Biblica® Open Lao Contemporary Version
ໂຢຮັນ 7
ພຣະເຢຊູເຈົ້າໄປເທດສະການປຸກຕູບຢູ່
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ໄປທົ່ວແຂວງຄາລີເລ. ແຕ່ພຣະອົງບໍ່ຢາກໄປແຂວງຢູດາຍ ເພາະພວກຜູ້ນຳຊາວຢິວຢູ່ທີ່ນັ້ນກຳລັງຊອກຫາວິທີທີ່ຈະຂ້າພຣະອົງ. ແຕ່ເມື່ອໃກ້ຈະເຖິງເທດສະການປຸກຕູບຢູ່ຂອງຊາວຢິວແລ້ວ, ບັນດານ້ອງຊາຍຂອງພຣະເຢຊູເຈົ້າຈຶ່ງເວົ້າກັບພຣະອົງວ່າ, “ຈົ່ງອອກຈາກຄາລີເລ ແລະ ໄປຍັງແຂວງຢູດາຍ, ເພື່ອວ່າພວກສາວົກຂອງເຈົ້າຈະໄດ້ເຫັນສິ່ງທີ່ເຈົ້າເຮັດ. ບໍ່ມີຜູ້ໃດຢາກເປັນທີ່ຮູ້ຈັກຂອງສາທາລະນະແລ້ວຍັງເຮັດໃນທີ່ລັບ. ໃນເມື່ອເຈົ້າກຳລັງເຮັດສິ່ງເຫລົ່ານີ້ ກໍຈົ່ງສະແດງຕົນເອງຕໍໂລກ”. ເພາະວ່າແມ່ນແຕ່ບັນດານ້ອງຊາຍຂອງພຣະອົງເອງກໍບໍ່ເຊື່ອໃນພຣະອົງ.
ເຫດສະນັ້ນ ພຣະເຢຊູເຈົ້າຈຶ່ງບອກພວກເຂົາວ່າ, “ເວລາຂອງເຮົາຍັງບໍ່ມາເຖິງ ສຳລັບພວກເຈົ້າແລ້ວເວລາໃດກໍເໝາະສົມ. ໂລກບໍ່ສາມາດກຽດຊັງພວກເຈົ້າ ແຕ່ໂລກກຽດຊັງເຮົາເພາະເຮົາເປັນພະຍານວ່າກິດຈະການຂອງໂລກນັ້ນຊົ່ວຮ້າຍ. ພວກເຈົ້າໄປຮ່ວມເທດສະການນັ້ນສາ. ຝ່າຍເຮົາບໍ່1ໄປເທດສະການນັ້ນ, ເພາະເວລາທີ່ເໝາະສົມສຳລັບເຮົາຍັງບໍ່ທັນມາເຖິງ”. ຫລັງຈາກພຣະອົງກ່າວດັ່ງນີ້ແລ້ວ ພຣະອົງໄດ້ພັກຢູ່ທີ່ແຂວງຄາລີເລ.
ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ພວກນ້ອງຊາຍຂອງພຣະອົງໄປງານເທດສະການແລ້ວ, ພຣະອົງກໍໄປເໝືອນກັນ, ບໍ່ໄດ້ເປີດເຜີຍ ແຕ່ໄປຢ່າງລັບໆ. ບັດນີ້ ຢູ່ທີ່ງານເທດສະການພວກຜູ້ນຳຊາວຢິວໄດ້ແນມຫາພຣະອົງ ແລະ ຖາມວ່າ, “ຄົນນັ້ນຢູ່ໃສ?”
ຢູ່ທ່າມກາງປະຊາຊົນນັ້ນຕ່າງກໍມີສຽງກະຊິບກ່ຽວກັບພຣະອົງກະຈາຍໄປ. ບາງຄົນກໍເວົ້າວ່າ, “ລາວເປັນຄົນດີ”.
ສ່ວນຄົນອື່ນກໍເວົ້າວ່າ, “ບໍ່ແມ່ນ, ລາວຫລອກລວງປະຊາຊົນ”. ແຕ່ບໍ່ມີຜູ້ໃດກ້າເວົ້າເຖິງເລື່ອງຂອງພຣະອົງຢ່າງເປີດເຜີຍເພາະຢ້ານພວກຜູ້ນຳ.
ພຣະເຢຊູເຈົ້າສັ່ງສອນທີ່ເທດສະການ
ເມື່ອເທດສະການດຳເນີນໄປໄດ້ເຄິ່ງໜຶ່ງແລ້ວ ພຣະເຢຊູເຈົ້າກໍໄດ້ເຂົ້າໄປທີ່ເດີ່ນວິຫານ ແລະ ເລີ່ມຕົ້ນສັ່ງສອນ. ພວກຢິວຢູ່ທີ່ນັ້ນກໍປະຫລາດໃຈ ແລະ ໄດ້ຖາມວ່າ, “ຄົນນີ້ໄດ້ຄວາມຮູ້ຢ່າງນີ້ມາໄດ້ແນວໃດ ໃນເມື່ອລາວບໍ່ໄດ້ຮຽນມາ?”
ພຣະເຢຊູເຈົ້າຕອບວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ຄຳສອນນັ້ນມາຈາກພຣະອົງຜູ້ໃຊ້ເຮົາມາ. ຖ້າຜູ້ໃດເລືອກທີ່ຈະເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າຄຳສອນຂອງເຮົາມາຈາກພຣະເຈົ້າ ຫລື ວ່າເຮົາເວົ້າເອົາເອງ. ຜູ້ໃດກໍຕາມທີ່ເວົ້າເອົາເອງກໍເວົ້າເພື່ອຫາກຽດໃສ່ຕົນເອງ ແຕ່ຜູ້ທີ່ສະແຫວງຫາກຽດຂອງພຣະອົງຜູ້ໃຊ້ຕົນມາກໍເປັນຄົນຂອງຄວາມຈິງ; ໃນໂຕຜູ້ນັ້ນບໍ່ມີຄວາມຕົວະເລີຍ. ໂມເຊບໍ່ໄດ້ໃຫ້ກົດບັນຍັດແກ່ພວກເຈົ້າບໍ? ແຕ່ບໍ່ມີຜູ້ໃດໃນພວກເຈົ້າຮັກສາກົດບັນຍັດ. ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທີ່ຈະຂ້າເຮົາ?”
ປະຊາຊົນຕອບວ່າ, “ເຈົ້າມີຜີມານຮ້າຍສິງຢູ່ ແມ່ນຜູ້ໃດພະຍາຍາມທີ່ຈະຂ້າເຈົ້າ?”
ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາໄດ້ເຮັດການອັດສະຈັນຢ່າງໜຶ່ງ ແລະ ພວກເຈົ້າທັງຫລາຍກໍພາກັນປະຫລາດໃຈແລ້ວ. ເຖິງປານນັ້ນ ເພາະໂມເຊໄດ້ໃຫ້ພວກເຈົ້າຮັບພິທີຕັດ (ເຖິງແມ່ນວ່າແທ້ຈິງແລ້ວການຮັບພິທີຕັດບໍ່ໄດ້ມາຈາກໂມເຊ ແຕ່ມາຈາກບັນພະບຸລຸດ), ພວກເຈົ້າກໍໄດ້ໃຫ້ເດັກນ້ອຍຜູ້ຊາຍຮັບພິທີຕັດໃນວັນຊະບາໂຕ. ບັດນີ້ ຖ້າເດັກນ້ອຍຜູ້ຊາຍຍັງຮັບພິທີຕັດໃນວັນຊະບາໂຕ ເພື່ອບໍ່ໃຫ້ກົດບັນຍັດຂອງໂມເຊຖືກລະເມີດ, ແລ້ວເປັນຫຍັງພວກເຈົ້າຈຶ່ງໃຈຮ້າຍໃຫ້ເຮົາທີ່ໄດ້ຮັກສາທົ່ວທັງຮ່າງກາຍຂອງມະນຸດໃນວັນຊະບາໂຕ? ຈົ່ງຢຸດຕັດສິນຕາມທີ່ເຫັນພຽງພາຍນອກ ແຕ່ຈົ່ງຕັດສິນໃຫ້ຖືກຕ້ອງຕາມຄວາມເປັນຈິງ”.
ການຈໍາແນກວ່າພຣະເຢຊູເຈົ້າຄືຜູ້ໃດ
ເມື່ອເຖິງຕອນນີ້ ຊາວເຢຣູຊາເລັມບາງຄົນເລີ່ມຖາມຂຶ້ນວ່າ, “ບໍ່ແມ່ນຊາຍຄົນນີ້ບໍທີ່ພວກເຂົາພະຍາຍາມທີ່ຈະຂ້າ? ລາວຢູ່ທີ່ນີ້ ແລະ ກຳລັງເວົ້າຢູ່ຢ່າງເປີດເຜີຍ ແລະ ພວກເຂົາກໍບໍ່ໄດ້ເວົ້າຫຍັງກັບລາວຈັກຄຳ. ພວກຜູ້ມີອຳນາດສະຫລຸບໄດ້ແນ່ນອນແລ້ວແມ່ນບໍວ່າລາວເປັນພຣະຄຣິດເຈົ້າ?2 ແຕ່ພວກເຮົາຮູ້ວ່າຊາຍຄົນນີ້ມາຈາກໃສ ເມື່ອພຣະຄຣິດເຈົ້າມາຈະບໍ່ມີຜູ້ໃດຮູ້ວ່າພຣະອົງມາຈາກໃສ”.
ດັ່ງນັ້ນ ຂະນະທີ່ພຣະເຢຊູເຈົ້າຍັງກຳລັງສັ່ງສອນຢູ່ໃນເດີ່ນວິຫານ, ພຣະອົງຮ້ອງສຽງດັງວ່າ, “ແມ່ນແລ້ວ, ພວກເຈົ້າຮູ້ຈັກເຮົາ ແລະ ພວກເຈົ້າຮູ້ວ່າເຮົາມາຈາກໃສ. ເຮົາບໍ່ໄດ້ມາດ້ວຍສິດອຳນາດຂອງເຮົາເອງ, ແຕ່ພຣະອົງຜູ້ໄດ້ໃຊ້ເຮົາມານັ້ນເປັນຄວາມຈິງ. ພວກເຈົ້າບໍ່ຮູ້ຈັກພຣະອົງ, ແຕ່ເຮົາຮູ້ຈັກພຣະອົງເພາະເຮົາມາຈາກພຣະອົງ ແລະ ພຣະອົງໄດ້ໃຊ້ເຮົາມາ”.
ເມື່ອໄດ້ຟັງດັ່ງນັ້ນແລ້ວ ພວກເຂົາກໍພະຍາຍາມທີ່ຈະຈັບພຣະອົງ, ແຕ່ບໍ່ມີຜູ້ໃດລົງມືຈັບພຣະອົງ ເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງ. ແຕ່ປະຊາຊົນຫລາຍຄົນກໍຍັງເຊື່ອໃນພຣະອົງຢູ່. ພວກເຂົາເວົ້າວ່າ, “ເມື່ອພຣະຄຣິດເຈົ້າມາ, ພຣະອົງຈະສະແດງໝາຍສຳຄັນຫລວງຫລາຍກວ່າຜູ້ນີ້ບໍ?”
ພວກຟາຣີຊາຍໄດ້ຍິນປະຊາຊົນຊິ່ມກັນເລື່ອງພຣະອົງຢ່າງນັ້ນ. ດັ່ງນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍຈຶ່ງສົ່ງຄົນຍາມວິຫານໄປຈັບພຣະອົງ.
ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະຢູ່ກັບພວກເຈົ້າພຽງໄລຍະເວລາສັ້ນ, ແລ້ວເຮົາຈະໄປຫາພຣະອົງຜູ້ໃຊ້ເຮົາມາ. ພວກເຈົ້າຈະຊອກຫາເຮົາ ແຕ່ພວກເຈົ້າຈະບໍ່ພົບເຮົາ ແລະ ບ່ອນທີ່ເຮົາຢູ່ນັ້ນ, ພວກເຈົ້າບໍ່ສາມາດໄປໄດ້”.
ພວກຢິວຈຶ່ງເວົ້າຕໍ່ກັນວ່າ, “ຊາຍຜູ້ນີ້ຕັ້ງໃຈຈະໄປໃສທີ່ພວກເຮົາບໍ່ສາມາດຊອກຫາລາວ? ລາວຈະໄປຫາຄົນຂອງພວກເຮົາທີ່ກະແຈກກະຈາຍຢູ່ທ່າມກາງພວກກຣີກ ແລະ ໄປສອນພວກກຣີກນັ້ນບໍ? ລາວໝາຍຄວາມວ່າຢ່າງໃດເມື່ອລາວເວົ້າວ່າ, ‘ພວກເຈົ້າຈະຊອກຫາເຮົາແຕ່ບໍ່ພົບເຮົາ’ ແລະ ‘ບ່ອນທີ່ເຮົາຢູ່ນັ້ນ, ພວກເຈົ້າບໍ່ສາມາດໄປໄດ້’?”
ໃນວັນສຸດທ້າຍ ແລະ ເປັນວັນສຳຄັນທີ່ສຸດຂອງເທດສະການ, ພຣະເຢຊູເຈົ້າໄດ້ຢືນຂຶ້ນ ແລະ ກ່າວດ້ວຍສຽງດັງວ່າ, “ຖ້າຜູ້ໃດຫິວນ້ຳໃຫ້ມາຫາເຮົາ ແລະ ດື່ມ. ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, ຜູ້ໃດກໍຕາມທີ່ເຊື່ອໃນເຮົາ ແມ່ນ້ຳແຫ່ງຊີວິດຈະໄຫລອອກມາຈາກພາຍໃນພວກເຂົາ”. ສິ່ງທີ່ພຣະອົງກ່າວນັ້ນພຣະອົງໝາຍເຖິງພຣະວິນຍານ ເຊິ່ງຜູ້ທີ່ເຊື່ອໃນພຣະອົງຈະໄດ້ຮັບຕາມພາຍຫລັງ. ໃນເວລານັ້ນຍັງບໍ່ທັນໄດ້ໃຫ້ພຣະວິນຍານເທື່ອ, ເນື່ອງຈາກພຣະເຢຊູເຈົ້າຍັງບໍ່ໄດ້ຮັບສະຫງ່າລາສີ.
ເມື່ອໄດ້ຍິນຖ້ອຍຄຳຂອງພຣະອົງແລ້ວ ປະຊາຊົນບາງຄົນກໍເວົ້າວ່າ, “ຊາຍຜູ້ນີ້ເປັນຜູ້ທຳນວາຍຢ່າງແນ່ນອນ”.
ຄົນອື່ນໆກໍເວົ້າວ່າ, “ທ່ານຜູ້ນີ້ເປັນພຣະຄຣິດເຈົ້າ”.
ແຕ່ຍັງມີຄົນອື່ນອີກຖາມວ່າ, “ພຣະຄຣິດເຈົ້າຈະມາຈາກຄາລີເລໄດ້ຢ່າງໃດ? ພຣະຄຳພີບອກໄວ້ບໍ່ແມ່ນບໍວ່າພຣະຄຣິດເຈົ້າຈະມາຈາກເຊື້ອສາຍ3ຂອງດາວິດ ແລະ ຈາກເບັດເລເຮັມ ເມືອງທີ່ດາວິດຢູ່?” ດ້ວຍເຫດນີ້ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເລື່ອງຂອງພຣະເຢຊູເຈົ້າ. ບາງຄົນຕ້ອງການທີ່ຈະຈັບພຣະອົງ ແຕ່ບໍ່ມີຜູ້ໃດລົງມືຈັບພຣະອົງ.
ພວກຜູ້ນຳຊາວຢິວບໍ່ເຊື່ອໃນພຣະເຢຊູເຈົ້າ
ໃນທີ່ສຸດພວກຄົນຍາມວິຫານຈຶ່ງກັບໄປຫາພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍ, ຄົນເຫລົ່ານັ້ນໄດ້ຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າບໍ່ຈັບລາວມາ?”
ພວກຄົນຍາມຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າເໝືອນຊາຍຜູ້ນີ້ເວົ້າ”.
ພວກຟາຣີຊາຍເວົ້າຕອບຄືນວ່າ, “ພວກເຈົ້າໝາຍຄວາມວ່າລາວໄດ້ຫລອກລວງພວກເຈົ້າເໝືອນກັນບໍ? ມີພວກຜູ້ນຳ ຫລື ພວກຟາຣີຊາຍຄົນໃດແດ່ທີ່ໄດ້ເຊື່ອໃນລາວ? ບໍ່ມີ! ຄົນກຸ່ມນີ້ບໍ່ຮູ້ສິ່ງໃດກ່ຽວກັບກົດບັນຍັດເລີຍ ພວກເຂົາຖືກສາບແຊ່ງຢູ່ແລ້ວ”.
ນີໂກເດມ ຜູ້ທີ່ໄດ້ມາຫາພຣະເຢຊູເຈົ້າກ່ອນໜ້ານີ້ ແລະ ເປັນຄົນໜຶ່ງໃນຈໍານວນພວກເຂົາໄດ້ຖາມວ່າ, “ກົດໝາຍຂອງພວກເຮົາຈະຕັດສິນລົງໂທດຜູ້ໃດໂດຍບໍ່ຟັງລາວກ່ອນວ່າລາວໄດ້ເຮັດຫຍັງມາບໍ?”
ພວກເຂົາຕອບວ່າ, “ເຈົ້າກໍມາຈາກຄາລີເລເໝືອນກັນບໍ? ຈົ່ງໄປຄົ້ນເບິ່ງໃນພຣະຄຳພີ ແລ້ວເຈົ້າຈະຮູ້ວ່າຜູ້ທຳນວາຍ4ບໍ່ໄດ້ມາຈາກຄາລີເລ”.
[ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດ ແລະ ທີ່ໜ້າເຊື່ອຖືທີ່ສຸດຫລາຍສະບັບ ຕະຫລອດຈົນຫລັກຖານອື່ນໆບໍ່ມີ ໂຢຮັນ 7:53–8:11.]
ແລ້ວທຸກຄົນຕ່າງກໍກັບຄືນເມືອເຮືອນຂອງຕົນ.
Source notes (4)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ: ຍັງບໍ່ໄປເທື່ອ
- Footnote ຫລື ພຣະເມຊີອາ ເຊັ່ນດຽວກັບຂໍ້ 27-41 ແລະ 42
- Footnote ພາສາກຣີກວ່າ ເຜົ່າພັນ
- Footnote ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດສອງສະບັບວ່າ ຜູ້ທຳນວາຍນັ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.