Biblica® Open Lao Contemporary Version
ມາລາກີ 2
ຄຳເຕືອນເພີ່ມເຕີມສຳລັບບັນດາປະໂລຫິດ
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ແລະ ບັດນີ້ ນີ້ເປັນຄຳເຕືອນສຳລັບພວກເຈົ້າ ປະໂລຫິດທັງຫລາຍ. ຖ້າພວກເຈົ້າບໍ່ຟັງ ແລະ ບໍ່ຕັ້ງໃຈຖວາຍກຽດແກ່ນາມຂອງເຮົາ ເຮົາກໍຈະສົ່ງຄຳສາບແຊ່ງມາເໜືອພວກເຈົ້າ ແລະ ເຮົາຈະສາບແຊ່ງພອນທັງຫລາຍຂອງພວກເຈົ້າ. ແທ້ຈິງແລ້ວ ເຮົາໄດ້ສາບແຊ່ງສິ່ງເຫລົ່ານັ້ນແລ້ວ ເພາະພວກເຈົ້າບໍ່ໄດ້ຕັ້ງໃຈຖວາຍກຽດແກ່ເຮົາ”.
“ເພາະພວກເຈົ້າ ເຮົາຈະຕັກເຕືອນລູກຫລານຂອງພວກເຈົ້າ1 ເຮົາຈະທາສິ່ງເສດເຫລືອເຫລົ່ານັ້ນທີ່ເຈົ້າຖວາຍແກ່ເຮົາເທິງໜ້າຂອງພວກເຈົ້າ ແລະ ໂຍນພວກເຈົ້າຖິ້ມໄປກັບສິ່ງເສດເຫລືອເຫລົ່ານັ້ນ. ແລ້ວພວກເຈົ້າກໍຈະໄດ້ຮູ້ວ່າເຮົາໄດ້ສົ່ງຄຳເຕືອນນີ້ໄປຫາພວກເຈົ້າແລ້ວ ເພື່ອຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ແກ່ເລວີນັ້ນຈະສືບທອດຕໍ່ໄປ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ. “ຄຳໝັ້ນສັນຍາຂອງເຮົາແມ່ນຢູ່ກັບລາວ, ເປັນຄຳໝັ້ນສັນຍາເພື່ອໃຫ້ຊີວິດ ແລະ ສັນຕິສຸກ, ແລະ ເຮົາໄດ້ໃຫ້ແກ່ລາວ; ຄຳໝັ້ນສັນຍານີ້ໄດ້ຮຽກຮ້ອງຄວາມເຄົາລົບຈາກລາວ ແລະ ລາວກໍໄດ້ເຄົາລົບເຮົາ ແລະ ດຳເນີນດ້ວຍຄວາມຢຳເກງນາມຂອງເຮົາ. ປາກຂອງລາວເວົ້າຄຳສອນຈິງ ແລະ ຮີມສົບຂອງລາວບໍ່ເຄີຍເວົ້າຕົວະ. ລາວໄດ້ດຳເນີນຊີວິດໄປກັບເຮົາດ້ວຍສັນຕິສຸກ ແລະ ຄວາມທ່ຽງທຳ ແລະ ຊ່ວຍຫລາຍຄົນໃຫ້ຫັນໜີຈາກຄວາມບາບ.
“ເພາະຮີມສົບຂອງປະໂລຫິດຄວນສະຫງວນຄວາມຮູ້ໄວ້ ແລະ ຄົນທັງຫລາຍສະແຫວງຫາຄຳສອນຈາກປາກຂອງປະໂລຫິດ, ເພາະລາວຄືທູດຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່. ແຕ່ເຈົ້າໄດ້ຫັນໜີຈາກທາງນັ້ນ ຄຳສອນຂອງເຈົ້າເຮັດໃຫ້ຫລາຍຄົນສະດຸດລົ້ມ; ເຈົ້າໄດ້ລະເມີດຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ກັບເລວີ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ. “ດັ່ງນັ້ນ ເຮົາຈຶ່ງເຮັດໃຫ້ເຈົ້າຖືກດູຖູກ ແລະ ອັບອາຍຂາຍໜ້າຕໍ່ໜ້າປະຊາຊົນທັງໝົດ ເພາະເຈົ້າບໍ່ໄດ້ປະຕິບັດຕາມວິຖີທາງຂອງເຮົາ ແຕ່ນຳກົດບັນຍັດຂອງເຮົາມາເລືອກປະຕິບັດ”.
ຢູດາທໍລະຍົດ
ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ພຣະເຈົ້າອົງດຽວກັນທີ່ສ້າງພວກເຮົາບໍ່ແມ່ນບໍ? ເປັນຫຍັງພວກເຮົາຈຶ່ງລົບຫລູ່ຄຳໝັ້ນສັນຍາຂອງບັນພະບຸລຸດຂອງພວກເຮົາໂດຍບໍ່ສັດຊື່ຕໍ່ກັນ?
ຢູດາບໍ່ສັດຊື່ ມີການກະທຳອັນໜ້າກຽດຊັງໃນອິດສະຣາເອນ ແລະ ໃນເຢຣູຊາເລັມຄື: ຢູດາໄດ້ລົບຫລູ່ສະຖານນະມັດສະການທີ່ພຣະເຈົ້າຢາເວຮັກ ໂດຍແຕ່ງງານກັບແມ່ຍິງທີ່ນັບຖືພະຂອງຄົນຕ່າງຊາດ. ຜູ້ໃດກໍຕາມທີ່ເຮັດເຊັ່ນນີ້ ຂໍພຣະເຈົ້າຢາເວຕັດຜູ້ນັ້ນອອກຈາກຊຸມຊົນ2ຂອງຢາໂຄບ3 ເຖິງແມ່ນວ່າລາວຈະນຳເຄື່ອງບູຊາມາຖວາຍແກ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກໍຕາມ.
ອີກຢ່າງໜຶ່ງທີ່ພວກເຈົ້າໄດ້ເຮັດຄື: ພວກເຈົ້າໄດ້ຫົດແທ່ນບູຊາຂອງພຣະເຈົ້າຢາເວດ້ວຍນ້ຳຕາ. ພວກເຈົ້າຮ້ອງໄຫ້ ແລະ ຄ່ຳຄວນ ເພາະພຣະອົງບໍ່ໄດ້ເບິ່ງເຄື່ອງບູຊາຈາກມືຂອງພວກເຈົ້າດ້ວຍຄວາມພໍໃຈອີກຕໍ່ໄປ. ພວກເຈົ້າຖາມວ່າ, “ເປັນຫຍັງຈຶ່ງເຮັດຢ່າງນີ້?” ກໍເພາະພຣະເຈົ້າຢາເວເປັນພະຍານລະຫວ່າງເຈົ້າກັບເມຍຕັ້ງແຕ່ໄວໜຸ່ມຂອງເຈົ້າ. ເພາະເຈົ້າບໍ່ໄດ້ສັດຊື່ຕໍ່ນາງ ທັງທີ່ນາງເປັນຄູ່ຄອງຂອງເຈົ້າ, ເປັນເມຍຕາມຄຳໝັ້ນສັນຍາໃນການແຕ່ງງານຂອງເຈົ້າ.
ພຣະອົງໄດ້ຜູກພັນທັງສອງເປັນອັນໜຶ່ງອັນດຽວກັນບໍ່ແມ່ນບໍ? ທັງຮ່າງກາຍ ແລະ ຈິດວິນຍານຂອງທັງສອງກໍເປັນຂອງພຣະອົງ. ພວກເຂົາເປັນອັນໜຶ່ງອັນດຽວກັນເພື່ອສິ່ງໃດ? ກໍເພື່ອຈະມີລູກຫລານທີ່ຊອບທຳໃຫ້ກັບພຣະອົງນັ້ນເອງ.4 ດັ່ງນັ້ນ ຈົ່ງຄວບຄຸມສະຕິອາລົມຂອງເຈົ້າໃຫ້ດີ ແລະ ຢ່າຄິດບໍ່ສັດຊື່ຕໍ່ເມຍທີ່ເຈົ້າໄດ້ມາຕັ້ງແຕ່ຍັງໜຸ່ມ.
ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ, “ຄົນທີ່ກຽດຊັງ ແລະ ຢ່າຮ້າງເມຍຂອງຕົນ, ເຮັດຄວາມຮຸນແຮງກັບຜູ້ທີ່ຕົນເອງຈະຕ້ອງປົກປ້ອງ”5 ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້.
ດັ່ງນັ້ນ ຈົ່ງຄວບຄຸມສະຕິອາລົມຂອງເຈົ້າໃຫ້ດີ ແລະ ຢ່າເຮັດຜິດສັນຍາ.
ທຳລາຍຄຳໝັ້ນສັນຍາດ້ວຍຄວາມບໍ່ຍຸຕິທຳ
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າທັງຫລາຍຂອງພວກເຈົ້າ.
ພວກເຈົ້າຖາມວ່າ “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍດ້ວຍເລື່ອງໃດ?”
ກໍໂດຍເວົ້າວ່າ, “ທຸກຄົນທີ່ເຮັດຊົ່ວກໍເປັນຄົນດີໃນສາຍຕາຂອງພຣະເຈົ້າຢາເວ ແລະ ພຣະອົງກໍພໍໃຈກັບພວກເຂົາ” ຫລື ໂດຍເວົ້າວ່າ, “ພຣະເຈົ້າແຫ່ງຄວາມຍຸຕິທຳນັ້ນຢູ່ໃສ?”
Source notes (5)
- Footnote ຫລື ເຮົາຈະເຮັດໃຫ້ຮວງເຂົ້າຂອງເຈົ້າລີບ
- Footnote ພາສາເຮັບເຣີວ່າ ເຕັນ
- Footnote ຫລື 12 ຂໍໃຫ້ອົງພຣະຜູ້ເປັນເຈົ້າຕັດຄົນທີ່ໃຫ້ຄຳພະຍານເພື່ອຜູ້ທີ່ເຮັດເຊັ່ນນີ້ອອກຈາກຊຸມຊົນຂອງຢາໂຄບ
- Footnote ຫລື 15 ແຕ່ຜູ້ທີ່ເປັນບິດາຂອງເຮົາບໍ່ໄດ້ກະທຳເຊັ່ນນີ້ຕະຫລອດຊີວິດຂອງເພິ່ນ ແລະ ເພິ່ນສະແຫວງຫາສິ່ງໃດ? ກໍສະແຫວງຫາລູກຫລານຄົນໜຶ່ງຈາກພຣະເຈົ້າ
- Footnote ຫລື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ, ເຮົາກຽດຊັງການຢ່າຮ້າງ ເພາະຄົນທີ່ຢ່າຮ້າງເມຍຂອງຕົນກໍປົກຄຸມຕົນດ້ວຍຄວາມຮຸນແຮງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.