Biblica® Open Lao Contemporary Version
ລະບຽບພວກເລວີ 24
ນ້ຳມັນໝາກກອກ ແລະ ເຂົ້າຈີ່ຕັ້ງຢູ່ເບື້ອງໜ້າພຣະເຈົ້າຢາເວ
(ອພຍ 27:20-21)
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງສັ່ງຊາວອິດສະຣາເອນໃຫ້ນຳເອົານ້ຳມັນສົດທີ່ບີບຈາກໝາກກອກມາໄຕ້ໃຫ້ແສງສະຫວ່າງໂດຍຕະກຽງນັ້ນລຸກໄໝ້ຢູ່ສະເໝີ. ດ້ານນອກຜ້າກັ້ງທີ່ຂັ້ນຫີບພັນທະສັນຍາໃນເຕັນນັດພົບ, ອາໂຣນເປັນຜູ້ຄອຍຕິດຕາມຕະກຽງຕໍ່ໜ້າພຣະເຈົ້າຢາເວໃຫ້ລຸກໄໝ້ຢູ່ສະເໝີຕັ້ງແຕ່ຕອນແລງຈົນເຖິງຕອນເຊົ້າ. ນີ້ເປັນຂໍ້ຄຳສັ່ງຖາວອນສືບໄປທຸກຊົ່ວອາຍຸຄົນທີ່ຈະມາເຖິງ. ຕະກຽງເທິງຂາຕັ້ງທີ່ເຮັດດ້ວຍຄຳບໍລິສຸດຢູ່ຕໍ່ໜ້າພຣະເຈົ້າຢາເວຕ້ອງໄດ້ຕິດຕາມຢ່າງຕໍ່ເນື່ອງສະໝີ.
“ນຳແປ້ງລະອຽດ ແລະ ເຮັດເຂົ້າຈີ່ສິບສອງກ້ອນ, ໃຊ້ແປ້ງປະມານ 4,5 ລິດໃນເຂົ້າຈີ່ແຕ່ລະກ້ອນ.1 ວາງເຂົ້າຈີ່ເປັນສອງແຖວ, ແຖວລະຫົກກ້ອນ, ວາງໄວ້ທິງໂຕະຄຳບໍລິສຸດຕໍ່ໜ້າພຣະເຈົ້າຢາເວ. ຈົ່ງໃສ່ເຄື່ອງຫອມບໍລິສຸດໄວ້ທຸກແຖວເພື່ອເປັນສ່ວນລະນຶກເຖິງວ່າເຂົ້າຈີ່ໄດ້ເປັນເຄື່ອງບູຊາອາຫານແກ່ພຣະເຈົ້າຢາເວ. ຈົ່ງວາງເຂົ້າຈີ່ຕໍ່ໜ້າພຣະເຈົ້າຢາເວເປັນປະຈຳ, ທັງໃນວັນຊະບາໂຕຫລັງວັນຊະບາໂຕ, ໃນນາມຂອງຊາວອິດສະຣາເອນ, ຊື່ງເປັນພັນທະສັນຍາຕະຫລອດໄປ. ເຂົ້າຈີ່ເຫລົ່ານີ້ເປັນຂອງອາໂຣນກັບບັນດາລູກຊາຍຂອງລາວ, ພວກເຂົາຈະກິນເຂົ້າຈີ່ເຫລົ່ານີ້ໃນບ່ອນສັກສິດ, ເພາະເປັນສ່ວນບໍລິສຸດທີ່ສຸດທີ່ປະໂລຫິດໄດ້ຮັບເປັນປະຈຳຈາກອາຫານບູຊາຖວາຍແກ່ພຣະເຈົ້າຢາເວ”.
ການລົງໂທດຜູ້ໝິ່ນປະໝາດ
ຍັງມີຊາຍຄົນໜຶ່ງແມ່ເປັນຊາວອິດສະຣາເອນ ແລະ ພໍ່ເປັນຄົນເອຢິບ, ເກີດການຜິດຖຽງກັນຂຶ້ນຢູ່ໃນຄ້າຍພັກກັບຄົນອິດສະຣາເອນ. ລູກຊາຍຂອງຍິງອິດສະຣາເອນນັ້ນເວົ້າໝິ່ນປະໝາດນາມຂອງພຣະເຈົ້າດ້ວຍຄຳສາບແຊ່ງ, ພວກເຂົາຈຶ່ງນຳລາວມາຫາໂມເຊ. (ແມ່ຂອງລາວຊື່ວ່າ ເຊໂລມິດລູກສາວຂອງດິບະຣີທີ່ມາຈາກເຜົ່າດານ) ພວກເຂົາກັກໂຕລາວໄວ້ຈົນກວ່າພຣະປະສົງຂອງພຣະເຈົ້າຢາເວຈະຖືກເປີດເຜີຍຢ່າງຊັດເຈນ.
ຈາກນັ້ນພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງນຳເອົາຄົນທີ່ໝິ່ນປະໝາດນັ້ນອອກໄປນອກຄ້າຍພັກ ແລະ ໃຫ້ທຸກຄົນທີ່ໄດ້ຍິນລາວກ່າວຄຳໝິ່ນປະໝາດວາງມືໃສ່ຫົວຂອງລາວ, ຈາກນັ້ນໃຫ້ຊຸມຊົນທັງໝົດເອົາກ້ອນຫີນແກວ່ງໃສ່ລາວ. ຈົ່ງບອກຊາວອິດສະຣາເອນວ່າ: ຖ້າຜູ້ໃດສາບແຊ່ງພຣະເຈົ້າຂອງຕົນ, ຜູ້ນັ້ນຈະຕ້ອງຮັບຜິດຊອບ; ຜູ້ໃດໝິ່ນປະໝາດນາມຂອງພຣະເຈົ້າຢາເວຈະຕ້ອງມີໂທດເຖິງຕາຍ. ຊຸມຊົນທັງໝົດຈະຕ້ອງເອົາກ້ອນຫີນແກວ່ງໃສ່ຜູ້ນັ້ນ. ບໍ່ວ່າຄົນຕ່າງດ້າວ ຫລື ຄົນທ້ອງຖິ່ນອິດສະຣາເອນ, ເມື່ອຜູ້ໃດໝິ່ນປະໝາດນາມຂອງພຣະເຈົ້າ ຜູ້ນັ້ນຈະຕ້ອງຮັບໂທດເຖິງຕາຍ.
“ ‘ຜູ້ໃດຂ້າຄົນຈະຕ້ອງຮັບໂທດເຖິງຕາຍ. ຜູ້ໃດຂ້າສັດຂອງຄົນອື່ນຈະຕ້ອງຊົດໃຊ້ ຊີວິດດ້ວຍຊີວິດ. ຜູ້ໃດທີ່ເຮັດໃຫ້ເພື່ອນບ້ານບາດເຈັບ ຜູ້ນັ້ນກໍຕ້ອງເຮັດໃຫ້ຖືກບາດເຈັບເຊັ່ນດຽວກັນ: ກະດູກຫັກແທນກະດູກຫັກ, ຕາແທນຕາ, ແຂ້ວແທນແຂ້ວ. ຜູ້ໃດເຮັດໃຫ້ຄົນອື່ນເຈັບປວດຢ່າງໃດກໍຈະໄດ້ຮັບຄວາມເຈັບປວດຢ່າງນັ້ນ ຜູ້ໃດຂ້າສັດຈະຕ້ອງຊົດໃຊ້ຄືນສຳລັບສັດໂຕນັ້ນ, ຜູ້ໃດຂ້າຄົນຈະຕ້ອງຖືກໂທດເຖິງຕາຍ. ພວກເຈົ້າຕ້ອງມີກົດຢ່າງດຽວກັນນີ້ສຳລັບທັງຄົນຕ່າງດ້າວ ແລະ ຄົນທ້ອງຖິ່ນອິດສະຣາເອນ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.
ຈາກນັ້ນໂມເຊຈຶ່ງບອກຊາວອິດສະຣາເອນ, ແລ້ວພວກເຂົາກໍນຳຊາຍທີ່ໝິ່ນປະໝາດອອກໄປນອກຄ້າຍພັກ ແລະ ເອົາກ້ອນຫີນແກວ່ງໃສ່ລາວ. ຊາວອິດສະຣາເອນໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວນັ້ນ.
Source notes (1)
- Footnote ພາສາເຮັບເຣີວ່າ ສອງສ່ວນສິບເອຟາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.