Skip to content
BibleKenya

Biblica® Open Lao Contemporary Version

ລູກາ 17

ຄວາມບາບ, ຄວາມເຊື່ອ ແລະ ໜ້າທີ່

ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ຄົນ​ສະດຸດລົ້ມ​ຈະ​ມີ​ມາ​ແນ່ນອນ, ແຕ່​ວິບັດ​ແກ່​ທຸກ​ຄົນ​ທີ່​ເປັນ​ຕົ້ນເຫດ​ໃຫ້​ສິ່ງ​ເຫລົ່ານັ້ນ​ມາ. ເອົາ​ຫີນໂມ້ແປ້ງ​ຜູກ​ໃສ່​ຄໍ​ຂອງ​ພວກເຂົາ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ກໍ​ຍັງ​ດີ​ກວ່າ​ປ່ອຍ​ໃຫ້​ພວກເຂົາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ເລັກນ້ອຍ​ເຫລົ່ານີ້​ສະດຸດລົ້ມ. ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ.

“ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເຮັດ​ບາບ​ຕໍ່​ພວກເຈົ້າ, ຈົ່ງ​ຕັກເຕືອນ​ພວກເຂົາ ແລະ ຖ້າ​ພວກເຂົາ​ກັບໃຈໃໝ່ ຈົ່ງ​ອະໄພ​ໃຫ້​ພວກເຂົາ. ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ເຈົ້າ​ເຈັດ​ເທື່ອ​ໃນ​ວັນ​ດຽວ ແລະ ກັບ​ມາ​ຫາ​ເຈົ້າ​ເຈັດ​ເທື່ອ​ແລ້ວ​ເວົ້າ​ວ່າ, ‘ຂ້ອຍ​ກັບໃຈໃໝ່​ແລ້ວ’ ພວກເຈົ້າ​ຈະ​ຕ້ອງ​ຍົກໂທດ​ໃຫ້​ພວກເຂົາ”.

ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”

ພຣະອົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ພຽງ​ເລັກນ້ອຍ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ, ພວກເຈົ້າ​ຈະ​ສັ່ງ​ຕົ້ນມອນ​ນີ້​ວ່າ, ‘ຈົ່ງ​ຖອນ​ຮາກ​ອອກ​ໄປ​ປູກ​ໃນ​ທະເລ’ ແລະ ມັນ​ກໍ​ຈະ​ເຊື່ອຟັງ​ພວກເຈົ້າ.

“ສົມມຸດ​ວ່າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ຄົນຮັບໃຊ້​ໄຖນາ ຫລື ເບິ່ງແຍງ​ແກະ. ເມື່ອ​ຄົນຮັບໃຊ້​ກັບ​ມາ​ຈາກ​ທົ່ງນາ​ລາວ​ຈະ​ບອກ​ຄົນຮັບໃຊ້​ຄົນ​ນັ້ນ​ບໍ​ວ່າ, ‘ມາ​ດຽວນີ້ ມາ​ນັ່ງ​ກິນ​ອາຫານ’? ລາວ​ຈະ​ບໍ່​ເວົ້າ​ບໍ​ວ່າ, ‘ຈົ່ງ​ຕຽມ​ອາຫານຄໍ່າ​ໃຫ້​ເຮົາ, ຕຽມໂຕ​ໃຫ້​ພ້ອມ ແລະ ເຝົ້າ​ຮັບໃຊ້​ເຮົາ​ໃນ​ຂະນະ​ທີ່​ເຮົາ​ກິນ ແລະ ດື່ມ, ຫລັງຈາກນັ້ນ​ເຈົ້າ​ຈຶ່ງ​ກິນ ແລະ ດື່ມ’? ນາຍ​ຈະ​ຂອບໃຈ​ຄົນຮັບໃຊ້​ເພາະ​ລາວ​ໄດ້​ເຮັດ​ຕາມ​ຄຳສັ່ງ​ບໍ? ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’ ”.

ພຣະເຢຊູເຈົ້າ​ຮັກສາ​ຄົນ​ຂີ້ທູດ​ສິບ​ຄົນ

ລະຫວ່າງ​ທາງ​ໄປ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ຄາລີເລ. ຂະນະ​ທີ່​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ໝູ່ບ້ານ​ແຫ່ງ​ໜຶ່ງ, ມີ​ຊາຍ​ຂີ້ທູດ1​ສິບ​ຄົນ​ລໍຖ້າ​ພົບ​ພຣະອົງ. ພວກເຂົາ​ຢືນ​ຢູ່​ແຕ່​ໄກ. ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ພຣະເຢຊູເຈົ້າ ນາຍ​ເອີຍ, ສົງສານ​ພວກເຮົາ​ດ້ວຍ!”

ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ກໍ​ກ່າວ​ວ່າ, “ຈົ່ງ​ໄປ​ສະແດງ​ໂຕ​ກັບ​ພວກ​ປະໂລຫິດ”. ຂະນະ​ທີ່​ພວກເຂົາ​ກຳລັງ​ຍ່າງ​ໄປ​ນັ້ນ ພວກເຂົາ​ກໍ​ຫາຍດີ.

ຄົນ​ໜຶ່ງ​ໃນ​ພວກເຂົາ​ເມື່ອ​ເຫັນ​ວ່າ​ຕົນ​ໄດ້​ດີ​ພະຍາດ​ແລ້ວ​ຈຶ່ງ​ກັບ​ມາ ແລະ ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງ​ດັງ. ລາວ​ຖິ້ມ​ໂຕ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ​ແລ້ວ​ຂອບພຣະຄຸນ​ພຣະອົງ. ລາວ​ເປັນ​ຊາວ​ຊາມາເຣຍ.

ພຣະເຢຊູເຈົ້າ​ຖາມ​ວ່າ, “ມີ​ສິບ​ຄົນ​ດີ​ພະຍາດ​ບໍ່​ແມ່ນ​ບໍ? ອີກ​ເກົ້າ​ຄົນ​ນັ້ນ​ຢູ່​ໃສ? ບໍ່​ມີ​ຈັກ​ຄົນ​ກັບ​ຄືນ​ມາ​ສັນລະເສີນ​ພຣະເຈົ້າ​ນອກຈາກ​ຄົນຕ່າງຊາດ​ຄົນ​ນີ້​ບໍ?” ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ພະຍາດ​ແລ້ວ”.

ການ​ມາ​ປາກົດ​ຂອງ​ອານາຈັກ​ພຣະເຈົ້າ

(ມທ 24:37-39)

ຄັ້ງ​ໜຶ່ງ ມີ​ພວກ​ຟາຣີຊາຍ​ໄດ້​ຖາມ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ​ເມື່ອໃດ, ພຣະເຢຊູເຈົ້າ​ຕອບ​ວ່າ, “ການ​ມາ​ຂອງ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ແມ່ນ​ສິ່ງ​ທີ່​ສັງເກດ​ໄດ້, ຫລື ຄົນ​ທັງຫລາຍ​ຈະ​ບໍ່​ເວົ້າ​ວ່າ, ‘ອານາຈັກ​ນັ້ນ​ຢູ່​ທີ່​ນີ້’ ຫລື ‘ຢູ່​ທີ່​ນັ້ນ’ ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ2​ພວກເຈົ້າ”.

ຫລັງຈາກ​ນັ້ນ ພຣະອົງ​ກໍ​ກ່າວ​ກັບ​ພວກສາວົກ​ວ່າ, “ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ພວກເຈົ້າ​ຢາກ​ຈະ​ເຫັນ​ພຽງ​ແຕ່​ວັນ​ໜຶ່ງ​ຂອງ​ບຸດມະນຸດ ແຕ່​ພວກເຈົ້າ​ຈະ​ບໍ່​ເຫັນ. ຄົນ​ທັງຫລາຍ​ຈະ​ບອກ​ພວກເຈົ້າ​ວ່າ, ‘ພຣະອົງ​ຢູ່​ທີ່​ນັ້ນ!’ ຫລື ‘ພຣະອົງ​ຢູ່​ທີ່​ນີ້!’ ຢ່າ​ໄປ​ແລ່ນ​ຕາມ​ພວກເຂົາ. ດ້ວຍ​ວ່າ ໃນ​ວັນ​ຂອງ​ບຸດມະນຸດ3​ຈະ​ມາ​ເໝືອນດັ່ງ​ສາຍ​ຟ້າແມບ​ທີ່​ສ່ອງແສງ​ສະຫວ່າງ​ຈາກ​ຂອບຟ້າ​ເບື້ອງໜຶ່ງ​ຈົນ​ເຖິງ​ຂອບຟ້າ​ອີກ​ເບື້ອງໜຶ່ງ. ແຕ່​ກ່ອນ​ໜ້າ​ນັ້ນ ພຣະອົງ​ຕ້ອງ​ທົນທຸກທໍລະມານ​ຫລາຍ​ຢ່າງ ແລະ ຄົນ​ໃນ​ສະໄໝ​ນີ້​ຈະ​ປະຕິເສດ​ພຣະອົງ.

“ເຫດການ​ໃນ​ສະໄໝ​ຂອງ​ໂນອາ​ເປັນ​ຢ່າງໃດ ໃນ​ສະໄໝ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງນັ້ນ, ຄົນ​ທັງຫລາຍ​ໄດ້​ກິນ, ໄດ້​ດື່ມ, ໄດ້​ແຕ່ງງານ ແລະ ໄດ້​ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ຈົນ​ເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ. ຫລັງຈາກ​ນັ້ນ ນ້ຳ​ກໍ​ມາ​ຖ້ວມ ແລະ ໄດ້​ທຳລາຍ​ພວກເຂົາ​ທັງໝົດ.

“ໃນ​ສະໄໝ​ຂອງ​ໂລດ​ກໍ​ເໝືອນກັນ. ຄົນ​ທັງຫລາຍ​ໄດ້​ກິນ ແລະ ໄດ້​ດື່ມ, ໄດ້​ຊື້ ແລະ ໄດ້​ຂາຍ, ໄດ້​ປູກ​ຝັງ ແລະ ໄດ້​ກໍ່​ສ້າງ. ແຕ່​ໃນ​ວັນ​ທີ່​ໂລດ​ໄດ້​ອອກໄປ​ຈາກ​ເມືອງ​ໂຊໂດມ, ໄຟ ແລະ ມາດ​ໄດ້​ຕົກ​ມາ​ຈາກ​ຟ້າ ແລະ ໄດ້​ທຳລາຍ​ພວກເຂົາ​ທຸກ​ຄົນ.

“ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ. ໃນ​ວັນ​ນັ້ນ ຄົນ​ທີ່​ຢູ່​ເທິງ​ຫລັງຄາ, ກໍ​ບໍ່​ຕ້ອງ​ລົງ​ມາ​ເພື່ອ​ເກັບ​ເອົາ​ສິ່ງຂອງ​ທີ່​ຢູ່​ໃນ​ເຮືອນ. ເຊັ່ນ​ດຽວ​ກັນ​ກັບ​ຄົນ​ທີ່​ຢູ່​ໃນ​ທົ່ງນາ​ກໍ​ບໍ່​ຕ້ອງ​ກັບ​ຄືນ​ມາ​ເອົາ​ສິ່ງ​ໃດ. ຈົ່ງ​ລະນຶກ​ເຖິງ​ເມຍ​ຂອງ​ໂລດ! ຜູ້ໃດ​ກໍ​ຕາມ​ທີ່​ພະຍາຍາມ​ຮັກສາ​ຊີວິດ​ຂອງ​ຕົນ ຜູ້​ນັ້ນ​ຈະ​ເສຍ​ຊີວິດ, ແລະ ຜູ້ໃດ​ກໍ​ຕາມ​ທີ່​ສະຫລະ​ຊີວິດ ຜູ້​ນັ້ນ​ກໍ​ຮັກສາ​ຊີວິດ​ໄວ້. ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ຄືນ​ນັ້ນ​ຈະ​ມີ​ສອງ​ຄົນ​ນອນ​ຢູ່​ໃນ​ຕຽງ​ດຽວ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້. ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່​ນຳ​ກັນ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້4”. ສອງ​ຄົນ​ຢູ່​ໃນ​ທົ່ງນາ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ໄປ ແລະ ອີກ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.5

ພວກເຂົາ​ຖາມ​ວ່າ, “ຢູ່​ບ່ອນ​ໃດ, ອົງພຣະຜູ້ເປັນເຈົ້າ?”

ພຣະອົງ​ຕອບ​ວ່າ, “ຊາກ​ສົບ​ຢູ່​ບ່ອນໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ນັ້ນ”.

Source notes (5)
  1. Footnote ຄຳ​ໃນ​ພາສາ​ກຣີກ​ອາດ​ໝາຍ​ເຖິງ ພະຍາດ​ຜິວໜັງ​ຕ່າງໆ ບໍ່​ຈຳເປັນ​ຕ້ອງ​ໝາຍ​ເຖິງ ພະຍາດຂີ້ທູດ​ເທົ່ານັ້ນ
  2. Footnote ຫລື ຢູ່​ພາຍໃນ
  3. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍມື​ບໍ່​ມີ​ຄຳ​ວ່າ ໃນ​ວັນ​ຂອງ​ພຣະອົງ
  4. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ຖືກ​ຖິ້ມ​ໄວ້
  5. Footnote ຕົ້ນສະບັບ​ເກົ່າແກ່​ບາງ​ສະບັບ​ບໍ່​ມີ​ຂໍ້​ນີ້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.