Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 32

ບົດ​ຄ່ຳຄວນ​ແດ່ກະສັດ​ຟາໂຣ

ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສິບ​ສອງ​ປີ​ທີ​ສິບ​ສອງ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຈົ່ງ​ຮ້ອງ​ບົດ​ຄ່ຳຄວນ​ກ່ຽວກັບ​ຟາໂຣ​ກະສັດ​ແຫ່ງ​ເອຢິບ ແລະ ກ່າວ​ກັບ​ລາວ​ວ່າ:

“ ‘ເຈົ້າ​ເປັນ​ເໝືອນ​ໂຕ​ສິງ​ທີ່​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ;

ເຈົ້າ​ເປັນ​ເໝືອນ​ສັດ​ຮ້າຍ​ທີ່​ຢູ່​ໃນ​ທະເລ

ເຈົ້າ​ຟາດ​ຫາງ​ໄປ​ມາ​ຢູ່​ໃນ​ສາຍ​ນ້ຳ,

ປັ່ນ​ນ້ຳ​ໃຫ້​ດ້ວຍ​ຕີນ​ຂອງ​ຕົນ

ແລະ ເຮັດ​ໃຫ້​ສາຍ​ນ້ຳ​ທັງຫລາຍ​ຂຸ່ນ.

“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ເຮົາ​ຈະ​ກາງ​ມອງ​ຂອງ​ເຮົາ​ຄຸມ​ເຈົ້າ,

ໂດຍ​ກຸ່ມ​ຄົນ​ຈຳນວນ​ຫລາຍ

ພວກເຂົາ​ຈະ​ລາກ​ເຈົ້າ​ຂຶ້ນ​ມາ​ດ້ວຍ​ມອງ​ຂອງ​ເຮົາ.

ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ເທິງ​ດິນ

ຈັບ​ເຈົ້າ​ຟາດ​ລົງ​ເທິງ​ທົ່ງ​ກວ້າງ.

ເຮົາ​ຈະ​ໃຫ້​ນົກ​ທັງໝົດ​ໃນ​ທ້ອງຟ້າ​ມາ​ອາໄສ​ຢູ່​ເທິງ​ເຈົ້າ

ແລະ ສັດປ່າ​ທັງໝົດ​ຈະ​ກືນ​ກິນ​ເຈົ້າ​ຈົນ​ອິ່ມ.

ເຮົາ​ຈະ​ໂຮຍ​ຊີ້ນ​ຂອງ​ເຈົ້າ​ກະຈາຍ​ເທິງ​ພູເຂົາ​ທັງຫລາຍ

ແລະ ຖົມ​ຮ່ອມພູ​ທັງຫລາຍ​ດ້ວຍ​ຊາກ​ຂອງ​ເຈົ້າ.

ເຮົາ​ຈະ​ເຮັດ​ໃຫ້​ເລືອດ​ຂອງ​ເຈົ້າ​ໄຫລ​ນອງ​ເຕັມ​ແຜ່ນດິນ

ຕະຫລອດ​ທາງ​ສູ່​ພູເຂົາ​ຕ່າງໆ

ແລະ ໃຫ້​ຊີ້ນ​ຂອງ​ເຈົ້າ​ຢູ່​ເຕັມ​ລຳ​ຫ້ວຍ​ທັງຫລາຍ.

ເມື່ອ​ເຮົາ​ກຳຈັດ​ເຈົ້າ​ອອກ​ໄປ, ເຮົາ​ຈະ​ປົກ​ຄຸມ​ຟ້າ​ສະຫວັນ

ແລະ ໃຫ້​ດາວ​ທັງຫລາຍ​ມືດ​ໄປ;

ເຮົາ​ຈະ​ປົກ​ຄຸມ​ຕາເວັນ​ດ້ວຍ​ເມກ

ແລະ ເດືອນ​ຈະ​ບໍ່​ສ່ອງ​ແສງ.

ແສງສະຫວ່າງ​ສຸກໃສ​ທັງໝົດ​ໃນ​ຟ້າ​ສະຫວັນ​ນັ້ນ

ເຮົາ​ຈະ​ເຮັດ​ໃຫ້​ມືດ​ມິດ​ມາ​ເໜືອ​ເຈົ້າ;

ເຮົາ​ຈະ​ນຳ​ຄວາມ​ມືດ​ມົນ​ມາ​ເໜືອ​ດິນແດນ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

ເຮົາ​ຈະ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ທັງຫລາຍ​ທຸກ​ຮ້ອນ

ເມື່ອ​ເຮົາ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ​ທ່າມກາງ​ຊົນຊາດ​ທັງຫລາຍ,

ທ່າມກາງ1​ດິນແດນ​ທັງຫລາຍ​ເຊິ່ງ​ເຈົ້າ​ບໍ່​ຮູ້​ຈັກ

ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທັງຫລາຍ​ຕົກ​ຕະລຶງ​ເພາະ​ເຈົ້າ

ແລະ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ສັ່ນ​ສະທ້ານ​ດ້ວຍ​ຄວາມ​ຢ້ານ​ເພາະ​ເຈົ້າ

ເມື່ອ​ເຮົາ​ເງືອດ​ດາບ​ຂອງ​ເຮົາ​ຕໍ່ໜ້າ​ພວກເຂົາ.

ໃນ​ວັນ​ທີ່​ເຈົ້າ​ຫລົ້ມຈົມ

ພວກເຂົາ​ແຕ່​ລະ​ຄົນ​ຈະ​ສັ່ນ​ສະທ້ານ​ຢູ່​ຕະຫລອດ​ເວລາ

ເພາະ​ຫ່ວງ​ຊີວິດ​ຂອງ​ຕົນ.

“ ‘ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ດາບ​ຂອງ​ກະສັດ​ແຫ່ງ​ບາບີໂລນ

ຈະ​ມາ​ຕໍ່ສູ້​ເຈົ້າ.

ເຮົາ​ຈະ​ເຮັດ​ໃຫ້​ກອງ​ກຳລັງ​ທັງຫລາຍ​ຂອງ​ເຈົ້າ​ລົ້ມ​ຕາຍ

ດ້ວຍ​ດາບ​ຂອງ​ບັນດາ​ຜູ້​ຍິ່ງໃຫຍ່

ຜູ້​ໂຫດຫ້ຽມ​ທີ່ສຸດ​ຂອງ​ທຸກ​ຊົນຊາດ.

ຄົນ​ເຫລົ່ານັ້ນ​ຈະ​ຢຽບຢ່ຳ​ສັກສີ​ຂອງ​ເອຢິບ

ແລະ ກອງ​ກຳລັງ​ທັງໝົດ​ຂອງ​ເອຢິບ​ຈະ​ຖືກ​ໂຄ່ນລົ້ມ.

ເຮົາ​ຈະ​ທຳລາຍ​ຝູງ​ງົວ​ທັງໝົດ​ຂອງ​ເອຢິບ

ຈາກ​ແຄມ​ນ້ຳ​ອັນ​ອຸດົມ​ສົມບູນ

ເຊິ່ງ​ຈະ​ບໍ່​ຖືກ​ຕີນ​ມະນຸດ​ກວນ​ໃຫ້​ຂຸ່ນ

ຫລື ຖືກ​ກີບ​ຕີນ​ຂອງ​ຝູງ​ງົວ​ກວນ​ໃຫ້​ເປັນ​ຂຸ່ນ​ອີກ​ຕໍ່ໄປ.

ເມື່ອ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ນ້ຳ​ທັງຫລາຍ​ຂອງ​ເອຢິບ​ສະຫງົບ

ແລະ ເຮັດ​ໃຫ້​ສາຍ​ນ້ຳ​ສາຍ​ທັງຫລາຍ​ຂອງ​ເອຢິບ​ໄຫລ​ໄປ​ເໝືອນ​ນ້ຳມັນ,

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

ເມື່ອ​ເຮົາ​ເຮັດ​ໃຫ້​ເອຢິບ​ຮົກຮ້າງ​ຫວ່າງເປົ່າ

ແລະ ປຸ້ນ​ທຸກສິ່ງ​ທີ່​ມີ​ໄປ​ຈາກ​ດິນແດນ​ນັ້ນ,

ເມື່ອ​ເຮົາ​ໂຈມຕີ​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ທີ່​ນັ້ນ

ເມື່ອ​ນັ້ນ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’.

“ນີ້​ຄື​ບົດ​ຄ່ຳຄວນ​ທີ່​ຄົນ​ທັງຫລາຍ​ຈະ​ຮ້ອງ​ເພື່ອ​ເອຢິບ. ລູກສາວ​ຂອງ​ຊົນຊາດ​ຕ່າງໆ​ຈະ​ຮ້ອງ​ບົດ​ຄ່ຳຄວນ​ນີ້​ໃຫ້​ກັບ​ເອຢິບ ແລະ ກອງ​ກຳລັງ​ທັງໝົດ​ຂອງ​ເອຢິບ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

ເຊື້ອສາຍ​ຂອງ​ເອຢິບ​ເຂົ້າ​ສູ່​ອານາຈັກ​ແຫ່ງ​ຄວາມ​ຕາຍ

ວັນ​ທີ​ສິບ​ຫ້າ​ຂອງ​ເດືອນ​ນັ້ນ​ໃນ​ປີ​ທີ​ສິບ​ສອງ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຈົ່ງ​ຮ້ອງໄຫ້​ໃຫ້​ແກ່​ກອງ​ກຳລັງ​ຕ່າງໆ​ຂອງ​ເອຢິບ ແລະ ສົ່ງ​ເອຢິບ​ກັບ​ບັນດາ​ລູກສາວ​ແຫ່ງ​ປະຊາຊາດ​ອັນ​ຍິ່ງໃຫຍ່​ລົງ​ສູ່​ໂລກ​ບາດານ​ພ້ອມ​ກັບ​ຄົນ​ທີ່​ລົງ​ໄປ​ເຫວ​ເລິກ. ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ‘ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ​ກວ່າ​ຄົນ​ອື່ນ​ບໍ? ຈົ່ງ​ລົງ​ໄປ ແລະ ໄປ​ນອນ​ຢູ່​ທ່າມກາງ​ບັນດາ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ’. ພວກເຂົາ​ຈະ​ລົ້ມ​ລົງ​ທ່າມກາງ​ຄົນ​ທັງຫລາຍ​ທີ່​ຕາຍ​ດ້ວຍ​ດາບ. ດາບ​ຖືກ​ຊັກ​ອອກ​ມາ​ຈາກ​ຝັກ​ແລ້ວ; ຈົ່ງ​ລາກ​ເອຢິບ​ລົງ​ໄປ​ພ້ອມ​ກັບ​ກອງ​ກຳລັງ​ທັງໝົດ​ຂອງ​ມັນ. ບັນດາ​ຜູ້ນຳ​ທີ່​ຍິ່ງໃຫຍ່​ຈະ​ກ່າວ​ກັບ​ເອຢິບ ແລະ ບັນດາ​ພັນທະມິດ​ຈາກ​ແດນ​ແຫ່ງ​ຄວາມ​ຕາຍ​ວ່າ, ‘ພວກເຂົາ​ພາ​ກັນ​ລົງ​ມາ​ແລ້ວ ແລະ ມາ​ນອນ​ຢູ່​ກັບ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ’.

“ອັດຊີເຣຍ ແລະ ກອງທັບ​ຂອງ​ມັນ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ​ແລ້ວ, ມັນ​ຖືກ​ລ້ອມ​ດ້ວຍ​ຂຸມ​ຝັງ​ສົບ​ຂອງ​ຄົນ​ທີ່​ຖືກ​ຂ້າ​ທັງໝົດ​ຂອງ​ມັນ, ຄົນ​ເຫລົ່ານັ້ນ​ທຸກຄົນ​ລົ້ມ​ຕາຍ​ດ້ວຍ​ດາບ. ຂຸມ​ຝັງ​ສົບ​ຂອງ​ຄົນ​ເຫລົ່ານັ້ນ​ຢູ່​ໃນ​ເຫວ​ເລິກ​ຂອງ​ແດນ​ຄົນ​ຕາຍ ແລະ ກອງທັບ​ອັດຊີເຣຍ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ. ທຸກຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ແຜ່​ຄວາມ​ຢ້ານກົວ​ໃນ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ ບັດນີ້ ຖືກ​ຂ້າ​ລົ້ມ​ຕາຍ​ດ້ວຍ​ດາບ.

“ເອລາມ​ກໍ​ຢູ່​ທີ່​ນັ້ນ ແລະ ບັນດາ​ທະຫານ​ທັງໝົດ​ຂອງ​ມັນ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ, ພວກເຂົາ​ທັງໝົດ​ຖືກ​ຂ້າ​ລົ້ມ​ຕາຍ​ດ້ວຍ​ດາບ. ທຸກຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ແຜ່​ຄວາມ​ຢ້ານກົວ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ​ໄດ້​ລົງ​ສູ່​ໂລກ​ບາດານ​ໂດຍ​ບໍ່ໄດ້ຮັບພິທີຕັດ. ພວກເຂົາ​ໄດ້​ຮັບ​ຄວາມ​ອັບອາຍ​ຮ່ວມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ. ເອລາມ​ນອນ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ຖືກ​ຂ້າ ແລະ ບັນດາ​ທະຫານ​ທັງໝົດ​ຂອງ​ມັນ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ. ພວກເຂົາ​ທຸກ​ຄົນ​ລ້ວນ​ແຕ່​ບໍ່ໄດ້ຮັບພິທີຕັດ ແລະ ຖືກ​ຂ້າ​ຕາຍ​ດ້ວຍ​ດາບ. ເພາະ​ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ, ພວກເຂົາ​ຈຶ່ງ​ຕ້ອງ​ອັບອາຍ​ຮ່ວມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວເລິກ ແລະ ນອນ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ຖືກ​ຂ້າ.

“ເມເຊັກ ແລະ ຕູບານ​ກໍ​ຢູ່​ທີ່​ນັ້ນ ແລະ ທະຫານ​ທັງໝົດ​ຂອງ​ພວກ​ມັນ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ພວກ​ມັນ. ພວກເຂົາ​ທຸກຄົນ​ບໍ່ໄດ້ຮັບພິທີຕັດ, ຖືກ​ຂ້າ​ດ້ວຍ​ດາບ ເພາະ​ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີຊີວິດ. ແຕ່​ພວກເຂົາ​ບໍ່​ໄດ້​ນອນ​ລົງ​ກັບ​ນັກຮົບ​ອື່ນໆ ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ​ທີ່​ຕາຍ​ແລ້ວ, ເຊິ່ງ​ລົງ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ​ພ້ອມ​ທັງ​ອາວຸດ​ສົງຄາມ​ຂອງ​ພວກເຂົາ ດາບ​ຂອງ​ພວກເຂົາ​ກໍ​ວາງ​ຢູ່​ກ້ອງ​ຫົວ​ຂອງ​ພວກເຂົາ​ແລ້ວ ແລະ ເຖິງ​ວ່າ​ນັກຮົບ​ເຫລົ່ານີ້​ເຄີຍ​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ​ກໍ​ຕາມ ໂທດ​ຂອງ​ບາບ​ຂອງ​ພວກເຂົາ​ກໍ​ຕົກ​ຢູ່​ກັບ​ກະດູກ​ຂອງ​ພວກເຂົາ.

“ຟາໂຣ, ເຈົ້າ​ກໍ​ເໝືອນ​ກັນ ເຈົ້າ​ຈະ​ແຕກຫັກ ແລະ ນອນ​ຕາຍ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ.

“ເອໂດມ​ກໍ​ຢູ່​ທີ່​ນັ້ນ, ກະສັດ ແລະ ເຈົ້ານາຍ​ທັງໝົດ​ຂອງ​ເອໂດມ; ເຖິງ​ວ່າ​ຈະ​ມີ​ອຳນາດ, ພວກເຂົາ​ກໍ​ຖືກ​ຖິ້ມ​ໃຫ້​ນອນ​ຕາຍ​ຢູ່​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ພວກເຂົາ​ນອນ​ຕາຍ​ຢູ່​ກັບ​ບັນດາ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ.

“ບັນດາ​ເຈົ້ານາຍ​ຂອງ​ຝ່າຍ​ເໜືອ ແລະ ຊາວ​ຊີໂດນ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ; ເຖິງ​ແມ່ນ​ວ່າ​ພວກເຂົາ​ເຄີຍ​ໃຊ້​ອຳນາດ​ກໍ່​ຄວາມ​ຢ້ານກົວ ພວກເຂົາ​ກໍ​ລົງ​ໄປ​ຢູ່​ຮ່ວມ​ກັບ​ຄົນ​ທີ່​ຖືກ​ຂ້າ​ຢ່າງ​ອັບອາຍ. ພວກເຂົາ​ນອນ​ຕາຍ​ໂດຍ​ບໍ່ໄດ້ຮັບພິທີຕັດ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ ແລະ ຮັບ​ຄວາມ​ອັບອາຍ​ກັບ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ.

“ຟາໂຣ ລາວ ແລະ ກອງທັບ​ທັງໝົດ​ຂອງ​ລາວ​ຈະ​ເຫັນ​ຄົນ​ເຫລົ່ານັ້ນ ແລະ ລາວ​ໄດ້​ຮັບ​ການ​ປອບໃຈ ເນື່ອງ​ຈາກ​ກອງ​ກຳລັງ​ທັງໝົດ​ຂອງ​ລາວ​ຖືກ​ຂ້າ​ດ້ວຍ​ດາບ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. ເຖິງ​ແມ່ນ​ວ່າ​ເຮົາ​ເຄີຍ​ໃຫ້​ພວກ​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ດິນແດນ​ຂອງ​ຄົນ​ທີ່​ມີ​ຊີວິດ ແຕ່​ຟາໂຣ ແລະ ທະຫານ​ທັງໝົດ​ຂອງ​ລາວ​ກໍ​ຈະ​ຖືກ​ຖິ້ມ​ໃຫ້​ນອນ​ຕາຍ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

Source notes (1)
  1. Footnote ສະບັບ ເຊັບຕູອາຈິນ ວ່າ ນຳ​ເຈົ້າ​ໄປ​ສູ່​ການ​ເປັນ​ຊະເລີຍ​ທ່າມ​ກາງ​ຊາດ​ຕ່າງໆ, ໄປ​ຍັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.