Biblica® Open Lao Contemporary Version
ລະບຽບພວກເລວີ 15
ສິ່ງມົນທິນທີ່ຫລັງອອກຈາກຮ່າງກາຍ
ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ, “ຈົ່ງບອກປະຊາຊົນອິດສະຣາເອນວ່າ: ‘ເມື່ອຊາຍໃດມີສິ່ງຜິດປົກກະຕິໄຫລອອກຈາກຮ່າງກາຍ, ສິ່ງທີ່ໄຫລອອກມານັ້ນກໍນຳມາສູ່ການເປັນມົນທິນ. ບໍ່ວ່າສິ່ງນັ້ນຈະສືບຕໍ່ໄຫລອອກມາຈາກຮ່າງກາຍ ຫລື ຄ້າງຢູ່ທາງໃນກໍຕາມ, ສິ່ງນັ້ນກໍເຮັດໃຫ້ລາວເປັນມົນທິນ. ສິ່ງທີ່ໄຫລອອກມາຈະພາໃຫ້ລາວເປັນມົນທິນໄດ້ມີຄື:
“ ‘ບໍ່ວ່າຕຽງໃດຫາກມີສິ່ງໄຫລອອກຈາກຮ່າງກາຍຂອງຜູ້ຊາຍຢູ່ເທິງທີ່ນັ້ນກໍເປັນມົນທິນ ແລະ ທຸກບ່ອນທີ່ລາວນັງກໍເປັນມົນທິນ. ຜູ້ໃດກໍຕາມທີ່ສຳພັດຕຽງຂອງຊາຍຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບນ້ຳ ແລະ ພວກເຂົາກໍຈະເປັນມົນທິນໄປຈົນເຖິງຄ່ຳ. ຜູ້ໃດກໍຕາມທີ່ນັ່ງແທນບ່ອນຊາຍທີ່ມີສິ່ງທີ່ໄຫລອອກຈາກຮ່າງກາຍຜູ້ນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.
“ ‘ຜູ້ໃດກໍຕາມທີ່ສຳພັດຊາຍຜູ້ມີສິ່ງທີ່ໄຫລອອກຈາກຮ່າງກາຍ ຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.
“ ‘ຖ້າຊາຍຜູ້ນັ້ນຖົ່ມນ້ຳລາຍໄປຖືກຄົນທີ່ບໍ່ເປັນມົນທິນ, ຄົນນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.
“ ‘ທຸກໆສິ່ງທີ່ຊາຍຜູ້ນັ້ນໃຊ້ນັ່ງເທິງຫລັງສັດສິ່ງນັ້ນກໍເປັນມົນທິນ. ແລະ ຜູ້ໃດກໍຕາມທີ່ສຳພັດສິ່ງທີ່ເຂົານັ່ງກໍຈະເປັນມົນທິນຈົນເຖິງຄ່ຳ; ຜູ້ໃດທີ່ເກັບມ້ຽນສິ່ງເຫລົ່ານັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຍັງເປັນມົນທິນຈົນເຖິງຄ່ຳ.
“ ‘ໃຜກໍ່ຕາມທີ່ຖືກຊາຍຜູ້ນັ້ນສຳພັດໂດຍບໍ່ໄດ້ລ້າງມືຂອງລາວດ້ວຍນ້ຳກ່ອນຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຍັງເປັນມົນທິນຈົນເຖິງຄ່ຳ.
“ ‘ໝໍ້ດິນທີ່ຖືກຊາຍຜູ້ນັ້ນສຳພັດຕ້ອງທຸບຖິ້ມ ແລະ ເຄື່ອງໃຊ້ອື່ນໆທີ່ເປັນໄມ້ຈະຕ້ອງລ້າງໃຫ້ສະອາດດ້ວຍນ້ຳ.
“ ‘ເມື່ອຊາຍຜູ້ນັ້ນຫາຍດີຈາກສິ່ງທີ່ໄຫລອອກຈາກຮ່າງກາຍແລ້ວ, ໃຫ້ລາວລໍຖ້າຢູ່ເຈັດວັນ ເພື່ອການຊຳລະຕົນໃຫ້ສະອາດຕາມລະບຽບພິທີກຳ, ລາວຕ້ອງຊັກເສື້ອຜ້າ ແລະ ອາບດ້ວຍນ້ຳສະອາດ, ແລ້ວລາວກໍຈະບໍ່ເປັນມົນທິນ. ໃນວັນທີແປດລາວຕ້ອງນຳເອົານົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາຕໍ່ໜ້າພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລ້ວມອບສັດເຫລົ່ານັ້ນໃຫ້ແກ່ປະໂລຫິດ. ປະໂລຫິດຈະຖວາຍນົກທັງສອງໂຕນັ້ນ, ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ. ດ້ວຍວິທີນີ້ເອງທີ່ປະໂລຫິດຈະເຮັດພິທີລຶບລ້າງບາບຕໍ່ໜ້າພຣະເຈົ້າຢາເວໃຫ້ແກ່ຊາຍຜູ້ນັ້ນຍ້ອນມີສິ່ງທີ່ໄຫລອອກຈາກຮ່າງກາຍຂອງລາວ.
“ ‘ເມື່ອຊາຍຄົນໃດຫລັ່ງນ້ຳອະສຸຈິ, ຜູ້ນັ້ນຈະຕ້ອງຊຳລະທົ່ວຮ່າງກາຍດ້ວຍນ້ຳ ແລະ ລາວກໍຍັງຈະເປັນມົນທິນໄປຈົນເຖິງຄ່ຳ. ເຄື່ອງນຸ່ງ ຫລື ເຄື່ອງໜັງໃດກໍຕາມທີ່ເປື້ອນດ້ວຍນ້ຳອະສຸຈິຕ້ອງໄດ້ນຳໄປຊັກລ້າງດ້ວຍນ້ຳ ແລະ ສິ່ງນັ້ນຈະເປັນມົນທິນໄປຈົນເຖິງຄ່ຳ. ເມື່ອມີການພົວພັນທາງເພດກັບຍິງ ແລະ ມີນ້ຳອະສຸຈິໄຫລອອກມາ, ທັງສອງຕ້ອງໄດ້ອາບດ້ວຍນ້ຳ ແລະ ພວກເຂົາຈະເປັນມົນທິນຈົນເຖິງຄ່ຳ.
“ ‘ເມື່ອແມ່ຍິງມີປະຈຳເດືອນ, ໄລຍະການເປັນມົນທິນຕະຫລອດເຈັດວັນ, ຜູ້ໃດສຳພັດໂຕນາງ ຈະເປັນມົນທິນໄປຈົນເຖິງຄ່ຳ.
“ ‘ບ່ອນໃດທີ່ນາງນອນ ຫລື ນັ່ງໃນໄລຍະທີ່ນາງມີປະຈຳເດືອນກໍຈະເປັນມົນທິນ. ຜູ້ໃດທີ່ສຳພັດຕຽງນອນຂອງນາງກໍຈະເປັນມົນທິນ; ຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າ ແລະ ອາບດ້ວຍນ້ຳ, ແລະ ຜູ້ນັ້ນກໍຍັງຈະເປັນມົນທິນຈົນເຖິງຄ່ຳ. ຜູ້ໃດແຕະຕ້ອງສິ່ງທີ່ນາງນັ່ງເທິງຕຽງນັ້ນ ຕ້ອງຊັກເສື້ອຜ້າ ແລະ ອາບນ້ຳ ແລະ ຜູ້ນັ້ນຈະເປັນມົນທິນຈົນເຖິງຄ່ຳ. ບໍ່ວ່າຈະເປັນຕຽງ ຫລື ບ່ອນໃດທີ່ນາງນັ່ງ, ຖ້າມີຜູ້ໃດໄປສຳພັດສິ່ງນັ້ນ ຜູ້ນັ້ນກໍຈະເປັນມົນທິນຈົນເຖິງຄ່ຳ.
“ ‘ຖ້າຊາຍໃດພົວພັນທາງເພດກັບນາງ ແລະ ສຳພັດປະຈຳເດືອນຂອງນາງ, ຊາຍນັ້ນກໍຈະເປັນມົນທິນເປັນເວລາເຈັດວັນ ແລະ ຕຽງທີ່ລາວນອນນັ້ນກໍຈະເປັນມົນທິນ.
“ ‘ເມື່ອແມ່ຍິງຄົນໃດມີເລືອດໄຫລອອກເປັນເວລາຫລາຍວັນນອກເໜືອຈາກທີ່ເປັນປະຈຳເດືອນປົກກະຕິ ຫລື ມີເລືອດໄຫລອອກຫລາບວັນເກີນກວ່າປະຈຳເດືອນ, ນາງຈະເປັນມົນທິນຕາບເທົ່າທີ່ນາງມີເລືອດໄຫລອອກເໝືອນດັ່ງວັນທີ່ນາງມີປະຈຳເດືອນ. ຕຽງໃດທີ່ນາງນອນໃນຂະນະທີ່ນາງຍັງມີເລືອດໄຫລອອກກໍເປັນມົນທິນ, ເຊັ່ນດຽວກັນກັບຊ່ວງທີ່ນາງມີປະຈຳເດືອນຕາມປົກກະຕິ ແລະ ທຸກບ່ອນທີ່ນາງນັ່ງຈະເປັນມົນທິນເຊັ່ນດຽວກັນກັບຊ່ວງທີ່ນາງມີປະຈຳເດືອນ. ຜູ້ໃດສຳພັດສິ່ງເຫລົ່ານັ້ນຈະເປັນມົນທິນ; ຕ້ອງໄດ້ຊັກເສື້ອຜ້າ ແລະ ອາບນ້ຳ ແລະ ເປັນມົນທິນໄປຈົນເຖິງຄ່ຳ.
“ ‘ເມື່ອນາງໄດ້ຮັບການຊຳລະຈາກສິ່ງທີ່ໄຫລອອກມາແລ້ວ, ນາງຕ້ອງນັບຕໍ່ໄປອີກເຈັດວັນ ແລະ ຫລັງຈາກນັ້ນນາງຈະບໍ່ເປັນມົນທິນຕາມລະບຽບພິທີກຳ. ໃນວັນທີແປດນາງຈະຕ້ອງນຳນົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາມອບໃຫ້ແກ່ປະໂລຫິດທີ່ທາງເຂົ້າເຕັນນັດພົບ. ປະໂລຫິດຈະຖວາຍນົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ. ໂດຍວິທີນີ້ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ນາງຕໍ່ໜ້າພຣະເຈົ້າຢາເວເພາະການເປັນມົນທິນຍ້ອນສິ່ງທີ່ໄຫລອອກຈາກຮ່າງກາຍຂອງນາງ.
“ ‘ເຈົ້າຕ້ອງໄດ້ແຍກປະຊາຊົນອິດສະຣາເອນອອກຈາກສິ່ງທີ່ເຮັດໃຫ້ພວກເຂົາເປັນມົນທິນ, ເພື່ອພວກເຂົາຈະບໍ່ຕາຍດ້ວຍການເປັນມົນທິນຂອງພວກເຂົາທີ່ເຮັດໃນບ່ອນສະຖິດ1ຂອງເຮົາ ເຊິ່ງຢູ່ທ່າມກາງພວກເຂົານັ້ນ’ ”.
ທັງໝົດເຫລົ່ານີ້ຄືກົດລະບຽບສຳລັບຜູ້ຊາຍທີ່ເປັນມົນທິນເນື່ອງຈາກສິ່ງທີ່ໄຫລອອກຈາກຮ່າງກາຍ ຫລື ນ້ຳອະສຸຈິທີ່ໄຫລອອກຈາກຮ່າງກາຍ, ແລະ ສຳລັບແມ່ຍິງທີ່ຢູ່ໃນຊ່ວງມີປະຈຳເດືອນ ແລະ ສຳລັບຜູ້ຊາຍ ຫລື ແມ່ຍິງທີ່ມີສິ່ງທີ່ໄຫລອອກຈາກຮ່າງກາຍ ແລະ ສຳລັບຜູ້ຊາຍທີ່ມີເພດສຳພັນກັບແມ່ຍິງທີ່ເປັນມົນທິນຕາມລະບຽບພິທີກຳ.
Source notes (1)
- Footnote ຫລື ຫໍເຕັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.