Biblica® Open Lao Contemporary Version
ເອເຊກຽນ 35
ຄຳທຳນວາຍກ່າວໂທດເອໂດມ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຍັງພູເຂົາເສອີ ແລະ ທຳນວາຍກ່າວໂທດມັນ ແລະ ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພູເຂົາເສອີ, ເຮົາເປັນສັດຕູກັບເຈົ້າ ແລະ ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ກັບເຈົ້າ ແລະ ເຮັດໃຫ້ເຈົ້າເປັນແດນຮົກຮ້າງຫວ່າງເປົ່າ. ເຮົາຈະເຮັດໃຫ້ເມືອງຕ່າງໆ ຂອງເຈົ້າກາຍເປັນຊາກຫັກພັງ ແລະ ເຈົ້າກໍຈະຮົກຮ້າງ. ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເນື່ອງຈາກເຈົ້າໄດ້ເກັບຄວາມກຽດຊັງນັ້ນໄວ້ມາຕັ້ງແຕ່ບູຮານ ແລະ ໄດ້ມອບຊົນຊາດອິດສະຣາເອນໃຫ້ແກ່ຄົມດາບໃນເວລາແຫ່ງຈິບຫາຍຂອງພວກເຂົາ, ໃນເວລາທີ່ໂທດຂອງພວກເຂົາເຖິງຂີດສຸດ, ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງປະກາດດັ່ງນີ້ວ່າ: ເຫດສະນັ້ນ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາຈະມອບເຈົ້າໃຫ້ແກ່ການນອງເລືອດ ແລະ ມັນກໍຈະຕາມລ່າເຈົ້າສັນນັ້ນ. ເພາະເຈົ້າບໍ່ໄດ້ກຽດຊັງການນອງເລືອດ ດັ່ງນັ້ນການນອງເລືອດຈະຕາມລ່າເຈົ້າ. ເຮົາຈະເຮັດໃຫ້ພູເຂົາເສອີເປັນທີ່ຮົກຮ້າງຫວ່າງເປົ່າ ແລະ ຕັດມັນໃຫ້ຂາດຈາກຜູ້ທີ່ສັນຈອນໄປມາ. ເຮົາຈະເຮັດໃຫ້ພູເຂົາຕ່າງໆຂອງເຈົ້າເຕັມໄປດ້ວຍຊາກສົບ; ບັນດາຄົນທີ່ຖືກຂ້າດ້ວຍດາບຈະລົ້ມລົງເທິງໂນນພູທັງຫລາຍຂອງເຈົ້າ ແລະ ໃນຮ່ອມພູຕ່າງໆຂອງເຈົ້າ ແລະ ລຳຫ້ວຍທຸກແຫ່ງຂອງເຈົ້າ. ເຮົາຈະເຮັດໃຫ້ເຈົ້າຮົກຮ້າງຕະຫລອດໄປ; ເມືອງຕ່າງໆຂອງເຈົ້າຈະບໍ່ມີຄົນອາໄສຢູ່. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເນື່ອງຈາກເຈົ້າໄດ້ກ່າວວ່າ, “ສອງຊົນຊາດ ແລະ ປະເທດເຫລົ່ານີ້ຈະເປັນຂອງພວກເຮົາ ແລະ ພວກເຮົາຈະຖືສິດຄອບຄອງສອງຊົນຊາດ ແລະ ປະເທດເຫລົ່ານີ້”, ທັງທີ່ເຮົາຜູ້ເປັນພຣະເຈົ້າຢາເວກໍຢູ່ທີ່ນັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້ວ່າ: ເຫດສະນັ້ນ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະປະຕິບັດຕໍ່ເຈົ້າຕາມຄວາມຄຽດ ແລະ ຄວາມອິດສາທີ່ເຈົ້າສະແດງອອກໂດຍຄວາມກຽດຊັງຕໍ່ພວກເຂົາສັນນັ້ນ ແລະ ເຮົາຈະສະແດງເຮົາເອງໃຫ້ເປັນທີ່ຮູ້ຈັກທ່າມກາງພວກເຂົາເມື່ອເຮົາພິພາກສາເຈົ້າ. ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ຍິນຄຳເວົ້າດູຖູກທຸກຄຳທີ່ເຈົ້າໄດ້ເວົ້າໃຫ້ພູເຂົາຕ່າງໆຂອງອິດສະຣາເອນ. ເຈົ້າໄດ້ກ່າວວ່າ, “ສອງຊົນຊາດ ແລະ ປະເທດເຫລົ່ານີ້ຖືກຖິ້ມຮົກຮ້າງ ແລະ ຖືກມອບໃຫ້ພວກເຮົາກືນກິນ”. ເຈົ້າໄດ້ໂອ້ອວດທັບຖົມເຮົາ ແລະ ເວົ້າໃຫ້ເຮົາໂດຍບໍ່ຢຸດຢັ້ງ ແລະ ເຮົາກໍໄດ້ຍິນສິ່ງເຫລົ່ານັ້ນ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນຂະນະທີ່ທົ່ວໂລກຊື່ນຊົມຍິນດີ, ເຮົາຈະເຮັດໃຫ້ເຈົ້າຮົກຮ້າງ. ເນື່ອງຈາກເຈົ້າໄດ້ຊື່ນຊົມຍິນດີເມື່ອກຳມະສິດຂອງຊົນຊາດອິດສະຣາເອນຮົກຮ້າງ, ເຮົາຈຶ່ງປະຕິບັດຕໍ່ເຈົ້າເຊັ່ນນັ້ນຄືກັນ. ເຈົ້າຈະຮົກຮ້າງ, ພູເຂົາເສອີ, ທັງເຈົ້າ ແລະ ເອໂດມທັງໝົດ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.