Skip to content
BibleKenya

Biblica® Open Lao Contemporary Version

ໂຢຮັນ 10

ຜູ້ລ້ຽງແກະ​ທີ່​ດີ ແລະ ຝູງແກະ​ຂອງ​ພຣະອົງ

“ພວກເຈົ້າ​ທີ່​ເປັນ​ພວກ​ຟາຣີຊາຍ​ເອີຍ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ໄດ້​ເຂົ້າ​ຄອກ​ແກະ​ທາງ​ປະຕູ​ແຕ່​ປີນ​ເຂົ້າ​ທາງ​ອື່ນ​ນັ້ນ​ກໍ​ເປັນ​ຂະໂມຍ ແລະ ໂຈນ. ສ່ວນ​ຄົນ​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຜູ້ລ້ຽງ​ແກະ. ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ. ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ. ແຕ່​ຝູງແກະ​ຈະ​ບໍ່​ຕິດຕາມ​ຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນ​ຈະ​ແລ່ນ​ໜີ​ໄປ​ຈາກ​ຄົນ​ນັ້ນ​ເພາະ​ພວກມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນແປກໜ້າ”. ພຣະເຢຊູເຈົ້າ​ໃຊ້​ຄຳປຽບທຽບ​ນີ້ ແຕ່​ພວກ​ຟາຣີຊາຍ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ບອກ​ສິ່ງ​ໃດ​ແກ່​ພວກເຂົາ.

ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ນີ້​ແຫລະ​ເປັນ​ປະຕູ​ສຳລັບ​ແກະ. ບັນດາ​ຜູ້​ທີ່​ມາ​ກ່ອນໜ້າ​ເຮົາ​ນັ້ນ​ເປັນ​ຂະໂມຍ ແລະ ໂຈນ, ແຕ່​ແກະ​ບໍ່​ໄດ້​ຟັງ​ພວກເຂົາ. ເຮົາ​ນີ້​ແຫລະ​ເປັນ​ປະຕູ​ນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ຈະ​ໄດ້​ພົ້ນ.1 ພວກເຂົາ​ຈະ​ເຂົ້າ​ມາ ແລະ ອອກ​ໄປ, ແລ້ວ​ກໍ​ພົບ​ທົ່ງຫຍ້າ. ຂະໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ ແລະ ທຳລາຍ​ເທົ່ານັ້ນ. ເຮົາ​ໄດ້​ມາ​ເພື່ອ​ພວກເຂົາ​ຈະ​ໄດ້​ຊີວິດ ແລະ ຈະ​ໄດ້​ຊີວິດ​ຢ່າງ​ຄົບບໍລິບູນ.

“ເຮົາ​ເປັນ​ຜູ້ລ້ຽງແກະ​ທີ່​ດີ. ຜູ້ລ້ຽງແກະ​ທີ່​ດີ​ນັ້ນ​ຍ່ອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ແກະ. ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ. ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.

“ເຮົາ​ນີ້​ແຫລະ​ເປັນ​ຜູ້ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ. ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ. ເຫດຜົນ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຮັກ​ເຮົາ​ກໍ​ເພາະ​ເຮົາ​ໄດ້​ສະຫລະ​ຊີວິດ​ຂອງ​ເຮົາ​ພຽງ​ແຕ່​ຈະ​ຮັບ​ຊີວິດ​ນັ້ນ​ຄືນມາ​ອີກ. ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ໄດ້​ສະຫລະ​ຊີວິດ​ດ້ວຍ​ຄວາມສະໝັກໃຈ​ຂອງ​ເຮົາ​ເອງ. ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ ມີ​ສິດ​ທີ່​ຈະ​ຮັບ​ຊີວິດ​ຄືນ​ມາ​ອີກ. ເຮົາ​ໄດ້​ຮັບ​ຄຳສັ່ງ​ນີ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ”.

ພວກ​ຢິວ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ກໍ​ແຕກແຍກ​ກັນ​ອີກ. ຫລາຍຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ລາວ​ຖືກ​ຜີມານຮ້າຍ​ສິງ​ຢູ່ ແລະ ກຳລັງ​ເປັນ​ບ້າ. ຟັງ​ລາວ​ເຮັດຫຍັງ?”

ແຕ່​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ເຫລົ່ານີ້​ບໍ່​ແມ່ນ​ຄຳເວົ້າ​ຂອງ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນຕາບອດ​ເຫັນຮຸ່ງ​ໄດ້​ບໍ?”

ການ​ຂັດແຍ້ງ​ເພີ່ມເຕີມ​ກ່ຽວກັບ​ການ​ກ່າວ​ຂອງ​ພຣະເຢຊູເຈົ້າ

ແລ້ວ​ກໍ​ມາເຖິງ​ເທດສະການ​ສະຫລອງ​ວິຫານ2​ທີ່​ນະຄອນ​ເຢຣູຊາເລັມ, ເຊິ່ງ​ເປັນ​ລະດູ​ໜາວ, ແລະ ພຣະເຢຊູເຈົ້າ​ຍ່າງ​ຢູ່​ທີ່​ລະບຽງ​ຂອງ​ໂຊໂລໂມນ​ໃນ​ເດີ່ນ​ວິຫານ. ພວກ​ຢິວ​ທີ່​ຢູ່​ທີ່​ນັ້ນ​ໄດ້​ມາ​ຫຸ້ມ​ອ້ອມ​ພຣະອົງ ແລະ ເວົ້າ​ວ່າ, “ທ່ານ​ຈະ​ເຮັດ​ໃຫ້​ພວກເຮົາ​ຢູ່​ໃນ​ຄວາມສົງໄສ​ດົນ​ປານໃດ? ຖ້າ​ທ່ານ​ເປັນ​ພຣະຄຣິດເຈົ້າ3​ກໍ​ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຢ່າງ​ແຈ່ມແຈ້ງ​ສາ”.

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອ. ພາລະກິດ​ທີ່​ເຮົາ​ເຮັດ​ໃນ​ນາມ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກໍ​ເປັນ​ພະຍານ​ຢືນຢັນ​ໃຫ້​ແກ່​ເຮົາ, ແຕ່​ພວກເຈົ້າ​ບໍ່​ເຊື່ອ​ເພາະ​ພວກເຈົ້າ​ບໍ່​ແມ່ນ​ແກະ​ຂອງ​ເຮົາ. ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ ແກະ​ນັ້ນ​ກໍ​ຕິດຕາມ​ເຮົາ. ເຮົາ​ໃຫ້​ຊີວິດ​ນິລັນດອນ​ແກ່​ແກະ​ນັ້ນ ແລະ ແກະ​ນັ້ນ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ, ບໍ່​ມີ​ຜູ້ໃດ​ຍາດ​ເອົາ​ແກະ​ນັ້ນ​ອອກ​ໄປ​ຈາກ​ມື​ຂອງ​ເຮົາ​ໄດ້. ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ໄດ້​ມອບ​ແກະ​ນັ້ນ​ໃຫ້​ແກ່​ເຮົາ​ຍິ່ງໃຫຍ່​ກວ່າ​ທຸກສິ່ງ4 ບໍ່​ມີ​ຜູ້ໃດ​ຈະ​ຍາດ​ເອົາ​ແກະ​ນັ້ນ​ຈາກ​ມື​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້. ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.

ເປັນ​ອີກ​ຄັ້ງ​ໜຶ່ງ​ທີ່​ພວກ​ຢິວ​ຈັບ​ເອົາ​ກ້ອນຫີນ​ຂຶ້ນ​ມາ​ເພື່ອ​ຈະ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ສະແດງ​ສິ່ງ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ໃຫ້​ພວກເຈົ້າ​ເຫັນ. ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ເພາະ​ເຫດ​ອັນ​ໃດ?”

ພວກ​ຢິວ​ຕອບ​ວ່າ, “ທີ່​ເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ​ບໍ່​ແມ່ນ​ເພາະ​ສິ່ງ​ດີ ແຕ່​ເພາະ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ, ເພາະ​ເຈົ້າ​ເປັນ​ພຽງ​ມະນຸດ​ແຕ່​ຕັ້ງ​ຕົນ​ເອງ​ເປັນ​ພຣະເຈົ້າ”.

ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່​ແມ່ນ​ບໍ​ວ່າ, ‘ເຮົາ​ໄດ້​ກ່າວ​ວ່າ​ພວກເຈົ້າ​ເປັນ​ພະ’5? ຖ້າ​ຄົນ​ເຫລົ່ານັ້ນ​ທີ່​ພຣະຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຖືກ​ເອີ້ນ​ວ່າ​ເປັນ ‘ພະ’ ແລະ ຖ້າ​ພຣະຄຳພີ​ຖືກຕ້ອງ​ສະເໝີ ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’? ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ພາລະກິດ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ເຮັດ​ກໍ​ຢ່າ​ເຊື່ອ​ເຮົາ​ເລີຍ. ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ, ເຖິງແມ່ນວ່າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍ​ຕາມ, ແຕ່​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ ເຂົ້າໃຈ​ວ່າ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ”. ເຫດສະນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ການຈັບກຸມ​ຂອງ​ພວກເຂົາ​ໄປ​ໄດ້.

ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຂ້າມ​ແມ່ນ້ຳຈໍແດນ​ກັບ​ໄປ​ຍັງ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ຮັບ​ບັບຕິສະມາ. ພຣະອົງ​ຢູ່​ທີ່​ນັ້ນ, ແລະ ມີ​ຫລາຍ​ຄົນ​ໄດ້​ພາກັນ​ມາ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ເຖິງແມ່ນວ່າ​ໂຢຮັນ​ບໍ່​ເຄີຍ​ສະແດງ​ໝາຍສຳຄັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ບອກ​ກ່ຽວກັບ​ທ່ານ​ຜູ້​ນີ້​ກໍ່​ເປັນ​ເປັນ​ຄວາມ​ຈິງ”. ແລະ ໃນ​ທີ່​ນັ້ນ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະເຢຊູເຈົ້າ.

Source notes (5)
  1. Footnote ຫລື ຈະ​ໄດ້​ຮັບ​ການ​ເບິ່ງແຍງ​ໃຫ້​ປອດໄພ
  2. Footnote ຄື ເທດສະການ​ຮານຸກກາ
  3. Footnote ຫລື ພຣະເມຊີອາ
  4. Footnote ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ​ບາງ​ສະບັບ​ວ່າ ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຮົາ​ນັ້ນ​ຍິ່ງໃຫຍ່​ກວ່າ​ສິ່ງ​ທັງປວງ
  5. Footnote ພສສ 82:6

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.