Skip to content
BibleKenya

Biblica® Open Lao Contemporary Version

ປະຖົມມະການ 29

ຢາໂຄບ​ມາ​ເຖິງ​ປັດດານອາຣາມ

ແລ້ວ​ຢາໂຄບ​ກໍ​ໄດ້​ເດີນທາງ​ຕໍ່ໄປ ແລະ ມາ​ເຖິງ​ດິນແດນ​ຂອງ​ປະຊາຊົນ​ຊາວ​ຕາເວັນອອກ. ຢູ່​ທີ່ນັ້ນ ເພິ່ນ​ໄດ້​ເຫັນ​ນ້ຳສ້າງ​ໜ່ວຍ​ໜຶ່ງ​ໃນ​ກາງ​ທົ່ງ, ມີ​ແກະ​ສາມ​ຝູງ​ນອນ​ຢູ່​ໃກ້​ກັບ​ນ້ຳສ້າງ ເພາະ​ຝູງແກະ​ເຄີຍ​ໄດ້​ກິນ​ນ້ຳ​ຈາກ​ນ້ຳສ້າງ​ນັ້ນ. ກ້ອນຫີນ​ທີ່​ຢູ່​ເທິງ​ປາກ​ນ້ຳສ້າງ​ນັ້ນ​ໃຫຍ່​ຫລາຍ. ເມື່ອ​ຝູງແກະ​ທັງໝົດ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ແລ້ວ, ບັນດາ​ຄົນລ້ຽງແກະ​ກໍ​ຈະ​ຊ່ວຍ​ກັນ​ກື່ງ​ກ້ອນຫີນ​ອອກຈາກ​ປາກ​ນ້ຳສ້າງ ແລະ ຕັກ​ນ້ຳ​ໃຫ້​ຝູງແກະ​ກິນ. ແລ້ວ​ພວກເຂົາ​ກໍ​ຈະ​ເອົາ​ກ້ອນຫີນ​ປິດ​ປາກ​ນ້ຳສ້າງ​ໄວ້​ຄືນ​ຄືເກົ່າ.

ຢາໂຄບ​ໄດ້​ຖາມ​ບັນດາ​ຄົນລ້ຽງແກະ​ວ່າ, “ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ, ພວກເຈົ້າ​ມາ​ຈາກ​ໃສ?”

ພວກເຂົາ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ຮາຣານ”.

ແລ້ວ​ຢາໂຄບ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ຮູ້ຈັກ​ລາບານ ຫລານຊາຍ​ຂອງ​ນາໂຮ​ບໍ?”

ພວກເຂົາ​ຕອບ​ວ່າ, “ຮູ້, ພວກເຮົາ​ຮູ້ຈັກ​ເພິ່ນ”.

ແລ້ວ​ຢາໂຄບ​ກໍ​ໄດ້​ຖາມ​ພວກເຂົາ​ອີກ​ວ່າ, “ເພິ່ນ​ສະບາຍດີ​ບໍ?”

ພວກເຂົາ​ຕອບ​ວ່າ, “ເພິ່ນ​ສະບາຍດີ, ແລະ ນີ້​ເດ​ນາງ​ຣາເຊັນ ລູກສາວ​ຂອງ​ເພິ່ນ​ກຳລັງ​ມາ​ພ້ອມ​ກັບ​ຝູງ​ແກະ”.

ຢາໂຄບ​ໄດ້​ເວົ້າ​ວ່າ “ເບິ່ງ​ແມ ຍັງ​ເວັນ​ຢູ່; ຍັງ​ບໍ່​ເຖິງ​ເວລາ​ທີ່​ຝູງແກະ​ຈະ​ມາ​ເຕົ້າໂຮມ​ກັນ. ຈົ່ງ​ໃຫ້​ນ້ຳ​ຝູງແກະ​ດື່ມ​ແລ້ວ​ນຳ​ຝູງແກະ​ເຫລົ່ານັ້ນ​ກັບ​ໄປ​ກິນຫຍ້າ​ຕໍ່”.

ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ເຮັດ​ບໍ່​ໄດ້, ຕ້ອງ​ລໍຖ້າ​ຈົນ​ກວ່າ​ຝູງແກະ​ທັງໝົດ​ມາ​ເຕົ້າໂຮມ​ກັນ​ກ່ອນ ແລ້ວ​ພວກເຮົາ​ຈຶ່ງ​ຈະ​ກື່ງ​ກ້ອນຫີນ​ອອກ​ຈາກ​ປາກ​ນ້ຳສ້າງ. ຫລັງຈາກ​ນັ້ນ ພວກເຮົາ​ຈຶ່ງ​ໃຫ້​ນ້ຳ​ຝູງແກະ”.

ໃນ​ຂະນະ​ທີ່​ຢາໂຄບ​ກຳລັງ​ເວົ້າ​ກັບ​ພວກເຂົາ​ຢູ່​ນັ້ນ, ນາງ​ຣາເຊັນ​ກໍ​ມາ​ເຖິງ​ພ້ອມ​ກັບ​ຝູງແກະ​ຂອງ​ພໍ່​ຂອງ​ນາງ, ເພາະວ່າ​ນາງ​ເປັນ​ຄົນລ້ຽງແກະ. ເມື່ອ​ຢາໂຄບ​ເຫັນ​ນາງ​ຣາເຊັນ​ລູກສາວ​ຂອງ​ລາບານ​ຜູ້​ທີ່​ເປັນ​ລຸງ​ຂອງ​ຕົນ ແລະ ຝູງແກະ​ຂອງ​ລາບານ, ລາວ​ຈຶ່ງ​ໄປ​ທີ່​ນ້ຳສ້າງ ແລະ ກື່ງ​ກ້ອນຫີນ​ອອກ​ຈາກ​ປາກ​ນ້ຳສ້າງ ແລະ ໃຫ້​ນ້ຳ​ແກ່​ຝູງແກະ​ຂອງ​ລຸງ​ຂອງ​ຕົນ. ແລ້ວ​ຢາໂຄບ​ກໍ​ຈູບ​ນາງ​ຣາເຊັນ ແລະ ເລີ່ມ​ຮ້ອງໄຫ້​ສຽງດັງ. ລາວ​ໄດ້​ບອກ​ນາງ​ຣາເຊັນ​ວ່າ​ລາວ​ເປັນ​ຍາດພີ່ນ້ອງ​ທາງ​ພໍ່​ຂອງ​ນາງ ແລະ ເປັນ​ລູກຊາຍ​ຂອງ​ນາງ​ເຣເບກາ. ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ບອກ​ພໍ່​ຂອງ​ນາງ.

ທັນທີ​ທີ່​ລາບານ​ໄດ້​ຍິນ​ເລື່ອງ​ຂອງ​ຢາໂຄບ ລູກຊາຍ​ຂອງ​ນ້ອງສາວ​ຂອງ​ເພິ່ນ, ເພິ່ນ​ກໍ​ຟ້າວ​ອອກ​ມາ​ພົບ​ຢາໂຄບ. ລາບານ​ໄດ້​ກອດ ແລະ ຈູບ​ຢາໂຄບ ແລະ ໄດ້​ພາ​ລາວ​ເມືອ​ເຮືອນ​ຂອງ​ຕົນ, ແລ້ວ​ຢາໂຄບ​ກໍ​ໄດ້​ເລົ່າ​ເລື່ອງ​ທັງໝົດ​ໃຫ້​ເພິ່ນ​ຟັງ. ແລ້ວ​ລາບານ​ໄດ້​ກ່າວ​ກັບ​ຢາໂຄບ​ວ່າ, “ເຈົ້າ​ເປັນ​ເລືອດເນື້ອເຊື້ອໄຂ​ຂອງ​ຂ້ອຍ​ເອງ”.

ຢາໂຄບ​ແຕ່ງງານ​ກັບ​ເລອາ ແລະ ຣາເຊັນ

ຫລັງ​ຈາກ​ທີ່​ຢາໂຄບ​ພັກ​ຢູ່​ກັບ​ລາບານ​ໄດ້​ໜຶ່ງ​ເດືອນ​ເຕັມ​ແລ້ວ, ລາບານ​ໄດ້​ເວົ້າ​ກັບ​ຢາໂຄບ​ວ່າ, “ຍ້ອນ​ເຈົ້າ​ເປັນ​ຍາດພີ່ນ້ອງ​ຂອງ​ຂ້ອຍ, ເຈົ້າ​ຈະ​ເຮັດວຽກ​ໃຫ້​ຂ້ອຍ​ໂດຍ​ບໍ່​ເອົາ​ຄ່າ​ຕອບ​ແທນ​ຫຍັງ​ບໍ? ຈົ່ງ​ບອກ​ຂ້ອຍ​ວ່າ​ຄ່າຈ້າງ​ຂອງ​ເຈົ້າ​ຄວນ​ຈະ​ເປັນ​ເທົ່າໃດ?”

ບັດນີ້ ລາບານ​ມີ​ລູກສາວ​ສອງ​ຄົນ; ຜູ້ເອື້ອຍ​ຊື່​ເລອາ ຜູ້ນ້ອງ​ຊື່​ນາງ​ຣາເຊັນ. ເລອາ​ສາຍຕາ​ບໍ່ດີ, ແຕ່​ນາງ​ຣາເຊັນ​ມີ​ຮູບຮ່າງ​ທີ່​ໜ້າຮັກ ແລະ ເປັນ​ຄົນ​ງາມ. ຢາໂຄບ​ຮັກ​ນາງ​ຣາເຊັນ ແລະ ກ່າວ​ວ່າ, “ຫລານ​ຈະ​ເຮັດວຽກ​ໃຫ້​ລຸງ​ເຈັດ​ປີ​ເພື່ອ​ແລກ​ກັບ​ນາງ​ຣາເຊັນ​ລູກສາວ​ຜູ້​ນ້ອຍ​ຂອງ​ລຸງ”.

ລາບານ​ໄດ້​ກ່າວ​ວ່າ, “ລຸງ​ຈະ​ຍົກ​ນາງ​ໃຫ້​ຫລານ​ກໍ​ດີ​ກວ່າ​ຍົກ​ໃຫ້​ຊາຍ​ອື່ນ. ຈົ່ງ​ຢູ່​ກັບ​ລຸງ​ທີ່​ນີ້”. ດັ່ງນັ້ນ ຢາໂຄບ​ຈຶ່ງ​ຮັບໃຊ້​ເຈັດ​ປີ​ເພື່ອ​ຈະ​ໄດ້​ນາງ​ຣາເຊັນ, ແຕ່​ເຈັດ​ປີ​ເໝືອນ​ກັບ​ວ່າ​ບໍ່​ພໍ​ເທົ່າໃດ​ວັນ​ສຳລັບ​ຢາໂຄບ ເພາະ​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ນາງ.

ແລ້ວ​ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ, “ຫລານ​ໄດ້​ເຮັດ​ວຽກ​ຄົບ​ຕາມ​ສັນຍາ​ແລ້ວ, ຂໍ​ຈົ່ງ​ມອບ​ເມຍ​ຂອງ​ຫລານ​ໃຫ້​ຫລານ​ສາ, ຫລານ​ຕ້ອງການ​ຈະ​ຮ່ວມ​ຫລັບນອນ​ກັບ​ນາງ”.

ດັ່ງນັ້ນ ລາບານ​ຈຶ່ງ​ໄດ້​ເຊີນ​ປະຊາຊົນ​ທັງໝົດ​ໃນ​ບ່ອນ​ນັ້ນ​ມາ​ຮວມກັນ ແລະ ຈັດ​ງານລ້ຽງ​ຂຶ້ນ. ແຕ່​ພໍ​ຄ່ຳມາ, ລາບານ​ກໍ​ໄດ້​ເອົາ​ເລອາ​ລູກສາວ​ຂອງ​ຕົນ​ມາ​ໃຫ້​ຢາໂຄບ ແລະ ຢາໂຄບ​ກໍ​ໄດ້​ຮ່ວມ​ຫລັບນອນ​ກັບ​ນາງ. ແລະ ລາບານ​ໄດ້​ຍົກ​ຄົນຮັບໃຊ້​ຊື່​ຊີລະປາ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ເລອາ.

ເມື່ອ​ເຊົ້າ​ມາ, ກໍ​ເຫັນ​ວ່າ​ແມ່ນ​ນາງ​ເລອາ​ຢູ່​ທີ່​ນັ້ນ! ດັ່ງນັ້ນ ຢາໂຄບ​ຈຶ່ງ​ເວົ້າ​ຕໍ່​ລາບານ​ວ່າ, “ເປັນຫຍັງ​ລຸງ​ຈຶ່ງ​ເຮັດ​ແບບ​ນີ້​ກັບ​ຫລານ? ຫລານ​ໄດ້​ຮັບໃຊ້​ລຸງ​ເພື່ອ​ນາງ​ຣາເຊັນ​ບໍ່​ແມ່ນ​ບໍ? ເປັນຫຍັງ​ລຸງ​ຈຶ່ງ​ຫລອກລວງ​ຫລານ?”

ລາບານ​ຈຶ່ງ​ຕອບ​ວ່າ, “ມັນ​ບໍ່​ແມ່ນ​ທຳນຽມ​ຂອງ​ພວກເຮົາ​ຢູ່​ທີ່​ນີ້​ທີ່​ຈະ​ໃຫ້​ນ້ອງສາວ​ແຕ່ງງານ​ກ່ອນ​ເອື້ອຍ. ຂໍ​ໃຫ້​ງານລ້ຽງ​ແຕ່ງງານ​ຂອງ​ນາງ​ເລອາ​ອາທິດ​ນີ້​ຈົບ​ລົງ​ກ່ອນ; ແລ້ວ​ພວກເຮົາ​ຈະ​ຍົກ​ລູກສາວ​ຄົນ​ນ້ອຍ​ໃຫ້​ເໝືອນກັນ, ເພື່ອ​ແລກ​ກັບ​ການ​ເຮັດວຽກ​ອີກ​ເຈັດ​ປີ”.

ແລະ ຢາໂຄບ​ກໍ​ໄດ້​ເຮັດ​ຕາມ​ນັ້ນ. ເມື່ອ​ລາວ​ຢູ່​ກັບ​ນາງ​ເລອາ​ຄົບ​ອາທິດ​ໜຶ່ງ​ແລ້ວ, ລາບານ​ກໍ​ໄດ້​ຍົກ​ນາງ​ຣາເຊັນ​ລູກສາວ​ຂອງ​ຕົນ​ໃຫ້​ເປັນ​ເມຍ​ຢາໂຄບ. ລາບານ​ໄດ້​ຍົກ​ຄົນຮັບໃຊ້​ຊື່​ນາງ​ບິນຮາ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ຣາເຊັນ. ຢາໂຄບ​ໄດ້​ຮ່ວມ​ຫລັບນອນ​ກັບ​ນາງ​ຣາເຊັນ​ເໝືອນກັນ ແລະ ຄວາມ​ຮັກ​ຂອງ​ລາວ​ຕໍ່​ນາງ​ຣາເຊັນ​ກໍ​ຫລາຍ​ກວ່າ​ຄວາມ​ຮັກ​ຂອງ​ລາວ​ຕໍ່​ນາງ​ເລອາ. ແລະ ລາວ​ໄດ້​ເຮັດວຽກ​ໃຫ້​ລາບານ​ອີກ​ເຈັດ​ປີ.

ບັນດາ​ລູກ​ຂອງ​ຢາໂຄບ

ເມື່ອ​ພຣະເຈົ້າ​ຢາເວ​ເຫັນ​ວ່າ​ນາງ​ເລອາ​ບໍ່​ໄດ້​ຮັບ​ຄວາມ​ຮັກ, ພຣະອົງ​ຈຶ່ງ​ໃຫ້​ນາງ​ຖືພາ, ແຕ່​ນາງ​ຣາເຊັນ​ຍັງ​ບໍ່​ມີ​ລູກ. ນາງ​ເລອາ​ກໍ​ຖືພາ ແລະ ເກີດ​ລູກຊາຍ​ຄົນ​ໜຶ່ງ. ນາງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຣູເບັນ,1 ເພາະ​ນາງ​ເວົ້າ​ວ່າ, “ເປັນ​ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຫັນ​ຄວາມທຸກໃຈ​ຂອງ​ຂ້ານ້ອຍ. ບັດນີ້ ຜົວ​ຂອງ​ຂ້ານ້ອຍ​ຈະ​ຮັກ​ຂ້ານ້ອຍ​ຢ່າງ​ແນ່ນອນ”.

ແລ້ວ​ນາງ​ກໍ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ຈຶ່ງ​ເວົ້າ​ວ່າ, “ເພາະ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ວ່າ​ຂ້ານ້ອຍ​ບໍ່​ໄດ້​ຮັບ​ຄວາມ​ຮັກ, ພຣະອົງ​ຈຶ່ງ​ໄດ້​ໃຫ້​ລູກຊາຍ​ຄົນ​ນີ້​ແກ່​ຂ້ານ້ອຍ​ດ້ວຍ”. ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຊີເມໂອນ.2

ນາງ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ຈຶ່ງ​ໄດ້​ເວົ້າ​ວ່າ, “ໃນ​ທີ່ສຸດ​ຜົວ​ຂອງ​ຂ້ານ້ອຍ​ຈະ​ມາ​ຜູກພັນ​ຢູ່​ກັບ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄດ້​ເກີດ​ລູກຊາຍ​ສາມ​ຄົນ​ໃຫ້​ເພິ່ນ​ແລ້ວ”. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຕັ້ງ​ຊື່​ລາວ​ວ່າ​ເລວີ.3

ນາງ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ກໍ​ໄດ້​ເວົ້າ​ວ່າ, “ເທື່ອ​ນີ້​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວ”. ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຢູດາ.4 ແລ້ວ​ນາງ​ກໍ​ຢຸດຕິ​ການ​ມີ​ລູກ.

Source notes (4)
  1. Footnote ຄຳ​ວ່າ ຣູເບັນ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ພຣະອົງ​ເຫັນ​ຄວາມທຸກຍາກ​ຂອງ​ຂ້ານ້ອຍ ຊື່ ຣູເບັນ ແປ​ວ່າ ເຫັນ, ລູກຊາຍ​ຄົນ​ໜຶ່ງ
  2. Footnote ອາດ​ມີ​ຄວາມໝາຍ​ວ່າ ຜູ້​ທີ່​ໄດ້​ຍິນ
  3. Footnote ຄຳ​ວ່າ ເລວີ ມີ​ສຽງ​ຄ້າຍ ແລະ ອາດ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ຜູກພັນ
  4. Footnote ຄຳ​ວ່າ ຢູດາ ມີ​ສຽງ​ຄ້າຍ ແລະ ອາດ​ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ສັນລະເສີນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.