Biblica® Open Lao Contemporary Version
ອົບພະຍົບ 19
ທີ່ພູເຂົາຊີນາຍ
ໃນມື້ທີໜຶ່ງຂອງເດືອນທີສາມຫລັງຈາກທີ່ຊາວອິດສະຣາເອນໄດ້ອອກຈາກເອຢິບ ໃນວັນນັ້ນພວກເຂົາກໍໄດ້ມາເຖິງຖິ່ນກັນດານຊີນາຍ. ຫລັງຈາກທີ່ພວກເຂົາເດີນທາງອອກຈາກເຣຟີດີມແລ້ວ, ພວກເຂົາກໍໄດ້ເຂົ້າເຂດຖິ່ນກັນດານຊີນາຍ ແລະ ຊາວອິດສະຣາເອນກໍໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນກັນດານຕໍ່ໜ້າພູເຂົານັ້ນ.
ແລ້ວໂມເຊກໍໄດ້ຂຶ້ນໄປພົບພຣະເຈົ້າ, ແລ້ວພຣະເຈົ້າຢາເວກໍໄດ້ເອີ້ນເພິ່ນຈາກພູເຂົານັ້ນ ແລະ ເວົ້າວ່າ, “ນີ້ແມ່ນສິ່ງທີ່ເຈົ້າຈະຕ້ອງເວົ້າກັບເຊື້ອສາຍຂອງຢາໂຄບ ແລະ ເປັນສິ່ງທີ່ເຈົ້າຈະຕ້ອງບອກປະຊາຊົນອິດສະຣາເອນຄື: ‘ພວກເຈົ້າເອງໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແກ່ເອຢິບແລ້ວ ແລະ ເຫັນວິທີທີ່ເຮົາໄດ້ອູ້ມເອົາພວກເຈົ້າໄວ້ເທິງປີກຂອງນົກອິນຊີ ແລະ ນຳເອົາພວກເຈົ້າມາຫາເຮົາເອງ. ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຮັກສາພັນທະສັນຍາຂອງເຮົາ, ແລ້ວພວກເຈົ້າກໍຈະເປັນສົມບັດອັນລ້ຳຄ່າຂອງເຮົາຈາກຊົນຊາດທັງໝົດ. ເຖິງແມ່ນວ່າທົ່ວທັງໂລກເປັນຂອງເຮົາກໍຕາມ. ແຕ່ພວກເຈົ້າຈະເປັນອານາຈັກແຫ່ງບັນດາປະໂລຫິດ ແລະ ເປັນຊົນຊາດບໍລິສຸດສຳລັບເຮົາ’. ພວກເຈົ້າຈະຕ້ອງກ່າວຖ້ອຍຄຳເຫລົ່ານີ້ແກ່ຊາວອິດສະຣາເອນ”.
ດັ່ງນັ້ນ ໂມເຊຈຶ່ງກັບລົງມາ ແລ້ວເອີ້ນຜູ້ອາວຸໂສຂອງປະຊາຊົນມາປະຊຸມ ແລະ ກ່າວທຸກຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເພິ່ນເວົ້າ. ປະຊາຊົນທັງໝົດໄດ້ພາກັນຕອບວ່າ, “ພວກເຮົາຈະເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງ”. ດັ່ງນັ້ນ ໂມເຊຈຶ່ງນຳເອົາຄຳຕອບຂອງພວກເຂົາກັບໄປຫາພຣະເຈົ້າຢາເວ.
ພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ເຮົາກຳລັງຈະມາຫາເຈົ້າໃນເມກອັນຕຶບໜາ, ເພື່ອວ່າປະຊາຊົນຈະໄດ້ຍິນສຽງເຮົາເວົ້າກັບເຈົ້າ ແລະ ພວກເຂົາຈະໄດ້ໄວ້ວາງໃຈໃນເຈົ້າຕະຫລອດໄປ”. ແລ້ວໂມເຊຈຶ່ງບອກພຣະເຈົ້າຢາເວຕາມທີ່ປະຊາຊົນໄດ້ເວົ້າ.
ແລະ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງໄປຫາປະຊາຊົນແລ້ວຊຳລະພວກເຂົາໃຫ້ບໍລິສຸດໃນມື້ນີ້ ແລະ ມື້ອື່ນ. ໃຫ້ພວກເຂົາຊັກເຄື່ອງນຸ່ງຂອງພວກເຂົາ ແລະ ຕຽມຕົວໃຫ້ພ້ອມໃນວັນທີສາມ, ເພາະໃນວັນນັ້ນພຣະເຈົ້າຢາເວຈະລົງມາທີ່ພູເຂົາຊີນາຍຕໍ່ໜ້າປະຊາຊົນທຸກຄົນ. ຈົ່ງກຳນົດຂອບເຂດສຳລັບປະຊາຊົນທີ່ບໍລິເວນພູເຂົາ ແລະ ບອກພວກເຂົາວ່າ, ‘ຈົ່ງລະວັງໃຫ້ດີ ຢ່າໃຫ້ພວກເຈົ້າເຂົ້າໄປໃກ້ພູເຂົາ ຫລື ແຕະຕ້ອງຕີນພູເຂົານັ້ນ. ຜູ້ໃດກໍຕາມທີ່ແຕະຕ້ອງພູເຂົານັ້ນກໍຈະມີໂທດເຖິງຕາຍ. ພວກເຂົາຈະຕ້ອງຖືກແກ່ວງກ້ອນຫີນໃສ່ ຫລື ຖືກຍິງດ້ວຍທະນູ; ຢ່າໃຫ້ມືຜູ້ໃດວາງມືໃສ່ພວກເຂົາ. ບໍ່ວ່າເປັນຄົນ ຫລື ສັດເມື່ອຝ່າຝືນຈະຕ້ອງຕາຍ’. ເມື່ອສຽງເປົ່າເຂົາສັດດັງຂຶ້ນເປັນສັນຍານຍາວຄັ້ງໜຶ່ງເທົ່ານັ້ນພວກເຂົາຈຶ່ງຈະເຂົ້າໃກ້ພູເຂົາໄດ້”.
ຫລັງຈາກນັ້ນ ໂມເຊຈຶ່ງໄດ້ລົງຈາກພູເຂົາມາຫາປະຊາຊົນ, ເພິ່ນໄດ້ຊຳລະພວກເຂົາໃຫ້ບໍລິສຸດ ແລະ ພວກເຂົາກໍໄດ້ຊັກເຄື່ອງນຸ່ງຂອງພວກເຂົາ. ແລ້ວໂມເຊກໍໄດ້ເວົ້າກັບປະຊາຊົນວ່າ, “ຈົ່ງຕຽມຕົວໃຫ້ພ້ອມສຳລັບມື້ທີສາມ. ຈົ່ງລະເວັ້ນຈາກຄວາມສຳພັນທາງເພດ”.
ໃນຕອນເຊົ້າຂອງມື້ທີສາມກໍມີຟ້າຮ້ອງ ແລະ ຟ້າແມບ, ພ້ອມທັງມີເມກຕຶບໜາປົກຄຸມພູນັ້ນ, ແລ້ວກໍມີສຽງເປົ່າແກ່ດັງກ້ອງຂຶ້ນ. ທຸກຄົນໃນຄ້າຍພັກຕົກໃຈຢ້ານຈົນຕົວສັ່ນ. ແລ້ວໂມເຊຈຶ່ງໄດ້ນຳພາພວກເຂົາອອກຈາກຄ້າຍພັກໄປພົບພຣະເຈົ້າ ແລະ ພວກເຂົາກໍຢືນຢູ່ທີ່ຕີນພູ. ພູເຂົາຊີນາຍຖືກປົກຄຸມດ້ວຍຄວັນ, ເພາະພຣະເຈົ້າຢາເວລົງມາເທິງພູເຂົານັ້ນດ້ວຍໄຟ. ຄວັນພຸ່ງຂຶ້ນຈາກພູເຂົານັ້ນເໝືອນດັ່ງຄວັນທີ່ອອກຈາກເຕົາຫລອມ ແລະ ພູເຂົາ1ທັງໜ່ວຍກໍສັ່ນສະເທືອນຢ່າງຮຸນແຮງ. ຂະນະທີ່ສຽງແກດັງກ້ອງຂຶ້ນ ແລະ ກ້ອງຂຶ້ນນັ້ນ, ໂມເຊຈຶ່ງກ່າວອອກ ແລະ ມີສຽງຂອງພຣະເຈົ້າກ່າວຕອບເພິ່ນ.2
ພຣະເຈົ້າຢາເວໄດ້ລົງມາທີ່ຈອມພູເຂົາຊີນາຍ ແລະ ເອີ້ນໂມເຊໃຫ້ຂຶ້ນໄປຈອມພູເຂົາ. ດັ່ງນັ້ນ ໂມເຊຈຶ່ງຂຶ້ນໄປ ແລະ ພຣະເຈົ້າຢາເວເວົ້າກັບເພິ່ນວ່າ, “ຈົ່ງລົງໄປແລ້ວເຕືອນປະຊາຊົນເພື່ອບໍ່ໃຫ້ພວກເຂົາຝ່າຂອບເຂດຂອງພວກເຂົາຂຶ້ນມາເພື່ອຢາກເຫັນພຣະເຈົ້າຢາເວ ແລ້ວຫລາຍຄົນໃນພວກເຂົາຈະຕາຍ. ແມ່ນແຕ່ບັນດາປະໂລຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍຕ້ອງໄດ້ຊຳລະຕົນເອງໃຫ້ບໍລິສຸດ ບໍ່ດັ່ງນັ້ນພຣະເຈົ້າຢາເວຈະອອກມາທຳລາຍພວກເຂົາ”.
ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ປະຊາຊົນບໍ່ສາມາດຂຶ້ນມາເທິງພູເຂົາຊີນາຍໄດ້, ເພາະພຣະອົງເອງໄດ້ເຕືອນພວກຂ້ານ້ອຍແລ້ວວ່າ, ‘ໃຫ້ກຳນົດຂອບເຂດອ້ອມພູເຂົາ ແລະ ແຍກພູເຂົານັ້ນໄວ້ເປັນເຂດບໍລິສຸດສັກສິດ’ ”.
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປແລ້ວນຳເອົາອາໂຣນຂຶ້ນມາກັບເຈົ້າ. ແຕ່ບັນດາປະໂລຫິດ ແລະ ປະຊາຊົນຕ້ອງບໍ່ຝ່າຂອບເຂດຂອງພວກເຂົາຂຶ້ນມາຫາພຣະເຈົ້າຢາເວ, ບໍ່ດັ່ງນັ້ນພຣະອົງຈະທຳລາຍພວກເຂົາ”.
ດັ່ງນັ້ນ ໂມເຊຈຶ່ງລົງມາຫາປະຊາຊົນ ແລະ ບອກພວກເຂົາ.
Source notes (2)
- Footnote ສະບັບພາສາເຮັບເຣີທີ່ຂຽນດ້ວຍມືສ່ວນໃຫຍ່; ບາງສະບັບທີ່ຂຽນດ້ວຍມື ແລະ ສະບັບເຊັບຕູອາຈິນວ່າ, ແລະ ປະຊາຊົນທັງໝົດ
- Footnote ຫລື ແລະ ພຣະເຈົ້າໄດ້ຕອບເພິ່ນເປັນສຽງຟ້າຮ້ອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.