ່າຈະບໍ່ຮັບປະທານອາຫານຈົນກວ່າຈະໄດ້ລ້າງມືຕາມພິທີກ່ອນ. ເມື່ອພວກເຂົາກັບມາຈາກຕະຫລາດຖ້າບໍ່ໄດ້ຊຳລະໂຕກ່ອນ ພວກເຂົາກໍຈະບໍ່ຍອມກິນ ແລະ ຍັງມີທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຈອກ, ໝໍ້ ແລະ ພາຊະນະຕ່າງໆ.1)
ດັ່ງນັ້ນ ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນຂອງພວກເຖົ້າແກ່ ແຕ່ຮັບປະທານອາຫານດ້ວຍມືທີ່ເປັນມົນທິນ?”
ພຣະອົງຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍກ່ຽວກັບພວກເຈົ້າກໍຖືກຕ້ອງແລ້ວວ່າພວກເຈົ້າເປັນຄົນໜ້າຊື່ໃຈຄົດ, ຕາມທີ່ຂຽນໄວ້ໃນພຣະຄຳພີວ່າ:
“ ‘ປະຊາຊົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ,
ສ່ວນໃຈຂອງພວກເຂົາຫ່າງໄກຈາກເຮົາ.
ພວກເຂົານະມັດສະການເຮົາໂດຍບໍ່ມີປະໂຫຍດ
ຄຳສອນຂອງພວກເຂົາເປັນພຽງກົດເກນທີ່ມະນຸດສອນຕໍ່ກັນມາ’.2
ພວກເຈົ້າໄດ້ປະຖິ້ມຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ໄປຢຶດຖືຄຳສັ່ງສອນຂອງມະນຸດ”.
ແລະ ພຣະອົງກໍກ່າວຕໍ່ໄປວ່າ, “ພວກເຈົ້າມີວິທີຫລີກລ້ຽງຄຳສັ່ງຂອງພຣະເຈົ້າເພື່ອໄປເຮັດຕາມ3ທຳນຽມຂອງຕົນ! ເພາະໂມເຊໄດ້ກ່າວວ່າ, ‘ຈົ່ງນັບຖືພໍ່ ແລະ ແມ່ຂອງຕົນ’4 ແລະ ‘ຜູ້ໃດທີ່ສາບແຊ່ງພໍ່ ແລະ ແມ່ຂອງຕົນຈະຕ້ອງຖືກໂທດເຖິງຕາຍ’5 ແຕ່ຝ່າຍພວກເຈົ້າກັບເວົ້າວ່າຖ້າຄົນໃດປະກາດວ່າ, ‘ສິ່ງໃດທີ່ເຄີຍໃຊ້ເພື່ອຊ່ວຍເຫລືອພໍ່ແມ່ຂອງຕົນ ສິ່ງນັ້ນກໍເປັນໂກຣະບານ’ (ກໍເປັນສິ່ງທີ່ອຸທິດຖວາຍແກ່ພຣະເຈົ້າແລ້ວ), ແລ້ວພວກເຈົ້າຈຶ່ງບໍ່ອະນຸຍາດໃຫ້ຜູ້ນັ້ນເຮັດສິ່ງໃດໃຫ້ພໍ່ແມ່ຂອງຕົນອີກຕໍ່ໄປ. ດ້ວຍເຫດນີ້ ພວກເຈົ້າໄດ້ລຶບລ້າງພຣະຄຳຂອງພຣະເຈົ້າໂດຍການຢຶດເອົາທຳນຽມທີ່ສືບທອດກັນມາ ແລະ ຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້”.
ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງອີກເທື່ອໜຶ່ງ ແລະ ກ່າວວ່າ, “ທຸກຄົນຈົ່ງຟັງເຮົາ ແລະ ເຂົ້າໃຈຂໍ້ນີ້. ບໍ່ມີສິ່ງໃດທີ່ຢູ່ພາຍນອກທີ່ເຂົ້າໄປໃນມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’. ແຕ່ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ພວກເຂົາເປັນມົນທິນ”. ຜູ້ໃດມີຫູ, ກໍຈົ່ງຟັງເອົາ.
ຫລັງຈາກພຣະອົງໄດ້ຈາກປະຊາຊົນໄປ ແລະ ເຂົ້າໄປໃນເຮືອນແລ້ວ, ພວກສາວົກໄດ້ຖາມພຣະອົງກ່ຽວກັບຄຳອຸປະມານີ້. ພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍວ່າບໍ່ມີສິ່ງໃດຈາກພາຍນອກທີ່ເຂົ້າໄປໃນໂຕມະນຸດແລ້ວເຮັດໃຫ້ມະນຸດ ‘ເປັນມົນທິນ’ ໄດ້? ເພາະວ່າສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈຂອງພວກເຂົາ ແຕ່ເຂົ້າໄປໃນທ້ອງຂອງພວກເຂົາແລ້ວກໍຖ່າຍອອກມາຈາກຮ່າງກາຍ”. (ທີ່ພຣະເຢຊູເຈົ້າກ່າວເຊັ່ນນີ້ເປັນການປະກາດວ່າອາຫານທຸກຊະນິດ “ປາດສະຈາກມົນທິນ”.)
ພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກມະນຸດນັ້ນແຫລະ ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’. ເພາະທີ່ອອກມາຈາກພາຍໃນ, ອອກມາຈາກຈິດໃຈຂອງມະນຸດຄື: ຄວາມຄິດຊົ່ວ, ການຜິດສິນທຳທາງເພດ, ການລັກ, ການຂ້າຄົນ, ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ. ທັງໝົດເຫລົ່ານີ້ແມ່ນອອກມາຈາກພາຍໃນ ແລະ ເຮັດໃຫ້ມະນຸດ ‘ເປັນມົນທິນ’ ”.
ພຣະເຢຊູເຈົ້າຍົກຍ້ອງຄວາມເຊື່ອຂອງຍິງຊາວຊີເຣຍ ເຟນີເຊຍ
(ມທ 15:21-28)
ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ແລະ ໄປຍັງຂົງເຂດເມືອງຕີເຣ,6 ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະ ບໍ່ຕ້ອງການໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ນັ້ນ ແຕ່ພຣະອົງກໍປິດບັງໄວ້ບໍ່ໄດ້. ແລ້ວກໍມີຍິງຄົນໜຶ່ງ ເຊິ່ງລູກສາວນ້ອຍຂອງນາງຖືກວິນຍານສົກກະປົກເຂົ້າສິງຢູ່ ເມື່ອນາງໄດ້ຍິນເຖິງເລື່ອງຂອງພຣະອົງກໍຟ້າວມາ ແລະ ຂາບລົງທີ່ຕີນຂອງພຣະອົງ. ຍິງຜູ້ນີ້ເປັນຊາວກຣີກ, ເກີດຢູ່ໃນຊີເຣຍເຟນີເຊຍ. ນາງມາຂໍຮ້ອງພຣະເຢຊູເຈົ້າໃຫ້ຊ່ວຍຂັບໄລ່ຜີມານຮ້າຍອອກຈາກລູກສາວຂອງນາງ.
ພຣະອົງບອກນາງວ່າ, “ຕ້ອງໃຫ້ເດັກນ້ອຍທັງຫລາຍກິນອີ່ມກ່ອນ ບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ”.
ນາງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານທີ່ເຫລືອຈາກເດັກນ້ອຍ”.
ແລ້ວພຣະອົງຈຶ່ງກ່າວແກ່ນາງວ່າ, “ຈົ່ງໄປສາ, ເພາະຄຳຕອບຂອງເຈົ້າ ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ”.
ນາງຈຶ່ງກັບເມືອເຮືອນ ແລະ ເຫັນລູກສາວຂອງຕົນນອນຢູ່ເທິງຕຽງ ແລະ ຜີມານຮ້າຍນັ້ນໄດ້ອອກໄປແລ້ວ.
ພຣະເຢຊູເຈົ້າຮັກສາຄົນຫູໜວກ ແລະ ຄົນປາກກືກໃຫ້ຫາຍດີ
(ມທ 15:29-31)
ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດເມືອງຕີເຣ ຜ່ານເມືອງຊີໂດນ, ສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ.7 ຢູ່ທີ່ນັ້ນມີປະຊາຊົນບາງຄົນໄດ້ນໍາຊາຍຜູ້ໜຶ່ງທີ່ຫູໜວກ ແລະ ເວົ້າເກືອບບໍ່ໄດ້ເລີຍມາຫາພຣະອົງ ແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ຊາຍຜູ້ນັ້ນ.
ຫລັງຈາກທີ່ພຣະອົງໄດ້ພາລາວອອກໄປຫ່າງຈາກປະຊາຊົນ, ແລ້ວພຣະເຢຊູເຈົ້າກໍໃຊ້ນິ້ວມືສອດເຂົ້າໄປໃນຫູທັງສອງຂອງຊາຍຜູ້ນັ້ນ, ແລ້ວບ້ວນນ້ຳລາຍເອົາໄປແປະໃສ່ທີ່ລີ້ນຂອງລາວ. ພຣະອົງເງີຍໜ້າເບິ່ງສະຫວັນພ້ອມທັງຖອນຫາຍໃຈຍາວ ແລະ ກ່າວກັບລາວວ່າ “ເອຟາທາ!” (ເຊິ່ງແປວ່າ: “ຈົ່ງເປີດອອກ!”). ໃນທັນໃດນັ້ນ ຫູທັງສອງຂອງຊາຍຄົນນັ້ນກໍໄດ້ເປີດອອກ ແລະ ລີ້ນຂອງລາວກໍເຊົາຂັດ ແລະ ລາວເລີ່ມເວົ້າໄດ້ຊັດເຈນ.
ພຣະເຢຊູເຈົ້າສັ່ງພວກເຂົາບໍ່ໃຫ້ເລົ່າເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ ພວກເຂົາກໍຍິ່ງເວົ້າເລື່ອງນີ້ໄປທົ່ວ. ປະຊາຊົນຕ່າງກໍປະຫລາດໃຈຫລາຍ ຈຶ່ງເວົ້າກັນວ່າ, “ພຣະອົງກະທຳແຕ່ສິ່ງດີທັງນັ້ນ. ແມ່ນແຕ່ຄົນຫູໜວກພຣະອົງກໍເຮັດໃຫ້ໄດ້ຍິນ ແລະ ຄົນປາກກືກກໍເຮັດໃຫ້ເວົ້າໄດ້”.
Source notes (7)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ພາຊະນະຕ່າງໆ ແລະ ເບາະເອນກາຍກິນອາຫານ
- Footnote ອຊຢ 29:13
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຕັ້ງ
- Footnote ອພຍ 20:12; ພບຍ 5:16
- Footnote ອພຍ 21:17; ລລວ 20:9
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ເມືອງຕີເຣ ແລະ ເມືອງຊີໂດນ
- Footnote ຄື ສິບເມືອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.