Biblica® Open Lao Contemporary Version
ມາຣະໂກ 14
ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ
(ມທ 26:2-16; ລກ 22:1-6)
ບັດນີ້ ຍັງອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະ ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດຕ່າງກໍກຳລັງຊອກຫາກົນອຸບາຍທີ່ຈະຈັບພຣະເຢຊູເຈົ້າ ແລະ ຂ້າພຣະອົງ. ຄືພວກເຂົາເວົ້າວ່າ, “ແຕ່ຢ່າເຮັດໃນລະຫວ່າງເທດສະການ ບໍ່ດັ່ງນັ້ນປະຊາຊົນອາດຈະກໍ່ຄວາມວຸ້ນວາຍ”.
ໃນຂະນະທີ່ພຣະອົງຢູ່ທີ່ບ້ານເບັດທານີ, ກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານທີ່ຢູ່ໃນເຮືອນຂອງຊີໂມນຜູ້ທີ່ເປັນພະຍາດຂີ້ທູດ, ມີຍິງຄົນໜຶ່ງເຂົ້າມາພ້ອມດ້ວຍເຕົ້າຫີນຂາວ ເຊິ່ງບັນຈຸນ້ຳຫອມທີ່ມີລາຄາແພງ, ນ້ຳຫອມນັ້ນເຮັດຈາກເຄື່ອງຫອມບໍລິສຸດ. ນາງໄດ້ຫັກຄໍເຕົ້ານັ້ນ ແລະ ຖອກນ້ຳຫອມຫົດສົງຫົວພຣະອົງ.
ມີບາງຄົນໃນທີ່ນັ້ນບໍ່ພໍໃຈ ຈຶ່ງເວົ້າກັນວ່າ, “ເປັນຫຍັງຈຶ່ງເຮັດໃຫ້ນ້ຳຫອມນີ້ເສຍໄປລ້າໆ? ນ້ຳຫອມນີ້ສາມາດຂາຍໄດ້ໃນລາຄາສູງຫລາຍກວ່າຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ1 ເພື່ອຈະໄດ້ເອົາເງິນໄປໃຫ້ຄົນຍາກຈົນ”. ແລ້ວພວກເຂົາກໍຕຳໜິຍິງຜູ້ນີ້ຢ່າງໜັກ.
ແຕ່ພຣະເຢຊູເຈົ້າກ່າວວ່າ, “ປ່ອຍນາງເທາະ, ພວກເຈົ້າໄປກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງດີງາມໃຫ້ແກ່ເຮົາ. ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ ແລະ ພວກເຈົ້າສາມາດຊ່ວຍພວກເຂົາໄດ້ທຸກເວລາຕາມທີ່ພວກເຈົ້າຕ້ອງການ. ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ. ນາງເຮັດເທົ່າທີ່ນາງເຮັດໄດ້. ນາງຖອກນ້ຳຫອມໃສ່ຮ່າງກາຍຂອງເຮົາກໍເພື່ອເປັນການຕຽມພິທີຝັງສົບຂອງເຮົາໄວ້ລ່ວງໜ້າ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຂ່າວປະເສີດຖືກປະກາດໄປທີ່ໃດກໍຕາມໃນທົ່ວໂລກ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ກ່າວອອກໄປເໝືອນກັນ, ເພື່ອເປັນການລະນຶກເຖິງນາງ”.
ແລ້ວຢູດາອິດສະກາຣີອົດ, ຄົນໜຶ່ງໃນພວກສາວົກສິບສອງຄົນ, ກໍໄດ້ໄປພົບພວກຫົວໜ້າປະໂລຫິດເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ. ບັນດາຫົວໜ້າປະໂລຫິດດີໃຈຫລາຍທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດທີ່ຈະມອບພຣະເຢຊູເຈົ້າແກ່ພວກເຂົາ.
ພຣະເຢຊູເຈົ້າຮັບປະທານອາຫານປັດສະຄາກັບສາວົກ
(ມທ 26:17-30; ລກ 22:7-23)
ໃນວັນທີໜຶ່ງຂອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ເຊິ່ງຕາມທຳນຽມຈະຖວາຍລູກແກະປັດສະຄາ, ບັນດາສາວົກຂອງພຣະເຢຊູເຈົ້າໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດຕຽມອາຫານປັດສະຄາໃຫ້ທ່ານຮັບປະທານຢູ່ທີ່ໃດ?”
ດັ່ງນັ້ນ ພຣະອົງຈຶ່ງໃຊ້ສາວົກສອງຄົນໃນພວກເພິ່ນໄປພ້ອມກັບບອກພວກເພິ່ນວ່າ, “ຈົ່ງເຂົ້າໄປໃນເມືອງ ແລະ ຈະມີຊາຍຄົນໜຶ່ງແບກໄຫນ້ຳມາພົບພວກເຈົ້າ. ຈົ່ງຕາມລາວໄປ. ຈົ່ງບອກເຈົ້າຂອງເຮືອນທີ່ລາວເຂົ້າໄປນັ້ນວ່າ, ‘ອາຈານຖາມວ່າ: ຫ້ອງຮັບແຂກຂອງເຮົາ ຢູ່ທີ່ໃດ, ບ່ອນທີ່ເຮົາຈະຮັບປະທານອາຫານປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ໃດ?’ ແລ້ວລາວກໍຈະພາພວກເຈົ້າໄປເບິ່ງຫ້ອງໃຫຍ່ຊັ້ນເທິງ ເຊິ່ງຕົບແຕ່ງຕຽມໄວ້ຮຽບຮ້ອຍແລ້ວ. ຈົ່ງຕຽມທຸກສິ່ງໄວ້ສຳລັບພວກເຮົາຢູ່ບ່ອນນັ້ນ”.
ພວກສາວົກກໍໄປ ແລະ ໄດ້ເຂົ້າໄປໃນເມືອງ ແລ້ວກໍພົບສິ່ງຕ່າງໆຕາມທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຈັດຕຽມປັດສະຄາໄວ້.
ເມື່ອເຖິງຕອນຄ່ຳມາ ພຣະເຢຊູເຈົ້າກໍມາພ້ອມກັບພວກສາວົກສິບສອງຄົນ. ໃນຂະນະທີ່ພວກເພິ່ນກຳລັງນັ່ງເອນໂຕຮັບປະທານອາຫານຢູ່ທີ່ໂຕະອາຫານ ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ ຄືຜູ້ທີ່ກຳລັງຮັບປະທານອາຫານຮ່ວມກັບເຮົາ”.
ພວກສາວົກຕ່າງກໍເສຍໃຈ ແລະ ຖາມພຣະອົງເທື່ອລະຄົນວ່າ, “ພຣະອົງຄົງບໍ່ໝາຍເຖິງຂ້ານ້ອຍແມ່ນບໍ?”
ພຣະເຢຊູເຈົ້າຕອບວ່າ, “ແມ່ນຄົນໜຶ່ງໃນພວກເຈົ້າສິບສອງຄົນນີ້ແຫລະ ເປັນຄົນທີ່ຢິບອາຫານຈຸ່ມໃນຖ້ວຍດຽວກັນກັບເຮົາ. ບຸດມະນຸດຈະຕ້ອງເປັນໄປຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ. ແຕ່ວິບັດຈະມີແກ່ຜູ້ນັ້ນທີ່ທໍລະຍົດຕໍ່ບຸດມະນຸດ! ຖ້າລາວບໍ່ໄດ້ເກີດມາເລີຍກໍຈະດີຕໍ່ລາວຫລາຍກວ່າ”.
ພິທີສິນມະຫາສະໜິດ
(ມທ 26:26-29; ລກ 22:15-20; 1ກຣທ 11:23-26)
ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຂົ້າຈີ່ນີ້, ນີ້ຄືກາຍຂອງເຮົາ”.
ແລ້ວພຣະອົງກໍຈັບເອົາຈອກມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຍື່ນຈອກນັ້ນໃຫ້ພວກເພິ່ນ ແລະ ພວກເພິ່ນທຸກຄົນກໍດື່ມຈາກຈອກນັ້ນ.
ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ນີ້ຄືເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາ2 ທີ່ຖອກອອກມາເພື່ອຄົນທັງຫລາຍ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົາຈະບໍ່ດື່ມນ້ຳຈາກໝາກອະງຸ່ນນີ້ອີກຈົນຈະເຖິງວັນນັ້ນທີ່ເຮົາຈະດື່ມນໍ້າອະງຸ່ນໃໝ່ໃນອານາຈັກຂອງພຣະເຈົ້າ”.
ເມື່ອພວກເພິ່ນຮ້ອງເພງສັນລະເສີນບົດໜຶ່ງແລ້ວ ພວກເພິ່ນກໍພາກັນອອກໄປທີ່ພູເຂົາໝາກກອກ.
ພຣະເຢຊູເຈົ້າທຳນວາຍວ່າເປໂຕຈະປະຕິເສດພຣະອົງ
(ມທ 26:31-35)
ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:
“ ‘ເຮົາຈະຟາດຜູ້ລ້ຽງແກະ
ແລະ ຝູງແກະຈະກະຈັດກະຈາຍໄປ’.3
ແຕ່ຫລັງຈາກທີ່ເຮົາເປັນຄືນມາຈາກຕາຍແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ”.
ເປໂຕປະກາດວ່າ, “ເຖິງແມ່ນວ່າທຸກຄົນຈະປະຖິ້ມພຣະອົງໄປກໍຕາມ ຂ້ານ້ອຍຈະບໍ່ໜີໄປຈາກພຣະອົງ”.
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ວັນນີ້, ຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ4 ເຈົ້າເອງຈະປະຕິເສດວ່າບໍ່ຮູ້ຈັກເຮົາສາມເທື່ອ”.
ແຕ່ເປໂຕຍັງຢືນຢັນຢ່າງໜັກແໜ້ນວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ, ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງ”. ແລ້ວພວກສາວົກທຸກຄົນກໍເວົ້າຢ່າງນັ້ນເໝືອນກັນ.
ເຄັດເຊມາເນ
(ມທ 26:36-46; ລກ 22:40-46)
ແລ້ວພວກເພິ່ນໄດ້ໄປບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ, ພຣະເຢຊູເຈົ້າກ່າວແກ່ພວກສາວົກຂອງພຣະອົງວ່າ, “ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາອະທິຖານ”. ພຣະອົງໄດ້ເອົາເປໂຕ, ຢາໂກໂບ ແລະ ໂຢຮັນໄປກັບພຣະອົງ, ພຣະອົງເລີ່ມໂສກເສົ້າ ແລະ ເປັນທຸກໃຈຫລາຍ. ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ. “ຈິດໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າໃກ້ຈະຕາຍຢູ່ແລ້ວ. ຈົ່ງເຝົ້າລະວັງຢູ່ທີ່ນີ້”.
ພຣະອົງຍ່າງໄປອີກໜ້ອຍໜຶ່ງ, ພຣະອົງໝູບລົງພື້ນດິນ ແລະ ອະທິຖານວ່າຖ້າເປັນໄປໄດ້ຂໍໃຫ້ຊົ່ວໂມງນີ້ຜ່ານພົ້ນໄປຈາກພຣະອົງ. ພຣະອົງກ່າວວ່າ, “ອັບບາ5 ພຣະບິດາເຈົ້າເອີຍ, ທຸກສິ່ງເປັນໄປໄດ້ສຳລັບພຣະອົງ. ຂໍເອົາຈອກນີ້ໄປຈາກລູກດ້ວຍ. ແຕ່ເຖິງຢ່າງໃດກໍຕາມຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ”.
ແລ້ວພຣະອົງກໍກັບຄືນມາຫາພວກສາວົກຂອງພຣະອົງ ແລະ ພົບວ່າພວກເພິ່ນກຳລັງນອນຫລັບຢູ່ ພຣະອົງຈຶ່ງກ່າວກັບເປໂຕວ່າ, “ຊີໂມນເອີຍ, ເຈົ້ານອນຫລັບຢູ່ບໍ? ເຈົ້າຈະເຝົ້າລະວັງຢູ່ຈັກຊົ່ວໂມງດຽວບໍ່ໄດ້ບໍ? ຈົ່ງເຝົ້າລະວັງ ແລະ ອະທິຖານຢູ່ ເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນກຳລັງ”.
ພຣະອົງໄດ້ໄປ ແລະ ອະທິຖານຢ່າງດຽວກັນອີກເທື່ອໜຶ່ງ. ເມື່ອພຣະອົງກັບຄືນມາກໍພົບວ່າພວກເພິ່ນຍັງນອນຫລັບຢູ່ຄືເກົ່າ ເພາະວ່າພວກເພິ່ນເຫງົານອນຫລາຍຈົນມືນຕາບໍ່ຂຶ້ນ. ພວກເພິ່ນກໍບໍ່ຮູ້ວ່າຈະເວົ້າກັບພຣະອົງຢ່າງໃດ.
ເມື່ອພຣະອົງກັບຄືນມາເປັນເທື່ອທີສາມ ພຣະອົງກໍກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງນອນຫລັບ ແລະ ພັກຜ່ອນຢູ່ບໍ? ພໍແລ້ວ! ເວລາມາຮອດແລ້ວ. ເບິ່ງແມ, ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບທັງຫລາຍ. ຈົ່ງລຸກຂຶ້ນ! ພາກັນໄປເທາະ! ຜູ້ທີ່ທໍລະຍົດເຮົາກໍມາທີ່ນີ້ແລ້ວ!”
ພຣະເຢຊູເຈົ້າຖືກຈັບກຸມ
(ມທ 26:47-56; ລກ 22:47-50; ຢຮ 18:3-11)
ເມື່ອພຣະເຢຊູເຈົ້າກ່າວຍັງບໍ່ທັນສຸດຄຳ, ຢູດາ ໜຶ່ງໃນພວກສາວົກສິບສອງຄົນກໍມາປາກົດ. ມີປະຊາຊົນຈຳນວນຫລວງຫລາຍຖືດາບ ແລະ ໄມ້ຄ້ອນມາກັບລາວດ້ວຍ, ເຊິ່ງເປັນຄົນທີ່ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ໃຊ້ມາ.
ຜູ້ທໍລະຍົດໄດ້ກຳນົດສັນຍານກັບພວກເຂົາວ່າ, “ຜູ້ໃດທີ່ເຮົາຈູບຄຳນັບແມ່ນຜູ້ນັ້ນ ຈົ່ງໄປຈັບກຸມລາວ ແລະ ເອົາລາວອອກໄປໃຫ້ຢູ່ໃຕ້ການຄວບຄຸມ”. ຢູດາກໍເຂົ້າໄປຫາພຣະເຢຊູເຈົ້າທັນທີ ແລະ ເວົ້າວ່າ, “ຣັບບີເອີຍ!” ແລ້ວກໍຈູບພຣະອົງ. ດັ່ງນັ້ນ ພວກເຂົາຈຶ່ງຄວ້າຈັບພຣະເຢຊູເຈົ້າ ແລະ ຈັບພຣະອົງໄວ້. ແລ້ວມີຄົນໜຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນໄດ້ຊັກດາບອອກມາຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງໜຶ່ງ.
ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາກຳລັງກໍ່ການກະບົດບໍ ພວກເຈົ້າຖືດາບຖືໄມ້ຄ້ອນມາຈັບເຮົາ? ເຮົາຢູ່ກັບພວກເຈົ້າ, ສັ່ງສອນຢູ່ໃນເດີ່ນວິຫານທຸກວັນ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. ແຕ່ຈະຕ້ອງສຳເລັດຕາມທີ່ກ່າວໄວ້ໃນພຣະຄຳພີ”. ແລ້ວທຸກຄົນໄດ້ປະຖິ້ມພຣະອົງ ແລະ ໜີໄປ.
ມີຊາຍໜຸ່ມຄົນໜຶ່ງນຸ່ງຜ້າຝ້າຍລິນິນແຕ່ຜືນດຽວຕິດຕາມພຣະເຢຊູເຈົ້າໄປ. ພວກເຂົາໄດ້ຄວ້າຈັບຊາຍໜຸ່ມນັ້ນ, ລາວໄດ້ປະຜ້າຜືນທີ່ນຸ່ງຢູ່ນັ້ນຖິ້ມ ແລະ ໜີໄປໂຕເປົ່າ.
ພຣະເຢຊູເຈົ້າຕໍ່ໜ້າສະພາແຊນເຮດຣິນ
(ມທ 26:57-68; ລກ 22:67-71; ຢຮ 18:12,13,19-24)
ພວກເຂົາໄດ້ພາພຣະເຢຊູເຈົ້າໄປຫາມະຫາປະໂລຫິດ, ບ່ອນທີ່ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ພາກັນມາເຕົ້າໂຮມກັນຢູ່. ສ່ວນເປໂຕໄດ້ຕິດຕາມພຣະອົງໄປໃນໄລຍະຫ່າງໆ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດ. ແລ້ວນັ່ງຝີງໄຟຢູ່ກັບພວກທະຫານຍາມ.
ພວກຫົວໜ້າປະໂລຫິດ ແລະ ສະມາຊິກສະພາແຊນເຮດຣິນທັງໝົດ ໄດ້ຊອກຫາຫລັກຖານມາຕໍ່ສູ້ພຣະເຢຊູເຈົ້າເພື່ອວ່າພວກເຂົາຈະໄດ້ຂ້າພຣະອົງ, ແຕ່ພວກເຂົາກໍຊອກຫາຫລັກຖານບໍ່ໄດ້. ມີຫລາຍຄົນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາຂັດແຍ້ງກັນເອງ.
ຕໍ່ມາ ມີບາງຄົນຢືນຂຶ້ນກ່າວຄຳພະຍານບໍ່ຈິງຕໍ່ສູ້ພຣະອົງວ່າ: “ພວກເຮົາໄດ້ຍິນລາວກ່າວວ່າ, ‘ເຮົາຈະມ້າງວິຫານຫລັງນີ້ທີ່ສ້າງຂຶ້ນດ້ວຍມືມະນຸດ ແລະ ໃນສາມວັນເຮົາຈະສ້າງຂຶ້ນໃໝ່ ເຊິ່ງບໍ່ໄດ້ສ້າງດ້ວຍມືມະນຸດ’ ”. ເຖິງປານນັ້ນ ຄຳພະຍານຂອງພວກເຂົາກໍຍັງຂັດແຍ້ງກັນ.
ມະຫາປະໂລຫິດຈຶ່ງລຸກຂຶ້ນຢືນຕໍ່ໜ້າພວກເຂົາ ແລະ ຖາມພຣະເຢຊູເຈົ້າວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?” ແຕ່ພຣະເຢຊູເຈົ້າຍັງມິດງຽບຢູ່ ແລະ ບໍ່ໄດ້ຕອບຫຍັງ.
ມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດເຈົ້າ6ພຣະບຸດຂອງພຣະເຈົ້າ ຜູ້ເປັນທີ່ໄດ້ຮັບການຍົກຍ້ອງສັນເສີນບໍ?”
ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນ ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາມືຂອງຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ກຳລັງມາເທິງເມກແຫ່ງສະຫວັນ”.
ມະຫາປະໂລຫິດຈຶ່ງຈີກເສື້ອຂອງຕົນ ແລະ ຖາມວ່າ, “ພວກເຮົາຈະຕ້ອງການພະຍານຕື່ມອີກເຮັດຫຍັງ? ພວກເຈົ້າທັງຫລາຍກໍໄດ້ຍິນຄຳເວົ້າໝິ່ນປະໝາດແລ້ວ. ພວກເຈົ້າຄິດຢ່າງໃດ?”
ພວກເຂົາທັງໝົດເຫັນດີພ້ອມກັນວ່າພຣະອົງສົມຄວນຕາຍ. ມີບາງຄົນໃນພວກເຂົາໄດ້ເລີ່ມຖົ່ມນ້ຳລາຍໃສ່ພຣະອົງ, ພວກເຂົາເອົາຜ້າປິດຕາພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ ແລະ ເວົ້າວ່າ, “ທວາຍເບິ່ງດູ” ແມ່ນຜູ້ໃດຕີເຈົ້າ ແລ້ວພວກຍາມກໍເອົາພຣະອົງໄປ ແລະ ທຸບຕີພຣະອົງ.
ເປໂຕປະຕິເສດພຣະເຢຊູເຈົ້າ
(ມທ 26:69-75; ລກ 22:56-62; ຢຮ 18:16-18,25-27)
ໃນຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີຄົນຮັບໃຊ້ຍິງຄົນໜຶ່ງຂອງມະຫາປະໂລຫິດໄດ້ຜ່ານມາ. ເມື່ອນາງເຫັນເປໂຕຝີງໄຟຢູ່, ນາງກໍຈ້ອງຕາເບິ່ງເພິ່ນ.
ນາງເວົ້າວ່າ, “ເຈົ້າກໍເຄີຍຢູ່ກັບເຢຊູຊາວນາຊາເຣັດເໝືອນກັນ”.
ແຕ່ເປໂຕໄດ້ປະຕິເສດ ແລະ ເພິ່ນເວົ້າວ່າ, “ຂ້ອຍບໍ່ຮູ້ ແລະ ບໍ່ເຂົ້າໃຈໃນສິ່ງທີ່ເຈົ້າກຳລັງເວົ້າ,” ແລ້ວກໍຍ່າງອອກໄປບ່ອນປະຕູທາງເຂົ້າ.7
ເມື່ອສາວໃຊ້ຄົນນັ້ນໄດ້ເຫັນເພິ່ນຢູ່ທີ່ນັ້ນ ນາງຈຶ່ງເວົ້າກັບບັນດາຄົນທີ່ຢືນຢູ່ແຖບນັ້ນອີກວ່າ, “ຄົນນີ້ກໍເປັນຄົນໜຶ່ງໃນພວກເຂົາ”. ແຕ່ເປໂຕໄດ້ປະຕິເສດອີກ.
ຫລັງຈາກນັ້ນໜ້ອຍໜຶ່ງ ບັນດາຄົນທີ່ຢືນຢູ່ໃກ້ກໍເວົ້າຕໍ່ເປໂຕວ່າ, “ແມ່ນແທ້ ເຈົ້າເປັນຄົນໜຶ່ງໃນພວກເຂົາ, ເພາະເຈົ້າເປັນຊາວຄາລີເລ”.
ເປໂຕຈຶ່ງເລີ່ມສາບແຊ່ງ ແລະ ສາບານຕໍ່ພວກເຂົາວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນີ້”.
ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ.8 ເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວແກ່ລາວວ່າ: “ກ່ອນໄກ່ຂັນສອງເທື່ອ9 ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ”. ແລ້ວເປໂຕຈຶ່ງຮ້ອງໄຫ້ອອກມາດ້ວຍຄວາມເສຍໃຈ.
Source notes (9)
- Footnote ພາສາກຣີກວ່າ ຫລາຍກວ່າ 300 ເດນາຣິອົນ ເຊິ່ງ 1 ເດນາຣິອົນມີຄ່າເທົ່າກັບຄ່າແຮງງານ 1 ມື້
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ພັນທະສັນຍາໃໝ່
- Footnote ຊກຢ 13:7
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບບໍ່ມີຄຳວ່າ ສອງເທື່ອ
- Footnote ເປັນພາສາອາຣາມິກ ໝາຍເຖິງ ພໍ່
- Footnote ຫລື ພຣະເມຊີອາ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບເພີ່ມຂໍ້ຄວາມວ່າ ແລ້ວໄກ່ກໍຂັນ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບບໍ່ມີຂໍ້ຄວາມວ່າ ເທື່ອທີສອງ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບບໍ່ມີຂໍ້ຄວາມວ່າ ສອງເທື່ອ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.