Biblica® Open Lao Contemporary Version
ອົບພະຍົບ 13
ການອຸທິດລູກກົກ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງອຸທິດລູກຊາຍກົກທຸກຄົນໃຫ້ແກ່ເຮົາ. ລູກຫລານຄົນທຳອິດທີ່ເກີດຈາກທຸກທ້ອງທ່າມກາງຊາວອິດສະຣາເອນເປັນຂອງເຮົາ, ບໍ່ວ່າຄົນ ຫລື ສັດ”.
ແລ້ວໂມເຊຈຶ່ງເວົ້າກັບປະຊາຊົນວ່າ, “ຈົ່ງລະນຶກເຖິງວັນນີ້, ຄືວັນທີ່ພວກເຈົ້າໄດ້ອອກມາຈາກເອຢິບ, ອອກຈາກດິນແດນແຫ່ງການເປັນທາດ, ເພາະພຣະເຈົ້າຢາເວໄດ້ນຳເອົາພວກເຈົ້າທັງຫລາຍອອກມາຈາກປະເທດນັ້ນດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່. ຢ່າກິນສິ່ງໃດທີ່ມີເຊື້ອແປ້ງ. ພວກເຈົ້າອອກມາໃນວັນນີ້ ໃນເດືອນອາບິບ. ເມື່ອພຣະເຈົ້າຢາເວນຳພວກເຈົ້າເຂົ້າສູ່ດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະ ຊາວເຢບຸດ ຄືດິນແດນທີ່ພຣະອົງໄດ້ສາບານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ແກ່ພວກເຈົ້າ, ເຊິ່ງເປັນດິນແດນທີ່ອຸດົມດ້ວຍໄປນ້ຳນົມ ແລະ ນ້ຳເຜິ້ງນັ້ນ ພວກເຈົ້າຈົ່ງປະຕິບັດຕາມພິທີດັ່ງກ່າວນີ້ໃນເດືອນນີ້: ໃນເຈັດວັນນັ້ນ ພວກເຈົ້າຈົ່ງກິນເຂົ້າຈີ່ທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ ແລ້ວໃນວັນທີເຈັດໃຫ້ຈັດເທດສະການຖວາຍແກ່ພຣະເຈົ້າຢາເວ. ໃນຕະຫລອດເຈັດວັນເຫລົ່ານັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ; ຢ່າໃຫ້ພົບເຊື້ອແປ້ງຢູ່ໃນສິ່ງໃດທີ່ຢູ່ໃນທ່າມກາງພວກເຈົ້າ ຫລື ຢ່າໃຫ້ພົບເຊື້ອແປ້ງໃດຢູ່ໃນເຂດແດນຂອງພວກເຈົ້າ. ໃນວັນນັ້ນຈົ່ງບອກລູກຊາຍຂອງພວກເຈົ້າວ່າ, ‘ທີ່ເຮົາເຮັດເຊັ່ນນີ້ກໍເພາະສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອເຮົາເມື່ອເຮົາອອກມາຈາກເອຢິບນັ້ນ’. ການປະຕິບັດຕາມນີ້ຈະເປັນເໝືອນເຄື່ອງໝາຍທີ່ຢູ່ໃນມືຂອງພວກເຈົ້າ ແລະ ຈະເປັນການເຕືອນທີ່ຢູ່ເທິງໜ້າຜາກຂອງພວກເຈົ້າວ່າກົດບັນຍັດຂອງພຣະເຈົ້າຢາເວຈະຢູ່ທີ່ຮີມສົບຂອງພວກເຈົ້າ. ເພາະພຣະເຈົ້າຢາເວໄດ້ນຳພວກເຈົ້າອອກຈາກເອຢິບດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່ຂອງພຣະອົງ. ພວກເຈົ້າຕ້ອງຖືຮັກສາຂໍ້ປະຕິບັດນີ້ຕາມເວລາທີ່ໄດ້ກຳນົດໄວ້ຂອງທຸກປີ.
“ຫລັງຈາກທີ່ພຣະເຈົ້າຢາເວໄດ້ນຳພວກເຈົ້າເຂົ້າສູ່ດິນແດນຂອງຊາວການາອານ ແລະ ມອບດິນແດນນັ້ນໃຫ້ແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໂດຍປະຕິຍານໄວ້ກັບພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າແລ້ວ, ພວກເຈົ້າຈົ່ງມອບເຊື້ອສາຍຜູ້ທຳອິດຂອງທຸກທ້ອງໃຫ້ແກ່ພຣະເຈົ້າຢາເວ. ລູກສັດຫົວປີໂຕຜູ້ທຸກໂຕໃນຝູງສັດຂອງພວກເຈົ້າກໍເປັນຂອງພຣະເຈົ້າຢາເວ. ຈົ່ງໃຊ້ລູກແກະໜຶ່ງໂຕໄຖ່ລູກລໍຫົວປີແຕ່ລະໂຕ, ແຕ່ຖ້າພວກເຈົ້າບໍ່ໄຖ່ລູກລໍນັ້ນ, ຈົ່ງຫັກຄໍລູກລໍນັ້ນ. ໃນບັນດາລູກຊາຍຂອງພວກເຈົ້າ ຈົ່ງໄຖ່ລູກກົກທຸກຄົນ.
“ໃນອະນາຄົດ ເມື່ອລູກຊາຍຂອງພວກເຈົ້າຖາມພວກເຈົ້າວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ຈົ່ງບອກລາວວ່າ, ‘ພຣະເຈົ້າຢາເວໄດ້ນຳພວກເຮົາອອກມາຈາກເອຢິບ, ອອກມາຈາກດິນແດນແຫ່ງການເປັນຂ້າທາດດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່. ເມື່ອຟາໂຣດື້ດ້ານປະຕິເສດທີ່ຈະປ່ອຍພວກເຮົາໄປ, ພຣະເຈົ້າຢາເວໄດ້ຂ້າລູກກົກທັງຂອງປະຊາຊົນ ແລະ ຂອງບັນດາສັດໃນເອຢິບ. ດ້ວຍເຫດນີ້ເຮົາຈຶ່ງເອົາເຊື້ອສາຍຜູ້ທຳອິດທີ່ເປັນເພດຊາຍຈາກທຸກມົດລູກຖວາຍແກ່ພຣະເຈົ້າຢາເວ ແລະ ໄຖ່ບັນດາລູກຊາຍກົກຂອງເຮົາທຸກຄົນ’. ແລະ ພິທີນີ້ຈະເປັນເໝືອນເຄື່ອງໝາຍຢູ່ເທິງມືຂອງພວກເຈົ້າ ແລະ ເປັນເໝືອນສັນຍາລັກທີ່ຢູ່ເທິງໜ້າຜາກຂອງພວກເຈົ້າວ່າພຣະເຈົ້າຢາເວໄດ້ນຳພວກເຮົາອອກມາຈາກເອຢິບດ້ວຍມືມີລິດອຳນາດຍິ່ງໃຫຍ່ຂອງພຣະອົງ”.
ການຂ້າມທະເລ
ເມື່ອຟາໂຣໄດ້ປ່ອຍປະຊາຊົນໄປ, ພຣະເຈົ້າບໍ່ໄດ້ນຳພາພວກເຂົາໄປເທິງເສັ້ນທາງຜ່ານດິນແດນຂອງຊາວຟີລິດສະຕິນ, ເຖິງແມ່ນວ່າເສັ້ນທາງນັ້ນໃກ້ກວ່າກໍຕາມ. ເພາະພຣະເຈົ້າກ່າວວ່າ, “ຖ້າພວກເຂົາປະເຊີນກັບສົງຄາມ, ພວກເຂົາອາດຈະປ່ຽນໃຈຂອງພວກເຂົາແລ້ວກັບຄືນໄປທີ່ເອຢິບ”. ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນຳພາປະຊາຊົນອ້ອມໄປຕາມເສັ້ນທາງກັນດານໄປສູ່ທະເລແດງ.1 ຊາວອິດສະຣາເອນອອກຈາກເອຢິບຕຽມພ້ອມສຳລັບສູ້ຮົບ.
ໂມເຊໄດ້ເອົາກະດູກຂອງໂຢເຊັບໄປກັບເພິ່ນດ້ວຍ ເພາະໂຢເຊັບໄດ້ໃຫ້ຊາວອິດສະຣາເອນສາບານໄວ້. ໂຢເຊບໄດ້ກ່າວໄວ້ວ່າ, “ພຣະເຈົ້າຈະມາຊ່ວຍເຫລືອພວກເຈົ້າຢ່າງແນ່ນອນ ແລະ ເມື່ອນັ້ນພວກເຈົ້າຕ້ອງຖືເອົາກະດູກຂອງເຮົາອອກຈາກບ່ອນນີ້ໄປກັບພວກເຈົ້າດ້ວຍ”.2
ຫລັງຈາກອອກຈາກເມືອງຊຸກໂກດແລ້ວ ພວກເຂົາກໍມາຕັ້ງຄ້າຍພັກທີ່ເອທາມແຄມທະເລຊາຍ. ໃນກາງເວັນພຣະເຈົ້າຢາເວນຳໜ້າພວກເຂົາໄປໃນເສົາເມກເພື່ອນຳພາພວກເຂົາໄປຕາມທາງຂອງພວກເຂົາ ແລະ ເວລາກາງຄືນພຣະອົງນຳພາພວກເຂົາໄປໃນເສົາໄຟເພື່ອໃຫ້ແສງສະຫວ່າງແກ່ພວກເຂົາ, ເພື່ອວ່າພວກເຂົາຈະສາມາດເດີນທາງໄດ້ທັງກາງເວັນ ແລະ ກາງຄືນ. ທັງເສົາເມກໃນເວລາກາງເວັນ ຫລື ເສົາໄຟໃນເວລາກາງຄືນບໍ່ເຄີຍຂາດຈາກເບື້ອງໜ້າຂອງປະຊາຊົນເລີຍ.
Source notes (2)
- Footnote ຄື ທະເລໄມ້ອໍ້
- Footnote ປຖກ 50:25
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.