Biblica® Open Lao Contemporary Version
ໂຢຮັນ 12
ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ
ຫົກວັນກ່ອນເຖິງເທດສະການປັດສະຄາ ພຣະເຢຊູເຈົ້າມາຮອດບ້ານເບັດທານີ, ເຊິ່ງເປັນທີ່ຢູ່ຂອງລາຊາໂຣຜູ້ທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ເປັນຄືນມາຈາກຕາຍ. ມີການຈັດງານລ້ຽງຢູ່ທີ່ນັ້ນເພື່ອເປັນກຽດແກ່ພຣະເຢຊູເຈົ້າ, ນາງມາທາກໍຮັບໃຊ້ຢູ່, ໃນຂະນະນັ້ນລາຊາໂຣເປັນຜູ້ໜຶ່ງໃນທ່າມກາງຜູ້ທີ່ນັ່ງຮ່ວມໂຕະກັບພຣະອົງ. ແລ້ວນາງມາຣີກໍໄດ້ເອົານ້ຳຫອມບໍລິສຸດປະມານເຄິ່ງລິດ1ທີ່ມີລາຄາແພງມາ ນາງໄດ້ຖອກນໍ້າຫອມນັ້ນຫົດຕີນຂອງພຣະເຢຊູເຈົ້າ ແລະ ໃຊ້ຜົມຂອງຕົນເຊັດຕີນຂອງພຣະອົງ. ຈົນທົ່ວທັງເຮືອນຫອມກຸ້ມດ້ວຍກິ່ນນ້ຳຫອມນັ້ນ.
ແຕ່ສາວົກຄົນໜຶ່ງຂອງພຣະອົງ ຄືຢູດາອິດສະກາຣິອົດ ຜູ້ທີ່ຈະທໍລະຍົດຕໍ່ພຣະອົງໄດ້ຄັດຄ້ານຂຶ້ນມາວ່າ, “ເປັນຫຍັງຈຶ່ງບໍ່ຂາຍນ້ຳຫອມນີ້ ແລະ ເອົາເງິນໄປແຈກຢາຍໃຫ້ຄົນຍາກຈົນ? ນ້ຳຫອມນີ້ມີມູນຄ່າເທົ່າກັບຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ2”. ການທີ່ລາວເວົ້າຢ່າງນີ້ບໍ່ແມ່ນເພາະລາວຫ່ວງໃຍນໍາຄົນຍາກຈົນແຕ່ເພາະລາວເປັນຄົນຂີ້ລັກ, ໃນຖານະເປັນຜູ້ຖືຖົງເງິນ ລາວເຄີຍຍັກຍອກເອົາເງິນທີ່ໃສ່ໄວ້ໃນຖົງນັ້ນໄປ.
ພຣະເຢຊູເຈົ້າຕອບວ່າ, “ປ່ອຍນາງເທາະ ຕັ້ງໃຈວ່ານາງຄວນຈະເກັບນ້ຳຫອມນີ້ໄວ້ສຳລັບວັນຝັງສົບຂອງເຮົາ. ພວກເຈົ້າຈະມີຄົນຍາກຈົນຢູ່ໃນທ່າມກາງພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ”.
ໃນຂະນະດຽວກັນນັ້ນກໍມີຊາວຢິວຈໍານວນຫລວງຫລາຍຮູ້ວ່າພຣະເຢຊູເຈົ້າຢູ່ໃນທີ່ນັ້ນຈຶ່ງພາກັນມາ, ພວກເຂົາບໍ່ໄດ້ມາພຽງເພາະພຣະອົງເທົ່ານັ້ນແຕ່ເພື່ອຈະໄດ້ເຫັນລາຊາໂຣເໝືອນກັນ, ຜູ້ທີ່ພຣະເຢຊູເຈົ້າເຮັດໃຫ້ເປັນຄືນມາຈາກຕາຍນັ້ນ. ດັ່ງນັ້ນ ພວກຫົວໜ້າປະໂລຫິດຈຶ່ງວາງແຜນຈະຂ້າລາຊາໂຣເໝືອນກັນ, ເພາະລາຊາໂຣ ເປັນຕົ້ນເຫດໃຫ້ຊາວຢິວຫລາຍຄົນໄປຫາພຣະເຢຊູເຈົ້າ ແລະ ເຊື່ອໃນພຣະອົງ.
ພຣະເຢຊູເຈົ້າມາທີ່ນະຄອນເຢຣູຊາເລັມຢ່າງຜູ້ມີໄຊ
(ມທ 21:4-9; ມຣກ 11:7-10; ລກ 19:35-38)
ໃນວັນຕໍ່ມາ ມີປະຊາຊົນຈໍານວນຫລວງຫລາຍທີ່ມາງານເທດສະການໄດ້ຍິນວ່າພຣະເຢຊູເຈົ້າກຳລັງມານະຄອນເຢຣູຊາເລັມ. ພວກເຂົາກໍພາກັນຖືກ້ານຕານອອກມາຕ້ອນຮັບພຣະອົງ ແລະ ຮ້ອງຂຶ້ນວ່າ,
“ໂຮຊັນນາ!3”
“ສັນລະເສີນພຣະອົງຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”4
“ສັນລະເສີນອົງກະສັດຂອງຊາດອິດສະຣາເອນ!”
ພຣະເຢຊູເຈົ້າພົບລໍນ້ອຍໂຕໜຶ່ງ ແລະ ຂຶ້ນຂີ່ລໍນັ້ນຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ:
“ຢ່າຢ້ານເລີຍ, ລູກສາວແຫ່ງຊີໂອນ;5
ເບິ່ງແມ, ກະສັດຂອງເຈົ້າກຳລັງມາ
ນັ່ງຢູ່ເທິງລໍ”.6
ໃນຕອນທຳອິດນັ້ນພວກສາວົກຂອງພຣະອົງບໍ່ທັນເຂົ້າໃຈເຫດການທັງໝົດນີ້. ແຕ່ເມື່ອຫລັງຈາກພຣະເຢຊູເຈົ້າໄດ້ຮັບສະຫງ່າລາສີແລ້ວ ພວກເພິ່ນຈຶ່ງຮູ້ວ່າສິ່ງເຫລົ່ານີ້ມີຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ ແລະ ໄດ້ກະທຳສິ່ງເຫລົ່ານີ້ຕໍ່ພຣະອົງ.
ຝ່າຍຄົນທັງປວງທີ່ຢູ່ກັບພຣະອົງເມື່ອພຣະອົງເອີ້ນລາຊາໂຣອອກຈາກອຸບມຸງຝັງສົບ ແລະ ເຮັດໃຫ້ລາວເປັນຄືນມາຈາກຕາຍນັ້ນກໍພາກັນສືບຕໍ່ເຜີຍແຜ່ຂ່າວອອກໄປ. ປະຊາຊົນຈໍານວນຫລວງຫລາຍຈຶ່ງພາກັນອອກໄປພົບພຣະອົງ ເພາະໄດ້ຍິນວ່າພຣະອົງສະແດງໝາຍສຳຄັນນີ້. ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ກັນວ່າ, “ເຫັນບໍ, ພວກເຮົາເຮັດຫຍັງບໍ່ໄດ້ເລີຍ. ເບິ່ງແມ ໝົດທັງໂລກກໍຕິດຕາມມັນໄປ!”
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
ດຽວນີ້ມີຊາວກຣີກບາງຄົນໃນບັນດາຄົນທັງຫລາຍທີ່ຂຶ້ນໄປເພື່ອນະມັດສະການໃນເທດສະການນັ້ນ. ພວກເຂົາໄດ້ໄປຫາຟີລິບ ຜູ້ທີ່ມາຈາກເບັດຊາອີດາໃນແຂວງຄາລີເລ ດ້ວຍຄຳຂໍຮ້ອງວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູເຈົ້າ”. ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາ ແລະ ຟີລິບກໍກັບໄປບອກພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຕອບວ່າ, “ເວລານັ້ນກໍມາເຖິງແລ້ວທີ່ບຸດມະນຸດຈະຕ້ອງໄດ້ຮັບກຽດ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າເມັດເຂົ້າຫວີດບໍ່ຕົກລົງພື້ນດິນ ແລະ ຕາຍໄປ ກໍຄົງຈະມີຢູ່ພຽງແຕ່ເມັດດຽວ. ແຕ່ຖ້າເມັດນັ້ນໄດ້ຕາຍໄປກໍຈະເກີດຜົນໃຫ້ມີເມັດອື່ນໆຫລາຍຂຶ້ນ. ຜູ້ທີ່ຮັກຊີວິດຂອງຕົນກໍຈະເສຍຊີວິດ ສ່ວນຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ກໍຈະຮັກສາຊີວິດໄວ້ ແລະ ມີຊີວິດນິລັນດອນ. ຜູ້ໃດກໍຕາມທີ່ຮັບໃຊ້ເຮົາຜູ້ນັ້ນຕ້ອງຕິດຕາມເຮົາມາ ແລະ ເຮົາຢູ່ບ່ອນໃດ, ຜູ້ຮັບໃຊ້ຂອງເຮົາກໍຈະຢູ່ບ່ອນນັ້ນເໝືອນກັນ. ພຣະບິດາເຈົ້າຂອງເຮົາຈະໃຫ້ກຽດແກ່ຜູ້ທີ່ຮັບໃຊ້ເຮົາ.
“ເວລານີ້ຈິດໃຈຂອງເຮົາວຸ້ນວາຍ ແລະ ເຮົາຈະກ່າວວ່າຢ່າງໃດ? ຈະວ່າ ‘ຂ້າແດ່ພຣະບິດາເຈົ້າ, ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊົ່ວໂມງນີ້ໄປແດ່ທ້ອນ’ ຢ່າງນັ້ນບໍ? ບໍ່ເລີຍ, ເພາະເຮົາມາເຖິງຊົ່ວໂມງນີ້ກໍເພື່ອການນີ້ແຫລະ. ຂ້າແດ່ພຣະບິດາເຈົ້າ ຂໍເຮັດໃຫ້ນາມຂອງພຣະອົງໄດ້ຮັບກຽດ!”
ແລ້ວກໍມີສຽງມາຈາກສະຫວັນວ່າ, “ເຮົາໄດ້ເຮັດໃຫ້ນາມຂອງເຮົາໄດ້ຮັບກຽດແລ້ວ ແລະ ເຮົາຈະເຮັດໃຫ້ນາມຂອງເຮົາໄດ້ຮັບກຽດອີກ”. ຄົນທັງຫລາຍທີ່ຢູ່ທີ່ນັ້ນ ແລະ ໄດ້ຍິນສຽງນີ້ກໍກ່າວວ່າເກີດຟ້າຮ້ອງ, ຄົນອື່ນໆກໍເວົ້າວ່າມີເທວະດາຕົນໜຶ່ງໄດ້ເວົ້າກັບພຣະອົງ.
ພຣະເຢຊູເຈົ້າກ່າວວ່າ, “ສຽງນີ້ເກີດຂຶ້ນເພື່ອຜົນປະໂຫຍດຂອງພວກເຈົ້າທັງຫລາຍບໍ່ແມ່ນເພື່ອເຮົາ. ບັດນີ້ ເຖິງເວລາພິພາກສາໂລກນີ້ແລ້ວ ແລະ ຜູ້ປົກຄອງໂລກນີ້ຈະຖືກຂັບໄລ່ອອກໄປ. ແຕ່ເມື່ອເຮົາຖືກຍົກຂຶ້ນ7ຈາກແຜ່ນດິນໂລກນີ້ແລ້ວ, ເຮົາຈະນຳຄົນທັງຫລາຍມາຫາເຮົາ”. ພຣະອົງກ່າວດັ່ງນີ້ກໍເພື່ອສະແດງໃຫ້ເຫັນວ່າພຣະອົງຈະຕາຍຢ່າງໃດ.
ຄົນທັງຫລາຍຈຶ່ງເວົ້າຂຶ້ນວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າພຣະຄຣິດເຈົ້າ8ຈະມີຊີວິດນິລັນດອນ, ແລ້ວດ້ວຍເຫດໃດ ທ່ານຈຶ່ງເວົ້າວ່າ, ‘ບຸດມະນຸດຈະຕ້ອງຖືກຍົກຂຶ້ນ9?’ ຜູ້ໃດຄື ‘ບຸດມະນຸດ’ ນີ້?”
ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ. ຈົ່ງເຊື່ອໃນຄວາມສະຫວ່າງຂະນະທີ່ພວກເຈົ້າຍັງມີຄວາມສະຫວ່າງ ເພື່ອພວກເຈົ້າຈະໄດ້ກາຍເປັນລູກຂອງຄວາມສະຫວ່າງ”. ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວພຣະອົງກໍຈາກໄປ ແລະ ຫລົບຫລີກໃຫ້ພົ້ນຈາກພວກເຂົາ.
ຜູ້ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອໃນທ່າມກາງຊາວຢິວ
ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ສະແດງໝາຍສຳຄັນຫລາຍຢ່າງຕໍ່ໜ້າພວກເຂົາກໍຕາມ, ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ. ເພື່ອໃຫ້ເປັນໄປຕາມຄຳຂອງຜູ້ທຳນວາຍເອຊາຢາທີ່ວ່າ:
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ໃດໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ
ແລະ ແຂນຂອງອົງພຣະຜູ້ເປັນເຈົ້າໄດ້ສະແດງແກ່ຜູ້ໃດ?”10
ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ສາມາດເຊື່ອ ເພາະຕາມທີ່ເອຊາຢາກ່າວໄວ້ອີກຕອນໜຶ່ງວ່າ:
“ພຣະອົງໄດ້ເຮັດໃຫ້ຕາຂອງພວກເຂົາບອດ
ແລະ ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ,
ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນດ້ວຍຕາ
ບໍ່ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ
ບໍ່ຫັນກັບຄືນມາ ແລະ ເຮົາຈະຮັກສາພວກເຂົາໃຫ້ຫາຍດີ”.11
ເອຊາຢາໄດ້ກ່າວຢ່າງນີ້ກໍເພາະເພິ່ນໄດ້ເຫັນສະຫງ່າລາສີຂອງພຣະເຢຊູເຈົ້າ ແລະ ໄດ້ກ່າວເຖິງພຣະອົງ.
ເຖິງຢ່າງໃດ ໃນເວລາດຽວກັນນັ້ນເຖິງວ່າໃນທ່າມກາງພວກຜູ້ນຳກໍມີຫລາຍຄົນໄດ້ເຊື່ອໃນພຣະອົງ. ແຕ່ພວກເຂົາບໍ່ຍອມຮັບຄວາມເຊື່ອຂອງຕົນຢ່າງເປີດເຜີຍເພາະຢ້ານຈະຖືກພວກຟາຣີຊາຍໄລ່ອອກຈາກທຳມະສາລາ, ດ້ວຍວ່າ ພວກເຂົາຮັກການຍ້ອງຍໍຈາກມະນຸດຫລາຍກວ່າການຍ້ອງຍໍຈາກພຣະເຈົ້າ.
ແລ້ວພຣະເຢຊູເຈົ້າໄດ້ຮ້ອງຂຶ້ນວ່າ, “ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ, ແຕ່ຍັງເຊື່ອໃນພຣະອົງຜູ້ໃຊ້ເຮົາມາ. ຜູ້ທີ່ເບິ່ງເຮົາກໍເຫັນພຣະອົງຜູ້ໃຊ້ເຮົາມາ. ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
“ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ເຮົາກໍບໍ່ພິພາກສາຜູ້ນັ້ນ. ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອຊ່ວຍໂລກໃຫ້ພົ້ນ. ມີຜູ້ພິພາກສາສຳລັບຄົນທີ່ປະຕິເສດເຮົາ ແລະ ບໍ່ຍອມຮັບຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ເຮົາກ່າວນີ້ແຫລະຈະຕັດສິນລົງໂທດພວກເຂົາໃນວັນສຸດທ້າຍ. ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມານັ້ນບັນຊາເຮົາໃຫ້ກ່າວທຸກຄຳທີ່ເຮົາຕ້ອງກ່າວ. ເຮົາຮູ້ວ່າຄຳສັ່ງຂອງພຣະອົງນຳໄປສູ່ຊີວິດນິລັນດອນ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ເຮົາກ່າວກໍຄືສິ່ງທີ່ພຣະບິດາເຈົ້າໄດ້ບອກໃຫ້ເຮົາກ່າວ”.
Source notes (11)
- Footnote ພາສາກຣີກວ່າ 1 ລິຕາ
- Footnote ພາສາກຣີກວ່າ ສາມຮ້ອຍເດນາຣິອົນ
- Footnote ຄຳພາສາເຮັບເຣີແປວ່າ “ຊ່ວຍໃຫ້ພົ້ນ!” ເຊິ່ງກາຍເປັນຄຳສະແດງການສັນລະເສີນ
- Footnote ພສສ 118:25,26
- Footnote ຄື ປະຊາຊົນເຢຣູຊາເລັມ
- Footnote ຊກຢ 9:9
- Footnote ໃນພາສາກຣີກຄຳວ່າ ຍົກຂຶ້ນ ອາດໝາຍຄວາມວ່າ ຍົກຍ້ອງ
- Footnote ຫລື ພຣະເມຊີອາ
- Footnote ຫລື ຖືກຂ້າ
- Footnote ອຊຢ 53:1
- Footnote ອຊຢ 6:10
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.