Biblica® Open Lao Contemporary Version
ປະຖົມມະການ 32
ຢາໂຄບຕຽມພົບເອຊາວ
ຢາໂຄບກໍເໝືອນກັນໄດ້ເດີນໄປຕາມທາງຂອງຕົນ ແລະ ບັນດາເທວະດາຂອງພຣະເຈົ້າກໍໄດ້ມາພົບລາວ. ເມື່ອຢາໂຄບໄດ້ເຫັນເທວະດາເຫລົ່ານັ້ນແລ້ວ, ລາວກໍໄດ້ເວົ້າວ່າ, “ນີ້ແມ່ນຄ້າຍພັກຂອງພຣະເຈົ້າ!” ດັ່ງນັ້ນ ລາວຈຶ່ງເອີ້ນສະຖານທີ່ນັ້ນວ່າມະຫານາອິມ.1
ຢາໂຄບໄດ້ສົ່ງຜູ້ນຳຂ່າວໄປກ່ອນເພິ່ນ ເພື່ອໄປຫາເອຊາວອ້າຍຂອງເພິ່ນທີ່ດິນແດນເສອີ, ເມືອງຂອງເອໂດມ. ເພິ່ນໄດ້ແນະນຳຄົນເຫລົ່ານັ້ນວ່າ: “ນີ້ແມ່ນສິ່ງທີ່ພວກເຈົ້າຈະຕ້ອງເວົ້າຕໍ່ເອຊາວນາຍຂອງເຮົາວ່າ, ‘ຢາໂຄບຜູ້ຮັບໃຊ້ຂອງທ່ານໄດ້ກ່າວວ່າ, ຂ້ານ້ອຍໄດ້ໄປອາໄສຢູ່ກັບລາບານ ແລະ ຢູ່ທີ່ນັ້ນຈົນເຖິງບັດນີ້. ຂ້ານ້ອຍມີຝູງງົວ, ລໍ, ແກະ, ແບ້ ແລະ ຄົນຮັບໃຊ້ຊາຍຍິງ. ບັດນີ້ ຂ້ານ້ອຍກຳລັງສົ່ງຂ່າວນີ້ມາຍັງນາຍຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ຮັບຄວາມກະລຸນາຈາກທ່ານ’ ”.
ເມື່ອບັນດາຜູ້ນຳຂ່າວໄດ້ກັບມາຫາຢາໂຄບແລ້ວ, ພວກເຂົາກໍໄດ້ເວົ້າວ່າ, “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ແລະ ເວລານີ້ເພິ່ນກຳລັງມາພົບທ່ານ ແລະ ມີຜູ້ຊາຍສີ່ຮ້ອຍຄົນມານຳເພິ່ນດ້ວຍ”.
ຢາໂຄບຢ້ານແຮງ ແລະ ກັງວົນຫລາຍຈົນໄດ້ແບ່ງຄົນທີ່ຢູ່ກັບລາວອອກເປັນສອງກຸ່ມ,2 ແລະ ທັງຝູງແບ້, ຝູງແກະກັບຝູງງົວ ແລະ ຝູງອູດກໍເໝືອນກັນ. ລາວຄິດວ່າ, “ຖ້າເອຊາວເຂົ້າມາ ແລະ ໂຈມຕີກຸ່ມໜຶ່ງ,3 ກຸ່ມ4ທີ່ເຫລືອຈະໜີໄປ”.
ແລ້ວຢາໂຄບກໍໄດ້ອະທິຖານວ່າ, “ໂອ ຂ້າແດ່ພຣະເຈົ້າຂອງອັບຣາຮາມ ແລະ ພຣະເຈົ້າຂອງອີຊາກພໍ່ຂອງຂ້ານ້ອຍ, ພຣະເຈົ້າຢາເວ, ພຣະອົງຜູ້ໄດ້ກ່າວກັບຂ້ານ້ອຍວ່າ, ‘ຈົ່ງກັບໄປຍັງບ້ານເມືອງຂອງເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລ້ວເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງ,’ ຂ້ານ້ອຍບໍ່ສົມຄວນກັບຄວາມເມດຕາ ແລະ ຄວາມສັດຊື່ທີ່ພຣະອົງມີຕໍ່ຜູ້ຮັບໃຊ້ຂອງພຣະອົງ. ເມື່ອຂ້ານ້ອຍຂ້າມແມ່ນ້ຳຈໍແດນນີ້ໄປຂ້ານ້ອຍມີພຽງໄມ້ຄ້ອນເທົ້າຂອງຂ້ານ້ອຍເທົ່ານັ້ນ, ແຕ່ດຽວນີ້ຂ້ານ້ອຍໄດ້ເປັນຜູ້ທີ່ມີສອງຄ້າຍພັກ. ຂ້ານ້ອຍອະທິຖານວ່າ, ຂໍຊ່ວຍຮັກສາຂ້ານ້ອຍຈາກເງື່ອມມືຂອງເອຊາວອ້າຍຂອງຂ້ານ້ອຍດ້ວຍ, ເພາະຂ້ານ້ອຍຢ້ານວ່າລາວຈະມາໂຈມຕີຂ້ານ້ອຍ ແລະ ຮັກສາບັນດາຜູ້ເປັນແມ່ພ້ອມກັບບັນດາລູກຂອງພວກເຂົາດ້ວຍ. ແຕ່ພຣະອົງໄດ້ກ່າວວ່າ, ‘ເຮົາຈະເຮັດໃຫ້ເຈົ້າຈະເລີນຮຸ່ງເຮືອງຢ່າງແນ່ນອນ ແລະ ຈະເຮັດໃຫ້ເຊື້ອສາຍຂອງເຈົ້າເປັນເໝືອນດັ່ງເມັດຊາຍທີ່ທະເລ ເຊິ່ງບໍ່ສາມາດນັບໄດ້’ ”.
ລາວໄດ້ນອນຄ້າງຄືນຢູ່ທີ່ນັ້ນ ແລະ ຈາກສິ່ງທີ່ລາວມີຢູ່ກັບລາວນັ້ນ ລາວກໍໄດ້ຄັດເລືອກຂອງຂັວນສຳລັບເອຊາວອ້າຍຂອງລາວຄື: ແບ້ແມ່ສອງຮ້ອຍໂຕ ແລະ ແບ້ຜູ້ຊາວໂຕ, ແກະແມ່ສອງຮ້ອຍໂຕ ແລະ ແກະຜູ້ຊາວໂຕ, ອູດແມ່ສາມສິບໂຕກັບລູກຂອງມັນ, ງົວແມ່ສີ່ສິບໂຕ ແລະ ງົວຜູ້ສິບໂຕ, ລໍແມ່ຊາວໂຕ ແລະ ລໍຜູ້ສິບໂຕ. ລາວໄດ້ມອບສັດເຫລົ່ານີ້ໃຫ້ບັນດາຄົນຮັບໃຊ້ຂອງລາວເບິ່ງແຍງ ເຊິ່ງມີຄົນລ້ຽງສັດເບິ່ງແຍງເອງ ແລະ ໄດ້ເວົ້າກັບບັນດາຄົນຮັບໃຊ້ຂອງລາວວ່າ, “ຈົ່ງອອກໜ້າໄປກ່ອນເຮົາ ແລະ ຮັກສາໄລຍະຫ່າງລະຫວ່າງຝູງສັດໄວ້”.
ລາວໄດ້ແນະນຳຜູ້ທີ່ນຳຝູງສັດໄປເປັນກຸ່ມທຳອິດວ່າ, “ເມື່ອເອຊາວອ້າຍຂອງເຮົາມາພົບພວກເຈົ້າ ແລະ ຖາມວ່າ, ‘ພວກເຈົ້າເປັນຄົນຂອງຜູ້ໃດ ແລະ ພວກເຈົ້າກຳລັງຈະໄປໃສ ແລະ ຜູ້ໃດເປັນເຈົ້າຂອງສັດທັງໝົດທີ່ຢູ່ຕໍ່ໜ້າເຈົ້າ?’ ກໍໃຫ້ເຈົ້າຕອບວ່າ, ‘ສັດເຫລົ່ານີ້ເປັນຂອງຢາໂຄບຜູ້ຮັບໃຊ້ຂອງທ່ານ. ສັດເຫລົ່ານີ້ສົ່ງມາເປັນຂອງຂັວນແກ່ເອຊາວນາຍຂອງຂ້ານ້ອຍ ແລະ ເພິ່ນກໍກຳລັງຕາມຫລັງພວກເຮົາມາ’ ”.
ຢາໂຄບໄດ້ແນະນຳຄົນທີສອງ, ຄົນທີສາມ ແລະ ຄົນອື່ນໆທີ່ໄດ້ຕາມຝູງສັດໄປວ່າ: “ພວກເຈົ້າຕ້ອງເວົ້າຢ່າງດຽວກັນນີ້ກັບເອຊາວເມື່ອພົບພວກເຈົ້າເພິ່ນ. ແລະ ພວກເຈົ້າຢ່າລືມເວົ້າວ່າ, ‘ຢາໂຄບຜູ້ຮັບໃຊ້ຂອງທ່ານກຳລັງມາຕາມຫລັງພວກເຮົາມາ’ ”. ເພາະຢາໂຄບຄິດວ່າ, “ເຮົາຈະປອບໃຈລາວດ້ວຍຂອງຂັວນເຫລົ່ານີ້ທີ່ສົ່ງໄປກ່ອນລ່ວງໜ້າ, ພາຍຫລັງມາເມື່ອເຮົາພົບໜ້າລາວ ບາງທີລາວອາດຈະຍອມຮັບເຮົາກໍໄດ້”. ດັ່ງນັ້ນ ຢາໂຄບຈຶ່ງສົ່ງຂອງຂັວນໄປກ່ອນຕົນ, ແຕ່ສ່ວນລາວເອງແມ່ນຄ້າງຄືນຢູ່ໃນຄ້າຍພັກ.
ຢາໂຄບປ້ຳສູ້ກັບພຣະເຈົ້າ
ໃນຄືນນັ້ນ ຢາໂຄບໄດ້ລຸກຂຶ້ນພາເມຍທັງສອງຂອງຕົນ, ຄົນຮັບໃຊ້ຍິງທັງສອງ ແລະ ລູກຊາຍສິບເອັດຄົນຂອງລາວຍ່າງຂ້າມແມ່ນ້ຳຢັບໂບກໄປ. ຫລັງຈາກທີ່ລາວໄດ້ສົ່ງພວກເຂົາຂ້າມແມ່ນ້ຳໄປແລ້ວ, ລາວກໍໄດ້ສົ່ງຊັບສົມບັດທັງໝົດຂອງລາວຂ້າມຕາມໄປ. ດັ່ງນັ້ນ ຈຶ່ງເຫລືອແຕ່ຢາໂຄບຄົນດຽວ ແລະ ມີຊາຍຄົນໜຶ່ງໄດ້ມາປ້ຳສູ້ກັບລາວຈົນແຈ້ງ. ເມື່ອຊາຍນັ້ນເຫັນວ່າບໍ່ສາມາດເອົາຊະນະລາວໄດ້ແລ້ວ, ຊາຍນັ້ນຈຶ່ງແຕະ5ທີ່ເບົ້າສະໂພກຂອງຢາໂຄບ ດັ່ງນັ້ນ ສະໂພກຂອງລາວຈຶ່ງເຄັດໃນຂະນະທີ່ເພິ່ນໄດ້ປ້ຳສູ້ກັບຊາຍນັ້ນ. ແລ້ວຊາຍນັ້ນກໍເວົ້າວ່າ, “ປ່ອຍເຮົາໄປສາ ເພາະແຈ້ງແລ້ວ”.
ແຕ່ຢາໂຄບໄດ້ຕອບວ່າ, “ຂ້າພະເຈົ້າຈະບໍ່ປ່ອຍທ່ານໄປຈົນກວ່າທ່ານຈະອວຍພອນຂ້ານ້ອຍ”.
ຊາຍນັ້ນໄດ້ຖາມລາວວ່າ, “ເຈົ້າຊື່ຫຍັງ?”
ລາວໄດ້ຕອບວ່າ, “ຢາໂຄບ”.
ແລ້ວຊາຍນັ້ນຈຶ່ງໄດ້ເວົ້າວ່າ, “ເຈົ້າຈະບໍ່ຊື່ວ່າຢາໂຄບອີກຕໍ່ໄປ, ແຕ່ມີຊື່ວ່າອິດສະຣາເອນ,6 ເພາະເຈົ້າໄດ້ສູ້ກັບພຣະເຈົ້າ ແລະ ສູ້ກັບມະນຸດແລ້ວເຈົ້າກໍຊະນະ”.
ຢາໂຄບກໍໄດ້ເວົ້າວ່າ, “ກະລຸນາບອກຊື່ຂອງທ່ານແກ່ຂ້ານ້ອຍດ້ວຍ”.
ແຕ່ຊາຍນັ້ນໄດ້ຕອບວ່າ, “ເປັນຫຍັງເຈົ້າຈຶ່ງຖາມຫາຊື່ເຮົາ?” ແລ້ວຊາຍນັ້ນກໍໄດ້ອວຍພອນລາວຢູ່ທີ່ນັ້ນ.
ດັ່ງນັ້ນ ຢາໂຄບຈຶ່ງໄດ້ເອີ້ນທີ່ນັ້ນວ່າເປນີເອນ,7 ໂດຍກ່າວວ່າ, “ເພາະເຮົາໄດ້ເຫັນພຣະເຈົ້າໜ້າຕໍ່ໜ້າ ແລະ ເຖິງປານນັ້ນພຣະເຈົ້າກໍຍັງໄວ້ຊີວິດຂອງເຮົາ”.
ໃນຂະນະທີ່ລາວໄດ້ເດີນຜ່ານເປນູເອນ8 ຕາເວັນກໍຂຶ້ນແລ້ວ ແລະ ເພິ່ນກໍຍ່າງກະເຢກຂາຢູ່ເພາະສະໂພກຂອງລາວ. ເຫດສະນັ້ນ ຊາວອິດສະຣາເອນຈຶ່ງບໍ່ກິນເອັນທີ່ຕິດກັບເບົ້າຂອງສະໂພກຈົນເຖິງທຸກວັນນີ້, ເພາະເບົ້າສະໂພກຂອງຢາໂຄບທີ່ຖືກແຕະຕ້ອງຢູ່ໃກ້ເສັ້ນເອັນນັ້ນ.
Source notes (8)
- Footnote ແປວ່າ ສອງຄ້າຍພັກ
- Footnote ຫລື ສອງຄ້າຍພັກ ເຊັ່ນດຽວກັບຂໍ້ 8
- Footnote ຫລື ຄ້າຍພັກໜຶ່ງ
- Footnote ຫລື ຄ້າຍ
- Footnote ຫລື ທຸບ
- Footnote ແປວ່າ ເພິ່ນຕໍ່ສູ້ກັບພຣະເຈົ້າ
- Footnote ແປວ່າ ໜ້າຂອງພຣະເຈົ້າ
- Footnote ພາສາເຮັບເຣີວ່າ ຟານູເອັນ ເປັນອີກຮູບໜຶ່ງຂອງ ເປນີເອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.